ຣາຍງານການຄ້າມະນຸດ ສປປລາວ
2017.06.29
ການຄ້າມະນຸດ ເປັນນຶ່ງໃນບັນຫາ ສິດທິມະນຸດ ສຳຄັນທີ່ສຸດ ໃນຍຸກສມັຍພວກເຮົາ. ມັນກະທົບກະເທືອນຄອບຄົວ, ລົບກວນຕລາດໂລກ, ທຳລາຍການປົກຄອງ ດ້ວຍກົດໝາຍ ແລະກໍ່ໃຫ້ເກີດ ການກະທຳອາຊຍາກັມ ຂ້າມຊາດອື່ນໆ. ມັນຂົ່ມຂູ່ຄວາມປອດພັຍ ແລະຄວາມ ໝັ້ນຄົງ ຂອງຊາດ.
ຮ້າຍໄປກວ່ານັ້ນ ມັນເປັນອາຊຍາກັມ ທີ່ປຸ້ນເອົາ ເສຣີພາບ ແລະ ກຽດສັກສີ ຂອງຄວາມເປັນມະນຸດ, ດັ່ງນັ້ນ ພວກເຮົາຈຶ່ງຕ້ອງກຳຈັດ ການຄ້າມະນຸດ ໃຫ້ໝົດສິ້ນໄປ. ທ່ານ Rex Tillerson ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ກ່າວເມື່ອວັນທີ 27 ມິຖຸນາ ນີ້ວ່າ ມື້ນີ້ ພວກເຮົາ ເອົາບາດກ້າວສຳຄັນ ອີກຕື່ມ ໄປສູ່ເປົ້າໝາຍ. ແຕ່ໜ້າເສັຍດາຍ ທີ່ບັນຫານີ້ ມີມາໄດ້ຫຼາຍ ສັດຕະວັດແລ້ວ, ດັ່ງທີ່ທ່ານ Rex Tillerson ກ່າວວ່າ:
"ການຄ້າມະນຸດ ມີອາຍຸເທົ່າກັບ ມະນຸດຊາດ. ໜ້າເສັຽດາຍ ທີ່ມັນຢູ່ກັບພວກເຮົາ ໃນຫຼາຍສັຕວັດ ຜ່ານມານີ້. ແຕ່ກໍເປັນຄວາມຫວັງ ຂອງ ພວກເຮົາ ທີ່ວ່າ ສັຕວັດທີ 21 ນີ້ ຈະເປັນສັຕວັດສຸດທ້າຍ ຂອງການຄ້າມະນຸດ ແລະນັ້ນຄື ພັລທະທຸກຢ່າງ ຂອງພວກເຮົາ".
ຣາຍງານ ກ່ຽວກັບ ການຄ້າມະນຸດ ປະຈຳປີ 2017 ເນັ້ນເຖິງ ການບັນລຸຜົລສຳເລັດ ແລະ ບັນຫາທ້າທາຍ ທີ່ຍັງມີຢູ່ ຕໍ່ໜ້າພວກເຮົາ ໃນ ບັນຫາສຳຄັນ ລະດັບໂລກນີ້. ຢູ່ໃນທົ່ວໂລກ ມີການປະເມີນວ່າ ມີຜູ້ເຄາະຮ້າຍ ຈາກ ການຄ້າມະນຸດເຖິງ 20 ລ້ານຄົນ ດັ່ງທີ່ທ່ານ Rex Tillerson ກ່າວວ່າ:
"ໜ້າເສັຽດາຍ ທີ່ວ່າ ບັນຫາທ້າທາຍ ຂອງພວກເຮົາ ແມ່ນໃຫຍ່ຫຼວງ. ມື້ນີ້ ທົ່ວໂລກ ປະເມີນວ່າ ມີຜູ້ເຄາະຮ້່າຍ ຈາກການຄ້າມະນຸດ ມີເຖິງ 20 ລ້ານຄົນ. ດັ່ງນັ້ນ ເປັນທີ່ຈະແຈ້ງວ່າ ພວກເຮົາມີວຽກທີ່ ຈະເຮັດຫຼາຍ ແລະຣັຖບານ ປະເທດຕ່າງໆໃນໂລກ ຕ້ອງໄດ້ເຮັດວຽກຫຼາຍ".
ກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ອອກຣາຍງານ ປະຈໍາປີ 2017 ກ່ຽວກັບ ການຄ້າມະນຸດຢູ່ 187 ປະເທດ ໃນທົ່ວໂລກ ຮວມທັງໃນ ສປປລາວ ໂດຍຈັດ ສປປລາວ ຢູ່ໃນຂັ້ນທີ 2 ເຄິ່ງ ຫລື Tier 2 ອັນໝາຍເຖິງ ຂັ້ນທີ່ຈະ ຕ້ອງ ໄດ້ຕິດຕາມ ສິ້ງຊອມເບິ່ງ ຕື່ມອີກ ເປັນປີທີ 4 ຕິດຕໍ່ກັນ ແທນທີ່ ຈະຖືກຈັດ ໃຫ້ຢູ່ໃນຂັ້ນ 3 ຊຶ່ງເປັນຂັ້ນ ຂີ້ຮ້າຍທີ່ສຸດ ໃນການແກ້ໄຂບັນຫາ ການຄ້າມະນຸດ. ທັງນີ້ ກໍຍ້ອນວ່າ ຣັຖບານ ສປປລາວ ໄດ້ໃຊ້ຊັພຍາກອນຕ່າງໆ ທີ່ພຽງພໍ ໃນການ ທີ່ຈະຂຽນແຜນວ່າ ຖ້າປະຕິບັດ ຈະເປັນຄວາມພຍາຍາມ ທີ່ ສໍາຄັນ ໃນການຕອບສນອງ ຄວາມຕ້ອງການ ຂອງມາດຕະຖານຂັ້ນຕໍ່າສຸດ ໃນການລຶບລ້າງ ການຄ້າມະນຸດ ດັ່ງນັ້ນຈຶ່ງເຮັດໃຫ້ ສປປລາວ ໄດ້ຮັບການຜ່ອນຜັນ ດັ່ງທີ່ທ່ານ Rex Tillerson ກ່າວວ່າ:
"ຂ້າພະເຈົ້າ ຂໍເວົ້າ 2-3 ຄວາມເຫັນ ກ່ຽວກັບຣາຍງານນີ້ ແລະ ເປັນຫຍັງ ມັນຈຶ່ງສໍາຄັນແທ້. ເປັນທີ່ຈະແຈ້ງວ່າ ຜົລທີ່ຕາມມາຂອງຄວາມ ລົ້ມເຫລວ ທີ່ຈະດໍາເນີນການ ໃນວຽກງານນີ້ ຄືຜົລກະທົບອື່ນໆ ບໍ່ດີຫຼາຍຢ່າງ ໃນທົ່ວໂລກ. ມັນເຮັດໃຫ້ ເກີດການສໍ້ຣາສບັງຫຼວງ; ທໍາລາຍ ການປະຕິບັດກົດໝາຍ; ເຮັດໃຫ້ຄ່ານິຍົມສໍາຄັນໆຕ່າງໆ ທີ່ສນັບສນູນ ປະຊາສັງຄົມນັ້ນ ເຊື່ອມໂຊມລົງ".
ຣາຍງານ ທີ່ອອກໃນມື້ວັນທີ 27 ມີຖຸນາ 2017 ນີ້ເວົ້າວ່າ ຣັຖບານ ສປປລາວ ບໍ່ປະຕິບັດ ມາຕຖານຂັ້ນຕໍ່າສຸດ ຢ່າງເຕັມສ່ວນ ສໍາລັບ ການລຶບລ້າງ ການຄ້າມະນຸດ. ແຕ່ເຖິງຢ່າງໃດ ສປປລາວ ກໍພຍາຍາມ ບັງຄັບໃຊ້ກົດໝາຍ ວ່າດ້ວຍການຕ້ານ ການຄ້າມະນຸດ ທີ່ໄດ້ຖືກ ຮັບຜ່ານ ໃນປີ 2015 ນັ້ນ ຢ່າງລະມັດລະວັງ ເຮັດໃຫ້ຮູ້ໄດ້ເຖິງ ຄວາມພຍາຍາມ ຂອງລາວ ໃນລະຍະທີ່ເຮັດຣາຍງານ ໂດຍໄດ້ຂຍາຍ ການສຶກສາອົບຮົມ ເຣື່ອງການບັງຄັບໃຊ້ກົດໝາຍ ຢູ່ຂັ້ນແຂວງ, ເສີມຂຍາຍ ຂະບວນການ ຈໍາແນກຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຢູ່ພາຍໃນປະເທດ ແລະເລີ່ມ ດໍາເນີນຄະດີຫຼາຍຂຶ້ນ. ແຕ່ເຖິງຢ່າງໃດ ຣັຖບານ ສປປລາວ ກໍບໍ່ໄດ້ເຮັດໃຫ້ ເຫັນເຖິງ ຄວາມພຍາຍາມ ທີ່ເພີ່ມຂຶ້ນ ຫາກທຽບໃສ່ລະຍະ ການຣາຍງານ ທີ່ຜ່ານມາ. ຄວາມພຍາຍາມ ຢູ່ພາຍໃນ ກະຊວງຕ່າງໆ ແລະການ ປະສານງານ ເພື່ອ ສະກັດກັ້ນ ການຄ້າມະນຸດ ຍັງບໍ່ພຽງພໍ.
