ສູນບຳບັດຜູ້ຖືກຄ້າມະນຸດ ຢູ່ລາວ
2015.10.27

ໃນ ກອງປະຊຸມ ກັມມະການ ການຮ່ວມມື ລາວ-ໄທ ໄດ້ມີການ ໂອ້ລົມກັນ ໃນຫຼາຍ ບັນຫາ, ດັ່ງ ຄວາມຮ່ວມມື ທາງດ້ານ ການເມືອງ ເສຖກິດ ສັງຄົມ ວັທນະທັມ ແລະ ບັນຫາ ອື່ນໆ ຮ່ວມທັງ ເຣື້ອງ ການສ້າງຕັ້ງ ສູນບຳບັດ ຜູ້ ເຄາະຮ້າຍ ຈາກ ການ ຄ້າມະນຸດ ໃນລາວ. ຈະມີການ ເຊັນ ບົດບັນທຶກ ຄວາມເຂົ້າໃຈ ຣະຫວ່າງ ກັນ ໃນ ກອງປະຊຸມ ດັ່ງກ່າວ. ດັ່ງ ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ:
"ເປັນດິນ ເປັນຫຍັງ ທາງຣັດ ກໍມອບໃຫ້ ຫມົດແລ້ວ ແຕ່ວ່າ ຊິສ້າງ ກໍ ບໍ່ທັນຮູ້ ສູນນີ້ ຂະເຈົ້າ ເອີ້ນ ກະພາກກາງ ເນາະ ຢູ່ໃນ ພາກກາງ ນີ້ ກະຮອງຮັບ ຜູ້ທີ່ຖືກ ຄ້າມະນຸດ ຫລືວ່າ ຜູ້ທີ່ກັບມາ ຫັ້ນນາ ເປັນການ ອຳນວຍ ຄວາມສະດວກ ເປັນບ່ອນ ຮັບຮອງ ໃຫ້ ຂະເຈົ້າ ເນາະ".
ນອກຈາກ ນັ້ນ ໃນ ກອງປະຊຸມ ຍັງໄດ້ ໂອ້ລົມກັນ ກ່ຽວກັບ ການປັບປຸງ ຂໍ້ຕົກລົງ ການ ເຂົ້າ-ອອກ ຣະຫວ່າງ ຊາຍແດນ, ໂຄງການ ເສຖກິດ ພິເສດ ຣະຫວ່າງ ສອງ ປະເທດ ແລະ ການດັດແປງ ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍ ແຮງງານ ລາວ ໃນໄທ ແລະ ບັນຫາ ທີ່ ກ່ຽວພັນ ກັບ ຄວາມສຳພັນ ຣະຫວ່າງ ສອງປະເທດ. ຫລັງຈາກ ນັ້ນ ໃນ ວັນທີ 27 ຕຸລາ ຄນະຈາກ ລາວແລະໄທ ຈະຮ່ວມກັນ ວາງ ສີລາລຶກ ສ້າງ ໂຮງຫມໍ ແຂວງ ບໍ່ແກ້ວ ເພື່ອ ປິ່ນປົວ ສຸຂພາບ ແມ່ ແລະ ເດັກນ້ອຍ ໃນແຂວງ ດັ່ງກ່າວ.
ກອງປະຊຸມ ຄນະ ກັມມະການ ການຮ່ວມມື ລາວ-ໄທ ຄັ້ງທີ 20 ໄດ້ ມີຂືຶ້ນ ຢ່າງເປັນ ທາງການ ຣະຫວ່າງ ວັນທີ 25 ຫາ 27 ຕຸລາ 2015 ຊຶ່ງ ຕົວແທນ ຈາກ ຝ່າຍລາວ ແມ່ນ ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ຕ່າງ ປະເທດ ສປປລາວ ພ້ອມຄນະ ແລະ ຝ່າຍໄທ ທ່ານ ດອນ ປໍຣະມັດວິນັຍ ຣັຖມົນຕຣີ ຕ່າງ ປະເທດ ໄທ ເປັນ ເຈົ້າພາບ.