ຣັຖບານ ລາວ-ຈີນ ຮ່ວມມື ຕ້ານການຄ້າມະນຸດ
2019.12.30

ຣັຖບານ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາຣະນະຣັຖ ປະຊາຊົນຈີນ ປາກົດວ່າ ມີການ ຮ່ວມມືກັນ ຫຼາຍຂຶ້ນ ນັບມື້ ໃນການ ແກ້ໄຂ ບັນຫາ ການຄ້າມະນຸດ ໃນຂນະທີ່ ແມ່ຍິງລາວ ຢູ່ເຂດ ແຂວງຕ່າງໆ ທົ່ວປະເທດ ຖືກຕົວະຍົວະ ໃຫ້ແຕ່ງດອງ ກັບຜູ້ຊາຍຈີນ ແລະ ໄປຢູ່ຈີນ, ເຊິ່ງມີຂ່າວ ອອກມາ ຫຼາຍຂຶ້ນ ຢູ່ໃນ ປັດຈຸບັນນີ້. ໃນການ ຮ່ວມມືກັນ ຣະຫວ່າງ 2 ປະເທດ ຕ້ານການ ຄ້າມະນຸດ ທີ່ວ່າ ນັ້ນ, ກໍມີທັງ ການຜັດປ່ຽນກັນ ເປັນເຈົ້າພາບ ຈັດກອງປະຊຸມ ຕ້ານການ ຄ້າມະນຸດ ຮວມຢູ່ດ້ວຍ.
ຍົກຕົວຢ່າງ, ກອງປະຊຸມ ສລຸບຜົລງານ ການຈັດຕັ້ງ ປະຕິບັດ ສັນຍາ ຣະຫວ່າງ ຣັຖບານ ຂອງ 2 ປະເທດ ລາວ-ຈີນ ທີ່ນະຄອນ ປາກເຊ ແຂວງຈໍາປາສັກ ໃນມື້ ວັນທີ 6 ພຶສຈິກາ ທີ່ຜ່ານມາ, ໂດຍມີທ່ານ ພັນ ຕຳຣວດເອກ ເພັງສະຫວັນ ທິບພະວົງໄຊ, ຮອງເອກອະທິບໍດີ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນ ຄວາມສງົບ, ຫົວໜ້າ ກອງເລຂາ ຄນະກັມການ ຕ້ານການຄ້າມະນຸດ ຣະດັບຊາຕ, ຫົວໜ້າ ຄນະຜູ້ແທນ ຝ່າຍລາວ ແລະ ຝ່າຍຈີນ ກໍມີທ່ານ ກົງ-ຟູຢົງ, ຮອງເອກອະທິບໍດີ ກົມສືບສວນ ສອບສວນ ຄດີອາຍາ, ກະຊວງ ສັນຕິບານ ເຂົ້າຮ່ວມ, ອີງຕາມ ຣາຍງານຂ່າວ ຂອງທາງການລາວ ເມື່ອໄວໆ ມານີ້.
ໃນກອງປະຊຸມນັ້ນ, ຄນະຜູ້ແທນ ທັງ 2 ຝ່າຍ ໄດ້ຣາຍງານ ກ່ຽວກັບ ການປະຕິບັດ ສັນຍາ ຕ້ານການ ຄ້າມະນຸດ ໃນໄລຍະ 1 ປີ, ເຊິ່ງຣັຖບານ ທັງ 2 ປະເທດ ລາວ-ຈີນ ໃຫ້ຄວາມສໍາຄັນ ໃນເຣື່ອງ ອາຊຍາກັມ ຄ້າມະນຸດ ທີ່ຖືກັນວ່າ ເປັນການ ລະເມີດສິດ ແລະ ຜົລປໂຍດ ຂອງຜູ້ຖືກ ເຄາະຮ້າຍ, ເຣື່ອງເພີ້ມທະວີ ຄວາມຮູ້, ເຣື່ອງປະຕິບັດ ກົດໝາຍ ແລະ ລົງໂທສ ຜູ້ກະທໍາຜິດ ໃນຄດີ ຄ້າມະນຸດ ແລະ ໃຫ້ຄວາມ ຊ່ອຍເຫຼືອ ອັນຈໍາເປັນ ແກ່ຜູ້ ເຄາະຮ້າຍ.
