ທ້າວແຫລ້ ຍັງຕິດຢູ່ ເກາະຕວນ

ສິດນີ
2017.08.11
f-ht ທ້າວແຫລ້ ອາຍຸ 27 ປີ ຄົນງານລາວ ທີ່ຖືກປ່ອຍໄວ້ ຢູ່ໃນເກາະຕວນ ປະເທດ ອິນໂດເນເຊັຍ ຕັ້ງແຕ່ປີ 2004
RFA/LPN

ທ້າວແຫລ້ ອາຍຸ 27 ປີ ຄົນງານລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ຢູ່ເຮືອປະມົງຂອງໄທ ແລ້ວຖືກປ່ອຍໄວ້ ຢູ່ເກາະຕວນ ປະເທດ ອິນໂດເນເຊັຍ ຕັ້ງແຕ່ປີ 2004 ຍັງບໍ່ໄດ້ ກັບຄືນ ປະເທດລາວ ຍ້ອນວ່າ ບໍ່ມີຍາດພີ່ນ້ອງ ໄປໃຫ້ການຢັ້ງຢືນ ແລະໃຫ້ຂໍ້ມູນ ແກ່ກົງສຸນລາວ ປະຈຳ ຈັກກາຕາ ປະເທດ ອິນໂດເນເຊັຍ. ດັ່ງ ທ່ານ ສະໝັກ ທັບທານີ ຜູ້ອຳນວຍການ ຝ່າຍປ້ອງກັນ ການຄ້າມະນຸດ ມູລນິທິເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດແຮງງານ ຂ້າມຊາດຂອງໄທ ຫລື LPN ໄດ້ກ່າວ ໃນວັນທີ 10 ສິງຫາ ວ່າ:

"ຫລ້າສຸດ ກໍໄດ້ຮັບວ່າ ມີການຕິດຕາມຢູ່ວ່າ ທາງການລາວ ມີການປະສານງານ ດ້ານຂໍ້ມູນກັນໄປລະດັບນຶ່ງ ແຕ່ບັນຫາ ກໍຄືຍັງບໍ່ມີບຸກຄົນ ຫລືວ່າພິຍານ ຫລືວ່າ ຄົນທີ່ຮູ້ວ່າ ທ້າວ ແຫລ້ເປັນລູກຂອງໃຜ ຫລືວ່າຢູ່ບ້ານໃດ ເພື່ອຮັບຮອງ ສະຖານະ ໃນການອອກໜັງສື ເດີນທາງ ຊົ່ວຄາວ ໃນການກັບມາ ປະເທດຕົ້ນທາງ".

ທ່ານກ່າວຕໍ່ອີກວ່າ ຕອນນີ້ສະຖານທູດລາວ ຢູ່ຈັກກະຕາ ໄດ້ຮັບເລື້ອງຂອງ ທ້າວແຫລ້ ໄວ້ແລ້ວແລະໄດ້ປະສານ ໄປຍັງເມືອງແລະແຂວງ ທີ່ ທ້າວແຫລ້ ໄດ້ໃຫ້ຂໍ້ມູນໄວ້ ແຕ່ຍ້ອນວ່າ ຜູ້ກ່ຽວຖືກຕົວະມາ ຢູ່ປະເທດອິນໂດເນເຊັຍ ຕັ້ງແຕ່ອາຍຸ 14 ປີ ແລະ ຖືກທຳຮ້າຍຮ່າງກາຍ ຫລາຍຄັ້ງ ຈົນສະໝອງ ບໍ່ປົກກະຕິ ຈຶ່ງໃຫ້ຂໍ້ມູນໄດ້ ບໍ່ຫລາຍປານໃດ.

ກ່ອນໜ້ານີ້ ທ້າວ ແຫລ້ ເຄີຍບອກວ່າ ຢູ່ເມືອງໄກສອນ ແຂວງສະຫວັນນະເຂດ ແຕ່ປັດຈຸບັນ ລາວບອກວ່າ ເປັນຄົນແຂວງຄຳມ່ວນ ຊຶ່ງ ການໃຫ້ຂໍ້ມູນ ບໍ່ກົງກັນ ເຮັດໃຫ້ ເຈົ້າໜ້າທີ່ ທາງການລາວ ຊອກຫາພໍ່ແມ່ ພີ່ນ້ອງໄດ້ຍາກ.

ທ່ານ ສະໝັກ ກ່າວອີກວ່າ ຖ້າບໍ່ມີໃຜມາຢືນຢັນໄດ້ ການດຳເນີນການຂັ້ນຕໍ່ໄປ ມູລນິທິ ກໍຈະປະສານງານໄປຫາກົງສຸນລາວ ປະຈຳປະເທດ ອິນໂດເນເຊັຽ ຮັບຕົວຜູ້ເຄາະຮ້າຍ ກັບມາຄຸ້ມຄອງ ໄວ້ກ່ອນ.

ສຳລັບຂໍ້ມູນຂອງ ທ້າວ ແຫລ້, ພໍ່ຊື່ ທ້າວ ໂຍ, ແມ່ຊື່ ນາງ ກອງ, ປ້າຊື່ ມຸນ, ລຸງຊື ບົວທອງ, ແມ່ຕູ້ຊື່ ຊົມມາ, ແລະ ພໍ່ຕູ້ຊື່ ປານ ຊຶ່ງຜູ້ກ່ຽວ ວ່າເຄີຍຮຽນຢູ່ ໂຮງຮຽນ ບ້ານນາຝ່າຍ ເມືອງ ໄກສອນ ແຂວງ ສະຫວັນນະເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.