ຍິງສາວລາວຖືກຍົວະ ໄປຂາຍ

ໄຊຍາ
2019.01.14
f-vangvieng ສະຖານທີ່ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ
RFA/KS

ຍິງສາວລາວ ອາຍຸ 16 ປີ ຊຶ່ງຄອບຄົວ ເຊື່ອວ່າຖືກນາຍໜ້າ ຕົວະໄປຂາຍ ໃນບ່ອນຄ້າ ປະເວນີ, ເອື້ອຍຂອງຍິງສາວລາວ ອາຍຸ 16 ປີ ຜູ້ເຄາະຮ້າຍ ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ກຳລັງຊອກຫາ ນ້ອງສາວ ທີ່ຖືກນາຍໜ້າຄົນລາວ ຕົວະຍົວະໄປເຮັດວຽກ ຢູ່ຕ່າງແຂວງ ຕັ້ງແຕ່ ວັນທີ 12 ມົກກະຣາ ຜ່ານມາ ເຊິ່ງທາງຄອບຄົວເຊື່ອວ່າ ນ້ອງສາວຖືກຕົວະໄປຄ້າປະເວນີ, ດັ່ງເອື້ອຍຂອງຍິງສາວ ຜູ້ເຄາະຮ້າຍ ເວົ້າຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 14 ມົກກະຣາ ນີ້ວ່າ:

"ມາແຕ່ຕ່າງແຂວງ ມາແຕ່ນອກ ແບບເປັນສາວຫາເງິນຫັ້ນນ່າ ແລ້ວຍັງແຕ່ນ້ອງສາວຂ້ອຍຢູ່ເຮືອນເຮົາ ຍົວະນ້ອງສາວຂ້ອຍ ນ້ອງສາວຂ້ອຍ ຈົນບໍ່ມານອນຢູ່ເຮືອນສາມມື້ ໄປຢູ່ແຕ່ເຮືອນລາວ ຫັ້ນນ່າ ແລ້ວຮ້າຍແລ້ວກໍ່ຕີລາວ ເພາະວ່າລາວຍົວະເດ ເດັກນ້ອຍຍົວະເຂົາກາເຊື່ອ."

ອີງຕາມການບອກເລົ່າຂອງເອື້ອຍ ນ້ອງສາວແມ່ນບໍ່ໄດ້ຮຽນໜັງສື ເຮັດໄຮ່ຊ່ອຍຄອບຄົວ ປະຈຸບັນບໍ່ສາມາດຕິດຕໍ່ໄດ້ແລ້ວ ຫັລງຈາກທີ່ໄດ້ ລົມກັບນ້ອງພຽງເທື່ອດຽວ ແລະຮູ້ວ່າດຽວນີ້ ນ້ອງຢູ່ວັງວຽງ. ປະຈຸບັນໄດ້ແຈ້ງປົກຄອງບ້ານ ແລະ ປກສ ເມືອງລ່ອງແຈ້ງ ໄວ້ແລ້ວ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຕ້ານການຄ້າມະນຸດ ຢູ່ນະຄອນຫລວງວຽງຈັນ ໄດ້ໃຫ້ຄຳແນະນຳວ່າ:

"ຂະເຈົ້າຕ້ອງມາແຈ້ງຢູ່ຕຳຣວດ ສະກັດກັ້ນຢູ່ສູນກາງ ຄືກົມສະກັດກັ້ນ ແລະຕ້ານການຄ້າມະນຸດ ຢູ່ທີ່ວຽງຈັນ ໃຫ້ຂະເຈົ້າມາ ຢ່າງນ້ອຍກໍ່ໃຫ້ ເຂົ້າມາແຈ້ງໄວ້ກ່ອນເນາະ ເພາະວ່າວັງວຽງ ນີ້ມີນັກທ່ອງທ່ຽວຈີນ ກັບເກົາຫລີຫັ້ນຫລາຍ ຄັນຂະເຈົ້າເອົາໄປຫັ້ນ ເປັນໄປໄດ້ວ່າຈະເອົາໄປ ຂາຍຢູ່ວັງວຽງ."

ປະຈຸບັນເຣື່ອງດັ່ງກ່າວໄດ້ປະສານໄປຫາ ປກສ ເມືອງວັງວຽງແລ້ວ ແລະທາງຄອບຄົວກໍກຳລັງຊອກເງິນ ເພື່ອຈະເດີນທາງໄປຊ່ອຍນ້ອງສາວ ທີ່ຖືກຕົວະໄປວັງວຽງ ແຕ່ກໍ່ບໍ່ຮູ້ວ່າຈະພົບເຫັນກັນຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.