ແມ່ຍິງລາວຕົກເປັນເຫຍື່ອຄ້າ ມະນຸດ

ສິດນີ
2015.08.30
F-HT ຕົວຢ່າງ ໃນວັນທີ 2 ທັນວາ 2014: ເຈົ້າໜ້າທີ່ ຕຳຣວດໄທ ໄດ້ບຸກຈັບ ຜູ້ຍິງລາວ ຈຳນວນ 50 ຄົນ ຢູ່ຮ້ານອາຫານ ສອງແຫ່ງ ຢູ່ອຳເພີ ເມືອງ ແຂວງ ຊະເຊີງເຊົາ ພາກກາງ ຂອງ ປະເທດໄທ ໃນ ຂໍ້ຫາຂາຍ ບໍຣິການ ທາງເພສ ແລະ ຂໍ້ຫາ ລັກລອບ ເຂົ້າເມືອງ
screenshot from AS.TV vide

ຈາກ ກໍຣະນີ ຕຳຣວດ ແຂວງ ຊຸມພອນ ບຸກເຂົ້າ ກວດຄົ້ນ ຮ້ານ ຄາຣາໂອເກະ ທີ່ ເມືອງ ສວີ ແຂວງ ຊຸມພອນ ຂອງໄທ, ໃນ ວັນທີ 27 ສິງຫາ ຜ່ານມາ ເບື້ອງຕົ້ນ ພົບ ແມ່ຍິງລາວ 24 ຄົນ ເຮັດວຽກ ຢູ່ຮ້ານ ຄາຣະໂອເກະ ແຫ່ງນີ້, ຊຶ່ງ ມີ 3 ຄົນ ຕົກຢູ່ ເຄືອຂ່າຍ ການ ຄ້າມະນຸດ. ທາງ ຕຳຣວດ ຈະ ສົ່ງຜູ້ກ່ຽວ ໄປພິສູດ ກະດູກ ເພື່ອ ຢາກຮູ້ວ່າ ພວກຂະເຈົ້າ ມີອາຍຸ ຕ່ຳກວ່າ 18 ປີ ຫລືບໍ. ດັ່ງ ຮ້ອຍ ຕຳຣວດ ໂທ ຄົມຄຣີດ ວົງຊິຣະວັດ ເຈົ້າຫນ້າທີ່ ຕຳຣວດ ຈາກ ສະຖານີ ເມືອງສວີ ກ່າວ ຕໍ່ເອເຊັຽ ເສຣີ ວ່າ:

"ຜູ້ຕ້ອງຫາ ນີ້ມາ ໂດຍສມັກໃຈ ເບິ່ງວ່າ ເຂົ້າ ເຄືອຂ່າຍ ຄ້າມະນຸດ ຢ່າງ ຊັດເຈນ ນັ້ນມີຢູ່ ສາມຣາຍ ອີກຄົນນຶ່ງ ກຳລັງ ກວດສອບ ວ່າ ແມ່ນຫລືບໍ ອາຍຸ ກວ່າ 20 ປີ".

ທ່ານກ່າວ ຕື່ມວ່າ ເບື້ອງຕົ້ນ ເຈົ້າຫນ້າທີ່ ຕຳຣວດ ໄດ້ສອບ ປາກຄຳ ໂດຍລະອຽດ ເພື່ອຕັ້ງຂໍ້ ກ່າວຫາ ແມ່ຍິງລາວ ສ່ວນໃຫຍ່ ຕົກເປັນ ຜູ້ ຕ້ອງສົງໄສ ຄ້າ ປະເວນີ, ແລະ ມີອີກຄົນ 1 ຖືກຂໍ້ຫາ ຄ້າ ຢາເສພຕິດ. ແມ່ຍິງລາວ ທີ່ ຖືກຂໍ້ ກ່າວຫາ ນັ້ນ ຕ້ອງຖືກ ດຳເນີນ ຄະດີ ໃນ ໄທ, ກ່ອນຈະຖືກ ສົ່ງກັບ ລາວ.

ຈາກການ ສອບ ປາກຄຳ ຂອງ ເຈົ້າຫນ້າທີ່ ຕຳຣວດ ພົບວ່າ, ແມ່ຍິງລາວ ສ່ວນໃຫຍ່ ເຂົ້າມາ ທາງ ຫນອງຄາຍ ແບບ ຜິດກົດຫມາຍ, ມີຫມູ່ ຊັກຊວນ ມາເຮັດວຽກ ຢູ່ ປະເທດ ໄທ, ແລະ ແມ່ຍິງລາວ ກຸ່ມ ດັ່ງກ່າວ ເຂົ້າມາ ເຮັດວຽກ ໃນໄທ ປະມານ 2-3 ປີ ແລ້ວ.

ສຳລັບ ເຈົ້າຂອງ ຮ້ານ ຄາຣາໂອເກະ ນັ້ນ, ຖືກຂໍ້ ກ່າວຫາ ຄ້າມະນຸດ ແລະ ຄ້າ ປະເວນີ ໃນ 11 ຄະດີ ແລະ ຈະຖືກ ສົ່ງຟ້ອງສານ ພາຍໃນ ສອງ ເດືອນ ຂ້າງຫນ້າ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.