ແມ່ຍິງລາວ ສ່ຽງຖືກບັງຄັບ ຂາຍບໍຣິການທາງເພດ
2021.12.13
ແມ່ຍິງລາວນາງນຶ່ງ ທີ່ມີພູມລໍາເນົາ ຢູ່ນະຄອນຫຼວງວຽງຈັນ ໄດ້ໃຫ້ສັມພາດກັບວິທຍຸເອເຊັຽເສຣີວ່າ ມີຄວາມປະສົງຢາກຈະເຕືອນ ໃຫ້ແມ່ຍິງລາວດ້ວຍກັນ ທີ່ກໍາລັງຈະສມັກເຮັດວຽກເປັນພະນັກງານ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ພາຍໃນພື້ນທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄວາມສ່ຽງ ຖືກຕົວະໄປຂາຍບໍຣິການທາງເພດ.
ແມ່ຍິງຄົນນີ້ ໄດ້ສມັກເຂົ້າໄປເຮັດວຽກເປັນພະນັກງານ ເພື່ອຫາລູກຄ້າໃຫ້ມາຊື້ຫຸ້ນຂອງບໍຣິສັດຈີນ ທີ່ຢູ່ພາຍໃນຄາຊິໂນ ຄິງສ໌ໂຣມັນສ໌ ດ້ວຍການຕິດຕໍ່ຫາລູກຄ້າທາງອອນລາຍ ຫຼືຕອບແຊດ.
ຖ້າພະນັກງານທີ່ເປັນຜູ້ຍິງ ຂາຍຫຸ້ນບໍ່ໄດ້ຕາມເປົ້າໝາຍ ນາຍຈ້າງກໍຈະບັງຄັບໃຫ້ຂາຍບໍຣິການທາງເພດໃຫ້ລູກຄ້າແທນ ແຕ່ນາງໂຊກດີ ຖືກເຈົ້າໜ້າທີ່ ຊ່ອຍອອກມາໄດ້ກ່ອນ.
ຍານາງເລົ່າວ່າ ໃນເບື້ອງຕົ້ນ ນາຍຈ້າງບໍ່ໄດ້ບອກວ່າ ຈະມີຄ່າໃຊ້ຈ່າຍອິຫຍັງ ແຕ່ພໍໄປຮອດບ່ອນກັກໂຕ ເພື່ອລໍຖ້າເຂົ້າເຮັດວຽກຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ກັກໂຕໄດ້ 20 ປາຍມື້ ນາຍຈ້າງພັດບອກວ່າ ເປັນໜີ້ຄ່າແລ່ນເອກສານ ຄ່າຢູ່ ຄ່າກິນ 20,000 ຢວນຕໍ່ຄົນ, ອີງຕາມຄວາມເວົ້າ ຂອງແມ່ຍິງລາວຜູ້ນີ້ ຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 8 ທັນວາ ນີ້ວ່າ:
“ເຮົາຕ້ອງຫາລູກຄ້າ ປິດຍອດໃຫ້ໄດ້ ຄວາມໝາຍລູກຄ້າເຮົາມີຢູ່ ເຮົາຊິຕົວະໃຜໄດ້ແດ່ 100 ຄົນນັ້ນມີບໍ່ ຄົນສອງຄົນ ທີ່ເຮົາຈະຕົວະໄດ້ຫັ້ນນ່າ ຕອບແຊດມັນບໍ່ມີແຕ່ເຈົ້າ ມັນມີບັກຫຼາຍໆຄົນ ຄັນເຈົ້າເຮັດບໍ່ໄດ້ ເຂົາກໍຈະຂາຍເຈົ້າໄປບໍຣິສັດອື່ນ ບໍຣິສັດອື່ນກໍບໍ່ຮູ້ວ່າ ຊິໄປວຽກແບບນີ້ບໍ່ ຫຼືວ່າຖືກບັງຄັບໃຫ້ຂາຍບໍຣິການ ຫາກເຂົາຢາກໜີແທ້ໆ ຕ້ອງໃຫ້ຄອບຄົວມາຊ່ວຍ ມາໄຖ່ເອົາ ເຂົາບໍ່ໄດ້ຕົວະເຈົ້າໄປເດ້ ເຂົາກໍຖາມວ່າ ເຈົ້າສມັກໃຈໄປບໍ່ ເຈົ້າຊິກັບບໍ່ ຫຼືເຈົ້າຊິໄປຕໍ່ບໍ່ຫັ້ນນ່າ ຫາກວ່າຄົນທີ່ວ່າ ເຈີຄໍາຖາມນີ້ກັບຕໍາຣວດ ຄິດສອງຈິດສອງໃຈ ຈະໄປຕໍ່ຫຼືວ່າພໍສໍ່ານີ້ ເອື້ອຍຢາກແນະນໍາໃຫ້ເຂົາເຈົ້າຖ ອຍໂລດ.”
ແມ່ຍິງລາວຢູ່ບ່ອນກັກໂຕ ເພື່ອລໍຖ້າສົ່ງໄປເຮັດວຽກຕອບແຊດ ແອບແຝງຂາຍບໍຣິການທາງເພດນັ້ນ ມີຫຼາຍຮ້ອຍຄົນ ບາງຄົນຕິດຢູ່ບ່ອນກັກໂຕ ເປັນ 2-3 ເດືອນ ເນື່ອງຈາກບໍຣິສັດ ບໍ່ມີລູກຄ້າໃຫ້ພວກເຂົາເຈົ້າໄດ້ເຮັດວຽກ ຈຶ່ງໃຫ້ລໍຖ້າຢູ່ບ່ອນກັກໂຕໄປກ່ອນ.
