ປກສ ຂ.ອຸດົມໄຊ ຍຶດ ຢາເສພຕິດ ຣາຍໃຫຍ່

ສຸພັດຕາ
2021.05.28
ປກສ ຂ.ອຸດົມໄຊ ຍຶດ ຢາເສພຕິດ ຣາຍໃຫຍ່ ເມື່ອວັນທີ 26 ພຶສພາ 2021 ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບຜູ້ຄ້າຢາເສພຕິດໄດ້ ຊື່ ທ້າວ ສົມລີ ລໍ້ ອາຍຸ 39 ປີ, ລາວເຜົ່າມົ້ງ ຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ພ້ອມຂອງກາງ ຢາເສພຕິດ ຈໍານວນ ມະຫາສານ.
ນັກຂ່າວພົລເມືອງ

ເມື່ອວັນທີ 26 ພຶສພາ 2021 ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບຜູ້ຄ້າຂາຍຢາເສພຕິດຣາຍໃຫຍ່ໄດ້ 1 ຄົນ, ຊື່ ທ້າວ ສົມລີ ລໍ້ ອາຍຸ 39 ປີ, ສັນຊາດລາວ ຊົນເຜົ່າມົ້ງ ຢູ່ ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ໃນຂໍ້ຫາ ຄ້າຢາເສພຕິດ ແລະ ມີ ຢາເສພຕິດໄວ້ໃນຄອບຄອງ, ຄ້າຂາຍວັດຖຸເຄມີ ເພື່ອຜລິດຢາເສພຕິດ ໄວ້ໃນຄອບຄອງ ແລະ ມີອາວຸດເສິກ ວັດຖຸຣະເບີດ ໄວ້ໃນ ຄອບຄອງ ຕາມມວນກົດໝາຍອາຍາມາດຕາ 315, 316 ແລະ 132.

ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງຢູ່ໃນຂັ້ນຕອນ ຂອງການສືບສວນ-ສອບສວນ ຫາ ເຄື່ອຂ່າຍ ທີ່ພົວພັນກັບຜູ້ຖືກຫາ ຄົນດັ່ງກ່າວ ນີ້ຢູ່ ເພື່ອເອົາມາລົງໂທດ ຕາມຣະບຽບກົດໝາຍ ຕໍ່ໄປ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ທ່ານນຶ່ງຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 28 ພຶສພາ ນີ້:

“ຂໍ້ຫານີ້ ຄ້າຂາຍຢາເສພຕິດ ແລ້ວມີຢາເສພຕິດ ໄວ້ໃນຄອບຄອງ, ມີວັດຖຸຜລິດຢາເສພຕິດ ໄວ້ໃນຄອບຄອງ, ມີອາວຸດເສິກ, ມີວັດຖຸຣະເບີດໄວ້ຄອບຄອງ ດຽວນີ້ຢູ່ການຕໍາຣວດ ເຂົາຍັງຂັ້ນສືບສວນ-ສອບສວນ ວ່າການເຄື່ອນໄຫວຍ້າຍໄປມາ ການຜລິດ ແນວໃດ ການເອົາມາແຕ່ພາກສ່ວນໃດ ມີການພົວພັນທາງໃດຫັ່ນນ່າ ຈະຊັກທອດມາທາງເມືອງໃດ ແຂວງໃດບ້ານໃດ ພວກຂາຍ ມັນມີເປົ້າໝາຍຫຍັງແດ່ ມີທາງພາກສ່ວນໃດແລ້ວຫັ້ນນ່າ.”

ທ່ານກ່າວຕື່ມວ່າ ສໍາລັບຂອງກາງ ທີ່ຍຶດມາໄດ້ນັ້ນ ປະກອບມີ ຢາບ້າ 1 ລ້ານປາຍເມັດ, ແປ້ງຝຸ່ນສີຂາວ 1 ພັນປາຍກິໂລ, ປືນສັ້ນ ພ້ອມລູກປືນ, ໝື້ໝາກຝ່າ 1 ກິໂລ, ເງິນບາດ 1 ລ້ານປາຍບາດ, ເງິນກີບ 90 ລ້ານກີບ, ສາຍແຂນ, ແຫວນສີເຫຼືອງຄ້າຍຄືຄໍາ, ໃບຕາດິນຂອບຄໍາ 4 ໃບ, ປຶ້ມບັນຊີຝາກເງິນ 4 ຫົວ, ໂທຣະສັບ 1 ໜ່ວຍ ແລະ ຣົດກະບະ 2 ຄັນ ແມ່ນຈະນໍາມາເປັນຫຼັກຖານ ເພື່ອໃຊ້ດໍາເນີນຄະດີຕໍ່ໄປ, ສ່ວນການຕັດສິນຄະດີ ຈະມີບົດລົງໂທດແນວໃດນັ້ນ, ທາງເຈົ້າໜ້າທີ່ຕໍາຣວດ ຈະພົວພັນກັບອັຍການສານ ເພື່ອສົ່ງພະຍານ ຫຼັກຖານ ພິຈາຣະນາບົດລົງໂທດໃນຂັ້ນຕໍ່ໄປ.

