ຄົນງານຫາປາ 9 ຄົນ ມາເຖິງ ລາວ
2015.06.19
ທ່ານ ພອນສີ ບຸນມີໄຊ ເລຂາ ສະຖານທູດ ລາວ ປະຈຳ ບາງກອກ ປະເທດ ໄທ, ໃຫ້ ສັມພາດ ຕໍ່ ເອເຊັຽ ເສຣີ ໂດຍ ກ່າວວ່າ ລູກເຮືອ ປະມົງ ລາວ ທັງ 9 ຄົນ ທີ່ ເດີນທາງ ມາຈາກ ປະເທດ ອິນໂດເນເຊັຽ ນັ້ນ, ມາຮອດ ໄທ ເມື່ອ ວັນທີ 16 ມິຖຸນາ, ແລະ ກໍໄດ້ ເດີນທາງ ໄປ ຮອດ ສປປລາວ ແລ້ວ, ໂດຍ ທາງ ສະຖານທູດ ໃຫ້ ການ ຊ່ວຍເຫຼືອ:
"ຮອດ ນະຄອນ ຫລວງ ວຽງຈັນ ແລ້ວ, ເພາະວ່າ ເຮົາກະ ຮັບສົ່ງ ຕໍ່ ອໍານວຍ ຄວາມ ສະດວກ ຊື່ໆ ດອກ ທາງ ສະຖານທູດ ເຮົາ ໄປ ຮັບສົ່ງຕໍ່ ຂຶ້ນຍົນ ກັບ ວຽງຈັນ ມັນ ກະ ມີ ຫລາຍ ແຂວງ ມາຈາກ ສວັນນະເຂດ ກະມີ, ຈໍາປາສັກ ກະມີ, ນະຄອນ ຫລວງ ວຽງຈັນ ກະມີ ຫັ້ນນະ, ກະມີ ຄວາມດີໃຈ ຫັ້ນແຫລະ, ໄດ້ ກັບບ້ານ ກັບຊ່ອງ ຣັຖບານ ໄດ້ ເອົາໃຈ ໃສ່ ເດ໋".
ແລະ ໃນອີກ ບໍ່ດົນ ລູກເຮືອ ປະມົງ ລາວ 4 ຄົນ ທີ່ ມູນນິທິ ສົ່ງເສີມ ຄຸນນະພາບ ແຮງງານ ຂອງ ໄທ ຊ່ວຍເຫລືອ ນັ້ນ, ກໍ ກຳລັງ ຈະໄດ້ ເດີນທາງ ກັບມາ ຕື່ມອີກ. ແຕ່ຍັງ ບໍ່ຮູ້ ມື້ທີ່ ແນ່ນອນ. ປັດຈຸບັນ ພວກເຂົາ ຍັງ ຢູ່ໃນ ຂັ້ນຕອນ ປະກອບ ເອກກະສານ ແລະ ສຳພາດ.
ທ່ານ ເວົ້າວ່າ ຄົນງານ ລາວ ທີ່ ຖືກຄ້າ ແຮງງານ ຢູ່ ເຮືອ ປະມົງ ຂອງໄທ ທີ່ ປະເທດ ອິນໂດເນເຊັຽ ນັ້ນ, ມີທັງ ຜູ້ໄປ ແບບ ສມັກໃຈ ແລະ ຜູ້ຖືກ ຕົວະຍົວະ ໄປ. ທ່ານວ່າ ທາງ ສະຖານທູດ ລາວ, ໃຫ້ ຄວາມ ສຳຄັນ ໃນ ບັນຫາ ນີ້ ເພື່ອ ປົກປ້ອງ ສິດ ຜົລປໂຍດ ຂອງ ຄົນງານ ລາວ ຢູ່ ຕ່າງ ປະເທດ.
ປັດຈຸບັນ ຍັງມີ ຄົນງານ ປະມົງ ລາວ ອີກ ຫລາຍຄົນ ຢູ່ ເກາະ ອຳບົນ ຂອງ ອິນໂດເນເຊັຽ ທີ່ ກຳລັງ ລໍ້ຖ້າ ການ ຊ່ວຍເຫລືອ ຢູ່. ຫລາຍຄົນ ບໍ່ ສາມາດ ຕິດຕໍ່ ກັບ ຄອບຄົວ ຂອງຕົນ ມາເປັນ ເວລາ ຫລາຍປີ, ຈົນ ຄອບຄົວ ຄິດວ່າ ຫາຍສາບສູນ ໄປແລ້ວ ກໍມີ.