ຄົນງານລາວ ໃນປະເທດເພື່ອນບ້ານ ສ່ຽງຕົກເປັນເຫຍື່ອ ຄ້າມະນຸດ

ອຸ່ນແກ້ວ
2021.12.17
ຄົນງານລາວ ໃນປະເທດເພື່ອນບ້ານ ສ່ຽງຕົກເປັນເຫຍື່ອ ຄ້າມະນຸດ ແຮງງານລາວທີ່ກັບຈາກ ປະເທດໄທຍ, ວັນທີ 7 ເມສາ 2020.
Photo: RFA

ຄົນ​ລາວ​ຫຼາຍ​ຄົນ ທີ່​ເດີນ​ທາງ​ໄປ​ເຮັດ​ວຽກ​ຢູ່ ​ປະ​ເທດ​ເພື່ອນບ້ານຕົກ​ຢູ່​ໃນ​ສະ​ພາບ ທີ່ບໍ່​ປອດ​ພັຍ, ບໍ່​ໄດ້​ຮັບ​ຄວາມ​ເປັນ​ທັມ, ຖືກ​ຈຳ​ກັດ​ສິດ​ທິ, ຖືກ​ລະ​ເມີດ​ທາງ​ເພດ ແລະ ມີ​ຄວາມ​ສ່ຽງ​​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ມະ​ນຸດເຈົ້າ​ໜ້າ​ທີ່ ຜ​ແນກ​ແຜນ​ແຮງ​ງານ ແລະ ສ​ວັດ​ດີ​ການ​ສັງ​ຄົມ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະສຽງ ໄດ້​ກ່າວ ໃນ​ວັນ​ທີ 17 ທັນ​ວາ ວ່າ:

ເພິ່ນຕົກຢູ່ໃນເຄື່ອຂ່າຍການຄ້າມະນຸດ ແຮງງານກໍຊິແມ່ນແຮງງານປະມົງ ບ່ອນ ມາເລເຊັຽ ເບື້ອງໄທຫັ້ນນ່າ ໃກ້ກັຫັ້ນໝວດກ່ຽວກັບຂົງເຂດກະສິກັມ ຫັ້ນແຫຼະ ກະສິກັມ ລ້ຽງສັດ ບໍ່ ປູກຝັງ ກີດຢາງ ຂາດການຕິດຕໍ່ໃດ ຖືກປິດກັ້ນ ຈາກສັງຄົມພາຍນອກ.”

ຄົນ​ງານ​ລາວ ນິ​ຍົມ​ເດີນ​ທາງ​ໄປ​ເຮັດ​ວຽກ​ຢູ່​ ຕ່າງ​ປະ​ເທດຈຳ​ນວນຫຼາຍ ຊຶ່ງ​ໃນ​ນັ້ນ ວຽກ​ປະ​ມົງ​ກໍ​ເປັນ​ວຽກ​ທີ່​ມີ​ຄວາ​ມ​ສ່ຽງ​ສູງ ຕໍ່​ການ​ຖືກ​ຂູດ​ຮີດ​ແຮງ​ງານ ເມື່ອ​ທຽບ​ ໃ​ສ່​ແຮງ​ງານ​ໃນ​ຂ​ແນງ​ການ​ອື່ນໆ ຍ້ອນ​ວ່າ ເຂົາ​ເຈົ້າ​ຕ້ອງ​ເຮັດ​ວຽກ​ຢູ່​ເທິງ​ເຮືອ​ຢູ່​ກາງ​ທະ​ເລຫຼາຍ​ວັນ ຈົນ​ເຮັດ​ວຽກ​ເກີນ​ຊົ່ວ​ໂມງ​ເຮັດ​ວຽກ ອີງ​ຕາມ​ ຂໍ້​ມູ​ນ​ຈາກ ຍາ​ນາງ ອະ​ນຸ​ສອນ ຄຳ​ສິງ​ສ​ະ​ຫວັດ ຫົວ​ໜ້າ​ກົມ​ສີ​ມື​ແຮງ​ງານ ແລະ ຈັດ​ຫາ​ງານ ຢູ່​ໃນ​ກອງ​ປະ​ຊຸມປຶກ​ສາ​ຫາ​ລື ແຜນ​ງານ​ໂຄງ​ການ​ຮັບ​ປະ​ກັນ​ສິດ​ທິ​ຂອງ​ແຮງ​ງານ​ເຄື່ອນ​ຍ້າຍ ໃນ​ຂ​ແນງ​ການ​ປະ​ມົງ ແລະ ອຸດ​ສາ​ຫະ​ກັມ​ປຸງ​ແຕ່ງ​ອາ​ຫານ​ທະ​ເລ ໃນ​ວັນ​ທີ 10 ສິງ​ຫາ ທີ່​ຜ່ານ​ມາ.  

