ສອງແຂວງພາກເໜືອ ທໍາລາຍ ສວນປູກຝິ່ນ

ໄຊຍາ
2021.02.17
ສອງແຂວງພາກເໜືອ ທໍາລາຍ ສວນປູກຝິ່ນ ເຈົ້າຫນ້າທີ່ຕໍາຣວດ ພາກເຫນືອ ອອກທໍາລາຍ ສວນປູກຝິ່ນ
ພາບປະກອບ: ນັກຂ່າວພົລເມືອງ

ເຈົ້າໜ້າທີ່ຕຳຣວດ ແຂວງອຸດົມໄຊ ສົມທົບກັບກຳລັງພື້ນທີ່ ໄດ້ລົງທໍາລາຍສວນຝິ່ນທີ່ປະຊາຊົນ ລັກລອບປູກຢູ່ 4 ເຂດ ຂອງ ເມືອງໄຊ ແຂວງອຸດົມໄຊ ເມື່ອຕົ້ນເດືອນກຸມພາ ຜ່ານມາ.

ເບື້ອງຕົ້ນເຈົ້າໜ້າທີ່ ຍັງບໍ່ຮູ້ວ່າໃຜເປັນເຈົ້າຂອງສວນຝິ່ນແທ້ ຮູ້ແຕ່ເຂດທີ່ປູກ. ດັ່ງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 17 ກຸມພາ ວ່າ:

"ໝົດເທົ່ານີ້ແຫຼະຕີ້ ຄືຊິບໍ່ມີຝິ່ນແລ້ວ, ສຳລັບມາຕການນັ້ນ ຖືວ່າໄດ້ສ້າງບົດບັນທຶກ ໃຫ້ແຕ່ລະຄອບຄົວ ເຣົາບໍ່ຈັບໄດ້ເຈົ້າຂອງ ເພາະວ່າເຈົ້າຂອງຫັ້ນເຣົາ ບໍ່ຮູ້ວ່າແມ່ນເຈົ້າຂອງ ພາກສ່ວນໃດໄປປູກເນາະ ມີແຕ່ວ່າຮູ້ຢູ່ ຮູ້ແຕ່ເຂດປູກຊື່ໆ ສ່ວນຜູ້ກະທໍາການຜລິດ ເຮົາບໍ່ໄດ້ເນາະ ຄັນເຮົາໄດ້ເຮົາກໍຈະມີການປັບໃໝຄືກັນ."

ການລັກລອບການປູກຝິ່ນ ຂອງປະຊາຊົນເຂດພູດອຍ ຍັງມີມາຕລອດເຖິງວ່າ ເຈົ້າໜ້າທີ່ຈະອອກໄປເວົ້າເຣື່ອງຜົລຮ້າຍຂອງການ ປູກຝິ່ນ ແຕ່ປະຊາຊົນໃນເຂດດັ່ງກ່າວ ກໍຍັງລັກລອບປູກຝິ່ນຢູ່. ດັ່ງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ກ່າວຕື່ມວ່າ:

"ຜ່ານມາລົງໂຄສະນາ ນຳພໍ່ແມ່ປະຊາຊົນ ພາກສ່ວນຈຸດເຂດປູກ, ໄປເຮັດໂຄສະນາໄດ້ເວົ້າເຣື່ອງຜົລຮ້າຍ ກ່ຽວກັບລົງໄປສ້າງ ເຮັດບົດບັນທຶກນຳເຂົາເຈົ້າ, ປ່ຽນຈາກການປູກຝິ່ນ ໄປຫັນເຂົ້າການປູກ ແບບອື່ນຫັ້ນນ່າ ສ່ວນຫຼາຍເມືອງເຮົາ ບໍ່ສູ້ຈະໄດ້ລົງ."

ສາເຫດທີ່ປະຊາຊົນ ຢູ່ເຂດຫົວນໍ້າບາກ ເມືອງໄຊ ແຂວງອຸດົມໄຊ ລັກລອບປູກຝິ່ນນັ້ນ ແມ່ນຍ້ອນຄວາມທຸກຍາກ. ນອກຈາກນີ້ ຊາວບ້ານຍັງບໍ່ຮູ້ວ່າການປູກຝິ່ນ ຜິດຕໍ່ກົດໝາຍ. ດັ່ງອຳນາດການປົກຄອງບ້ານ ເຂດຫົວນໍ້າບາກ ເມືອງໄຊ ໄດ້ກ່າວວ່າ:

"ຍັງບໍ່ຮູ້ວ່າຣະບຽບກົດໝາຍ ຍັງເຮັດຕາມແຕ່ກ່ອນພາມາ, ບໍ່ຍອມລົງມານ່າ ທາງຂັ້ນເທິງ ເຂົາກໍໄປຣະດົມ ຫຼາຍເທື່ອຫຼາຍຄັ້ງແລ້ວ ລົງມາພີ້ຊິໄດ້ ຊື້ດິນຊື້ນາ ເຂົາບໍ່ມີເງິນ ເຂົາບໍ່ຊ່າງ ລົງມາເຂົາກໍຢູ່ຕາມ ນັ້ນວ່າຊັ້ນເອີ."