ອີກທັງ ກ່ອນທີ່ໂຕເອງ ແລະແມ່ຍິງຜູ້ອື່ນຈະເຂົ້າມາຢູ່ບ່ອນກັກໂຕນີ້ ແມ່ນຖືກຈັບໃສ່ຣົຖຄອນເທັນເນີ້ ບໍ່ໃຫ້ເຫັນຫົນທາງ ບໍ່ຮູ້ວ່າຢູ່ບ່ອນໃດ ແລະບໍ່ໃຫ້ສົ່ງສຽງດັງ ເມື່ອເວລາຣົຖນີ້ຕົກຂຸມ.
ນອກຈາກນີ້ ຍັງມີກໍຣະນີ ແມ່ຍິງລາວຜູ້ນຶ່ງ ທີ່ຕ້ອງໄປຂາຍບໍຣິການທາງເພດ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ກໍບໍ່ສາມາດອອກມາໄດ້ ຍ້ອນລາວເປັນໜີ້ຫຼາຍສິບລ້ານກີບ ແລະຍັງລໍຖ້າເຈົ້າໜ້າທີ່ເຂົ້າໄປຊ່ອຍເຫຼືອຢູ່ ຈຶ່ງເຮັດໃຫ້ໂຕເອງຕັດສິນໃຈຂໍຄວາມຊ່ອຍເຫຼືອຈາກເຈົ້າໜ້າທີ່ ເພື່ອສົ່ງໂຕເອງກັບເມືອນະຄອນຫຼວງວຽງຈັນ, ດັ່ງແມ່ຍິງລາວ ຜູ້ດຽວກັນນີ້ກ່າວວ່າ:
“ເພາະວ່າມີນ້ອງສາວຄົນນຶ່ງເນາະ ລາວທີ່ວ່າເຂົ້າໄປໃນຫັ້ນແລ້ວ ໄດ້ເຮັດວຽກໂຕຈິງແລ້ວ ທີນີ້ລາວຮູ້ໜ້າວຽກແລ້ວ ລາວຢາກັບບ້ານ ລາວບໍ່ຢາກເຮັດຕໍ່ແລ້ວຫັ້ນນ່າ ຂະເຈົ້າກະວ່າ ຖ້າຈະກັບຫັ້ນນ່າຕ້ອງໄດ້ເສັຍເງິນ 45 ລ້ານກີບ ເຈົ້າຈຶ່ງຈະໄດ້ກັບເປັນອິສຣະ ແລ້ວນ້ອງຄົນນັ້ນ ລາວກໍໃຫ້ແມ່ຊ່ວຍເອົາເງິນມາໃຫ້ລາວ ໄຖ່ໂຕລາວອອກ ໄດ້ 10 ປາຍລ້ານກີບ ກໍລໍຖ້າ ຕໍາຣວດສະເພາະກິຈ ມາຊ່ວຍເອົາອອກຫັ້ນນ່າ.”
ຍານາງກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ໂຕເອງ ຕັດສິນໃຈສມັກວຽກເປັນພະນັກງານຕອບແຊດນັ້ນກໍຍ້ອນວ່າ ໂຕເອງວ່າງງານ ແລະຢູ່ພາຍໃນນະຄອນຫຼວງວຽງຈັນ ກໍບໍ່ມີວຽກເຮັດທີ່ມີເງິນເດືອນໝັ້ນຄົງ ຫາກຈະທໍາມາຄ້າຂາຍ ກໍບໍ່ໄດ້ດີປານໃດ ໃນໄລຍະທີ່ມີການແຜ່ຣະບາດຂອງເຊື້ອໂຄວິດ-19 ຂະນະທີ່ ການໂຄສະນາຊວນເຊື່ອ ຂອງວຽກງານຕອບແຊດນີ້ ແມ່ນມີເງິນເດືອນ ມີທີ່ຢູ່ຟຣີ ຈຶ່ງໄດ້ຕົກເປັນເຫຍື່ອ ຂອງຂບວນການຄ້າມະນຸດ ເຊິ່ງຄິດວ່າແມ່ຍິງລາວຜູ້ອື່ນ ກໍຈະເປັນແນວດຽວກັນກັບໂຕເອງ.
ຂະນະດຽວກັນ ແມ່ຍິງລາວ ທີ່ມີພູມລໍາເນົາ ຢູ່ແຂວງອຸດົມໄຊ ອາຍຸ 21 ປີ ກໍບໍ່ຢາກໃຫ້ແມ່ຍິງລາວຄົນອື່ນ ມາເຮັດວຽກຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ໂດຍສະເພາະວຽກຕອບແຊດ ເນື່ອງຈາກພາຍໃນຄາຊິໂນ ຄິງສ໌ໂຣມັນສ໌ ເປັນບ່ອນອັນຕລາຍ ຫາກແມ່ຍິງຜູ້ໃດເຮັດວຽກຕອບແຊດບໍ່ໄດ້ ກໍຈະຖືກຂາຍຕໍ່ໃຫ້ກັບບໍຣິສັດອື່ນ ເພື່ອໃຊ້ໜີ້ເປັນຕໍ່ໆຈົນໜີ້ບໍ່ໝົດໄປຈັກເທື່ອ.
