ເຣື້ອງທີ່ເກັບບັນທຶກໄວ້
2024-08-08
ປະມານເດືອນພຶດສະພາ ຫາ ເດືອນກໍລະກົດ 2024 ເຈົ້າໜ້າທີ່ໄທຊ່ວຍເດັກຍີງລາວ ທີ່ເປັນຄົນຊົນເຜົ່າຈາກແຂວງສາລະວັນ 3 ຄົນ ກັບຄືນປະເທດລາວໄດ້ທັງໝົດ ໃນນັ້ນ 2 ຄົນອາຍຸປະມານ 15-17 ປີຖືກນາຍໜ້າຄົນລາວຕົວະໄປຄ້າແຮງງານ ແລ້ວບໍ່ໄດ້ຮັບເງິນເດືອນ ແລະຖືກທຳຮ້າຍຮ່າງກາຍ.
2024-08-06
6 ເດືອນ ຕົ້ນປີ 2024 ຕໍາຫຼວດແຂວງຫຼວງນໍ້າທາ ຈັບໂຕຜູ້ຖືກກ່າວຫາ ໃນຂໍ້ຫາຄ້າມະນຸດ ເປັນຄົນຈີນ ເພດຊາຍ 2 ຄົນ ແລະ ຄົນລາວ ເພດຍິງ 1 ຄົນ ມາດໍາເນີນຄະດີຕາມກົດໝາຍລາວໄດ້ ພ້ອມທັງ ຊ່ອຍກຸ່ມສ່ຽງ ແລະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໄດ້ທັງໝົດ 8 ຄົນ ໃນນັ້ນ ເປັນເດັກນ້ອຍແມ່ຍິງຊາວຫວຽດນາມ ອາຍຸຕໍ່າກວ່າ 18 ປີ 1 ຄົນ.
2024-07-29
ວັນທີ 30 ກໍລະກົດ 2024 ນີ້ ເປັນວັນສາກົນ ຕ້ານການຄ້າມະນຸດ ແລະໃນປີນີ້ ອົງການຈັດຕັ້ງສາກົນ ກໍມີເປົ້າໝາຍ ແກ້ໄຂການຄ້າມະນຸດ ທຸກຮູບແບບ ໃນກຸ່ມເດັກນ້ອຍ ພາຍໃຕ້ຫົວຂໍ້ “ບໍ່ປະເດັກຄົນໃດໄວ້ຂ້າງຫລັງ ໃນການຕໍ່ສູ້ຕ້ານການຄ້າມະນຸດ.”
2024-07-12
ຊີວິດຂອງຊາວໜຸ່ມລາວ ພາຍຫຼັງທີ່ໄດ້ກັບມາບ້ານ ຈາກການຖືກຄ້າມະນຸດ ໄປປະເທດມຽນມາ ຍັງປະສົບກັບບັນຫາຊີວິດຢ່າງໜັກ ຍ້ອນສະພາບຈິດໃຈ ແລະ ສຸຂະພາບຮ່າງກາຍ ຍັງບໍ່ກັບມາເປັນປົກກະຕິໄດ້ ຊຶ່ງຈະເຫັນໄດ້ຈາກ ບາງຄົນ ທີ່ອາດເສຍສະຕິໄປແລ້ວກໍ່ມີ.
2024-07-03
ອະດີດຜູ້ເຮັດວຽກຕອບແຊັດ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໄດ້ໃຫ້ສໍາພາດ ຕໍ່ວິທຍຸເອເຊັຽເສຣີກ່ຽວກັບການໄປເຮັດວຽກຕອບແຊັດ ໃນເຂດດັ່ງກ່າວວ່າ ອາດສ່ຽງຕໍ່ການຖືກຄ້າມະນຸດ ໂດຍຜ່ານການເຮັດວຽກ.
2024-06-28
ຍ້ອນການແກ້ໄຂບັນຫາ ການຄ້າມະນຸດໃນລາວ ທີ່ຍັງບໍ່ໄດ້ມາຕຖານຂັ້ນຕ່ຳ, ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ຈຶ່ງໄດ້ຫຼຸດ ສະຖານະປະເທດລາວ ໃຫ້ຢູ່ຂັ້ນທີ 2 ທີ່ຕ້ອງສິ້ງຊອມເບິ່ງ ດ້ານການຄ້າມະນຸດ, ອີງຕາມບົດລາຍງານ ດ້ານການຄ້າມະນຸດ ປະຈຳປີ 2024.
2024-06-25
ການບອກເລົ່າປະສົບການ ຂອງຊາຍໜຸ່ມລາວ ຫຼັງຈາກກັບມາ ຫາຄອບຄົວ ພາຍຫຼັງທີ່ຖືກຕົວະໄປເຮັດວຽກ ຢູ່ໂຮງກາສິໂນ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ເກືອບ 2 ປີເຕັມ.
