ຍັງບໍ່ມີຂ່າວແມ່ຍິງລາວ ທີ່ ເສັຽໄປ

ຈໍາປາທອງ
2014.11.13
F-image2 ຍັງບໍ່ມີຂ່າວ ຂອງ ແມ່ຍິງລາວ ທີ່ ເສັຽໄປ ໃນປະເທດຈີນ
RFA

 

ເຈົ້າໜ້າທີ່ ປາບປາມ ການ ຄ້າມະນຸດ ຢູ່ ພາກເໜືອ ຂອງລາວ ນາງນຶ່ງ ກ່າວວ່າ ປັດຈຸບັນ ຍັງບໍ່ມີ ຄໍາຕອບ ຈາກ ເຈົ້າໜ້າທີ່ ຈີນ ກ່ຽວ ກັບ ການ ຂໍຄວາມ ຊ່ວຍເຫຼືອ ໃຫ້ຕິດ ຕາມ ແມ່ຍິງລາວ ຄົນນຶ່ງ ທີ່ ຖືກພວກ ຄ້າມະນຸດ ຕົວະໄປຂາຍ ຢູ່ ປະເທສຈີນ:

"ເຮັດໃບສເນີ ໄປຍັງ ເຈົ້າໜ້າທີ່ ຈີນ ເຂົາຍັງ ບໍ່ໃຫ້ ຄໍາຕອບ ເທື່ອ ປະມານ ເດືອນເກົ້າ ເດືອນສິບ ພຸ້ນແຫລະ ພົວພັນ ຫາ ເຈົ້າໜ້າທີ່ ຈີນ ເນາະ ຂໍຄວາມ ຊ່ວຍເຫລືອ ໃຫ້ ຊ່ວຍເຫລືຶອ ຜູ້ຖືກ ເຄາະຮ້າຍ ນັ້ນແຫລະ".

ນາງເວົ້າວ່າ ເມື່ອ ວັນທີ 10 ພຶສຈິກາ ນີ້ ເຈົ້າໜ້າທີ່ ແຂວງ ຊຽງຂວາງ ໄດ້ ປະສານງານ ກັບ ເຈົ້າໜ້າທີ່ ແຂວງ ຫລວງນໍ້າທາ ເພື່ອ ຂໍ ໃຫ້ ປະສານງານ ກັບ ເຈົ້າໜ້າທີ່ ຈີນ ຫຼັງຈາກ ໄດ້ຮັບ ຣາຍງານ ຈາກ ປະຊາຊົນ ວ່າ ແມ່ຍິງ ແຂວງ ຊຽງຂວາງ ຄົນນຶ່ງ ໄດ້ຖືກ ພວກ ຄ້າມະນຸດ ຕົວະຍົວະ ໄປຈີນ ແລະ ຄາດວ່າ ທາງການ ຈີນ ກໍາລັງ ຕິດຕາມ ຊອກຫາ ໃຫ້ ຄືດັ່ງທີ່ ຜ່ານມາ.

ນາງເວົ້າ ຕື່ມວ່າ ບັນຫາ ການ ຄ້າມະນຸດ ຣະຫວ່າງ ລາວ ແລະ ປະເທສ ເພື່ອນບ້ານ ນັ້ນ ຍັງເກີດຂຶ້ນ ຢູ່ເລື້ອຍໆ ຍ້ອນພວກ ຄ້າມະນຸດ ແອບແຟງ ເຂົ້າມາ ຢູ່ ຕລອດ ແລະ ທາງການ ລາວ ກໍໄດ້ ປ້ອງກັນ ຫລາຍຂຶ້ນ ເພື່ອເຮັດໃຫ້ ບັນຫາ ນີ້ ຫລຸດຜ່ອນລົງ.

ແມ່ຍິງລາວ ປັດຈຸບັນ ນອກຈາກ ຖືກ ຕົວະ ໄປ ຈີນ ແລ້ວ ກໍມີຂ່າວ ວ່າ ຖືກຄ້າໄປ ບໍຣິການ ທາງເພດ ຢູ່ ປະເທສໄທ ທີ່ປາກົດ ຢູ່ໃນ ສື່ມວນຊົນ ໄທ ເກືອບ ທຸກ ສັປດາ ເຊັ່ນຂ່າວ ກ່ຽວກັບ ການ ຊ່ວຍເຫລືອ ແມ່ຍິງລາວ 17 ຄົນ ທີ່ ແຂວງ ນະຄອນ ປະຖົມ ຂອງໄທ ເມື່ອ ບໍ່ດົນ ມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.