ຄວາມຄືບໜ້າຄະດີແມ່ຍິງລາວ 32 ຄົນ

ມະນີຈັນ
2014.08.08
F-Lao-girl ເຈົ້າໜ້າທີ່ໄທເຂົ້າບຸກທລາຍ ຮ້ານ ຄາຣາໂອເກະ
Khaosod.co.th

 

ຄະດີ ຂອງ ແມ່ຍິງລາວ 32 ຄົນ ທີ່ຖືກ ຊ່ວຍເຫລືອ ຈາກ ຮ້ານ ຄາຣາໂອເກ ໃນແຂວງ ປຣາຈິນບູຣີ ປະເທດໄທ ຕົກເປັນ ກໍຣະນີ ຄ້າມະນຸດ ຍ້ອນວ່າມີ 1 ໃນ ຜູ້ເຄາະຮ້າຍ ເປີດເຜີຍ ວ່າ ຖືກບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ. ຕາມຄຳເວົ້າ ຂອງ ພັນຕຳຣວດໂທ ຄົມວິດ ພັທນະຣັດ ຫົວໜ້າ ທິມງານ ເຈົ້າໜ້າທີ່ ກົມສອບສວນ ຄະດີພິເສດ ຂອງໄທ ໃນວັນທີ 7 ສິງຫາ 2014:

"ທ່ານວ່າ ພວກນາງ ຖືກໝູ່ເພື່ອນ ຫລອກລວງ ມາ ພວກນາງ ກໍຢາກກັບບ້ານ ບໍ່ຢາກ ເຮັດວຽກ ແບບນີ້ ແຕ່ວ່າ ບໍ່ມີເງິນ ເພາະຢູ່ທີ່ນີ້ ຕ້ອງມີຄ່າ ໃຊ້ຈ່າຍ ຫລາຍ ມີຄ່າເຊົ່າຫ້ອງ ອີ່ຫຍັງ ຕ່າງໆ ແລະ ຕົວເອງ ກໍຢາກກັບບ້ານ ຈຶ່ງຍອມ ເຮັດແບບນັ້ນ".

ການສອບສວນ ແມ່ຍິງລາວ ທີ່ ອາຍຸຕໍ່າກວ່າ 17 ປີ ໃນກຸ່ມ ຜູ້ເຄາະຮ້າຍ 32 ຄົນ ນັ້ນ ບາງຄົນຮັບ ສາຣະພາບ ວ່າ ຖືກໝູ່ເພື່ອນ ທີ່ເຄີຍ ເຮັດວຽກມາກ່ອນ ຊັກຊວນມາ ແລ້ວ ໃຫ້ຂາຍ ບໍຣິການ ທາງເພດ. ເຂົາຕົວະໃຫ້ ຂ້າມມາ ເຮັດວຽກ ຢູ່ ປະເທດໄທ ວ່າຈະໄດ້ ຄ່າຈ້າງ ທີ່ດີກວ່າ ຢູ່ລາວ. ແຕ່ເມື່ອມາເຖິງ ພັດໄດ້ຖືກ ໃຫ້ຂາຍ ບໍຣິການ ທາງເພດ. ເຖິງແມ່ນວ່າ ບາງຄົນ ບໍ່ຢາກເຮັດ ແຕ່ກໍຕ້ອງ ໄດ້ເຮັດ ເພື່ອໃຊ້ໜີ້ ຄ່າເຮັດ ເອກສານ ແລະ ຄ່າເດີນທາງ.

ທ່ານກ່າວ ອີກວ່າ ໄດ້ສົ່ງ ແມ່ຍິງລາວ ບາງຄົນ ໄປໂຮງໝໍ ເພື່ອກວດ ສຸຂພາບ ແລະ ພິສູດອາຍຸ ຫາກເກີນ 18 ປີ ກໍຈະຖືວ່າ ເປັນຜູ້ຜິດ ຖານຂາຍ ບໍຣິການ ທາງເພດ. ສຳລັບຜູ້ ມີອາຍຸ ບໍ່ຮອດ 18 ປີ ກໍຈະຖືວ່າ ເປັນ ຜູ້ເຄາະຮ້າຍ ຈາກກຸ່ມ ຄ້າມະນຸດ ຈະບໍ່ມີໂທດ ຖານ ຂາຍບໍຣິການ.

ປັຈຈຸບັນ ແມ່ຍິງລາວ ທັງ 32 ຄົນ ຖືກສົ່ງໄປ ຢູ່ບ້ານພັກ ຫາກຜູ້ໃດ ມີຄວາມຜິດ ແທ້ ກໍຈະຕ້ອງ ໄດ້ຮັບໂທດ ກ່ອນຈະຖືກ ສົ່ງກັບ ປະເທດລາວ ແລະ ຜູ້ເຄາະຮ້າຍ ຄົນອື່ນໆ ຈະຖືກສົ່ງ ກັບລາວ ເຊັ່ນກັນ.

ສຳລັບ ຜູ້ທີ່ມີສ່ວນ ກ່ຽວຂ້ອງ ກັບ ຄະດີນີ້ ທາງ ເຈົ້າໜ້າທີ່ ກຳລັງສືບສວນ ຢູ່ ຍ້ອນວ່າ ຂະບວນ ຄ້າມະນຸດ ກຸ່ມນີ້ ດຳເນີນການ ຢ່າງ ເປັນຣະບົບ ຊຶ່ງເຊື່ອວ່າ ມີຜູ້ທີ່ມີ ອິດທິພົນ ຢູ່ເບື້ອງ ຫລັງ ແລະ ກໍອາຈມີ ເຄືອຂ່າຍ ຢູ່ໃນ ສປປລາວ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.