ສໍາລັບການຂາຍຕໍ່ແມ່ຍິງ ໃຫ້ກັບບໍຣິສັດອື່ນໆນັ້ນ ສ່ວນຫຼາຍແມ່ລ້ຽງ ຫຼືແມ່ເລົ້າ ຈະເປັນເລືອກແມ່ຍິງ ທີ່ມີໜ້າຕາດີ ເປັນຄົນຂາວສູງ ໂດຍເປັນການບັງຄັບໃຫ້ຂາຍບໍຣິການທາງເພດເພື່ອໃຊ້ໜີ້ທີ່ຕິດນໍາບໍຣິສັດ ສ່ວນແມ່ຍິງທີ່ບໍ່ງາມກໍຈະໄດ້ຕອບແຊດໃຊ້ໜີ້ໃນບໍຣິສັດນັ້ນໆ ຈົນກວ່າໜີ້ນັ້ນຈະໝົດ, ດັ່ງແມ່ຍິງລາວ ຈາກແຂວງອຸດົມໄຊ ຜູ້ນີ້ ກ່າວໃນວັນທີ່ 13 ທັນວາ ນີ້ວ່າ:
“ວຽກຕອບແຊດນີ້ມັນສ່ຽງ ສົມມຸດ ເຂົາເອົາເຮົາເຂົ້າມາໃນນີ້ ມັນກໍແພງຢູ່ແລ້ວ ເປັນ 20-30 ລ້ານພຸ້ນ ຖ້າເຮົາເຮັດບໍ່ໄດ້ນີ້ແມ່ນ ເຂົາຂາຍ ຂາຍເຮົາຕໍ່ເດ້ ບາດນັ້ນເຮົາຊິກັບບ້ານ ເຮົາກໍກັບບໍ່ໄດ້ ເຮົາບໍ່ມີເງິນໃຊ້ໜີ້ເຂົາເດ້ ເຂົາກໍບັງຄັບເຮົາ ຊິເປັນຜູ້ສາວຫັ້ນ ຖ້າເຮົາງາມນີ້ ເຮົາສາມາດໄປໄດ້ ຖ້າເຮົາບໍ່ງາມນີ້ ກໍໄປບໍ່ໄດ້ ຄ່າເຂົາເອົາເຮົາເຂົ້າມານີ້ ເພາະວ່າມັນແພງເດ້ ຄົນນຶ່ງຊິຮອດ 10,000 ຢວນພຸ້ນເດ້.”
ຍານາງກ່າວຕື່ມວ່າ ຕົນເອງກໍເກືອບຈະຕົກເປັນສາວຂາຍບໍຣິການທາງເພດ ແຕ່ຮູ້ໂຕທັນ ຈຶ່ງໄດ້ສມັກເປັນພະນັກງານຊັກເຄື່ອງ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ແທນ ຍ້ອນໂຕເອງບໍ່ມີຄວາມຮູ້ຕອບແຊດຄັກແນ່ ເຊິ່ງປະສົບການດັ່ງກ່າວ ທີ່ໂຕເອງກ່າວເຖິງແມ່ນເປັນເຣື່ອງຣາວ ທີ່ຄົນພາຍໃນຄາຊິໂນ ຄິງສ໌ໂຣມັນສ໌ ໄດ້ເລົ່າຕໍ່ໆກັນມາ.
ນອກຈາກນີ້ ແມ່ຍິງລາວ ທີ່ມີພູມລໍາເນົາຢູ່ແຂວງຫຼວງນໍ້າທາ ກໍໄດ້ຕັດສິນໃຈມາເຮັດວຽກຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ແລະໄດ້ເຄີຍປະກອບອາຊີບ ເປັນສາວບໍຣິການທາງເພດແລ້ວ ຍ້ອນມາເຮັດວຽກຕອບແຊດບໍ່ໄດ້ຕາມເປົ້າໝາຍ ແຕ່ມາຮອດປັດຈຸບັນ ໂຕເອງກໍຜັນໂຕມາເປັນແມ່ລ້ຽງ ຫຼືແມ່ເລົ້າ ເຊິ່ງເປັນຜູ້ທີ່ຈັດຫາແມ່ຍິງລາວ ໄປຂາຍບໍຣິການທາງເພດ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ແທນ.
ເນື່ອງຈາກວ່າ ການເປັນແມ່ນເລົ້າ ຈັດຫາແມ່ຍິງມາຂາຍບໍຣິການທາງເພດນີ້ ຈະໄດ້ຄ່າຫົວຄິວ ແລະບໍ່ຈໍາເປັນຕ້ອງຂາຍບໍຣິການທາງເພດດ້ວຍໂຕເອງ ພ້ອມທັງຢືນຢັນວ່າ ສ່ວນຫຼາຍແມ່ຍິງ ທີ່ຜັນໂຕເອງມາເຮັດວຽກເປັນສາວຂາຍບໍຣິການທາງເພດນັ້ນ ມາແບບສມັກໃຈເກືອບທຸກຄົນ ຍ້ອນພວກເຂົ້າເຈົ້າມີຄວາມຈໍາເປັນຕ້ອງຂາຍບໍຣິການທາງເພດ ເພາະຕ້ອງການຫາເງິນໃຊ້ໜີ້ບໍຣິສັດ ທີ່ອອກຄ່່າເດີນທາງ ຄ່າຢູ່ ຄ່າກິນໃຫ້ກ່ອນໜ້ານັ້ນ.
ສະນັ້ນຈຶ່ງຢາກແນະນໍາແມ່ຍິງລາວ ທີ່ກໍາລັງຈະຕັດສິນໃຈມາເຮັດວຽກຕອບແຊດນີ້ ໃຫ້ສຶກສາຂໍ້ມູນໃຫ້ຄົບຖ້ວນຮອບດ້ານກ່ອນ ກ່ອນທີ່ຈະຕັດສິນໃຈ, ດັ່ງແມ່ເລົ້າ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ນາງນຶ່ງ ກ່າວໃນວັນທີ່ 13 ທັນວານີ້ວ່າ:
“ຕ້ອງໄປສຶກສາຂໍ້ມູນດີໆກ່ອນ ແລ້ວແຕ່ຄວາມຄິດເຂົາເຈົ້າ ຖ້າສົມມຸດວ່າ ເອີ່ບໍ່ໄດ້ວຽກ ບໍ່ໄດ້ງານດອກ ບາງຄົນກໍຈໍາໃຈຂາຍ (ບໍຣິການທາງເພດ) ອາທິດກ່ອນນີ້ ມີຜູ້ສາວແຊດຫາເຮົາ ວ່າເຮັດວຽກຕອບແຊດບໍ່ໄດ້ ຢາກມາເປັນຜູ້ສາວ ແຕ່ວ່າໜີ້ລາວຫຼາຍໂພດ ເຮົາກໍເລີຍຮັບບໍ່ໄດ້ ມັນກໍຂຶ້ນຢູ່ກັບຄວາມສມັກໃຈຂອງເຂົາ ບໍ່ໄດ້ກ່ຽວກັບຫົວໜ້າ ເອີ່ເອົາເຮົາໄປຂາຍ ໄປຫຍັງຈັ່ງຊີ້ນ່າ.”
