ປກສ ສວັນນະເຂດ ບຸກຮ້ານ ຄາຣາໂອເກະ
2021.05.25

ເຈົ້າໜ້າທີ່ຕຳຣວດ ປກສ ແຂວງສວັນນະເຂດໄດ້ບຸກເຂົ້າຈັບກຸ່ມມົ້ວສຸມຢາເສບຕິດທີ່ ຮ້ານຄາຣາໂອເກະຄົນຈີນເປັນເຈົ້າຂອງຕັ້ງຢູ່ບ້ານ ນາເລົ່າ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ. ໃນນີ້ມີທັງຄົນຈີນ ແລະຄົນລາວ ທີ່ຖືກຈັບພ້ອມຂອງກາງຢາເສບຕິດ ແລະ ອຸປກອນເສບຢາເສບຕິດ.
ສ່ວນເຈົ້າຂອງທີ່ເປັນຄົນຈີນ ກໍຖືກດຳເນີນຄະດີເຊັ່ນກັນ. ດັ່ງເຈົ້າໜ້າທີ່ຕຳຣວດ ປກສ ແຂວງສວັນນະເຂດ ໄດ້ກ່າວຢັ້ງຢືນຕໍ່ເອເຊັຽ ເສຣີ ເມື່ອສັປດາຜ່ານມາວ່າ. ຕຳຣວດໄດ້ຈັບກຸມ ກຸ່ມດັ່ງກ່າວແລ້ວ ກໍຄືກັບຂ່າວທີ່ໄດ້ອອກມາ.
"ມີຄົນຈີນ ຄົນລາວ ຕາມນັ້ນເລີຍຕາມທີ່ລິ້ງຂ່າວ ເພິ່ນລົງຫັ້ນແຫຼະ ຕາມຂ່າວຫັ້ນແຫຼະ."
ຜົລຂອງການຈັບກຸມໃນເທື່ອນີ້ ທ່ານ ພັນຕຣີ ທະນູສອນ ຈິນດາວົງ ຫົວໜ້າຜແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ສວັນນະເຂດໄດ້ແຈ້ງຕໍ່ສື່ໃນແຂວງວ່າ. ກຸ່ມນີ້ໄດ້ຣະເມີດຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງຂອງເຈົ້າ ແຂວງສວັນນະເຂດ ເລກທີ 0775 ວ່າດ້ວຍການເພີ່ມທະວີ ມາຕການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຕ້ານເຊື້ອໂຄວິດ-19.
ທ່ານໄດ້ຣະບຸຕື່ມວ່າ ເຫດການຈັບກຸມເກີດຂຶ້ນໃນເວລາປະມານ 01:00 ໂມງຂອງວັນທີ 17 ພຶສພາ ໃນຂນະທີ່ ກຸ່ມດັ່ງກ່າວກຳລັງ ດື່ມສິ່ງມຶນເມົາ ແລະ ເສບຢາເສບຕິດ ໃນສະຖານທີ່ ຄາຣາໂອເກະ. ໂດຍຕຳຣວດເຂົ້າໄປຈັບເ ຊິ່ງພວກກ່ຽວຂ້ອງ ກຳລັງເສພ ຢາເສບຕິດ ໃນສະຖານທີ່ດັ່ງກ່າວ.