ກ່ຽວກັບເຣື່ອງນີ້ ອໍານາດການປົກຄອງບ້ານ ຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ກ່າວວ່າ ທ້າມສົມລີ ເປັນພົລເມືອງບ້ານປ່າສັກ ເປັນຊົນເຜົ່າມົ້ງ ເຄີຍເປັນນາຍຄຣູສອນໜັງສື ແຕ່ຖືກໄລ່ອອກ ຍ້ອນເສພຢາເສພຕິດ ຢູ່ພາຍໃນໂຮງຮຽນ ອີກທັງ ທ້າວສົມລີ ເຄີຍມີ ປວັດຕລອດ 1 ປີ ທີ່ຜ່ານມາ ຄື ໄປຊື້ຢາເສພຕິດ ຈາກບ້ານໃກ້ຄຽງມາເສພຢູ່ເຮືອນ ຈົນເຈົ້າໜ້າທີ່ ທ້ອງຖິ່ນເຮັດບົດບັນທຶກ ແລະຈັບ ໃສ່ຄຸກມາແລ້ວ 2-3 ເທື່ອ ແລະສັງເກດເຫັນວ່າ ທ້າວສົມລີ ບໍ່ໄດ້ເປັນຜູ້ລໍ້າລວຍ ແລະຫາກໍຈະມາຄ້າຂາຍ ຢາເສພຕິດແບບຊຸດໃຫຍ່ ໄດ້ປະມານ 1 ອາທິດ ແລະເອົາມາຂາຍຢູ່ພາຍໃນບ້ານ ໃຫ້ກຸ່ມຊາວໜຸ່ມ ແຕ່ກໍບໍ່ມີຜູ້ໃດຊື້.

ຫຼ້າສຸດ ທ້າວສົມລີ ກໍມາຖືກເຈົ້າໜ້າຕໍາຣວດຈັບ ແລະເປັນຜູ້ຄ້າຂາຍຢາເສພຕິດຣາຍໃຫຍ່ ແລະບໍ່ຮູ້ວ່າ ທ້າວສົມລີ ຂົນຂອງກາງ ດັ່ງກ່າວມາຢູ່ບ້ານໄດ້ແນວໃດ ເນື່ອງຈາກຊາຍແດນ ບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແຂວງຕໍ່ແຂວງ ໄດ້ຖືກປິດ ແລະ ມີເຈົ້າໜ້າທີ່ ເວນຍາມຕລອດ 24 ຊົ່ວໂມງ ເພື່ອປ້ອງກັນການແຜ່ຣະບາດ ຂອງ ເຊື້ອໂຄວິດ-19, ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວ ກັນນີ້ວ່າ:

“ບໍ່ລໍ້າບໍ່ລວຍນ່າ ຫາກໍເຣີ່ມເຮັດນີ້ນ່າ ມາທາງໃດບໍ່ຮູ້ ເພາະວ່າຊ້ວງນີ້ ກໍຊ້ວງໂຄວິດນີ້ ຢູ່ຈຸດໃດ ກໍເຈົ້າໜ້າທີ່ປະຈໍາໝົດ ແລ້ວເອົາມາ ແບບໃດບໍ່ຮູ້ນ່າ, ແຕ່ກີ້ກໍຂາຍໃຫ້ວັຍຣຸ້ນ ເປັນເມັດ ສອງເມັດ ກໍບໍ່ເຫັນໃຜຊື້ກິນນີ້ນ່າ ມີແຕ່ລາວຫັ້ນ ເສພແລ້ວກໍຈັບໄປໃສ່ຣະບຽບ ເທື່ອນຶ່ງຕິ, ແລ້ວກໍອອກມາ ເທື່ອທີ່ສອງນີ້ ເວົ້າບໍ່ຟັງ ເສພອີກ ແລ້ວກໍເມັຽລາວ ມາເອົາຄໍາຮ້ອງນໍາ ເຈົ້າໜ້າທີ່ ແລ້ວກໍໄປໃສ່ຣະບຽບ ອີກນ່າ ແລ້ວກໍອອກມາຊຸດນີ້ ກໍອອກມາເຮັດແບບນີ້ ນີ່ນ່າ.”

ຕໍ່ກໍຣະນີດັ່ງກ່າວ ຊາວບ້ານຢູ່ບ້ານໂນນອຸດົມ ເມືອງບາຈຽງ ແຂວງຈໍາປາສັກ ເວົ້າວ່າ ຢາກໃຫ້ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ກັບຜູ້ຄ້າ-ຂາຍ ຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ ເຍົາວະຊົນລູກຫຼານ ພາຍໃນປະເທດ ໃຫຍ່ມາແລ້ວກາຍມາເປັນຄົນຂີ້ລັກ, ສ່ວນການດໍາເນີນຄະດີຕ່າງໆນັ້ນ ກໍໃຫ້ເປັນໄປຕາມກົດໝາຍ ຂອງບ້ານເມືອງ:

“ຍ້ອນວ່າວັຍລຸ້ນເຮົາ ບໍ່ວ່າຈະເປັນນັກຮຽນບໍ ບ້ານບໍ ມັນກໍຊິມີຂີ້ລັກເປັດໄກ່ ໝູ່ນີ້ແຫຼະ ງົວຄວາຍ ເອີ່ ເອົາພໍຊໍ່າມັນໄດ້ຫັ້ນແຫຼະ ພໍໄດ້ກິນມັນ ມັນບໍ່ມີຫຍັງກິນ ຍ້ອນຢາເສພຕິດນີ້ ດໍາເນີນຄະດີຕາມກົດໝາຍເລີຍໂລດ.”