ຍານາງ ກ່າວຕື່ມວ່າ ປັດຈຸບັນ ໂຕເອງກໍຍັງເປັນໜີ້ບໍຣິສັດທີ່ສັງກັດຢູ່ ປະມານ 7,000-8,000 ຢວນ ເນື່ອງຈາກ ຫາກໍໄດ້ຮັບແມ່ຍິງຈາກປະເທດມຽນມ້າ ເຂົ້າມາເຮັດວຽກເປັນສາວຂາຍບໍຣິການທາງເພດ ແລ້ວໄດ້ອອກຄ່າຢູ່ຄ່າກິນໃຫ້ເຂົາເຈົ້າກ່ອນ ທັງນີ້ ໜີ້ດັ່ງກ່າວນັ້ນ ທາງແມ່ຍິງມຽນມ້າ ຈະເປັນຜູ້ເຮັດວຽກຂາຍບໍຣິການທາງເພດໃຊ້ນີ້ແທນໂຕເອງ ຍ້ອນໂຕເອງ ເປັນຜູ້ຢືມເງິນຈາກບໍຣິສັດມາໃຫ້ພວກເຂົາເຈົ້າກ່ອນ, ອີກທັງໂຕເອງ ກໍເຮັດວຽກຢູ່ໃນຮູບແບບນີ້ມາໄດ້ 2 ປີແລ້ວ ຄຽງຄູ່ກັບການຂາຍເຄື່ອງໄປນໍາ.
ນາຍໜ້າຜູ້ທີ່ຊອກຫາແມ່ຍິງລາວ ໄປເຮັດວຽກຕອບແຊດ ຈະມີຮູບການຊອກຫາແມ່ຍິງລາວ ໂດຍຜ່ານການໂພສຮັບສມັກພະນັກງານຕອບແຊດ ເອົາສາວງາມ ອາຍຸ ລະຫວ່າງ 18-35 ປີ ໄດ້ພາສາຈີນ, ລາວ, ໄທຍ ແລະອັງກິດ ລົງທາງສື່ສັງຄົມອອນລາຍ ບາງບ່ອນຣະບຸເງິນເດືອນ 5,000 ຢວນຕໍ່ເດືອນ ຫຼືປະມານ 8,600,000 ກີບຕໍ່ເດືອນ ແລະທຸກໆບ່ອນຈະຣະບຸຄ່າກິນ ຄ່າຢູ່ ຄ່າເດີນທາງ ແລະຄ່າແລ່ນເອກສານຟຣີ ຈຶ່ງເຮັດໃຫ້ແມ່ຍິງລາວຈໍານວນນຶ່ງຫຼົງເຊື່ອ ແລະສມັກເຮັດວຽກພະນັກງານຕອບແຊດໄປ.
ໂດຍລັກສະນະວຽກຕອບແຊດນັ້ນ ຈະເປັນລັກສະນະດ້ວຍການລົມ ດ້ວຍຕົວອັກສອນ ຜ່ານແອັບພິເຄຊັ້ນ Line, WhatsApp, Facebook ແລ້ວກໍານົດໃຫ້ແມ່ຍິງລາວ ຫາລູກຄ້າຕ່າງປະເທດ ເຕີມເງິນຕາມເວັບໄຊ໋ຕ່າງໆທີ່ບໍຣິສັດກໍານົດ ຫາກແມ່ຍິງລາວ ຫາລູກຄ້າໄດ້ ກໍຈະໄດ້ເປີເຊັນຈາກການທໍາຍອດ 5-10% ໂດຍບໍຣິສັດຈະມີພະນັກງານຂອງບໍຣິສັດນັ້ນໆ ຊ່ອຍສອນວຽກ ເພື່ອໃຫ້ແມ່ຍິງເຮັດວຽກໄດ້ຕາມເປົ້າໝາຍ ຫາກເຮັດບໍ່ໄດ້ ກໍຈະໄດ້ເງິນເດືອນພຽງແຕ່ 3,000 ຢວນເທົ່ານັ້ນ, ແຕ່ຫາກເຮັດໄດ້ຕາມເປົ້າໝາຍ ກໍຈະໄດ້ເງິນເດືອນ 5,000 ຢວນ ພ້ອມທັງໄດ້ເປີເຊັນຈາກການທໍາຍອດນໍາອີກ, ດັ່ງນາຍໜ້າທ່ານນຶ່ງ ກ່າວໃນວັນທີ່ 13 ທັນວາ ນີ້ວ່າ:
“ມີຄົນສອນວຽກ ແລະມັນຈະມີກຸ່ມເປົ້າໝາຍຂອງເຮົານໍາ ແລ້ວກໍເຮົາຫາລູກຄ້າມາເນາະ ໃຫ້ເຂົາມາລົງທຶນ ເພາະວ່າໂຕນີ້ ມັນເປັນເວັບໂຕນີ້ ແລ້ວເພິ່ນແຊຣ໌ ເພິ່ນເປີດໃນການແລ່ນຫັ້ນນ່າ ຖ້າເພິ່ນເຕີມ ເພິ່ນຫຼາຍ ເພິ່ນກໍຈະໄດ້ໂຕນີ້ຫັ້ນນ່າ ລາຄາແບບນີ້ ຖ້າເຂົາຕົກລົງ ລົງທຶນກັບເຮົາ ເຮົາກໍຊິໄດ້ເປີເຊັນໂຕນີ້.”
