ທາງການລາວຈະພິມປື້ມ ວິຊາ ຕ້ານຄ້າມະນຸດ
2020.11.19
ໃນປີ 2021 ກະຊວງສຶກສາທິການ ແລະກິລາ ຈະຈັດພິມປຶ້ມ ”ວິຊາຕ້ານການຄ້າມະນຸດ” ສະບັບສົມບູນ ເພື່ອນໍາໃຊ້ແຕ່ຊັ້ນ ມ.1 ຫາ ມ.7 ຢູ່ແຂວງທີ່ມີຄວາມສ່ຽງຫລາຍ ຕໍ່ການຄ້າມະນຸດ ເຊັ່ນແຂວງບໍ່ແກ້ວ ແລະ ຫລວງນໍ້າທາ ເພາະໄດ້ງົບປະມານ ຈາກ ກອງເລຂາຄະນະ ກໍາມະການ ຕ້ານການຄ້າມະນຸດ ຣະດັບຊາດ ຈັດພິມ 67 ພັນ ຫົວແລ້ວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຈໍາປາສັກ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ພຶສຈິກາ ນີ້:
“ເປັນຄະແນນທີ່ດີ ເພາະວ່າໃນເວລາມາຂໍ້ສເນີປັບປຸງ ມີແຕ່ສ່ວນໃຫຍ່ ຢາກໃຫ້ປັບປຸງເຣື່ອງໄວຍະກອນ ກັບບາງເທື່ອເຮົາເຮັດຕົວລະຄອນ ຢູ່ ໃນບົດເຣື່ອງຫັ້ນ ເຮົາລືມຕົວລະຄອນຕົວດຽວ ມາປ່ຽນເປັນ 2 ຊື່ເທົ່ານັ້ນດອກ. ສ່ວນເນື້ອໃນອື່ນໆເຫັນດີໝົດ. ດຽວນີ້ພວກເຮົາຢູ່ໃນຊ່ວງ ປັບປຸງປຶ້ມ ແລະ ພວກເຮົາຈະມາພິມ ຈໍາໜ່າຍຢູ່ ໃນປີ 2021. ກ່ອນຈະພິມຈໍາໜ່າຍ ເຮົາຈະຕ້ອງໄດ້ເອົາຄຣູ ມາຝຶກອົບຮົມກ່ອນ ວິທີ ການສອນ ການແຊກຊ້ອນກ່ອນ.”
ແຕ່ເດືອນກຸມພາ ຫາ ເດືອນມິຖຸນາ 2020 ນີ້ ກະຊວງສຶກສາທິການ ແລະກິລາ ໄດ້ທົດລອງເອົາ “ວິຊາຕ້ານການຄ້າມະນຸດ” ເຂົ້າໃນໂມງ ຮຽນວິຊາພົລເມືອງສຶກສາ ຊັ້ນ ມ.ຕົ້ນ ແລະ ມ.ປາຍ ຢູ່ 3 ແຂວງ ເປັນຄັ້ງທໍາອິດໃນລາວ ພາຍ}aງທີ່ມີແມ່ຍິງລາວ ຕົກເປັນເຫຍື່ອຂອງ ການຄ້າມະນຸດ ໄປຕ່າງປະເທດຫລາຍ.
ໂຄງການທີ່ວ່ານີ້ ເປັນໂຄງການທົດລອງ, ໄດ້ຖອດຖອນບົດຮຽນ ຈາກການປະຕິບັດຕົວຈິງເຫັນວ່າ ມີຜົລສໍາເຣັດ 85%. ທ່ານເວົ້າວ່າ ສາເຫດທີ່ເລືອກເອົາ 3 ແຂວງ ຄືແຂວງຫົວພັນ, ວຽງຈັນ ແລະ ຈໍາປາສັກ ທົດລອງນັ້ນກໍຍ້ອນວ່າ ເປັນແຂວງທີ່ມີການພົວ ກັບຄົນຕ່າງ ປະເທດຫລາຍ, ແຂວງວຽງຈັນມີທາງຣົດໄຟ ລາວ-ຈີນ ຜ່ານ ແລະແຂວງຫົວພັນ ມີຊາຍແດນຕິດກັບຈີນ.
ຮູບແບບການຊ້ອນ ”ວິຊາຕ້ານການຄ້າມະນຸດ” ເຂົ້າສອນ ແມ່ນເອົາ ເຂົ້າໃນຊົ່ວໂມງ ຮຽນວິຊາພົລເມືອງສຶກສາ 10-20 ນາທີ ກ່ອນເຂົ້າ ເນື້ອໃນວິຊານັ້ນ ເພື່ອໃຫ້ນັກຮຽນເຂົ້າໃຈ ເຖິງຜົລຮ້າຍຂອງການ ຄ້າມະນຸດ ແລະ ຮູ້ວິທີປ້ອງກັນໂຕ ບໍ່ໃຫ້ຕົກເປັນເຫຍື່ອ ຂອງການຄ້າ ມະນຸດ, ແມ່ຍິງທີ່ຕົກເປັນເຫຍື່ອ ສ່ວນໃຫຍ່ມີ ອາຍຸແຕ່ 11 ປີ ຫາ 17 ປີ. ສໍາລັບປື້ມຮຽນ ແມ່ນນາຍຄຣູຢາຍ ໃຫ້ນັກຮຽນ ແລ້ວເກັບຄືນ ຍ້ອນບໍ່ມີປື້ມຫລາຍ.
