ຣະວັງເງິນປອມກໍາລັງຣະບາດ


2013.09.13
F-criminals ເຈົ້າໜ້າທີ່ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັບກຸ່ມ ທີ່ເຄື່ອນໄຫວ ຈຳໜ່າຍເງິນປອມ ປະເພດເງິນບາດ ຈຳນວນ 4 ຄົນ ໃນຕົ້ນເດືອນ ມິຖຸນາ 2013
Laophatthananews.blogspot

 

ເຈົ້າຫນ້າທີ່ປ້ອງກັນຄວາມສງົບ ໃນເຂດນະຄອນຫລວງວຽງຈັນ ເວົ້າວ່າ ປັດຈຸບັນ ທາງຕຳຣວດ ກຳລັງຕິດຕາມ ຄົນຮ້າຍ ແມ່ຍິງຄົນນຶ່ງທີ່ໃຊ້ ເງິນປອມປະເພດເງິນໃບພັນບາດ ຈຳນວນສອງສາມພັນບາດ ຊື້ສິນຄ້າຢູ່ຮ້ານຄ້າ ເຄື່ອງສຳອາງແຫ່ງນຶ່ງ ໃນນະຄອນຫລວງວຽງຈັນແລ້ວຫຼົບ ຫນີໄປ ທາງເຈົ້າຂອງຮ້ານກໍເຂົ້າມາແຈ້ງຄວາມ. ດັ່ງທ່າວກ່າວວ່າ:

"ເຂົາມາຊື້ເຄື່ອງນໍາລາວ ແລ້ວເຫັນເງິນບາດ ໃບພັນນີ້ນະ ມັນເປັນເງິນປອມ ເຂົາໄປກວດເບີ່ງ ຢູ່ທະນາຄານ ທະນາຄານ ກໍຢັ້ງຢືນແລ້ວ ແມ່ນເງິນປອມ ຈາກຫັ້ນເຮົາ ກໍຮູ້ແລ້ວ ຮູບມັນກໍມີ ແຕ່ວ່າຍັງຊອກ ມັນບໍ່ເຫັນຊື່ໆດຽວນີ້".

ທ່ານກ່າວຕໍ່ໄປວ່າ ເບື້ອງຕົ້ນເຈົ້າຫນ້າທີ່ສົງສັຍວ່າ ຄົນຮ້າຍຄົນນັ້ນ ອາດມີສ່ວນ ພົວພັນກັບການກຸ່ມອັນຕະພານຈຳຫນ່າຍເງິນປອມໃນລາວ ຫລືບໍແລະກໍຄິດວ່າ ຄົນຮ້າຍອາດຈະຮູ້ຕົວແລ້ວ ແລະກໍອາດຫລົບຫນີໄປລີ້ຊອນຢູ່ແຂວງອື່ນ ຊື່ງໃນ ປັດຈຸບັນ ທາງສູນກາງ ກໍໄດ້ປະສານ ໄປຍັງ ເຈົ້າຫນ້າທີ່ຕຳຣວດ ຕາມແຂວງຕ່າງໆ ຖ້າພົບເຫັນໃຫ້ຈັບຕົວ ສົ່ງມາດຳເນິີນຄະດີ ທີ່ນະຄອນຫລວງວຽງຈັນ.

ກ່ອນຫນ້ານີ້ເຫດການ ແບບດຽວກັນ ໄດ້ເກີດຂື້ນທີ່ ເມືອງວຽງທອງ ແຂວງບໍຣິຄຳໄຊ ໃນມື້ວັນທີ 10 ກັນຍາຜ່ານມາມີຄົນຮ້າຍສອງຄົນໄດ້ ນໍາເງິນປອມທີ່ເປັນເງິນໃບ ພັນບາດອອກມາຈຳຫນ່າຍ ຫລາຍໃບຄາດວ່າໃນມູນຄ່າປະມານ 30 ພັນບາດ ໃນປັດຈຸບັນ ທາງການກຳລັງ ສືບສວນ ຫາຄົນຮ້າຍກຸ່ມນັ້ນຢູ່.

ບັນຫາເງິນປອມຣະບາດໃນລາວ ນອກຈາກເງິນບາດແລ້ວ ຍັງມີເງິນໂດລາ ນຳອີກ ຊຶ່ງວ່າງ ວັນທີ 9 ກັນຍາ ຜ່ານມາເຈົ້າຫນ້າທີ່ ຍຸຕິທັມ ແຂວງຫລວງນ້ຳທາໄດ້ເຜົາເງິນໂດລາປອມທີ່ຍຶດໄດ້ຖິ້ມກວ່າສີ່ແສນໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.