ທ່ານກ່າວຕື່ມວ່າ ບໍຣິສັດທີ່ຮັບສມັກເຮັດວຽກຕອບແຊດນັ້ນ ມີທັງບໍຣິສັດທີ່ດີ ຄືແມ່ຍິງລາວ ເຮັດບໍ່ໄດ້ຕາມເປົ້າໝາຍ ແຕ່ໝົດສັນຍາ 3-6 ເດືອນແລ້ວ ກໍສົ່ງແມ່ຍິງລາວຜູ້ນັ້ນ ກັບບ້ານເກີດຂອງໂຕເອງ ໂດຍບໍ່ຕ້ອງເສັຍຄ່າໃຊ້ຈ່າຍຫຍັງຈັກກີບ ແລະມີທັງບໍຣິສັດທີ່ບໍ່ດີ ທີ່ບີບບັງຄັບໃຫ້ຂາຍບໍຣິການທາງເພດ ໃຊ້ທີ່ນີ້ທີ່ຕິດບໍຣິສັດ ຈາກຄ່າເດີນທາງ ຄ່າຢູ່ຄ່າກິນ ແລະຄ່າແລ່ນເອກສານ.
ພະນັກງານຕອບແຊດ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ແອບແຝງຂາຍບໍຣິການທາງເພດ ແມ່ນມີຄວາມຈິງ ໂດຍແມ່ຍິງທີ່ໄປຂາຍບໍຣິການທາງເພດນັ້ນ ແມ່ນໄດ້ຕັດສິນໃຈເຂົ້າມາເຮັດວຽກຕອບແຊດ ເພື່ອຫາລູກຄ້າຕ່າງປະເທດມາລົງທຶນ ຊື້ຫຸ້ນກັບບໍຣິສັດບໍ່ໄດ້ ແລ້ວເຮັດໃຫ້ເປັນໜີ້ນໍາບໍຣິສັດນັ້ນ ເນື່ອງຈາກບໍຣິສັດນັ້ນໄດ້ຊື້ໂຕແມ່ຍິງນີ້ ມາຈາກນາຍໜ້າກ່ອນໜ້ານີ້ແລ້ວ ຈຶ່ງເຮັດໃຫ້ບໍຣິສັດນັ້ນຕ້ອງໄດ້ບັງຄັບໃຫ້ແມ່ຍິງຂາຍບໍຣິການທາງເພດ ເພື່ອໃຊ້ໜີ້ຢ່າງຕໍ່າ 20 ປາຍລ້ານກີບ, ດັ່ັງນາຍໜ້າຄົນລາວ ຈາກບໍຣິສັດແຫ່ງນຶ່ງ ອີກຜູ້ນຶ່ງ ກ່າວເມື່ອວັນທີ່ 8 ທັນວາ ນີ້ວ່າ:
“ເປັນຫຍັງຄືຜູ້ຍິງ ໄປເຮັດບໍ່ໄດ້ ຈຶ່ງໄປຂາຍບໍຣິການ ຍ້ອນວ່າ ບໍ່ມີເງິນໃຊ້ໜີ້ເນາະ ນຶ່ງບໍ່ມີເງິນໃຊ້ໜີ້ ສອງວົງເງິນການຊື້ໂຕນ່າມັນສູງ ແບບບໍຣິສັດບາງບໍຣິສັດເນາະ ຜູ້ຍິງຄົນນັ້ນເຮັດບໍ່ໄດ້ນ່າ ເຂົາຊິບໍ່ເອົາເຂົ້າໃຫ້ກິນ ບາງບໍຣິສັດເຂົາກໍຕີຈັ່ງຊີ້ນ່າ ເຂົາຮ້າຍໃດ໋ ມັນແບບວ່າເຂົາເຈົ້າໄປຊື້ມາ ລາວເວົ້າແລ້ວເດ້ວວ່າ ຄັນເຈົ້າມາຊື້ໂຕຂ້ອຍ ຂ້ອຍກໍຈະອອກໄປເຮັດວຽກໃຊ້ໜີ້ ຈັ່ງຊີ້ນ່າ ແຕ່ວ່າສ່ວນຫຼາຍ ເຂົາເຈົ້າກໍເລືອກຂາຍໂຕເນາະ ເພາະວ່າໄດ້ເງິນຫຼາຍເດ້.”
ທ່ານກ່າວຕື່ມວ່າ ສ່ວນລັກສະນະວຽກຕອບແຊດນັ້ນ ຈະເປັນເປັນໃນລັກສະນະ ໃຫ້ແມ່ຍິງລາວ ລົມກັບລູກຄ້າ ຫຼືນັກລົງທຶນ ຫຼືແຂກແບບໜຸ່ມສາວ ເພື່ອຍົວະໃຫ້ລູກຄ້ານັ້ນ ຊື້ຫຸ້ນຂອງບໍຣິສັດທີ່ໂຕເອງສັງກັດ ໃຫ້ໄດ້ຕາມເປົ້າໝາຍທີ່ກໍານົດ ໂດຍພື້ນຖານແລ້ວ ແມ່ຍິງລາວ ຈະມີເງິນເດືອນຕອບແຊດ 5,000-6,000 ຢວນ ຂຶ້ນຢູ່ກັບທັກສະດ້ານພາສາ ແລະຫາກແມ່ຍິງລາວຂາຍຫຸ້ນໃຫ້ລູກຄ້າໄດ້ເທົ່າໃດ ກໍຈະໄດ້ເປີເຊັນຈາກການຂາຍຫຸ້ນນັ້ນ 15% ຈາກການຂາຍທັງໝົດ ເຊິ່ງສ່ວນໃຫຍ່ວຽກງານນີ້ ມີການແຂ່ງຂັນກັນສູງ ຍ້ອນຢູ່ພາຍໃນຄາຊິໂນ ຄິງສ໌ໂຣມັນສ໌ ມີຫຼາຍບໍຣິສັດ ອີກທັງ ໄລຍະສັນຍາ ຂອງການເຮັດວຽກໃນແຕ່ລະບໍຣິສັດນັ້ນກໍບໍ່ຄືກັນ ເຊິ່ງສັນຍາຈະຢູ່ລະຫວ່າງ 3-6 ເດືອນ.