ຂ່າວນັ້ນ ເວົ້າຕື່ມ ອີກວ່າ ໃນຣະຫວ່າງ ປີ 2018 ຫາ ປີ 2019, ມີຄົນຈີນ ຮວມທັງ ຄົນງານ ເຂົ້າມາ ຢູ່ລາວ, ໄດ້ຂຶ້ນ ທະບຽນ ແລະ ໄດ້ອອກບັດ ອະນຸຍາດ ເຮັດວຽກ ໃຫ້ ແລະ ທັງອາສາສມັກ, ນັກສຶກສາ, ວິຊາການ, ນັກທຸຣະກິຈ ທີ່ມາຄ້າຂາຍ ຈຳນວນ 46 ພັນ 600 ປາຍຄົນ. ທາງການລາວ ໄດ້ອະນຸມັດ ໃຫ້ແຕ່ງດອງ ກັບພົລເມືອງລາວ 301 ຄົນ. ພ້ອມກັນນັ້ນ, ກໍມີຄົນລາວ ຖືກເຄາະຮ້າຍ ຈາກຜູ້ຊາຍຈີນ 83 ຄົນ, ເຊິ່ງໃນນັ້ນ, ເປັນຍິງ 82 ຄົນ. ທາງການລາວ ໄດ້ຮັບ ກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍ ຈາກການ ຄ້າມະນຸດ ຢູ່ຈີນ ທີ່ສົ່ງ ກັບຄືນລາວ 169 ຄົນ ເປັນຍິງ 168 ຄົນ. ທາງການລາວ ໄດ້ຂໍ ຄວາມຊ່ອຍເຫຼືອ ຈາກ ທາງການຈີນ ໃນການສົ່ງ ຜູ້ເຄາະຮ້າຍລາວ 35 ຄົນ ກັບຄືນລາວ, ເປັນແມ່ຍິງ ທັງໝົດ ແລະ ທາງຝ່າຍລາວ ໄດ້ປະສານ ສົມທົບ ກັບພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການຈີນ ຮວມທັງ ອຳນາດ ການປົກຄອງ ທ້ອງຖິ່ນຈີນ ແລະ ທັງສະຖານທູຕ ແລະ ສະຖານ ກົງສູນ ຂອງລາວ ປະຈໍາ ປະເທດຈີນ ໃນການ ຊ່ອຍເຫຼືອ ແມ່ຍິງລາວ ທີ່ຖືກ ນາຍໜ້າ ຕົວະຍົວະ ຫຼອກລວງ ໄປແຕ່ງດອງ ກັບຄົນຈີນ ແບບບໍ່ ຖືກຕ້ອງ ຕາມຣະບຽບ ກົດໝາຍ ຫຼື ແຕ່ງດອງ ແບບແອບແຝງ ກັບຄືນ ປະເທດລາວ 138 ຄົນ. ໃນກອງປະຊຸມ ຄນະຜູ້ແທນ ທັງ 2 ຝ່າຍ ລາວ-ຈີນ ໄດ້ຮ່ວມກັນ ລົງນາມ ໃນສັນຍາ ສືບຕໍ່ຮ່ວມມື ໃນວຽກງານ ສະກັດກັ້ນ ແລະ ຕ້ານ ການຄ້າມະນຸດ.
