ລາວຍັງຄອງຖ້າກົດໝາຍ ຕ້ານການຄ້າມະນຸດ
2013.01.29

ເຈົ້າຫນ້າທີ່ ອົງການ ບໍ່ຂື້ນກັບ ຣັຖບານ ທ່ານນື່ງເວົ້າວ່າ ເຖິງແມ່ນວ່າ ສປປ ລາວໄດ້ຮ່າງກົດຫມາຍ ຕ້ານ ການຄ້າມະນຸດ ໂດຍສະເພາະ ແລະ ມີແຜນບັງຄັບໃຊ້ ໃນປີ 2014 ແລ້ວກໍຕາມ ແຕ່ກໍຍັງ ບໍ່ແນ່ໃຈວ່າ ກົດຫມາຍນັ້ນ ຈະຜ່ານສະພາ ຫລືບໍ ຊື່ງໃນປັດຈຸບັນ ກໍຍັງບໍ່ໄດ້ ຢູ່ໃນຂັ້ນຕອນ ການພິຈາຣະນາ ຂອງສະພາເທື່ອ. ທ່ານກ່າວວ່າ:
"ບໍ່ແນ່ໃຈ ວ່າຊີ່ເອົາຜ່ານ ສະພາປີຫນ້າ ໄດ້ຫລືບໍ ໂຕນີ້ຍັງບໍ່ໄດ້ ເອົາເຂົ້າສູ່ສະພາ ຍັງຢູ່ ໃນຂັ້ນຕອນ ກະຕຽມຮ່າງໂຕນີ້ ຍັງບໍ່ທັນ ໄດ້ຮັບຂ່າວເທື່ອວ່າ ເປັນຄັ້ງສຸດທ້າຍ ກະຍັງມີການ ປັບປຸງ ການທວນຄືນຢູ່".
ທ່ານກ່າວຕໍ່ໄປວ່າ ເຖິງແມ່ນວ່າ ຮ່າງກົດຫມາຍ ດັ່ງກ່າວ ຈະຜ່ານສະພາ ແຫ່ງຊາດ ກໍຍັງຕ້ອງຜ່ານ ກອງປະຊຸມ ອີກຫລາຍເທື່ອ ເພື່ອຟັງຄວາມເຫັນ ແລະ ການພິຈາຣະນາ ຈາກ ຫລາຍພາກສ່ວນ ທີ່ກ່ຽວຂ້ອງ ຊື່ງຄາດວ່າ ເປັນເຣື້ອງ ຍາກພໍສົມຄວນ ທີ່ຈະສາມາດ ບັງຄັບໃຊ້ ໃຫ້ທັນໃນ ປີ 2014.
ທ່ານວ່າ ໃນປາຍປີ 2012 ຣັຖບານລາວ ໄດ້ເຊັນຮັບຮອງເອົາ ຍຸທສາດ ແຫ່ງຊາດ ກ່ຽວກັບ ວຽກງານ ຕ້ານ ການຄ້າມະນຸດ ຊື່ງຖືວ່າເປັນ ບາດກ້າວ ອັນສຳຄັນ ໃນເຣື້ອງຕ້ານ ການຄ້າມະນຸດ ໃນລາວ ເມື່ອໃຊ້ຄວບຄູ່ກັັບ ກົດຫມາຍ ຕ້ານ ການຄ້າມະນຸດ ກໍຈະສາມາດ ຕອບໂຕ້ ຂະບວນ ການຄ້າມະນຸດ ໄດ້ຫລາຍຂື້ນ.
ໃນປີ 2011 ສປປລາວ ມີການສືບສວນ ກ່ຽວກັບ ຄະດີ ການຄ້າມະນຸດ ເຖິງ 47 ກໍຣະນີ ໃນນັ້ນ 37 ກໍຣະນີ ຖືກດຳເນີນຄະດີ ໃນສານ. ສ່ວນໃນປີ 2012 ຍັງບໍ່ມີຣາຍງານ ກ່ຽວກັບ ເຣື້ອງນີ້ເທື່ອ. ເຖິງຢ່າງໃດກໍຕາມ ທາງການລາວ ຄາດວ່າ ຖ້າກົດຫມາຍ ສະບັບ ດັ່ງກ່າວ ຜ່ານສະພາ ຈະສາມາດ ຫລຸດຜ່ອນ ບັນຫາ ການຄ້າມະນຸດ ໃນລາວ ລົງໄດ້.