ເວົ້າເຖິງເຣື່ອງ ການດໍາເນີນຄະດີ ຣັຖບານ ສປປລາວ ກໍໄດ້ພຍາຍາມ ບັງຄັບໃຊ້ກົດໝາຍ ວ່າດ້ວຍ ຕ້ານການຄ້າມະນຸດ ທີ່ຫ້າມທຸກຮູບ ແບບ ຂອງການຄ້າມະນຸດ ແລະ ລະບຸເຖິງມາດຕະການ ສຶກສາອົບຮົມ, ການລົງວິນັຍ, ການລົງໂທດ ທາງແພ່ງ ແລະ ທາງອາຍາ. ມາດຕຣາ 89 ກໍານົດໄວ້ວ່າ ຜູ້ກະທາຜິດ ຖານຄ້າມະນຸດ ຈະຖືກລົງໂທດຈໍາຄຸກແຕ່ 5 ປີເຖີງ 15 ປີ ແລະຈະຖືກປັບໃໝ ແຕ່ 10 ລ້ານກີບ ຫລື 1,200 ປາຍໂດລາ ສະຫະຣັຖ ຫາ 100 ລ້ານກີບ ຫລື 12,200 ປາຍໂດລາ ແລະຈະຖືກຮິບຊັພ ຕື່ມອີກ.
ໃນປີ 2016 ທາງການ ສປປລາວ ໄດ້ລາຍງານ ການສືບສວນ ສອບສວນ ຜູ້ຕ້ອງສົງໃສ ຄ້າມະນຸດ 37 ຄົນ, ດຳເນີນຄະດີ ຢ່າງໜ້ອຍ 11 ຄົນ ແລະຕັດສິນ ລົງໂທດ 7 ຄົນ. ປີ 2015 ສືບສວນ ສອບສວນ 41 ຄົນ, ດຳເນີນຄະດີ 9 ຄົນ ແລະຕັດສິນລົງໂທດ 13 ຄົນ. ປີ 2014 ໄດ້ດຳເນີນຄະດີ 31 ຄົນ ແລະຕັດສິນລົງໂທດ 21 ຄົນ. ແຕ່ຣັຖບານລາວ ບໍ່ໄດ້ໃຫ້ຂໍ້ມູນໃດໆ ກ່ຽວກັບ ຜົລການຕັດສິນລົງໂທດນັ້ນ.
ແຕ່ອົງການຈັດຕັ້ງ ສາກົລ ຣາຍງານວ່າ 1 ໃນກໍຣະນີນັ້ນ ຢູ່ຣະຫວ່າງ ການຮ້ອງຮຽນ ໃນທ້າຍລະຍະ ການລາຍງານນີ້. ຣັຖບານລາວ ບໍ່ໄດ້ໃຫ້ຂໍ້ມູນ ກ່ຽວກັບ ການດຳເນີນຄະດີ ຄົນຕ່າງປະເທດ ໃນລາວ ທີ່ກ່ຽວຂ້ອງ ກັບການທ່ອງທ່ຽວ ເພື່ອມີເພດສັມພັນ ກັບເດັກນ້ອຍ. ກະຊວງ ປ້ອງກັນຄວາມສງົບ ໄດ້ຮ່ວມມື ກັບ ກະຊວງ ການຕ່າງປະເທດ ແລະກຸ່ມ ພາກປະຊາສັງຄົມ ພາຍໃນລາວ ໂດຍເລັ່ງໃສ່ ບັນຫາແມ່ຍິງ ແລະອົງການຈັດຕັ້ງ ສາກົລ ກໍຈະສືບຕໍ່ ປະສານງານ ກັບເຈົ້າໜ້າທີ່ ທ້ອງຖິ່ນ ກ່ຽວກັບ ຄວາມພຍາຍາມ ໃນການຕ້ານ ການຄ້າມະນຸດ ຢູ່ຂັ້ນແຂວງ ແລະ ເຜີຍແຜ່ຂໍ້ມູນ ໃຫ້ເຈົ້າໜ້າທີ່ 174 ຄົນ ກ່ຽວກັບ ກົດໝາຍວ່າດ້ວຍ ການຕ້ານ ການຄ້າມະນຸດ ສບັບປີ 2016.