ເວົ້າເຣື່ອງ ການຮ່ວມມື ຣະຫວ່າງ ລາວ ແລະ ຈີນ ໃນການ ສະກັດກັ້ນ ການຄ້າມະນຸດ ກໍມີ ຮວມທັງ ກໍຣະນີ ຕໍາຣວດສາກົລ ຈີນ ຈັບນາງ ດວງຈັນ, ຄົນແຂວງຫຼວງນໍ້າທາ ທີ່ເປັນນາຍໜ້າ ຄ້າມະນຸດ ທີ່ຕົວະຍົວະ ຫຼອກລວງ ແມ່ຍິງລາວ ຊົນເຜົ່າຂະມຸ ແລະ ຊົນເຜົ່າມົ້ງ 4 ຄົນ ໄປຂາຍ ໃຫ້ຄົນຈີນ ຢູ່ປະເທດຈີນ ແລ້ວສົ່ງໃຫ້ ຕໍາຣວດ ແຂວງຫຼວງນໍ້າທາ ດໍາເນີນຄດີ ຕາມຣະບຽບ ກົດໝາຍລາວ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ອັຍການ ປະຊາຊົນ ແຂວງຫຼວງນໍ້າທາ ຕໍ່ RFA ໃນມື້ ວັນທີ 19 ພຶສຈິກາ ທີ່ຫາ ກໍຜ່ານມານີ້.
“ເຮົາປະສານ ທາງການຈີນ. ຈີນເຂົາເຂົ້າຈັບ ນາງອັນນີ້ ຊື່ນາງ ດວງຈັນ, ແຕ່ຫາກ ເອົາຜົວຈີນ ແລ້ວຮູ້ພາສາຈີນ ມາເຄື່ອນໄຫວ ຕົວະຍົວະ ຫຼອກລວງ ເອົາຊາວລາວ ຊາວມົ້ງ, ຊາວຂະມຸ ໄປ.”
ນາງ ດວງຈັນ ຖືກສານ ຕັດສິນ ລົງໂທສຈໍາຄຸກ 15 ປີ ແລະ ປັບໃໝອີກ 100 ລ້ານກີບ.
ເມື່ອເວົ້າເຖິງ ແມ່ຍິງລາວ ທີ່ຕົກ ເປັນເຫຍື່ອ ຄືດັ່ງກ່າວ ໄດ້ງ່າຍ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງທາງການລາວ ແມ່ນຍ້ອນ ແມ່ຍິງ ໃນຄອບຄົວ ທຸກຍາກ ຂາດເຂີນ ເປັນຕົ້ນ ແມ່ຍິງຊົນເຜົ່າ ຮວມທັງ ຊົນເຜົ່າມົ້ງ ຢູ່ບ້ານ ແສນລາດ, ເມືອງໄຊ ແຂວງອຸດົມໄຊ, ເຊິ່ງສ່ວນໃຫຍ່່ ບໍ່ໄດ້ຮຽນ ໜັງສື, ສະພາບ ຄອບບຄົວ ທຸກຍາກ, ບໍ່ມີ ຣາຍໄດ້ ເປັນປະຈໍາ, ຢູ່ເຂດ ຫ່າງໄກ. ແມ່ນແຕ່ຄົນ ແປກໜ້າ ກໍມາ ຕົວະຍົວະ ຫຼອກລວງ ໄດ້ຢ່າງ ງ່າຍດາຍ.
ແຕ່ສຳລັບ ແມ່ຍິງລາວ 2 ຄົນ: ຜູ້ນຶ່ງ ອາຍຸ 17 ປີ ຈາກບ້ານທົ່ງ ເມືອງປາກຊັນ ແຂວງບໍຣິຄໍາໄຊ ແລະ ອີກຜູ້ນຶ່ງ ອາຍຸ 22 ປີ ຈາກບ້ານທົ່ງຫົວເມືອງເໜືອ, ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ແມ່ນຖືກຕົວຍົວະ ໄປເຮັດວຽກ ຢູ່ຈີນ. ແຕ່ເມື່ອ ໄປຮອດຈີນແລ້ວ, ຖືກເກັ້ຽກ່ອມ ໃຫ້ຖືພາ ອອກລູກໃຫ້ ຄົນຈີນ, ແຕ່ໂຊກດີ ມີໂອກາດ ໄດ້ໄປ ຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ຕໍາຣວດ ຈີນ, ອີງຕາມຄຳເວົ້າ ຂອງນັກສຶກສາລາວ ຂັ້ນປະຣິນຍາໂທ ຢູ່ເມືອງ ເຫີໜານ ຕໍ່ RFA ໃນມື້ວັນທີ 14 ພຶສຈິກາ ທີ່ຜ່ານມາ ນີ້.