ຊາວບ້ານ ຢູ່ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເວົ້າວ່າ ເຈົ້າໜ້າທີ່ ແຂວງອຸດົມໄຊ ຈັບໂຕຜູ້ຄ້າ-ຂາຍ ຢາເສພຕິດຣາຍໃຫຍ່ໄດ້ ນັ້ນຖືວ່າເປັນເຣື່ອງທີ່ດີ ເພື່ອເຮັດໃຫ້ປະເທດລາວ ບໍ່ມີເດັກນ້ອຍຕິດຢາເສບຕິດ, ສໍາລັບການດໍາເນີນຄະດີ ແມ່ນຢາກໃຫ້ເປັນໄປຕາມຂະບວນການຍຸຕິທັມ ຂອງສານ:

“ຖືວ່າດີ ກໍຖືວ່າປະເທດເຮົາ ກໍຊິດີຂຶ້ນ ເພາະເຖິງຂັ້ນປາບປາມໄດ້ເຕັມທີ່ ມີແຕ່ຖ້າ ປ່ອຍແຜ່ຣະບາດຫຼາຍ ປະຊາຊົນກໍພາກັນຜູ້ເລັກ ເດັກນ້ອຍຕິດງອມແງມຫຼາຍ ໂອ້ ອັນນີ້ມັນກໍ ເຣື່ອງຂອງເພິ່ນ ເພິ່ນເຮັດຕາມຂະບວນການເພິ່ນແລ້ວ ເຮົາມີແຕ່ຕິດຕາມໄປ.”

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ອໍານາດ ການປົກຄອງບ້ານ ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ຊຶ່ງເປັນໂຕແທນປະຊາຊົນພາຍໃນ ບ້ານເວົ້າວ່າ ຊາວບ້ານສ່ວນໃຫຍ່ກໍບໍ່ດີໃຈ ທີ່ຄົນພາຍໃນບ້ານເປັນຜູ້ຄ້າຂາຍ ຢາເສພຕິດຣາຍໃຫຍ່ ຈຶ່ງຢາກໃຫ້ເຈົ້າໜ້າທີ່ ປາບປາມ ຜູ້ຄ້າຂາຍຢາເສພຕິດຢ່າງຈິງຈັງ ແລະລົງໂທດປະຫານຊີວິດ ບໍ່ວ່າຈະເປັນລູກຫຼານ ຊົນຊັ້ນ ໃດກໍຕາມ:

“ໂອ່ ລູກຫຼານຜູ້ໃດກໍຢ່າແຫຼ້ວ ອັນນ່າໄປຕາມກົດໝາຍນີ້ ຢາກປະຫານຊີວິດແຫຼະ ໂຕນີ້ນະ ຄັນບໍ່ເຮັດແນວນີ້ໃຫ້ຜູ້ນຶ່ງກົດໝາຍ ເຮົາກໍ ບໍ່ຍຸຕິທັມເດ້ ຄືວ່າລູກຫຼານນີ້ ເອົາຢູ່ບ້ານອື່ນ ບ້ານໄກບໍ່ຮູ້ ສຸດທ້າຍນີ້ ເອົາຢູ່ບ້ານໂຕ ເຮົາບໍ່ຮູ້ດູ້ ຖ້າວ່າປະກົດການນີ້ ປະມານອາທິດ ນຶ່ງຊື່ໆນ່າ ເຂົາເອົາເຄື່ອງມານ່ະ ແຕ່ກີ້ນີ້ ລາວບໍ່ຫຼີ້ນແບບນີ້ນີ້ນ່າ ໂຕມັນຍັງໄປຊື້ກິນ ກັບ ບ້ານອື່ນພຸ້ນ.”

ກ່ຽວກັບການປາບປາມ ຢາເສພຕິດ ໃນປະເທດລາວນີ້ ຫ້ອງການສໍານັກງານ ນາຍົກຣັຖຕຣີ ກໍໄດ້ອອກແຈ້ງການດ່ວນ ເລຂທີ 498/ຫສນຍ ນະຄອນຫຼວງວຽງຈັນ ລົງວັນທີ 12 ພຶສພາ 2021 ຣະບຸວ່າ ຣັຖບານລາວ ຈະເອົາການປາບປາມຢາເສພຕິດ ໃຫ້ເປັນວາຣະ ແຫ່ງຊາດ ເພື່ອປາບປາມຢາເສພຕິດ ໃຫ້ໝົດໄປຈາກສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.