ທາງກອງເລຂາ ໄດ້ໃຫ້ທາງຫ້ອງການ ອັຍການປະຊາຊົນສູງສຸດ ພັທນາ ປຶ້ມຄູ່ມືກ່ຽວກັບ ການສືບສວນສອບສວນ ການຄ້າມະນຸດ ເພື່ອ ລະບຸປະເພດ ການກະທຳຄວາມຜິດ, ແຕ່ບໍ່ເປັນທີ່ຈະແຈ້ງວ່າ ວຽກງານນັ້ນ ໄດ້ສຳເຣັດແລ້ວຫລືບໍ່. ການບັງຄັບໃຊ້ ກົດໝາຍ ກໍໄດ້ມີ ການຮ່ວມມື ກັບທາງຝ່າຍໄທ ໃນຂະບວນການ ສືບສວນສອບສວນ ອັນມີຮວມທັງ ການສັມພາດ ຜູ້ເຄາະຮ້າຍ ແລະ ການຕິດຕາມ ການກະທຳອາຊຍາກັມ.
ພ້ອມກັນນັ້ນ ທາງການລາວ ຍັງໄດ້ພົບພໍ້ ກັບທາງການຈີນ 9 ຄັ້ງ ເພື່ອຮ່ວມມື ແລະຫາລືກັນ ກ່ຽວກັບ ຫຼາຍບັນຫາ ເຣຶ່ອງການຄ້າ ມະນຸດ. ອົງການ ຕ້ານການຄ້າມະນຸດ ແລະສື່ມວນຊົນ ໄດ້ລາຍງານວ່າ ເຈົ້າໜ້າທີ່ຂັ້ນຕ່ຳຈຳນວນນຶ່ງ ອາດຮັບສິນບົນ ເພື່ອ ອຳນວຍຄວາມສະດວກ ໃນການ ນຳເດັກນ້ອຍແມ່ຍິງ ໄປປະເທສຈີນ. ເຖິງຈະມີລາຍງານຕ່າງໆ ເຫລົ່ານັ້ນ ແຕ່ຣັຖບານລາວ ກໍບໍ່ໄດ້ລາຍງານ ການສືບສວນ ສອບສວນ ການດຳເນີນຄະດີ ຫລືການເອົາຜິດ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບ ການຄ້າມະນຸດ ແຕ່ຢ່າງໃດ ໃນລະຫວ່າງ ການລາຍງານ ປີ 2016 ນັ້ນ.
ເວົ້າເຖິງ ສະພາບການຄ້າມະນຸດ ທົ່ວໄປໃນລາວ ຣາຍງານປະຈຳປີ 2017 ຂອງກະຊວງ ການຕ່າງປະເທດ ສະຫະຣັຖ ຍັງເວົ້າເຖິງ ສະພາບ ການຄ້າມະນຸດ ໃນລາວວ່າ ຄືດັ່ງທີ່ໄດ້ລາຍງານ ໃນ 5 ປີຜ່ານມາວ່າ ສປປລາວ ເປັນທັງແຫລ່ງທີ່ມາ, ເປັນທັງທາງຜ່ານ ແລະຈຸດໝາຍ ປາຍທາງ ສຳລັບແມ່ຍິງ ເດັກນ້ອຍ ແລະຜູ້ຊາຍ ທີ່ຖືກຄ້າ ທາງເພດ ແລະຖືກບັງຄັບໃຊ້ແຮງງານ. ຄົນລາວຜູ້ເຄາະຮ້າຍ ຈາກການຄ້າມະນຸດ ມັກເປັນຄົນຍ້າຍຖິ່ນ ທີ່ສະແຫວງຫາໂອກາດ ທີ່ດີກວ່າເກົ່າ ຢູ່ນອກປະເທດ ຊຶ່ງຜະເຊີນກັບ ການຂູດຮີດແຮງງານ ແລະຂູດຮີດທາງເພດ.