ທ່ານກ່າວຕື່ມວ່າ ຢູ່ແຂວງຈໍາປາສັກ ໄດ້ມີການທົດລອງ ເອົາວິຊານີ້ ຊ້ອນເຂົາໃນຊົ່ວໂມງຮຽນ ວິຊາພົລເມືອງສຶກສາ ແຕ່ ມ.ຕົ້ນ ຫາ ມ.ປາຍ ຢູ່ 8 ໂຮງຮຽນ ໃນ 3 ເມືອງ ຄືນະຄອນປາກເຊ, ເມືອງໂຂງ ແລະ ເມືອງຊະນະສົມບູນ, ເບື້ອງຕົ້ນມີຄວາມຫຍຸ້ງຍາກ ຍ້ອນ ເວລາຮຽນວິຊານີ້ ສັ້ນຫລາຍ:
“ຕາມການຖອດຖອນບົດຮຽນ ມີແຕ່ວ່າເວລາແຊກຊ້ອນ ຂອງເຮົາມັນສັ້ນຫລາຍ. ຖ້າວ່າໃນຄວາມຄຶດນີ໋ນ່າ ເຮົາປູກຈິດສໍານຶກໄວ້ຢູ່ໃນບັນດາ ນັກຮຽນ ກໍດີຫລາຍເພາະວ່າເຂົາຮູ້ເພາະວ່າ ຜູ້ບາງຄົນມີແຕ່ໄດ້ຍິນ ແລ້ວກໍບໍ່ໄດ້ເຫັນມີຄຣູອາຈານສອນ ກໍບໍ່ເຫັນເນື້ອໃນຂອງມັນ ບາດນີ້ ຄັນເຮົາມາສອນໂຕຈິງ ມັນກໍບໍ່ມີໄປຕາມ.”
ຢູ່ແຂວງຫົວພັນ ເຈົ້າໜ້າທີ່ແຂວງນີ້ ເວົ້າວ່າ ໄດ້ທົດລອງສອນວິຊາດັ່ງກ່າວ ຢູ່ໃນຊັ້ນ ມ.ຕົ້ນ ຫາ ມ.ປາຍ ຢູ່ 6 ໂຮງຮຽນ ໃນ 3 ເມືອງ ຄື ເມືອງຊໍາເໜືອ, ເມືອງວຽງໄຊ ແລະ ເມືອງແອດ, ເບື້ອງຕົ້ນພົບຄວາມ ຫຍຸ້ງຍາກຫລາຍຢ່າງ ແຕ່ນັກຮຽນສົນໃຈ ຍ້ອນເປັນວິຊາໃໝ່ບໍ່ ເຄີຍຮຽນມາກ່ອນ:
“ຖືວ່າເນື້ອໃນທີ່ເຂົາເຈົ້່າຂຽນເຮົາຖືວ່າ ມີຫລາຍອັນທີ່ຄວາມເວົ້າ ມັນຍັງຊໍ້າເກົ່າ ຫລືວ່າຄວາມເວົ້າທີ່ຍັງບໍ່ຖືກຫັລກໄວຍະກອນ ວ່າຈັ່ງຊັ້ນສາ ເນາະ ກໍຕີຄວາມໝາຍໄປຍາກ ນັ້ນແຫລະ ເດັກນ້ອຍນີ໋ເຂົາເຈົ້າ ເຂົ້າໃຈ ເພາະວ່າຢູ່ໃນປຶ້ມຕໍາຣາ ມັນກໍມີຫຼາຍສິ່ງຫຼາຍແນວ ທີ່ເຮັດໃຫ້ ເຂົາເຈົ້າຮັບຮູ້ ໂຕນີ້ມັນເປັນການແຊກຊ້ອນ ເຂົ້າໃໝ່ ກໍຈະເຮັດໃຫ້ເຂົາເຈົ້າ ວ່າຈະເຮັດແນວໃດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ການຄ້າມະນຸດ ນີ້ແຫລະ ແລະກໍຮູ້ຜົລຮ້າຍຂອງມັນ.”
