ການຄ້າມະນຸດ ສປປລາວ ຢູ່ອັນດັບ 2

ອຸ່ນແກ້ວ ສຸກສະຫວັນ
2017.06.28
F-Laos ນະຄອນຫລວງວຽງຈັນ ສປປລາວ
RFA/SN

ກະຊວງການຕ່າງປະເທດ ສະຫະຣັຖ ໄດ້ອອກບົດຣາຍງານ ປະຈຳ 2017 ເມື່ອວັນທີ 27 ມິຖຸນາ ກ່ຽວກັບບັນຫາ ການຄ້າມະນຸດ ແລະ ໄດ້ຈັດ ສປປລາວ ຢູ່ໃນ TIER-2 ແລະ ຢູ່ໃນບັນຊີ ຕ້ອງສິ້ງຊອມ ໃນເຣື່ອງ ການປ້ອງກັນ ແລະ ການແກ້ໄຂ ບັນຫາ ການຄ້າມະນຸດ ຢູ່ໃນລາວ.

TIER-2 ໝາຍເຖິງ ການປະຕິບັດ ການແກ້ໄຂ ແລະ ປ້ອງກັນບັນຫາ ການຄ້າມະນຸດ ບໍ່ໄດ້ມາດຕະຖານ ຂັ້ນຕົ້ນ ໃນການລົບລ້າງ ການ ຄ້າມະນຸດ ເຖິງວ່າ ທາງການລາວ ຈະມີຄວາມພຍາຍາມ ດຳເນີນການ ໃນເຣື້ອງນີ້ກໍຕາມ.

ການເຮັດບົດຣາຍງານ ຂອງທາງການ ສະຫະຣັຖ ກໍເພື່ອປະເມີນວ່າ ຣັຖບານຂອງທຸກປະເທດ ໃນໂລກ ໃຫ້ມີການແກ້ໄຂ ບັນຫາການຄ້າ ມະນຸດ. ດັ່ງທ່ານ ເລັກສ໌ ເທີຣິເຊັນ ຣັຖມົນຕຣີຕ່າງປະເທດ ສະຫະຣັດ ໄດ້ກ່າວຕອນນຶ່ງວ່າ:

"ກະຊວງການຕ່າງປະເທດ ສະຫະຣັຖ ໄດ້ກຽມບົດຣາຍງານ ປະຈໍາປີ ກ່ຽວກັບ ການຄ້າມະນຸດ ເພື່ອປະເມີນວ່າ ຣັຖບານ ຂອງທຸກປະເທດ ໄດ້ມີການດຳເນີນ ການແກ້ໄຂບັນຫາ ນີ້ແນວໃດ".

ທີ່ຜ່ານມາຣັຖບານລາວ ໄດ້ພຍາຍາມດຳເນີນການ ໃນເຣື້ອງນີ້ ໂດຍການຈັດການຝຶກອົບຮົມ ການປະຕິບັດກົດໝາຍ ໃຫ້ພະນັກງານ ຣະດັບ ແຂວງ, ການປັບປຸງ ວິທີການກຳນົດ ຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ພາຍໃນ, ແລະ ການລິເລີ້ມ ການດຳເນີນ ຄະດີຄ້າມະນຸດ.

ເຖິງຢ່າງໃດກໍຕາມ, ບົດຣາຍງານ ຍັງໄດ້ລະບຸວ່າ ເຈົ້າໜ້າທີ່ ທາງການລາວ ບໍ່ໄດ້ເພີ້ມທະວີ ຄວາມພຍາຍາມ ຂອງຕົນເອງ ໃນການດຳ ເນີນການ ເຣື້ອງນີ້ ຖ້າທຽບໃສ່ ບົດຣາຍງານ ຄັ້ງທີ່ຜ່ານມາ. ບັນດາກະຊວງ ທີ່ກ່ຽວຂ້ອງ ຍັງຂາດຄວາມພຍາຍາມ ແລະ ການປະສານ ງານກັນ ໃນການປ້ອງກັນ ການຄ້າມະນຸດ.

ໃນການດຳເນີນ ການທີ່ຜ່ານມາ, ທາງການລາວ ໄດ້ຈ້າງ ທີ່ປຶກສາ ຕ່າງປະເທດ ເຂົ້າມາເຮັດວຽກ ຍ້ອນວ່າພະນັກງານ ວິຊາການ ຂາດ ຄວາມຮູ້ດ້ານນີ້ ແລະ ບໍ່ໄດ້ສະໜອງ ເງິນທຶນ ງົບປະມານ ເຂົ້າໃນວຽກງານ ປົກປ້ອງ ຜູ້ຕົກເປັນເຫຍື່ອ ໂດຍກົງ. ອີງຕາມບົດຣາຍງານ.

ບົດຣາຍງານ ຍັງໄດ້ເວົ້າອີກວ່າ ສ່ວນຫຼາຍແລ້ວ ວຽກງານຂອງທາງການລາວ ຈະສຸມໃສ່ ການຂຽນແຜນການ ແຕ່ຍັງຂາດ ການດຳເນີນ ການຕົວຈິງ. ຕະຫຼອດເວລາ 4 ປີ ໃນການ ປະຕິບັດງານ ການຕ້ານ ແລະ ແກ້ໄຂ ການຄ້າມະນຸດ, ສປປລາວ ກໍຍັງຄົງຢູ່ໃນ TIER-2 ແລະ ຢູ່ໃນບັນຊີ ຕ້ອງສິ້ງຊອມເບິ່ງ. ອີງຕາມ ບົດລາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.