“ເຂົາຣາຍງານ ມາບອກວ່າ ເດັກນ້ອຍ 2 ຄົນນີ້, ຖືກຕົວະ ໃຫ້ໄປ ເຮັດວຽກ, ແຕ່ວ່າ ໄປຮອດແລ້ວ ໃຫ້ໄປ ຮັບຈ້າງຖືພາ ຊີ້ນ່າ. ອູ້ມທ້ອງຊີ້ນ່າ.”
ແລະເຈົ້າໜ້າທີ່ ຕໍາຣວດຈີນ ກໍໄດ້ຕິດຕໍ່ ມາຫາ ເຈົ້າໜ້າທີ່ລາວ ແລະ ບອກວ່າ ແມ່ຍິງລາວ 2 ຄົນນັ້ນ, ຢູ່ໃນ ຄວາມດູແລ ຂອງພວກຕົນແລ້ວ ໃນມື້ ວັນທີ 7 ພຶສຈິກາ 2019 ນີ້ ແລະ ຈະຊ່ອຍ ໃຫ້ພວກນາງ ໄດ້ກັບ ຄືນລາວ ພາຍຫຼັງ ປະກອບ ເອກະສານແລ້ວ. ແຕ່ມາຮອດ ມື້ນີ້ ກໍຍັງບໍ່ທັນ ໄດ້ກັບບ້ານເທື່ອ.
ແລະອີງຕາມ ຣາຍງານ ຂອງຄນະກັມມະການ ຕ້ານການຄ້າມະນຸດ ຣະດັບຊາດ ໃນກອງປະຊຸມ ກ່ຽວກັບ ວຽກງານ ຕ້ານການ ຄ້າມະນຸດ ປະຈໍາປີ 2018, ແມ່ຍິງລາວ ຖືກຕົວະຍົວະ ໄປຈີນ ປະມານ 3,000 ຄົນ. ທີ່ຜ່ານມາ ມີແມ່ຍິງລາວ ໄດ້ຕິດຕໍ່ມາ ຫ້ອງການ ກົງສູນໃຫຍ່ ຂອງລາວ ຢູ່ປະເທດຈີນ ເພື່ອຂໍ ຄວາມຊ່ອຍເຫຼືອ ແລະ ໄດ້ຖືກສົ່ງ ກັບລາວ ປະມານ 600 ຄົນ, ອີງຕາມ ໂຕເລຂ ທີ່ບໍ່ເປັນ ທາງການ. ໃນບົດຣາຍງານ ຍັງໄດ້ ເວົ້າເຖິງ ສາເຫຕ ຂອງການ ເຮັດໃຫ້ ແມ່ຍິງລາວ ຖືກຕົວະຍົວະ ຫຼອກລວງ ໄປຈີນ, ເຊິ່ງສ່ວນຫຼາຍ ແມ່ນຖືກ ຕົວະຍົວະ ໃຫ້ແຕ່ງດອງ ກັບຄົນຈີນ, ໄປຢ້ຽມຢາມ ຄອບຄົວ ຝ່າຍຊາຍ ກ່ອນແຕ່ງດອງ, ໄປທ່ອງທ່ຽວ, ໄປອອກແຮງງານ ວ່າເຮັດວຽກງ່າຍ, ໄດ້ເງິນດີ ແລະ ອື່ນໆ.
ແມ່ຍິງລາວ ທີ່ຖືກ ຕົວະຍົວະ ຫຼອກລວງ ໄປຈີນ ແລະ ຕົກເປັນ ຜູ້ເຄາະຮ້າຍ ສ່ວນຫຼາຍ ແມ່ນຄົນ ຢູ່ແຂວງຫົວພັນ, ບໍຣິຄໍາໄຊ ແລະ ແມ່ນແຕ່ ຢູ່ ນະຄອນຫຼວງວຽງຈັນ ກໍຫຼາຍ. ແຕ່ບໍ່ມີຣາຍງານ ເຖິງຈຳນວນ ຜູ້ເຄາະຮ້າຍ ວ່າ ແຕ່ລະແຂວງ ມີເທົ່າໃດ ແລະ ແຕ່ປີໃດ ຫາປີໃດ.