ພາກເໜືອ ຣະວັງ ຂບວນການຄ້າມະນຸດ

ສິດນີ
2017.08.18
f-xk ເດັກນ້ອຍລາວເຜົ່າມົ້ງ ແຂວງຊຽງຂວາງ
Screen captured Xiengkhuang video

ທາງການ ແຂວງຊຽງຂວາງ ໄດ້ອອກແຈ້ງການ ເຕືອນປະຊາຊົນ ໃຫ້ຣະມັດຣະວັງ ກ່ຽວກັບ ການຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ທີ່ເຂົ້າມາເຄືື່ອນໄຫວໃນແຂວງ ເພື່ອມາຕົວະຍົວະ ແມ່ຍິງ ໄປຂາຍຢູ່ຈີນ. ເຈົ້າຫນ້າທີ່ ຕຳຣວດ ໄດ້ປະຊາສຳພັນ ໄປໃນເຂດຕ່າງໆ ເປັນຕົ້ນ ເຂດທີ່ສ່ຽງ ດັ່ງ ເມືອງໜອງແຮດ ແລະ ເມືອງຄູນ, ຊຶ່ງເປັນ ຈຸດທີ່ແມ່ຍິງ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ຫຼາຍຄົນ ໃນຣະຍະທີ່ຜ່ານມາ, ດັ່ງການເປີດເຜີຍ ຂອງເຈົ້າຫນ້າທີ່ ແຂວງຊຽງຂວາງ ທ່ານນື່ງ ຜູ້ທີ່ບໍ່ປະສົງ ອອກຊື່ ເມື່ອວັນທີ 16 ສິງຫາ ນີ້ວ່າ:

"ຕຳຣວດກໍແຈ້ງ ໄປບັນດາທາງທີ່ຜ່ານ ອອກຈາກລາວ ໄປປະເທດອື່ນ ພວກຄ້າມະນຸດ ນີ້ແລ້ວ ສ່ວນຫຼາຍເອົາໄປປະເທດຈີນ ປັດຈຸບັນ ເຈົ້າໜ້າ​ທີ່ ກໍໄດ້ແຈ້ງທຸກບ່ອນ ຫັ້ນແຫລ້ວ ພົວພັນ ເຈົ້າໜ້າທີ່ ຂັ້ນຕ່າງໆ ໃຫ້ປອ້ງກັນ ດ້ວຍວີທີ ຜູ້ຍິງນໍ ຄັນອອກໄປຜູ້ດຽວ ບໍ່ມີທຸຣະກິດ ບໍ່ຈຳເປັນແທ້ໆ ກໍບໍ່ຕ້ອງ ເຄື່ອນໄຫວ ຜູ້ດຽວ  ເພື່ອວ່າ ພວກຄົນ ບໍ່ຫວັງດີນີ້ ເພື່ອວ່າ ມັນບໍ່ໄດ້ໂອກາດ ທີ່ຈະລັກຄົນ ໄດ້ງ່າຍໆອີກແລ້ວ."

ທ່ານກ່າວຕື່ມວ່າ ໃນປັດຈຸບັນ ທາງການ ໄດ້ກຳຊັບໃຫ້ເຈົ້າໜ້າທີ່ ປະຈຳດ່ານ ເຂົ້າອອກ ໃຫ້ກວດກາ ແລະ ເບິ່ງໃຫ້ຮອບຄອບ ຖ້າເຫັນ ເດັກນ້ອຍແມ່ຍິງໄວລຸ້ນ ອາຍຸ ຣະຫວ່າງ 15-20 ນັ່ງຣົດໂດຍສານ ຫຼື ນັ່ງຣົດສ່ວນຕົວ ໄປກັບຄົນຕ່າງຊາດ ໃຫ້ສອບຖາມ ແລະ ກວດກາ ຢ່າງລະອຽດ ວ່າຈະໄປໃສ ມາຈາກໃສ ແລະ ໄດ້ຮັບອະນຸຍາດ ຈາກຄອບຄົວ ແລ້ວບໍ. ຊຶ່ງການກະທຳ ດັ່ງກ່າວ ຖືວ່າເປັນເທື່ອທຳອິດ.

ທ່ານວ່າ ໃນປັດຈຸບັນ ຍັງບໍ່ມີຣາຍງານວ່າ ມີແມ່ຍິງລາວ ຄົນໃດ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດເທື່ອ ໃນແຂວງ ແຕ່ຕ້ອງໄດ້ເຝົ້າຣະວັງ ແລະ ຕິດຕາມ ການເຄື່ອນໄຫວ ຂອງກຸ່ມດັ່ງກ່າວ ຢູ່ຕລອດ ຍ້ອນທີ່ຜ່ານມາ ມີເຫດການແບບນີ້ ເກີດຂຶ້ນໃນແຂວງ.

"ທີ່ຜ່ານມາ ຜູ້ຄົນທີ່ຖືກຄ້າມະນຸດ ເອົາໄປຂາຍ ຢູ່ປະເທດຈີນ ກໍ 15 ຫາ 18 ປີ ນີ້ແຫລະ ຫຼາຍຄົນ ໄດ້ກອບກູ້ໄດ້ກັບຄືນມາ ຫຼາຍຄົນແລ້ວ ໂດຍແມ່ນເຈົ້າຫນ້າທີ່ ຈີນ ແລະ ເຈົ້າໜ້າທີ່ ລາວ ນີ້ເປັນຜູ້ຮ່ວມໄມ້ຮ່ວມມືກັນ ແລ້ວແມ່ນ ສົມທົບຊ່ອຍກັນ ກັບມາໄດ້ຫຼາຍຄົນແລ້ວ ໂດຍໄປຊ່ອຍ ໄດ້ອອກຈາກປະເທດຈີນ ກັບຄືນມາສູ່ປະເທດລາວ ຫັ້ນນ່າ".

ທ່ານກ່າວຕື່ມວ່າ ວ່າງເດືອນຜ່ານມາ ເຈົ້າຫນ້າທີ່ຕຳຣວດ ກໍໄດ້ຊ່ອຍແມ່ຍິງ ຊາວມົ້ງ ຈາກເມືອງ ແຮດ ອາຍຸ 16 ປີ ອອກມາໄດ້ຈາກ ໂຮງງານຈີນ ແຫ່ງນຶ່ງ ໃກ້ກັບ ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ຫລັງຈາກ ຖືກມົ້ງລາວ ຕົ້ວະໄປຂາຍ ຢູ່ຈີນ ແຕ່ໄປບໍ່ຮອດ ເລີຍຖືກຈັບກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.