ໄທ ພິສູດອາຍຸແມ່ຍິງ 12 ຄົນ

ສຸພັດຕາ
2019.05.01
F-human-trafficking ການຄ້າມະນຸດ ແມ່ນຜິດຕໍ່ ກົດໝາຍປະເທດ ແລະກົດໝາຍສາກົນ
RFA

ທາງການໄທ ກໍາລັງກວດພິສູດອາຍຸ ຂອງແມ່ຍິງລາວ 12 ຄົນ ທີ່ຖືກຊ່ອຍເຫຼືອອອກຈາກ ຮ້ານຄາຣາໂອເກະ ຂາຍບໍຣິການ ທາງເພດ ຢູ່ແຂວງນາວາທິວາດ ຂອງໄທ ໃນວັນທີ 29 ເມສາ ຜ່ານມາ ໂດຍເບື້ອງຕົ້ນ ເຈົ້າໜ້າທີ່ ສັນນິຖານວ່າ ແມ່ຍິງລາວທີ່ຊ່ອຍມາໄດ້ນັ້ນ ອາຍຸແທ້ອາດບໍ່ຮອດ 18 ປີ ຊຶ່ງບໍ່ກົງກັບໜັງສືເດີນທາງ, ດັ່ງທ່ານປີຊາ ນວນນ້ອຍ ເຈົ້າເມືອງສຸໂຫງໂກລົກ ແຂວງນາຣາທິວາດ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ພຶສພາ ນີ້ວ່າ:

ທ່ານວ່າ “ມີແຕ່ຄົນລາວ ຄົນລາວທັງໝົດເລີຍ 12 ຄົນ ແຕ່ວ່າພາສປອດ ອາຍຸເກີນໝົດ ພາສປອດທີ່ເຂົາເຈົ້າມາ ຖືວ່າອາຍຸເກີນໝົດ ສະນັ້ນ, ທາງທີມງານກໍຕ້ອງເອົາໄປພິສູດ ມວນກະດູກ ວ່າອາຍຸ ເກີນແທ້ຫຼືບໍ່ ຕອນນີ້ທາງເມືອງ ກໍເລີຍສົ່ງໄປຢູ່ສູນພັກເດັກ ແລະ ເຍົາວະຊົນ ແຂວງນາຣາທິວາດ ເພື່ອໄປຄັດແຍກ ຄັດກອງພິສູດ.”

ຕາມການກວດສອບໜັງສືເດີນທາງ ຂອງແມ່ຍິງລາວທັງ 12 ຄົນນັ້ນ ມີໜັງສືເດີນທາງ, ແຕ່ບໍ່ມີບັດເຮັດວຽກໃນໄທ ສ່ວນນຶ່ງ ມາຈາກ ແຂວງພາກກາງ ແລະພາກໃຕ້ຂອງລາວ. ໃນນັ້ນມີ 2 ຄົນ ອາຍຸຕໍ່າກວ່າ 18 ປີ ສ່ວນອີກ 10 ຄົນ ອາຍຸເກີນ 18 ປີ ແຕ່ເຈົ້າໜ້າທີ່ໄທ ຍັງບໍ່ເຊື່ອ ຍ້ອນເບິ່ງພາບໂຕຈິງແລ້ວ ແມ່ຍິງຍັງອາຍຸບໍ່ຮອດ 18 ປີ, ຈຶ່ງໄດ້ສົ່ງໂຕໄປຄຸ້ມຄອງ ຢູ່ສູນພັກເດັກ ແລະເຍົາວະຊົນ ແຂວງນາ ຣາທິວາດ ເພື່ອໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ກວດພິສູດມວນກະດູກ ວ່າອາຍຸເທົ່າໃດແທ້.

ສ່ວນເຣື່ອງຄະດີຄວາມ ທ່ານ ປີຊາ ເວົ້າວ່າ ຕອນນີ້ຍັງບໍ່ສາມາດສລຸບໄດ້ ຕ້ອງລໍຖ້າຜົນພິສູດ ອາຍຸທັງໝົດ ແລະສອບສວນເພີ້ມຕື່ມວ່າ ເປັນການຄ້າມະນຸດ ຫຼືບໍ່, ແຕ່ກໍໄດ້ຕັ້ງຂໍ້ຫາ ເຈົ້າຂອງຮ້ານ 4 ຂໍ້ຫາ ຄື:

ຮ່ວມກັນເຮັດທຸຣະກິຈຄ້າປະເວນີ,

ເປັນເຈົ້າຂອງຮ້ານຄ້າປະເວນີ,

ຕັ້ງຮ້ານອາຫານໂດຍບໍ່ໄດ້ຮັບອະນຸຍາດ

ແລະຈ້າງຄົນຕ່າງດ້າວ ທີ່ບໍ່ໃບອະນຸຍາດເຮັດວຽກ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຕ້ານການຄ້າມະນຸດ ແຂວງຈໍາປາສັກ ກໍໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ທາງການລາວຮັບຮູ້ແລ້ວ, ແຕ່ການສົ່ງໂຕກັບ ປະເທດລາວ ຈະມີຂຶ້ນ ຫຼັງຈາກແລ້ວ ຄະດີຈາກຝັ່ງໄທ ກ່ອນ, ດັ່ງທ່ານກ່າວວ່າ:

“ແມ່ນແລ້ວ ຫຼັງຈາກເພິ່ນເຮັດຂະບວນການກັບເດັກແລ້ວ ເມື່ອໄດ້ເຂົ້າບ້ານພັກ ຖ້າແມ່ນວ່າເດັກໄດ້ຮັບການຄຸ້ມຄອງ ກໍຈະຕ້ອງເຂົ້າຂະບວນ ການ ທາງດ້ານກົດໝາຍກ່ອນ ເພິ່ນຈັ່ງສົ່ງກັບເປັນ ທາງການ ສົ່ງກັບເລີຍ ຖ້າແມ່ນວ່າເພິ່ນສົ່ງກັບ ລາວກໍຈັ່ງຮັບ.”

ເຈົ້າໜ້າທີ່ ໄປຊ່ອຍເຫຼືອແມ່ຍິງລາວທັງ 12 ຄົນນີ້ເພາະໄດ້ຂ່າວຈາກການບຸກຈັບ ຮ້ານຄາຣາໂອເກະ ທີ່ລັກເຮັດເປັນໂຮງໂສເພນີ ຢູ່ເມືອງ ຊຽງຄານ, ແຂວງເລີຍ ຂອງໄທ ໃນວັນທີ 29 ມິນາ ທີ່ຜ່່ານມາ. ໃນເວລານນັ້ນ ຕໍາຣວດໄດ້ຊ່ອຍແມ່ຍິງລາວມາໄດ້ 10 ຄົນ ແລະ 1 ໃນ 10 ຄົນນັ້ນ ກໍໄດ້ໃຫ້ຂໍ້ມູນວ່າ ເຄີຍເຮັດວຽກ ຢູ່ໂຮງໂສເພນີ ແຂວງນາຣາທິວາດມາກ່ອນ, ທາງການແຂວງເລີຍ ທີ່ໄປຈັບກຸມຮ້ານຄາຣາ ໂອເກະ ນັ້ນ ຈຶ່ງໄດ້ປະສານໃຫ້ ທາງການແຂວງນາຣາທິວາດ ເຂົ້າກວດຄົ້ນ ແລະຊ່ອຍເຫຼືອ ແມ່ຍິງລາວ ໃນຮ້ານໂສເພນີ ຢູ່ແຂວງນາວາ ທິວາດ ໃນເທື່ອນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.