ດັ່ງນັ້ນຕຳຣວດຈຶ່ງໄດ້ກັກໂຕພວກກ່ຽວ ໄວ້ດຳເນີນຄະດີ ເຊິ່ງປະກອບມີຄົນຈີນ 04 ຄົນ ເຊັ່ນ ທ້າວ ເຈິນຮູປິງ ອາຍຸ 30 ປີ ເຈົ້າຂອງຮ້ານຄາຣາໂອເກະ, ທ້າວ ອາເຊົາອາຍຸ 30 ປີ, ທ້າວ ວີວຫົງ ອາຍຸ 44 ປີ, ທ້າວ ລີຈຽງອາຍຸ 27 ປີ. ນອກຈາກນີ້ ຍັງມີຄົນລາວ ທ້າວ ບຸນມີ ວົງສະຫວັນ ອາຍຸ 23 ປີ , ນາງ ຈິມມີ້ ສໍອາຄົມ ອາຍຸ 24 ປີ, ນາງ ເຈນນະຄອນ ບຸບຜາວັນ ອາຍຸ 24 ປີ, ນາງ ອິນທານົນ ພູມສີສະຫວັດອາຍຸ 19 ປີ, ນາງ ດາຈັນບົວກອງອາຍຸ 21 ປິ, ນາງ ເພັດອຳພອນ ຖີ່ນພາສຸກ ອາຍຸ 17 ປີ. ນາງ ນ້ອຍ ດອນດາລາ ອາຍຸ 23 ປີ.
ສ່ວນຂອງກາງ ທີ່ຢຶດມາໄດ້ກໍມີ ຢາເສບຕິດປະເພດ ຢາອີ, ຢາເຄ( ຜົງຂາວ ) ພ້ອມອຸປກອນ ໃນການເສພຈຳນວນນຶ່ງ. ຣົດເກັງ ຄັນນຶ່ງ ຢີ່ຫໍ້ ຈາກົວ. ນອກຈາກນີ້ຍັງມີເງິນເປັນຈຳນວນ ຫຼາຍທີ່ຕຳຣວດຍຶດໄວ້. ຕໍ່ກັບຄະດີດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນ ການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອເກັບກໍາຂໍ້ມູນ ຫລັກຖານເພີ່ມເພື່ອນຳໂຕ ຜູ້ຮ່ວມຂະບວນການ ມາດຳເນີນຄະດີ ຕາມກົດໝາຍ.
ຕໍ່ກັບຄະດີດັ່ງກ່າວ ປະຊາຊົນໃນແຂວງສວັນນະເຂດ ໄດ້ກ່າວວ່າເຫັນດີນໍາ ທີ່ເຈົ້າໜ້າທີຕຳຣວດລາວ ທີ່ມີການຈັບກຸມໃນຄັ້ງນີ້. ຍ້ອນວ່າ ກຸ່ມດັ່ງກ່າວຣະເມີດຄຳສັ່ງຂອງເລກທີ 15/ນຍ ໂດຍຈັບກຸ່ມກັນຊຸມແຊວ ໃນຮ້ານບັນເທີງ ທີ່ມີການສັ່ງປິດ ໃນໄລຍະ ການຣະບາດ.
"ເຫັນດີ ເຫັນດີ ເພິ່ນຫ້າມຢູ່ແລ້ວ ແຕ່ເຈົ້າທ້າທາຍກົດໝາຍບ້ານເມືອງຫັ້ນນ່າ ເຈົ້າຢາກກິນຄົນດຽວກິນແລ້ວ ແລ້ວກໍແລ້ວຄືເຮົາ ກໍຕ້ອງເບິ່ງປະຕິບັດຕາມມາຕການຄັນວ່າເຮົາບໍ່ເຮັດ ມັນຊິມີບັນຫາໃນອະນາຄົດ."
ປັຈຈຸບັນການຣະບາດເຊື້ອ ໂຄວິດ-19 ໃນແຂວງສວັນນະເຂດ ຍັງມີການຣະບາດເພີ່ມຂຶ້ນ ໂດຍຜູ້ຕິດເຊື້ອສະສົມມາເຖິງວັນທີ 25 ພຶສພາ 97 ຄົນ ບໍ່ມີຜູ້ເສັຍຊີວິດ. ການຣະບາດ ໃນຮອບສອງແຂວງສວັນນະເຂດ ຕົ້ນເຫດກໍແມ່ນມາຈາກ ກໍຣະນີທີ່ 59 ເຊິ່ງ ເລີ່ມຣະບາດ ມາແຕ່ເດືອນເມສາ ເປັນຕົ້ນມາ.