ໃນໄລຍະ 2-3 ເດືອນທີ່ຜ່ານມາຂອງປີນີ້ ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ກໍໄດ້ໄປຮັບໂຕແມ່ຍິງລາວ ທີ່ມີພູມລໍາເນົາ ຢູ່ນະຄອນຫຼວງວຽງຈັນ ຈໍານວນ 3 ຄົນ ເພື່ອສົ່ງໂຕກັບຖິ່ນກໍາເນີດ ພາຍຫຼັງທີ່ພວກເຂົາເຈົ້າໄດ້ສມັກ ມາເຮັດວຽກເປັນພະນັກງານຕອບແຊດ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ແລ້ວຮູ້ໂຕທັນ ວ່າຈະບໍ່ໄດ້ເຮັດວຽກຕອບແຊດແນ່ນອນ ແຕ່ຈະໄດ້ເຮັດວຽກຂາຍບໍຣິການທາງເພດແທນ ຫຼືເປັນເດັກເສີບຢູ່ຮ້ານອາຫານ ຈຶ່ງໄດ້ຂໍຄວາມຊ່ອຍເຫຼືອຈາກເຈົ້າໜ້າທີ່ ຄະນະຄຸ້ມຄອງເຂດເສຖກິຈພິເສດສາມຫຼ່ຽມຄໍາ ໃຫ້ຊ່ອຍພາໂຕພວກເຂົາເຈົ້າກັບບ້ານ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ກ່າວເມື່ອວັນທີ່ 8 ທັນວານີ້ວ່າ:
“ບາງທີກໍບໍ່ໄດ້ຕອບແຊດ ແລະກໍໄປເຮັດແນວອື່ນ ອັນທີ່ສອງລະແມ່ນ ບາງທີກໍຕອບແຊດແທ້ ແຕ່ວ່າໂຕເອງເນາະ ຄວາມຮູ້ຫັ້ນ ຍັງບໍ່ມີຫັ້ນນ່າ ກໍຕອບບໍ່ຖືກເປົ້າຫັ້ນນ່່າ ລະກໍຈໍາເປັນຕ້ອງໄດ້ເຮັດແນວອືື່ນ ເຮັດກໍມາຕ່າງແຂວງແດ່ເນາະ ກັບມາກໍກັບບໍ່ໄດ້ຫັ້ນນ່າ ເປັນເດັກເສີບ ໄປເຮັດວຽກຢູ່ຮ້ານອາຫານໄປຫັ້ນແຫຼະ.”
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ນອກຈາກນີ້ ຍັງມີແມ່ຍິງລາວ 3 ຄົນ ທີ່ສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ຊ່ອຍພວກເຂົາເຈົ້າ ກ່ອນຈະຕົກເປັນເຫຍື່ອຂອງການຄ້າມະນຸດ ແລະໃນໄລຍະເວລາດຽວກັນນັ້ນ ສະຫະພັນແມ່ຍິງແຂວງບໍ່ແກ້ວ ຍັງໄດ້ຊ່ອຍແມ່ຍິງຊາວຈີນ 1 ຄົນ ແລະຜູ້ຊາຍຈີນ 1 ຄົນ ທີ່ຖືກຕົວະໃຫ້ມາເຮັດວຽກຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ເປັນພະນັກງານ ໃນຕໍາແໜ່ງແມ່ຄົວ-ພໍ່ຄົວ ແຕ່ພໍມາຮອດກໍພັດຮູ້ວ່າ ຈະຕ້ອງໄປຂາຍບໍຣິການທາງເພດ ຫຼືຕ້ອງຖືກໃຊ້ແຮງງານແບບຂູດຮີດ ກໍໄດ້ພາກັນຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ຄະນະຄຸ້ມຄອງເຂດເສຖກິຈພິເສດສາມຫຼ່ຽມຄໍາ, ປັດຈຸບັນ ຄົນຈີນທັງ 2 ຄົນດັ່ງກ່າວນີ້ ແມ່ນພັກຢູ່ສູນຕ້ອນຮັບຜູ້ຖືກເຄາະຮ້າຍຂອງແຂວງບໍ່ແກ້ວ ເພື່ອລໍຖ້າໃຫ້ທາງການຈີນ ມາຮັບໂຕກັບປະເທດຈີນ ເມືອບ້ານເກີດຂອງໃຜລາວ.
ກະຊວງແຜນການແລະການລົງທຶນ ຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສຖກິຈພິເສດ ຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງບໍ່ແກ້ວ ໄດ້ອອກແຈ້ງການ ເລຂທີ່ 126/ຄຂສພ.ບກ ລົງວັນທີ່ 7 ທັນວາ 2021 ຣະບຸວ່າ ໃຫ້ແຮງງານລາວທີ່ເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ທີ່ຢາກກັບບ້ານ ໃຫ້ມາລົງທະບຽນນໍາຄະນະຮັບຜິດຊອບ ຢູ່ເຂດເສຖກິຈນັ້ນ ໂດຍບໍ່ເສັຍຄ່າ ພ້ອມທັງໃຫ້ປະກອບຂໍ້ມູນ ຊື່-ນາມສະກຸນ ໃບຢັ້ງຢືນການສັກວັກຊິນປ້ອງກັນເຊື້ອໂຄວິດ-19, ທີ່ຢູ່ປັດຈຸບັນ, ເລຂບັດປະຈໍາໂຕ, ຊື່ບໍຣິສັດ, ບ່ອນພັກປັດຈຸບັນ, ເບີຫ້ອງນອນ, ຖ່າຍຮູບຕຶກ, ເບີຕິດຕໍ່ໂຕເອງ ແລະຖ່າຍຮູບໂຕເອງໃຫ້ຄະນະຮັບຜິດຊອບນໍາດ້ວຍ.
