ຂ.ຫຼວງນໍ້າທາກຸ່ມຕົວະຍົວະ ໜ້ອຍລົງ


2016.10.05
F-Luangnamtha ເມືອງຫຼວງນໍ້າທາ
RFA

ຈຳນວນແມ່ຍິງ ເມືອງສິງ ແຂວງ ຫຼວງນ້ຳທາ ທີ່ຖືກ ຄົນຈີນ ເຂົ້າມາຕົວະຍົວະ ຫຼອກລວງ ຮວມທັງ ໃນຮູບແບບ ໄປແຕ່ງງານ ຫຼື ໄປເຮັດວຽກນັ້ນ ເຫັນວ່າຫຼຸດລົງ ຫຼັງຈາກ ທາງການ ໄດ້ສັ່ງບໍ່ໃຫ້ ຂຍາຍສວນກ້ວຍ ຂອງຈີນ ປະມານ 1 ປີ ຜ່ານມາ ເຮັດໃຫ້ ຄົນຈີນ ເຂົ້າມາ ໜ້ອຍລົງ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ຫ້ອງການ ແມ່ຍິງ ເມືອງສິງ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 4 ຕຸລາ ນີ້:

"ຢູ່່ໃນຊ່ວງນີ້ ກໍບໍ່ມີແລ້ວນໍ ແຕ່ວ່າຊ່ວງຜ່ານມາ ຊ່ວງກ່ອນຫັ້ນ ກໍມີຢູ່ ແຕ່ຊ່ວງນີ້ ພວກເຮົາ ກໍສະກັດກັ້ນ ໄດ້ແລ້ວເນາະ ກໍບໍ່ມີແລ້ວ ທໍາອິດ ກໍວ່າໄປແບບ ໄປຂາຍເຄື່ອງ ຂາຍຫຍັງ ເລີຍໄປ ກໍມີເນາະ ກໍເລີກໄປແລ້ວ ເຂົາເຈົ້າມາ ປູກກ້ວຍ ປູກຫຍັງ ເຂົາເຈົ້າ ກໍກັບໄປ ຫຼາຍແລ້ວ".

ແມ່ຍິງລາວ ທີ່ຖືກຄົນຈີນ ຫຼອກລວງໄປນັ້ນ ມີທັງ ຢູ່ໃນຕົວເມືອງ ແລະເຂດ ຊົນນະບົດ ໂດຍ ການເອົາເງິນ ໃຫ້ ຜູ້ເປັນພໍ່ແມ່ ແລະ ບອກວ່າ ຈະພາໄປ ເຮັດວຽກ ຫຼື ແຕ່ງດອງນຳ. ຈຳນວນນຶ່ງ ທີ່ໄປແລ້ວ ກັບຄືນມາໄດ້. ແຕ່ ຈຳນວນນຶ່ງ ທາງການເມືອງ ບໍ່ສາມາດ ຕິດຕາມໄດ້. ກ່ຽວກັບ ຈໍານວນ ວ່າມີ ຈັກຄົນ ຖືກຕົວະ ໄປນັ້ນ ທ່ານວ່າ ບໍ່ມີຕົວເລກ, ແຕ່ເກີດມີ ປາກົດການນີ້ ເລື້ອຍໆ.

ທ່ານກ່າວວ່າ ປັດຈຸບັນ ທາງ ຫ້ອງການ ແມ່ຍິງ ເມືອງສິງ ໄດ້ໄປ ສຶກສາອົບຮົມ ພວກແມ່ຍິງ ໃຫ້ມີສະຕິ ລະວັງຕົວ ບໍ່ໃຫ້ ຫຼົງກົນລວງ ຂອງພວກຈີນ ທັງທີ່ ເປັນຄົນງານ ແລະ ພວກທີ່ມາ ຂາຍເຄື່ອງ ຂອງນັ້ນ ແລະ ເພື່ອຊຸກຍູ້ ສົ່ງເສີມ ໃຫ້ ພວກເຂົາເຈົ້າ ມີວຽກເຮັດ ງານທຳ ແລະ ຫາວຽກເຮັດໃຫ້.

ທ່ານ ເວົ້າຕື່ມວ່າ ເຖິງແມ່ນວ່າ ທາງເມືອງ ໄດ້ ພຍາຍາມ ແກ້ໄຂ ບັນຫານີ້ ແຕ່ ກໍບໍ່ສາມາດ ປະຕິບັດ ພໍເທົ່າໃດ ຍ້ອນ ງົບປະມານ ບໍ່ພຽງພໍ. ເມືອງສິງ ແຂວງ ຫຼວງນ້ຳທາ ເປັນເມືອງນຶ່ງ ທີ່ມີ ຊາຍແດນ ຕິດກັບ ປະເທດຈີນ ແລະ ມີຄົນຈີນ ເຂົ້າມາ ເຮັດວຽກ ໃນສວນກ້ວຍ ແລະ ມາຄ້າຂາຍຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.