2024-06-25
ປະເທດລາວ ຖືກຫຼຸດສະຖານະ ມາຢູ່ໃນຂັ້ນ 2 ໃນລາຍຊື່ ທີ່ຕ້ອງສິ້ງຊອມຕື່ມ ດ້ານການຄ້າມະນຸດ ເນື່ອງຈາກການແກ້ໄຂບັນຫາ ການຄ້າມະນຸດ ໃນຮອບປີທີ່ຜ່ານມາ ຍັງບໍ່ໄດ້ມາຕຖານຂັ້ນຕ່ຳສຸດເທື່ອ, ອີງຕາມບົດລາຍງານ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ.
2024-06-15
ເຫຍື່ອຄ້າມະນຸດ ຊາວລາວ ທີ່ຖືກຕົວະໄປເຮັດວຽກ ໃນກາສິໂນຂອງຈີນ ຢູ່ເມືອງເມຍວະດີ ປະເທດມຽນມາ. ເປັນເວລາ ເກືອບ 2 ປີ ເຕັມ ຄືຕັ້ງແຕ່ເດືອນ ສິງຫາ ປີ 2022 ຈົນຮອດ ພຶດສະພາ ປີ 2024 ພວກຂະເຈົ້າ ຈຶ່ງໄດ້ກັບມາຫາຄອບຄົວ ແລະ ຫຼຸດພົ້ນ ອອກມາ ຈາກແຫຼ່ງໝໍ້ນະຮົກ ແຫ່ງນັ້ນ.
2024-06-07
ລໍາດັບຕໍ່ໄປ ເຊີນທ່ານຮັບຟັງ ການບອກເລົ່າ ກ່ຽວກັບປະສົບການ ຂອງຊາຍໜຸ່ມລາວ ທີ່ຖືກບັງຄັບ ທໍລະມານ ຢູ່ ໂຮງກາສິໂນ ຂອງຈີນ ທີ່ ເມືອງເມຍວະດີ ປະເທດ ມຽນມາ ເກືອບ 2 ປີເຕັມ ພວກຂະເຈົ້າ ຈຶ່ງໄດ້ຫຼຸດພົ້ນຈາກ ໝໍ້ນາຮົກ ແຫ່ງນັ້ນ.
2024-05-31
ຄວາມຄືບໜ້າ ກ່ຽວກັບກໍລະນີນາຍໜ້າລາວ 3 ຄົນ ທີ່ເປັນຄົນບ້ານດຽວກັນ ຕົວະຍົວະຜູ້ເປັນພໍ່ແມ່ ໃຫ້ລູກສາວ ໄປເປັນເມຍຄົນຈີນ ແບບບໍ່ຖືກກົດໝາຍວ່າ ປັດຈຸບັນ ກໍາລັງກຽມສົ່ງບົດສະຫລຸບ ສໍານວນຄະດີ ໃຫ້ໄອຍະການແຂວງ ເພື່ອຟ້ອງຂຶ້ນສານ ຕັດສິນຄະດີ.
2024-05-24
ເດືອນມັງກອນ ປີ 2023 ເຖິງເດືອນ ພຶດສະພາ ປີ 2024 ທາງການແຂວງບໍ່ແກ້ວ ຊ່ອຍເຫຼືອຄົນລາວ ແລະຄົນຫວຽດນາມ ທັງໝົດ 22 ຄົນ ພາຍຫຼັງພວກເຂົາເຈົ້າ ເປັນກຸ່ມສ່ຽງ ແລະຜູ້ຖືກເຄາຮ້າຍ ຈາກການຄ້າມະນຸດ ແອບແຝງເຮັດວຽກຕອບແຊັດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ.
2024-05-24
ປັດຈຸບັນ ໄວໜຸ່ມຍິງສາວລາວ 14 ຄົນ ທີ່ຖືກຄ້າມະນຸດ ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ຕັ້ງແຕ່ເດືອນສິງຫາ ປີ 2022 ແລະມາຮອດວັນທີ 15 ພຶດສະພາ ປີ 2024 ທັງ 14 ຄົນນັ້ນ ໄດ້ກັບມາປະເທດລາວແລ້ວ.
2024-05-23
ສປປ ລາວ ຍັງຕອບໂຕ້ ແລະແກ້ໄຂບັນຫາຊັກຊ້າ ກ່ຽວກັບເຫດການຕົວະຍົວະ, ຫຼອກລວງ ແລະການຄ້າມະນຸດ ເພື່ອບັງຄັບໃຫ້ກໍ່ເຫດອາດຊະຍາກໍາ ທ່າມກາງບັນຫາດັ່ງກ່າວ ທີ່ນັບມື້ເພີ່ມຂຶ້ນເລື້ອຍໆໃນລາວ ປັດໄຈສໍາຄັນ ທີ່ເຮັດໃຫ້ຊັກຊ້າ ແມ່ນຍ້ອນ ລັດຖະບານລາວ ຍັງຂາດເຂີນງົບປະມານ.
2024-05-20
ທາງການລາວ ແຈກຢາຍເຄື່ອງໂຄສະນາ ຕ້ານການຄ້າມະນຸດ ໃນຮູບແບບຕ່າງໆ ໃຫ້ 24 ບ້ານ ຢູ່ນະຄອນຫລວງວຽງຈັນ ທີ່ມີຄວາມສ່ຽງ.