ທັງນີ້ສະພາບໂຕຈິງ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ພາຍໃນພື້ນທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງນັ້ນ ຍັງມີແມ່ຍິງທີ່ສມັກມາເຮັດວຽກ ເປັນພະນັກງານຕອບແຊດອີກຫຼາຍຮ້ອຍຄົນ ທີ່ຕ້ອງການອອກຈາກບ່ອນນັ້ນ ແຕ່ເຈົ້າໜ້າທີ່ຄະນະຄຸ້ມຄອງເຂດເສຖກິຈພິເສດສາມຫຼ່ຽມຄໍາ ກໍບໍ່ມາສາດຊ່ອຍເຫຼືອມາໄດ້ ເນື່ອງຈາກບໍ່ມີເອກສານຢັ້ງຢືນຄັກແນ່ ວ່າມີການຮ້ອງຮຽນ ຫຼືຂຽນຄໍາຮ້ອງຈາກຄອບຄົວ ຍາດພີ່ນ້ອງໃຫ້ມາຊ່ອຍລູກ-ຫຼານ ທີ່ເປັນແມ່ຍິງລາວ ຊື່ນີ້ ຊື່ນັ້ນ ນາມສະກຸນນີ້ ນາມສະກຸນນັ້ນ ຢູ່ບ້ານນີ້ບ້ານນັ້ນ ຖືກຕົວະຍົວະຈາກບໍຣິສັດນີ້ ພັກຢູ່ຫ້ອງໝາຍເລຂນີ້ ມາໃຫ້ເຈົ້າໜ້າທີ່ຕາມໂຕ ເພື່ອຊ່ອຍເຫຼືອກັບບ້ານເກີດ ກໍເຮັດໃຫ້ເຈົ້າຂອງທຸຣະກິຈພາຍໃນຄາຊິໂນ ຄິງສ໌ໂຣມັນສ໌ ບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ ເຂົ້າໄປຊ່ອຍເຫຼືອໄດ້, ດັ່ງເຈົ້າໜ້າທີ່ ຄະນະຄຸ້ມຄອງເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກ່າວໃນວັນທີ່ 8 ທັນວານີ້ວ່າ:
“ກໍຍັງວ່າ ຄົນຈີນເຂົາຄຸມຢູ່ຫັ້ນ ບໍ່ໃຫ້ອອກ ກໍຂໍຄວາມຊ່ວຍເຫຼືອເນາະ ທາງຜູ້ປົກຄອງ ພໍ່ແມ່ ເຮັດໜັງສືແນະນໍາມາທາງແຂວງເຮົາ ເຮັດເປັນໜັງສືສເນີ ເຮົາຈັ່ງໄດ້ໄປຊ່ວຍເຫຼືອ.”
ນອກຈາກນີ້ ເຈົ້າໜ້າທີ່ ຜແນກຕ້ານການຄ້າມະນຸດ ແຂວງບໍ່ແກ້ວ ກ່າວວ່າ ຍັງມີແມ່ຍິງ ທີ່ເກືອບຕົກເປັນເຫຍື່ອຂອງຂບວນການຄ້າມະນຸດ ສ່ວນໃຫຍ່ຈະເປັນແມ່ຍິງ ຈາກນະຄອນຫຼວງວຽງຈັນ ແລະເຂດພາກເໜືອ ທີ່ໄດ້ບໍ່ເຂົ້າເຖິງຂໍ້ມູນຂ່າວສານ ກ່ຽວກັບຂບວນການສມັກຕອບແຊດ ແອບແຝງຂາຍບໍຣິການທາງເພດນີ້ ເນື່ອງຈາກການປະກາດຮັບສມັກວຽກຕອບແຊດ ບໍ່ໄດ້ເປີດຂໍ້ມູນຣະອຽດ ອີກທັງໃນໄລຍະນີ້ ມີການປິດບ້ານ-ປິດເມືອງ ເຮັດໃຫ້ການຂົນສົ່ງ ຄົນເຂົ້າ-ອອກ ຈາກແຂວງສູ່ແຂວງ ເປັນແບບຫຼົບຫຼີກ ຈຶ່ງເຮັດໃຫ້ຕ້ອງເສັຍຄ່າໃຊ້ຈ່າຍຫຼາຍກວ່າເກົ່າ ແລ້ວເຮັດໃຫ້ແມ່ຍິງກຸ່ມດັ່ງກ່າວເປັນໜີ້ນໍາບໍຣິສັດຫຼາຍ ຫາເງິນໃຊ້ໜີ້ບໍ່ໄດ້ ຈຶ່ງຂໍຄວາມຊ່ອຍເຫຼືອຈາກເຈົ້າໜ້າທີ່.