ແລະ ຢູ່ແຂວງວຽງຈັນ ຜູ້ປົກຄອງນັກຮຽນຊັ້ນ ມ. ຕົ້ນ ກ່າວວ່າ ພໍໃຈນໍາການທົດລອງສອນວິຊານີ້ ເນື່ອງຈາກວ່າ ມັນຈະຊ່ອຍຫລຸດຜ່ອນໃຫ້ ແມ່ຍິງລາວ ເປັນຕົ້ນຢູ່ເຂດຫ່າງໄກ ສອກຫລີກ ທີ່ຖືກຄົນຈີນຕົວະ ແຕ່ງງານ ເພື່ອຄ້າມະນຸດນັ້ນ ໜ້ອຍລົງ ແລະ ຮູ້ວິທີແຕ່ງດອງກັບຄົນ ຕ່າງປະເທດ ຢ່າງຖືກຕ້ອງຕາມກົດໝາຍ:
“ຄັນເອົາເຂົ້າ ມັນກໍດີໝົດນັ້ນແຫລະ ຄັນໄດ້ສອນ ໄດ້ໃຫ້ເຂົາຮຽນຮູ້ຫັ້ນນ່າ ເອົາໄປໃຫ້ເຂົາຮຽນ ໃຫ້ເຂົາຮູ້ ແນ່ນອນມັນກໍຕ້ອງດີ ຖ້າເຂົາໄດ້ ຮູ້ແລ້ວ ເຂົາກໍຕ້ອງບໍ່ໄດ້ເຮັດແນວນັ້ນນ່າ ຄວາມໝາຍຂອງມັນ.”
ນາຍຄຣູ ຢູ່ແຂວງວຽງຈັນ ທ່ານນຶ່ງກ່າວວ່າ ນະໂຍບາຍເອົາ “ວິຊາຕ້ານການຄ້າມະນຸດ” ຊ້ອນເຂົ້າໃນໂມງຮຽນວິຊາ ພົລເມືອງສຶກສາ ຊັ້ນ ມ.ຕົ້ນ ແລະ ມ.ປາຍ ນີ້ເປັນຄັ້ງທໍາອິດໃນລາວ ແລະຖືວ່າໄດ້ຮັບຜົລ ສໍາເຣັດເກີນຄາດ, ນັກຮຽນເຂົ້າໃຈບັນຫາການຄ້າມະນຸດໄດ້ດີ:
“ບົດເຣື່ອງລະຄອນສັ້ນ ທີ່ວ່າກອງເລຂາເພິ່ນໄດ້ສ້າງຂຶ້ນ ຖືວ່າໃນຄວາມຮູ້ສຶກ ຂອງເດັກນ້ອຍນີ໋ ຈໍານວນຫລາຍນີ໋ ຈົນບໍ່ເໜັງບໍ່ຕີງ ບາງຄົນ ກໍແມ່ນນໍ້າຕາຍ້ອຍ ນໍ້າຕາຍັ່ງອິຫຍັງຫັ້ນແຫລະ ແຕ່ວ່າເຮົາກໍໄດ້ ມາເບິ່ງ ສໍາຣວດເບິ່ງ ໃນຄວາມຮູ້ສຶກເຂົາເຈົ້າ ຖືວ່າຢ້ານກົວຕໍ່ບັນຫາ ດັ່ງກ່າວຫັ້ນນ່າ.”
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ແລ້ວແມ່ນວ່າ ປັດຈຸບັນ ໃນສົກປີ 2019-2020 ນີ້ ທາງກະຊວງໄດ້ປັບປຸງ ຫລັກສູດການສຶກສາ ແຫ່ງຊາດ ສະເພາະ ຊັ້ນປະຖົມສຶກສາ ປີທີ 3 ໂດຍເອົາ “ວິຊາຕ້ານການຄ້າມະນຸດ” ເຂົ້າໃນຫລັກສູດຊັ້ນ ປ.3 ແລ້ວ ແຕ່ຍັງບໍ່ທັນໄດ້ຮຽນເທື່ອ ຍ້ອນຍັງຢູ່ໃນໄລຍະ ການກວດກາ ແລະວ່າ ໃນຕໍ່ໜ້າ ຫາກຫລັກສູດນີ້ຜ່ານ ກໍຈະເອົາຫລັກສູດນີ້ ເຂົ້າສອນຢູ່ຊັ້ນ ມັທຍົມສຶກສາ. ເບື້ອງຕົ້ນນີ້ ທົດລອງ ຢູ່ຊັ້ນ ມ.ຕົ້ນ ແລະ ມ.ປາຍ ກ່ອນ.
ອີງຕາມຄໍາເວົ້າຂອງ ພັນໂທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕໍາຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເມື່ອທ້າຍປີ 2018, ປັດຈຸບັນ ມີແມ່ຍິງລາວຖືກຕົວະຍົວະ ໄປຈີນ ປະມານ 3 ພັນຄົນ ຊຶ່ງເປັນໂຕເລຂ ທີ່ບໍ່ເປັນທາງການ. ໃນນັ້ນມີແມ່ຍິງຈໍານວນນຶ່ງ ໄດ້ ໂທຣະສັບຕິດຕໍ່ ຂໍຄວາມຊ່ອຍເຫຼືອ ຈາກກົງສຸນໃຫຍ່ ຂອງລາວ ປະຈໍາປະເທດຈີນ ແລະ ຖືກຊ່ອຍກັບມາລາວໄດ້ ປະມານ 600 ຄົນ ຊຶ່ງສ່ວນໃຫຍ່ ເປັນຄົນແຂວງ ບໍລິຄໍາໄຊ, ຫົວພັນ ແລະ ນະຄອນຫຼວງວຽງຈັນ.