ເຣື້ອງທີ່ເກັບບັນທຶກໄວ້
2021-12-30
ຊາວໜຸ່ມລາວ ໄປຂາຍແຮງງານ ຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ແຕ່ພໍໄປຮອດ ພັດຖືກກັກຂັງ ຈົນເຈັບປ່ວຍໜັກ ຍັງຮຽກຄ່າໄຖ່ ນ້ຳແມ່ ຜູ້ຊຶ່ງຖານະທຸກຍາກ ແລະ ມີໂຣກປະຈຳໂຕ ຈຳເປັນຕ້ອງໄດ້ ຢືມເງີນເພື່ອໄຖ່ລູກຊາຍ.
2021-12-27
ອົງການພັທນາສາກົລ ຂອງສະຫະຣັຖອາເມຣິກາ ຫລື ຢູເສດ ຮ່ວມກັບອົງການ ວິນຣ໋ອກສາກົລ ແລະສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ແລະເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມທາງໄກໃນມື້ວັນທີ 20 ທັນວານີ້ ເພື່ອແລກປ່ຽນບົດຮຽນ ກ່ຽວກັບການປ້ອງກັນ, ຊ່ອຍເຫລືອ ແລະສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ.
2021-12-17
ຄົນລາວຫຼາຍຄົນ ທີ່ເດີນທາງໄປເຮັດວຽກຢູ່ ປະເທດເພື່ອນບ້ານຕົກຢູ່ໃນສະພາບ ທີ່ບໍ່ປອດພັຍ, ບໍ່ໄດ້ຮັບຄວາມເປັນທັມ, ຖືກຈຳກັດສິດທິ, ຖືກລະເມີດທາງເພດ ແລະ ມີຄວາມສ່ຽງ ຕົກເປັນເຫຍື່ອ ການຄ້າມະນຸດ.
2021-12-13
ແມ່ຍິງລາວ ທີ່ໄປເຮັດວຽກ ຕອບແຊດ ເພື່ອຫາລູກຄ້າ ໃຫ້ມາຊື້ຫຸ້ນ ຂອງບໍຣິສັດຈີນ ທີ່ຢູ່ພາຍໃນ ຄາຊິໂນ ຄິງສ໌ໂຣມັນສ໌ ໃນເຂດ ເສຖກິຈ ພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄວາມສ່ຽງ ຖືກບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ.
2021-12-07
ໃນປີ 2021 ທາງການລາວ ຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໄດ້ 80 ຄົນ ຈາກປະເທດຈີນ, ໄທຍ ແລະ ມາເລເຊັຽ ໃນນັ້ນ, 59 ຄົນ ອາຍຸຕ່ຳກວ່າ 18 ປີ, ເຊິ່ງຜູ້ທີ່ຕົກເປັນເຫຍື່ອ ສ່ວນໃຫຍ່ ຖືກຕວົະຍວົະ ດ້ວຍການແຕ່ງດອງ ແບບແອບແຝງ ແລະ ເມື່ອໄປຢູ່ກັບຜົວ ຢູ່ຕ່າງປະເທດແລ້ວ ພັດຖືກບັງຄັບ ໃຫ້ໃຊ້ແຮງງານໜັກ, ຄ້າປະເວນີ ແລະ ບາງເທື່ອ ກໍຖືກໃຊ້ ຄວາມຮຸນແຮງ ນຳດ້ວຍ.
2021-12-03
ຄົນງານລາວ ຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຊຶ່ງເຮັດໃຫ້ ຄົນງານລາວ ຫຼາຍຄົນ ຖືກບັງຂັບໄປເຮັດວຽກ ຜິດປະເພດ ຫຼືເຮັດວຽກເກີນເວລາ.