ຄົນ​ງານ​ລາວ ຕົກ​ຢູ່​ໃນ​ສະ​ພາບ​ທີ່ບໍ່​ປອດ​ພັຍ ຍ້ອນ​ວ່າ ເຂົາ​ເຈົ້າ​ເດີນ​ທາງ​ໄປ​ແບບບໍ່​ມີ​ເອກ​ສານ​ເຮັດ​ວຽກ. ເຈົ້າ​ໜ້າ​ທີ່​ຜ​ແນກ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ໃນ​ວັນ​ທີ 17 ທັນ​ວາ ວ່າ:

ເພາະວ່າ ເພິ່ນໄປເພິ່ນບໍ່ໄດ້ຮັບອະນຸຍາດ ຈາກເຈົ້າໜ້າທີ່ເຮົານີ້ ເພິ່ນລັກໄປ ເມື່ອເພິ່ນເກີດອຸບັດຕິເຫດອື່ນໆ ນີ້ ພວກເຮົາກໍຍາກທີ່ຈະຮັບຜິດຊອບແລ້ວ ເພາະວ່າ ເພິ່ນໄປໃນນາມເພິ່ນລັກໄປ ແຕ່ວ່າ ໄປຖືກຕ້ອງຕາມກົດໝາຍນີ້ ແມ່ນພວກເຮົາຮັບຜິດຊອບ ອຸບັດຕິເຫດແນວໃດ ເຫັນເວົ້າຄື ຜ່ານມາຫັ້ນ ທາງຄອບຄົວເພິ່ນໄດ້ເນີແນວໃດ ຫັ້ນເຮົາກໍໄດ້ເອົາໃຈໃສ່ຊ່ອຍ.”

ນັບ​ແຕ່​ເດືອນ ມີ​ນາ 2020 ຫາ ເດືອນ​ ຕຸ​ລາ 2021 ມີ​ຄົນ​ງານ​ລາວ 210,000 ປາຍຄົນ ທີ່​ເດີນ​ທາງ​ກັບ​ມາ​ລາວ ໃນ​ນັ້ນ ເຈົ້າ​ໜ້າ​ທີ ພົບ​ວ່າ 77,000 ປາຍຄົນ ເດີນ​ທາງ​ໄປ​ເຮັດ​ວຽກ​ແບບ ​ມີ​ເອກ​ສານ​ຖືກ​ຕ້ອງ ແລະ ສ່ວນ​ທີ່​ເຫຼືອ ມີຈຳ​ນວນເກືອບ 140,000 ຄົນ ເດີນ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ແບບບໍ່​ມີ​ເອກ​ສານ​ຖືກ​ຕ້ອງ ອີງ​ຕາມ​ຂໍ້​ມູນ​ຈາກ ຍາ ນາງ ຄຳ​ໃບ ຂັດ​ຕິ​ຍະ ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ທີ່​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມຫາ​ລືທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຮັບ​ມື ກັບບັນ​ຫາ​ການ​ເຄື່ອນ​ຍ້າຍ​ແຮງ​ງານ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃນ​ວັນ​ທີ 16 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ.

ຄົນ​ງານ​ລາວ ຈະ​ເຮັດ​ວຽກ​ຢູ່​ພາກ​ກະ​ເສ​ຕກອນ ຢູ່​ປະ​ເທດໄທ​ຍ ທີ່ບໍ່​ມີ​ສວັດ​ດີ​ການ​ສັງ​ຄົມ. ຄົນ​ງານ​ລາວ ທີ່​ເຮັດ​ວຽກ​ຢູ່ ແຂວງ​ຣະ​ຍອງ ປະ​ເທດ​ໄທ​ຍ ກ່າວ​ວ່າ: 

ກໍຕ້ອງໄດ້ໄປຫາງານເສີມງານເພີ່ມ ໄປຮັບຈ້າງເກັບຂີ້ເຫຍື້ອ ໄປຮັຈ້າງ ໄປຫັກເຂົ້າໂພດ ຂຸດມັນຊິນ່າ ກ່ຽວກັບການກະເສຕ ສຳລັບສັຊາດນີ້ ເປັນຄົນລາວ ເປັນຄົນຕ່າງດ້າວ ໂຕນີ້ ເຂົາຈະຕັດໄປ ເພາະວ່າ ບໍ່ມີສວັດດີການໃນພາກສ່ວນໂຕນີ້ ແມ່ນບໍ່ມີສິ່ງຊົດເຊີຍເລີຍ.”

ທາງ​ການ​ໄທ​ຍ​ມີ​ການ​ລ໊ອກ​ດາວ ເພື່ອ​ປ້ອງ​ກັນ​ໂຄວິດ-19 ແລະ ນາຍ​ຈ້າງໃນ​ປະ​ເທດ​ໄທ​ຍ ໄດ້​ມີ​ການ​ປິດ​ກິ​ຈ​ການ ສະ​ນັ້ນ ຄົນ​ງານ​ລາວ ທີ່​ເຮັດ​ວຽກ​ແບບບໍ່​ມີ​ເອກ​ສານ ກໍບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ຄົນ​ງານ​ລາວ​ທີ່​ເຮັດ​ວຽກ​ຢູ່​ບາ​ງກອກ ໄດ້​ກ່າວ​ວ່າ:

ກໍຄືມີແບບວ່າ ຂາດເຂີນກ່ຽວກັບການງານ ບາງຄົນກໍງານບໍ່ມີ ກໍໄປພັກຢູ່ຫ້ອງເຊົ່າ ແລ້ວນີ້ນະ ກໍແບບວ່າ ໄປຫ້ອງເຊົ່າ ເຂົ້າຊື້ ມັນກໍຕ້ອງໃຊ້ຄ່າໃຊ້ຈ່າຍແຫຼະ ແຕ່ວ່າບາງຄົນກໍເດືອດຮ້ອນ ບໍ່ມີເລີຍ ທາງການໄທຍ ກໍຄືບໍ່ເຫັນເຂົ້າມາຊ່ວຍ.”

