ຍິງສາວລາວອາຍຸ 17 ປີ ຖືກຕົວະ ໄປໄທ
2019.08.07
ເມື່ອວັນທີ 27 ກໍຣະກະດາ ທີ່ຜ່ານມາ, ຍິງສາວລາວອາຍຸ 17 ປີ ນາງນຶ່ງທີ່ຖືກນາຍໜ້າຕົວະໄປ ຄ້າປະເວນີຢູ່ໄທ ແລ້ວບໍ່ໄດ້ຮັບເງິນໄດ້ ຫຼົບໜີ ອອກມາເພື່ອຮ້ອງຂໍຄວາມຊ່ອຍເຫຼືອ ຈາກອົງການສາກົນ ແລະ ເຈົ້າໜ້າທີ່ຕຳຣວຈໄທ ໃຫ້ເຂົ້າໄປຈັບ ຂະບວນການ ຄ້າມະນຸສ ຢູ່ຮ້ານຄາຣາໂອເກະ ແຫ່ງນຶ່ງທີ່ ເມືອງ ສຸໄຫງໂກລົກ ແຂວງ ນະຣາທິວາສ.
ນາຍໜ້າຄົນລາວ ແລະ ໄທ ໄດ້ຕົວະ ໃຫ້ນາງ ພ້ອມທັງບັງຄັບໃຫ້ຂາຍປະເວນີ ຢູ່ໄທ ນັບຕັ້ງແຕ່ປີ 2016, ອີງຕາມຄວາມເວົ້າ ຂອງ ພັນຕຳຣວຈເອກ ເຂມະຣິນ ພິສໄໝ, ຜູ້ອຳນວຍການສຳນັກງານ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 05 ສິງຫາ ນີ້ວ່າ:
ທ່ານວ່າ: "ເມື່ອປີ 2016 ນາງຖືກຕົວະມາເຮັດວຽກ ໃນຮ້ານອາຫານ, ແຕ່ໃນຄວາມຈິງແລ້ວ ນາງຖືກບັງຄັບໃຫ້ຂາຍປະເວນີ ແລະບໍ່ໄດ້ ຮັບເງິນ. ນາງໜີເມືອລາວ ໄດ້ໄປຂໍຄວາມຊ່ອຍເຫຼືອ ມູລນິທິໃນປະເທສລາວ ກໍຕິດຕໍ່ມາທາງອ້າຍ, ອ້າຍຈຶ່ງຣວບຣວມ ພະຍານ-ຫຼັກຖານ ຂໍອະນຸມັດສານ ແຂວງໜອງຄາຍ ອອກໝາຍຈັບຄົນລາວ 1 ຄົນ, ຄົນໄທ 2 ຄົນ. ປະສານພາກສ່ວນກ່ຽວຂ້ອງ ໃນພື້ນທີ່ ເຂົ້າຈັບກຸມ."
ທ່ານກ່າວຕື່ມວ່າ ຈາກການເກັບຂໍ້ມູນ ສາມາດຮູ້ໄດ້ວ່າ ເປັນເວລາ 1 ປີປາຍ ທີ່ ນາຍໜ້າໄທ ແລະ ລາວ ໄດ້ ຕົວະໃຫ້ນາງໄປເຮັດວຽກ ທີ່ຮ້ານອາຫານ ໂດຍຈະໃຫ້ເງິນແຕ່ລະເດືອນ 1 ໝື່ນບາທ, ແຕ່ເມື່ອມາຮອດ ຮ້ານຄາຣາໂອເກະ, ພັດບັງຄັບໃຫ້ນາງ ຮັບແຂກ ແລະ ຂາຍບໍຣິການທາງເພດ ໂດຍບໍ່ໃຫ້ເງິນ, ຫາກນາງບໍ່ຍອມ ກໍຈະຖຶກທຸບຕີ ແລະ ບໍ່ໃຫ້ກິນເຂົ້າ. ຈາກນັ້ນ, ນາງຈຶ່ງຫຼົບໜີໄປ ແລະຮູ້ວ່າ ໂຕເອງຖືພາ ທັງຕິດເຊື້ອກາມໂຣຄ (ຊີຟີລິສ) ເຮັດໃຫ້ລູກທີ່ເກີດມາ ກາຍເປັນເດັກນ້ອຍພິການ ນາງຈຶ່ງ ຂໍຄວາມມຊ່ອຍເຫຼືອ ຈາກ ເຈົ້າໜ້າທີ່ໄທ.
