ແມ່ຍິງລາວຍັງຖືກຫຼອກ ໄປຈີນ

ພູວົງສ໌
2019.02.01
ແຂວງຫຼວງພຣະບາງ
RFA

ແມ່ຍິງລາວຢູ່ແຂວງພາກເໜືອ, ທີ່ຖືກຕົວະຍົວະໄປແຕ່ງດອງກັບຄົນຈີນ, ແລະຜູ້ໄປຊອກວຽກເຮັດຢູ່ຈີນ ແບບຜິດກົດໝາຍ ຖືກທາງການຈີນ ຜັກດັນ ແລະຊ່ອຍເຫຼືອສົ່ງຕົວກັບຄືນປະເທສລາວ ຫຼາຍຢູ່. ໃນໄລຍະ 1 ປີ ທີ່ຜ່ານມາ ຈົນຮອດດຽວນີ້, ມີຜູ້ຖືກສົ່ງຕົວກັບມາ ອາທິດນຶ່ງ ຢ່າງໜ້ອຍ 2 ຄົນ, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ, ຢູ່ແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 01 ກຸມພາ ນີ້ວ່າ:

“ທາງຈີນກະສະກັດກັ້ນເດ້, ທີ່ວ່າມີນາຍໜ້າຂົນຂວາຍໄປເບາະ, ຫຼືວ່າຖືກຕົວະຍົວະໄປ. ລະບາດນີ້, ຈີນ ຫັ້ນມັນກວດພົບເຫັນລະມັນໄດ້ ຜັກດັນ ກັບຄືນມາທາງດ່ານບໍ່ເຕັນ, ບາງມື້ມັນມາຮອດ 7-8 ຄົນ ບາງມື້ກະມາ 2-3 ຄົນ, ແຕ່ວ່າທິດ 1 ບໍ່ຫຼຸດ 2-3 ຄົນ."

ນັບແຕ່ປີກາຍມາ, ຈຳນວນແມ່ຍິງລາວທີີ່ທາງການຈີນ ສົ່ງກັບຄືນມານັ້ນ ທັງໝົດເປັນແມ່ຍິງພາກເໜືອ, ທັງຫຼວງພຣະບາງ, ອຸດົມໄຊ, ຫຼວງນ້ຳທາ ແລະໄຊຍະບູຣີ, ສ່ວນໃຫຍ່ເປັນແມ່ຍິງ ທີ່ໄປເຮັດວຽກຢູ່ຈີນ ແບບຜິດກົດໝາຍ ຊຶ່ງມີຈຳນວນຫຼາຍຮ້ອຍຄົນ.

ສຳລັບຜູ້ທີ່ມາຊອກຕົວະຕົ້ມໄປແຕ່ງດອງກັບຄົນຈີນ, ຫຼືຂາຍເຂົ້າສະຖານທີ່ ຄ້າປະເວນີນັ້ນ, ມາຮອດດຽວນີ້ ທາງການແຂວງຫຼວງນ້ຳທາ ໄດ້ດຳເນີນຄດີກັບຜູ້ກະທຳຜິດ ໄປແລ້ວຫຼາຍຄົນ, ຍັງເຫຼືອແຕ່ 12 ກໍຣະນີ ທີ່ຕ້ອງໄດ້ສືບສວນສອບສວນກ່ອນ. ສ່ວນແມ່ຍິງທີ່ຕົກເປັນ ເຫຍື່ອນັ້ນ, ທາງການລາວ ແລະຈີນ ກໍໄດ້ຊ່ອຍເຫຼືອກັບຄືນມາໄດ້ ຫຼາຍຄົນແລ້ວ.

“ທີ່ວ່າ ຊ່ວຍກັບຄືນມາໄດ້ກະຄົນນຶ່ງ, ຄົນແຂວງອື່ນໝົດ ເພາະວ່າແຂວງເຮົາເປັນທາງຜ່ານເດ້, ແຂວງອຸດົມໄຊ, ຫຼວງພຣະບາງ, ແຂວງ ໄຊຍະ. ມັນກະຫຼາຍແຂວງ, ຂຽນໜັງສືສເນີຫາຕຳຣວຈ ຈີນ ເຂົາກະຊ່ວຍ. ພຸ້ນແຫຼະ, ຍັງຄ້າງຢູ່ຈີນ 2 ຄົນ. ປະຈຸບັນ ພວກເຮົາດຳເນີນ ການຢູ່, ກະກຽມສະຫຼຸບສົ່ງໃຫ້ອັຍການ."

ທ່ານກ່າວມ້ວນທ້າຍວ່າ ໃນປີຜ່ານມາ ແຂວງຫຼວງນ້ຳທາ ມີຄະດີກ່ຽວກັບແມ່ຍິງ ແລະເດັກນ້ອຍ ເກີດຂຶ້ນເຖິງ 41 ກໍຣະນີ, ແຕ່ທີ່ເຂົ້າຂ່າຍ ການຄ້າມະນຸສ, ປະເພດຖືກຕົວະໄປແຕ່ງດອງ ຫຼືຂາຍເຂົ້າສະຖານທີ່ ຄ້າປະເວນີ ນັ້ນມີແຕ່ 14 ກໍຣະນີ, ເຊິ່ງກໍໄດ້ ຕັດສິນໄປແລ້ວ 2 ກໍຣະນີ, ຍັງເຫຼືອອີກ 12 ກໍຣະນີ ທີ່ຍັງສືບສວນສອບສວນບໍ່ແລ້ວ.

ສ່ວນອີກ 100 ປາຍຄະດີ ທີ່ເກີດຂຶ້ນກັບແມ່ຍິງລາວ, ແລະໄດ້ມີການຣາຍງານຜ່ານສື່ທາງການລາວນັ້ນ, ເປັນຄະດີຂອງແມ່ຍິງແຂວງອື່ນໆ ບໍ່ແມ່ນແຂວງຫຼວງນ້ຳທາ, ດັ່ງທີ່ຂ່າວຣາຍງານ ເຈົ້າໜ້າທີ່ຈຶ່ງບໍ່ມີຂໍ້ມູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.