ແຂວງຫຼວງນໍ້າທາ ກໍເປັນແຂວງນຶ່ງ ທີ່ມີການລັກລອບປູກຝິ່ນ ເມື່ອທ້າຍເດືອນມົກກະຣາ ຜ່ານມາທາງ ເຈົ້າໜ້າທີ່ຕຳຣວດ ປກສ ແຂວງຫຼວງນໍ້າທາ ກໍໄດ້ລົງທໍາລາຍສວນຝິ່ນທີ່ ປະຊາຊົນລັກລອບປູກ 2,5 ເຮັກຕ້າ ຢູ່ເຂດຊາຍແດນ ເມືອງສິງຫາເມືອງລອງ. ຕໍ່ກໍຣະນີດັ່ງກ່າວ ປະຊາຊົນ ບ້ານເຂື່ອນ ເມືອງລອງ ແຂວງອຸດົມໄຊ ກໍເຫັນດີໃນການທໍາລາຍ ສວນຝິ່ນຂອງເຈົ້າໜ້າທີ່.

"ເຫັນດີຍ້ອນວ່າແນວທາງຂອງພັກຣັຖ ເພິ່ນກໍໄດ້ວາງໄປແລ້ວ ກໍຕ້ອງໄດ້ ປະຕິບັດໄປຕາມທິດຊີ້ນໍາ ແຕ່ອ້າຍອີຕົນຄົນເກັບຝິ່ນ ກໍຍ້ອນວ່າເສື້ອນຸ່ງຊໍ່າແຊ້ງບໍ່ມີເດ້. ບາງຄອບຄົວ ມີເຂົ້າກິນຕລອດ ບາງຄອບຄົວກໍກິນ 2-3 ເດືອນ ມັນກໍໝົດໄປ. ຂັ້ນເທິງກໍຄວນ ຈະມີແຜນ ລົງມາສຶກສາທີ່ຢູ່ຂອງເຂົາ ດິນການຜລິດຂອງເຂົາມັນເໝາະສົມ ທີ່ຈະປູກອີ່ຫຍັງໃຫ້ ທາງບໍຣິສັດເຂົາເຈົ້າລົງທຶນ."

ສ່ວນ ບ້ານຕະກູ້ ແລະ ບ້ານຕະລຸຍ ເມືອງນາແລ ທີ່ມີການລັກລອບ ການປູກຝິ່ນເຖິງ 12,7 ເຮັກຕ້າ ເຈົ້າໜ້າທີ່ກໍໄດ້ລົງທໍາລາຍ. ທາງດ້ານປະຊາຊົນ ໃນເຂດບ້ານດັ່ງກ່າວກໍຕ້ອງການ ໃຫ້ຂັ້ນເທິງມາຈັດສັນອາຊີບຄົງທີ່ ໃຫ້ປະຊາຊົນ ຢູ່ໃນເຂດນີ້. ດັ່ງຊາວບ້ານ ຕະກຸ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ກ່າວວ່າ:

"ກໍທາງຂັ້ນເທິງບໍ່ມາວາງແຜນ ຫຼືວ່າຈັດສັນໃຫ້ເຂົາເຈົ້າ ຊິປູກຜັກບໍ່, ຄັນເຣັດແນວນັ້ນ ເຂົາກໍບໍ່ມີອາຊີບຫຍັງເດ້, ບາງຄົນກໍລ້ຽງງົວ ເປັນອາຊີບ, ບາງຄົນກໍເຮັດໄຮ່ ເປັນອາຊີບ ບາງຄົນກໍລັກລອບ ນັ້ນມັນບໍ່ມີອາຊີບຢ່າງອື່ນເດ້. ເຫດຜົລກໍເຫັນດີເຂົາເຈົ້າ ທໍາລາຍ ກໍເຫັນດີໃຫ້ເຂດຍຸຕິໝົດ."

ທາງການແຂວງຫຼວງນໍ້າທາ ໄດ້ຣາຍງານຕື່ມວ່າ ຣະຫວ່າງ ເດືອນມົກຣາ ຫາຕົ້ນເດືອນກຸມພາ ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ໄດ້ລົງທໍາລາຍສວນຝິ່ນທີ່ປະຊາຊົນ ລັກລອບປູກຢຸ່ເຂດບ້ານສວນຢາ, ບ້ານຕາຫວ່ານ ເມືອງຫຼວງນໍ້າທາໃນເນື້ອທີ 2.600 ຕາແມັດ.

ການກັບມາລັກລອບການປູກຝິ່ນ ຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ຍັງມີມາຕລອດ ນັບຕັ້ງແຕ່ປີ 2007 ຈົນມາເຖິງ ປັຈຈຸບັນ ກໍຍັງມີປະຊາຊົນ ລັກລອບປູກຝິ່ນ ເຖິງວ່າ ເຈົ້າໜ້າທີ່ ທ້ອງຖີ່ນ ຈະອອກທໍາລາຍ ປັບໃໝໃສ່ໂທດກໍ່ຕາມ. ຜ່ານມາສ່ວນຫຼາຍແມ່ນ ຢູ່ເຂດພາກເໜືອ ຈະມີການລັກລອບການປູກຝິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.