1 ປີປາຍ ຜ່ານມາ, ນາຍໜ້າໄທ ແລະ ລາວ ບາງເດືອນກໍສົ່ງເງິນ ໄປໃຫ້ພໍ່ແມ່ຂອງນາງຢູ່ບ້ານ, ແຕ່ ສົ່ງໃຫ້ພຽງເດືອນລະ 3 ພັນບາທ ເທົ່ານັ້ນ ເພື່ອໃຫ້ພໍ່ແມ່ນາງຕາຍໃຈ, ເຖິງແມ່ນວ່ານາງ ຈະຖືກບັງຄັບ ໃຫ້ຄ້າປະເວນີ ຮັບແຂກ ມື້ລະ 4-5 ຄັ້ງ ກໍຕາມ, ດັ່ງທ່ານກ່າວວ່າ:
ທ່ານວ່າ: ເທື່ອທຳອິດທີ່ນາງໄປ ນາງຮູ້ວ່າໄປຄ້າປະເວນີ ນາງກໍບໍ່ຍອມ ນາງຖືກບັງຄັບໃຫ້ຄ້າປະເວນີທຸກມື້, ມື້ລະ 4-5 ຄັ້ງ, ແຕ່ວ່າ ຕລອດປີປາຍ ກໍບໍ່ຍອມ. ທັງຖືກຂັງ ແລະ ລ໋ອກກຸນແຈໄວ້ຂ້າງໃນ, ບໍ່ໃຫ້ກິນເຂົ້າກິນນ້ຳ. ພໍເຮັດໄປໄດ້ໄລຍະນຶ່ງ ກໍມີການ ສົ່ງເງິນໄປໃຫ້ ທາງບ້ານແດ່, ໂຕນາຍໜ້າເອງ ທີ່ສົ່ງໃຫ້ ເພື່ອໃຫ້ຍາຕິພີ່ນ້ອງ ພໍ່ແມ່ນາງຕາຍໃຈວ່າ ນາງເຮັດວຽກ ຢູ່ດີມີສຸຂ ຍ້ອນສົ່ງເງິນເມືອບ້ານໄດ້."
ຍ້ອນແນວນັ້ນ, ເຈົ້າໜ້າທີ່ ຕຳຣວຈໄທ ຈຶ່ງຕັ້ງຂໍ້ຫາ ກັບນາຍໜ້າໄທ ແລະລາວ ທັງ 3 ຄົນ ຄືຮ່ວມກັນຄ້າມະນຸສ ແລະ ຮ່ວມກັນໃຊ້ກໍາລັງ ຕັ້ງແຕ່ 3 ຄົນ ຂຶ້ນໄປ ບັງຄັບຜູ້ອື່ນໃຫ້ເຮັດວຽກ ແລະ ມີສ່ວນຮ່ວມ ໃນອົງກອນ ອາຊຍາກັມຂ້າມຊາຕ.