ຄົນ​ງານ​ລາວ ໃນ​ປະ​ເທດ​ໄທ​ຍ ທີ່ບໍ່​ມີ​ເອກ​ສານ​ຖືກ​ຕ້ອງ ບໍ່​ສາ​ມາດ​ເຂົ້າ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຣັ​ຖ​ບານ​ໄທ​ຍ​ໄດ້ ແລະ ຄົນ​ງານ​ລາວ​ທີ່​ເຮັດ​ວຽກ​ມີ​ເອກ​ສານ​ຄົບ​ຖ້ວນ ກໍ​ຍັງ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ຍາ​ນາງ ຄໍ​ຣິ​ເຍາະ ມາ​ນຸ​ແຊ​ ທະ​ນາຍ​ຄວາມ ແລະ ຜູ້​ປະ​ສານ​ງານ ເຄືອ​ຂ່າຍ​ປະ​ກອນ​ຂ້າມ​ຊາດ ຫຼື Migrant Working Group ກ່າວ​ວ່າ:

ເຖິງແມ່ນວ່າ ຈະບອກວ່າ ສາມາດໄປໃຊ້ປະກັນສັງຄົມໄດ້ ທີ່ເປັນເມນູຫວ່າງງານ ມາຊົດເຊີຍອີ່ຫຍັງ ມາຊົດເຊີຍ ໃນໄລຍະທີ່ຕ້ອງຢຸດງານ ຍ້ອນການແຜ່ຣະບາດຂອງໂຄວິດ-19 ແຕ່ໃນສະພາບໂຕຈິງ ຄົນງານກໍບໍ່ສາມາດທີ່ຈະເຂົ້າເຖິງເຣື່ອງຂອງການຢຽວຢາໄດ້.”

ວັນ​ທີ 18 ທັນ​ວາ ຂອງ​ທຸກໆ​ປີ ເປັນ​ວັນ​ແຮງ​ງານ​ເຄື່ອນ​ຍ້າຍ​ສາ​ກົນ ຄົບ​ຮອບ 21 ປີ ໂດຍ​ມີ​ບັນ​ດາ ປະ​ເທດ​ສ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ເຄືອ​ຂ່າຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເຂົ້າ​ຮ່ວມງານ ທີ່​ມີ​ຫົວ​ຂໍ້​ວ່າ “ນຳ​ໃຊ້​ທ່າ​ແຮງ​ຂອງ​ການ​ເຄື່ອນ​ຍ້າຍ​ປະ​ຊາ​ກອນ” ພາຍ​ໃຕ້​ໂຄງ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ແບບ​ປອດ​ພັຍ ແລະ ມີ​ຄວາມ​ຍຸ​ຕິ​ທັມ ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ດ້ານ​ສິ​ດ​ທິ​ແຮງ​ງານເຄື່ອນ​ຍ້າຍ​ເພດ​ຍິງໃນ​ພາກ​ພື້ນ​ອາ​ຊຽນ.

ທາງ​ການ​ລາວ ໄດ້​ໃຫ້​ສັ​ຕ​ຍາ​ບັນ​ຕໍ່​ສົນ​ທິ​ສັນ​ຍາຂອງ​ອົງ​ການ​ແຮງ​ງານ​ສາ​ກົນ ຫຼື ILO ຈຳ​ນວນ 9 ສະ​ບັບ, ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ ພ້ອມ​ທັງ​ລະ​ບຸຢ່າງ​ຊັດ​ເຈນ​ກ່ຽວ​ກັບການ​ຈັດ​ຫາ​ງານ, ການ​ເຄື່ອນ​ຍ້າຍ​ແຮງ​ງານ ແລະ ການ​ສ້າງ​ຕັ້ງ​ກອງ​ທຶນສຳ​ລັບ​ແຮງ​ງານເຄື່ອນ​ຍ້າຍ, ປັບ​ປຸງດຳ​ລັດ​ວ່າ​ດ້ວຍ​ການ​ຈັດ​ສົ່ງ​ແຮງ​ງານ​ລາວ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ລວມ​ເຖິງ​ຮ່ວມ​ລົງ​ນາມ​ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ຣັ​ຖ​ບານ​ລາວ ແລະ ຣັບ​ຖານ​ໄທ​ຍ, ຣັ​ຖ​ບານເກົາ​ຫຼີ ແລະ ຣັ​ຖບານຍີ່​ປຸ່ນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຮງ​ງານ, ການ​ພັ​ທ​ນາ​ສີ​ມື​ແຮງ​ງານ ແລະ ການ​ປະ​ກັນ​ສັງ​ຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.