ເຊິ່ງເຈົ້າໜ້າທີ່ ຜແນກຕ້ານການຄ້າມະນຸດ ກໍຊ່ອຍເຫຼືອແມ່ຍິງລາວ ຢູ່ແຕ່ບ່ອນກັກໂຕ ພາຍໃນເມືອງຕົ້ນເຜິ້ງໄດ້ເທົ່ານັ້ນ ສ່ວນຢູ່ພາຍໃນຄາຊິໂນ ຄິງສ໌ໂຣມັນສ໌ນັ້ນ ບໍ່ສາມາຊ່ອຍໄດ້ເທື່ອ ເນື່ອງຈາກເປັນເຂດອໍານາດການຄຸ້ມຄອງຂອງນັກລົງທຶນຈີນ ຫາກແມ່ຍິງຜູ້ໃດ ຕ້ອງການຂໍຄວາມຊ່ອຍເຫຼືອ ຕ້ອງໄດ້ຕັດສິນໃຈກ່ອນທີ່ຈະຂ້າມໄປຄາຊິໂນ ຄິງສ໌ໂຣມັນສ໌, ດັ່ງເຈົ້າໜ້າທີ່ ຜແນກຕ້ານການຄ້າມະນຸດ ແຂວງບໍ່ແກ້ວ ຜູ້ດຽວກັນນີ້ ກ່າວໃນວັນທີ່ 13 ທັນວາ ນີ້ວ່າ:
“ຄົນຈີນຫັ້ນ ມັນກໍຈະມີກະທົບກັບການຈັດຕັ້ງຂອງເຮົາເດ້ ກະຈະມີສະພານເຂດ ກໍມີຄະນະສະເພາະກິຈ ຮັບຜິດຊອບໂຕນີ້ໂດຍສະເພາະ ເຮົາຕ້ອງໄປແຈ້ງໃຫ້ພວກນີ້ ໃຫ້ນີ້ປະສານ ມັນຕ້ອງໃຊ້ເວລາ ບາງເທື່ອກໍແຈ້ງເຂົາ ເອົາໄປເອົາມາ ບໍ່ສໍາເຣັດຫັ້ນນ່າ ມັນບໍ່ຄືຢູ່ເມືອງເຮົາ ຄັນວ່າແຈ້ງ ຢູ່ບ້ານພັກໂຕໃດ ຢູ່ຫ້ອງໂຕໃດ ຖ່າຍຮູບມານ່າ ເຮົາກໍເຂົ້າໄປເລີຍ.”
ໃນໄລຍະນີ້ ພາກສ່ວນທີ່ກ່ຽວຂ້ອງ ບໍ່ມີການລົງໂຄສະນາເຕືອນພັຍ ກ່ຽວກັບຂບວນການຄ້າມະນຸດທີ່ປ່ຽນແປງໄປ ຈຶ່ງເປັນຂໍ້ຫຍຸ້ງຍາກ ທີ່ເຮັດໃຫ້ຍັງມີແມ່ຍິງລາວ ຖືກຂບວນການຄ້າມຸດ ຕົວະຍົວະເຂົ້າໄປຂາຍບໍຣິການທາງເພດ ຫຼ້າສຸດຄື ໃນຮູບແບບ ການຮັບສມັກຕອບແຊດ ແອບແຝງຂາຍບໍຣິການທາງເພດ, ອີງຕາມຂໍ້ມູນຈາກຜແນກຕ້ານການຄ້າມະນຸດ ແຂວງບໍ່ແກ້ວ.
ໃນໄລຍະ 1 ປີ ທີ່ຜ່ານມາ ຄະນະກັມມະການຕ້ານການຄ້າມະນຸດ ແຂວງບໍ່ແກ້ວ ໄດ້ຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນເຫຍື່ອການຄ້າມະນຸດຢູ່ຈີນ ແລະຢູ່ພາຍໃນຄາຊິໂນ ຄິງສ໌ໂຣມັນສ໌ ພາຍໃນພື້ນທີ່ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ທັງໝົດ 9 ຄົນ.
ແລະໃນຂະນະດຽວກັນນັ້ນ ໃນໄລຍະ 1 ປີທີ່ຜ່ານມາ ຄະນະກັມມະການຕ້ານການຄ້າມະນຸດ ແຂວງບໍ່ແກ້ວ ຍັງໄດ້ກວດພົບຣົຖຂົນສົ່ງ ຄົນເຂົ້າ-ອອກເມືອງ ຜິດກົດໝາຍ ທັງໝົດ 88 ຄັ້ງ, ເຊິ່ງພາຍຫຼັງສືບສວນ-ສອບສວນ ຈຶ່ງຮູ້ວ່າ ໃນຣົຖຕູ້ ທີ່ຂົນສົ່ງຄົນມານັ້ນ ແມ່ນໄດ້ຂົນສົ່ງຄົນງານລາວຈາກຕ່າງແຂວງ ເພື່ອມາເຮັດວຽກຢູ່ເມືອງຕົ້ນເຜິ້ງ ແລະທັງຂົນສົ່ງແມ່ຍິງລາວຈາກຕ່າງແຂວງ ເປັນຕົ້ນ ແຂວງຫຼວງພຣະບາງ, ແຂວງວຽງຈັນ ແລະແຂວງພາກໃຕ້ ມາເປັນສາວຂາຍບໍຣິການທາງເພດ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ໂດຍທັງໝົດ ບໍ່ມີເອກສານຢັ້ງຢືນໃນການເປັນພະນັກງານ ຫຼືການເຮັດວຽກປະຈໍາຕໍາແໜ່ງ ທີ່ຖືກກົດໝາຍຢ່າງຄັກແນ່.
ນອກຈາກນີ້ ໃນຕົ້ນເດືອນທັນວາ 2021 ນີ້ ກໍມີຄົນງານລາວ ຈໍານວນຫຼາຍຮ້ອຍຄົນ ຖືກຕົວະໃຫ້ເຂົ້າໄປເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ພັດຖືກບໍຣິສັດຜູ້ວ່າຈ້າງ ໃຫ້ກັກໂຕເປັນເວລາ 1-3 ເດືອນ ເຊິ່ງຕາມຂໍ້ຕົກລົງ ຈະໃຫ້ກັກໂຕພຽງແຕ່ 14 ມື້ເທົ່ານັ້ນ ເຮັດໃຫ້ຄົນງານເຫຼົ່ານັ້ນ ເກີດຄວາມບໍ່ພໍໃຈ ແລະກັງວົນວ່າ ຈະຖືກຕົວະໃຫ້ມາເຮັດວຽກ. ສະບາຍດີ