ຫຼ້າສຸດນີ້ ຄື ວັນທີ 29-30 ກໍຣະກະດາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວຈໄທ ກໍ ສາມາດຈັບນາຍໜ້າໄທໄດ້ 2 ຄົນ, ແຕ່ ທັງ 2 ໃຫ້ການ ປະຕິເສດ ໂດຍບໍ່ຍອມຮັບວ່າ ຕົນແລະພັກພວກ ໄດ້ຮ່ວມກັນບັງຄັບ ຍິງສາວອາຍຸ 17 ປີ ໃຫ້ຄ້າປະເວນີ, ແຕ່ຍອມຮັບວ່າ ຕົນ ແລະ ພັກພວກ ໄດ້ ເປີດຮ້ານຄາຣາໂອເກະ ເອົາແມ່ຍິງລາວ ມາເຮັດວຽກ ເພື່ອໃຫ້ແຂກເບິ່ງໂຕເທົ່ານັ້ນ. ສ່ວນນາຍໜ້າ ທີ່ເປັນຄົນລາວ ໄດ້ ຫຼົບໜີໄປແລ້ວ. ປະຈຸບັນ, ນາຍໜ້າໄທ ທັງ 2 ຄົນ ຖືກຈຳຄຸກ ແລະ ສານ ບໍ່ອະນຸຍາດໃຫ້ປະກັນໂຕ ແຕ່ຢ່າງໃດ ຍ້ອນ ເປັນຄວາມຜິດ ອັດຕຣາ ໂທສໜັກ, ດັ່ງທ່ານໄດ້ກ່າວວ່າ:
ທ່ານວ່າ: "ເຮົາຈັບຄົນໄທໄດ້ 2 ຄົນ ໃຫ້ການວ່າ ຕົນແລະພັກພວກ ເປີດຮ້ານອີ່ຫຼີ ເພື່ອໃຫ້ແມ່ຍິງມານັ່ງຮ່ວມກັນ ເອົາໄວ້ສຳລັບລູກຄ້າ ຂຶ້ນມາເບິ່ງໂຕ ເລືອກແມ່ຍິງຂຶ້ນໄປ ບໍ່ໄດ້ບັງຄັບ. ຖືກຈັບກຸມແລ້ວ ສານບໍ່ໃຫ້ປະກັນໂຕ ເປັນຄວາມຜິດ ອັດຕຣາໂທສສູງ ຄົນລາວຍັງຕາມ ຫາໂຕຢູ່ ຍັງຫຼົບໜີຢູ່."
ນອກຈາກນີ້, ເຈົ້າໜ້າທີ່ ຜູ້ດຽວກັນນີ້ ຍັງໄດ້ ກ່າວເຕືອນ ພີ່ນ້ອງປະຊາຊົນລາວ ວ່າຢ່າຫຼົງເຊື່ອ ຜູ້ໃດມາຊັກຊວນ ໄປເຮັດວຽກ ຕ່າງປະເທສ ແລ້ວ ຫວັງວ່າຈະໄດ້ເງິນເດືອນສູງ, ໂດຍມີນາຍໜ້າ ອ້າງວ່າຈະເຮັດ ພາສປອດທ່ອງທ່ຽວໃຫ້ເປັນຕົ້ນແມ່ນ ເດັກນ້ອຍແມ່ຍິງ ອາຍຸຕ່ຳກວ່າ 18 ປີ ຍ້ອນຜິດ ກົດໝາຍໄທ.
ວັນທີ 29 ເມສາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວຈ DSI ຂອງໄທ ສົມທົບກັບ ອົງກອນພັທນາເອກຊົນ ຣະຫວ່າງປະເທສ (OUR) ບຸກເຂົ້າ ຊ່ອຍເຫຼືອ ແມ່ຍິງລາວ ທີ່ຖືກ ຕົວະມາຄ້າປະເວນີ ຈຳນວນ 10 ຄົນ ຈາກ ຮ້ານບໍຣິການ ຢູ່ ທີ່ ຊາຍແດນໄທ-ມາເລເຊັຽ ກາງເມືອງສຸໄຫງ ໂກລົກ ແຂວງ ນະຣາ ທີວາສ ຄືກັນ.
ຣາຍງານວ່າ ເມື່ອ ວັນທີ 9 ພຶສຈິກາ ປີກາຍ, ຢູ່ແຂວງ ນະຣາທິວາສ, ເຈົ້າໜ້າທີ່ຕຳຣວຈ DSI ຂອງໄທ ໄດ້ເຂົ້າກວດຄົ້ນ ຮ້ານ ຄາຣາໂອເກະ 9 ແຫ່ງ ແລະ ໄດ້ ຊ່ອຍເຫຼືອແມ່ຍິງລາວ ທີ່ຖືກ ຕົວະມາຄ້າປະເວນີ ຈຳນວນ 50 ຄົນ.