ເຣື້ອງທີ່ເກັບບັນທຶກໄວ້
2022-07-25
ມີການປະກາດ ສັ່ງໂຈະ ຮັບຄົນງານລາວ ໃນວຽກງານຕອບແຊັດ ຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ແລະຈະມີການກວດກາ ເພື່ອເຮັດໃຫ້ຄົນງານ ໄດ້ຮັບການຄຸ້ມຄອງ ຢ່າງມີປະສິທທິພາບ, ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ ໄດ້ຮັບການປົກປ້ອງສິທ ແລະຜົລປໂຍດ ອັນຊອບທັມື ຕາມລະບຽບກົດໝາຍ.
2022-07-19
ກະຊວງ ການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ຈັດປະເທດລາວ ໃຫ້ຢູ່ໃນອັນດັບ ທີ່ບໍ່ໄດ້ມາຕຖານ ຫຼື Tier 2 ໃນການປາບປາມ ການຄ້າມະນຸສ.
2022-07-18
ແມ່ຍິງລາວ 3 ຄົນ ອາຍຸລະຫວ່າງ 19-20 ປີ ຈາກນະຄອນຫຼວງວຽງຈັນ ຖືກນາຍໜ້າ ຢູ່ເມືອງສອງຄອນ ຕົວະ ເອົາໄປເຮັດວຽກ ຢູ່ປະເທດໄທຍ ແບບຜິດກົດໝາຍ ຊຶ່ງມີຄວາມສ່ຽງ ທີ່ຈະຕົກເປັນເຫຍື້ອ ຂອງການຄ້າມະສຸສ ແຕ່ຖືກເຈົ້າໜ້າທີ່ ຊ່ອຍໄວ້ໄດ້ທັນກ່ອນ.
2022-07-18
ທ້າວຈົ່ວ ຊາວບ້ານ ຈາກແຂວງຫຼວງນ້ຳທາ ທີ່ເຮັດວຽກໃຫ້ບໍຣິສັດຈີນ ແຫ່ງນຶ່ງ ທີ່ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ຖືກເຈົ້າໜ້າທີ່ ຮັກສາຄວາມປອດພັຍ ຂອງບໍຣິສັດດັ່ງກ່າວ ຕີຈົນໄດ້ຮັບບາດເຈັບ ສາຫັດ ຂະນະທີ່ ເຈົ້າໜ້າທີ່ຕຳຣວດ ຍັງບໍ່ສາມາດຈັບ ຜູ້ກໍ່ເຫດໄດ້ເທື່ອ.
2022-07-13
ແມ່ຍິງລາວນາງນຶ່ງ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ພ້ອມກັບລູກສາວ ອາຍຸ 5 ປີ ທີ່ຖືກຕົວະ ໃຫ້ໄປຢູ່ກິນ ກັບຊາຍຊາວຈີນ ຢູ່ທີ່ປະເທດຈີນ ໄດ້ 4-5 ປີແລ້ວ, ປັດຈຸບັນ ຜູ້ກ່ຽວ ຕ້ອງການ ຄວາມເຫຼືອ ເພື່ອກັບຄືນປະເທດລາວ ແລະ ຍັງລໍຖ້າການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່.
2022-07-01
ແຂວງຈໍາປາສັກ ແລະ ແຂວງອຸບົລຣາຊທານີ (ປະເທດໄທຍ) ໄດ້ຈັດກອງປະຊຸມ ຄະນະກັມມະການ ຮ່ວມມື ຮັກສາຄວາມສງົບ-ຮຽບຮ້ອຍ ຕາມຊາຍແດນ ລາວ-ໄທຍ ຄັ້ງທີ່ 14 ຢູ່ແຂວງຈໍາປາສັກ ເພື່ອຮ່ວມມື ໃນການປາບປາມ ການຄ້າຢາເສບຕິດ ແລະ ການຄ້າມະນຸສ ຕາມຊາຍແດນ.