ໃນປະເທດເປົ້າໝາຍ ປາຍທາງຕ່າງໆ ຊຶ່ງສ່ວນໃຫຍ່ ແມ່ນປະເທດໄທ ຮວມໄປເຖິງ ວຽດນາມ ມາເລເຊັຍ ຈີນ ໃຕ້ຫວັນ ແລະຍີ່ປຸ່ນ. ຈຳນວນນຶ່ງ ກໍຍ້າຍຖິ່ນ ໂດຍເສັຽເງິນໃຫ້ນາຍໜ້າ ເພື່ອໃຫ້ຊ່ວຍ, ແຕ່ກໍມີຫຼາຍໆຄົນ ຂ້າມຊາຍແດນ ໄປດ້ວຍຕົນເອງ ໂດຍໃຊ້ ໜັງສື ຜ່ານແດນ ຖືກກົດໝາຍ. ພວກຄ້າມະນຸດ ຮວມທັງ ສະມາຊິກຄອບຄົວ ຂອງຜູ້ເຄາະຮ້າຍ ມັກເປັນພວກຄົນ ໃນເຂດຊົນນະບົດ ບ່ອນທີ່ ພວກເຂົາ ຫລອກລວງ ພວກເຄາະຮ້າຍ ໂດຍໃຫ້ສັນຍາ ແບບຂີ້ຕົວະ ພາໄປເຮັດວຽກ ແບບຖືກຕ້ອງ ຢູ່ນອກປະເທດ. ຜູ້ເຄາະຮ້າຍ ຈຳນວນຫຼາຍ ໂດຍສະເພາະ ແມ່ຍິງ ແລະເດັກນ້ອຍ ຖືກຂູດຮີດ ໃນອຸດສາຫະກັມການຄ້າ ທາງເພດ ແລະບັງຄັບໃຊ້ແຮງງານ ໃນພາກ ການບໍຣິການ ຢູ່ພາຍໃນປະເທດ, ຢູ່ຕາມໂຮງງານ ຫລື ພາກກະສິກັມຕ່າງໆ. ຜູ້ຊາຍລາວ ທີ່ເປັນຜູ້ໃຫຍ່ ແລະເດັກນ້ອຍ ເປັນຜູ້ເຄາະຮ້າຍ ຖືກບັງຄັບໃຊ້ແຮງງານ ໃນອຸດສາຫະກັມ ການປະມົງຂອງໄທ, ການກໍ່ສ້າງ ແລະການກະສິກັມ. ຜູ້ເຄາະຮ້າຍ ທີ່ຖືກບັງຄັບ ໃຊ້ແຮງງານ ຢູ່ໃນອຸດສາຫະກັມ ການປະມົງຂອງໄທ ຖືກພົບຢູ່ເຂດ ນ່ານນ້ຳທະເລ ຂອງ ອິນໂດເນເຊັຽ.
ພວກຄ້າມະນຸດ ທີ່ເປັນຄົນຕ່າງປະເທດ ຮ່ວມມືກັບນາຍໜ້າ ຄົນລາວທ້ອງຖິ່ນ ເພື່ອອຳນວຍໃຫ້ແກ່ ການຄ້າມະນຸດ. ຜູ້ເຄາະຮ້າຍຫຼາຍໆຄົນ ອາດຢູ່ໃນຈຳນວນພວກຄົນ ທີ່ຖືກບັງຄັບ ສົ່ງກັບປະເທສ ໂດຍມັກເປັນທາງເຮືອ ຂ້າມແມ່ນ້ຳຂອງ ຈາກ ປະເທສໄທ 10 ພັນປາຍຄົນ ໃນແຕ່ລະປີນັ້ນ ບໍ່ມີການແຈ້ງ ຢ່າງເປັນທາງການ. ພວກຄົນຂັບຣົດ ບາງເທື່ອ ກໍລັກນຳຄົນງານ ທີ່ກັບຄືນລາວ ກັບຄືນມາໄທອີກ ເຮັດໃຫ້ ພວກເຂົາເຈົ້າ ຖືກຄ້າຕື່ມອີກ. ມີແມ່ຍິງ ແລະເດັກນ້ອຍ ແມ່ຍິງ ຈຳນວນໜ້ອຍນຶ່ງ ຈາກ ປະເທດລາວ ຖືກຂາຍໄປເປັນເຈົ້າສາວ ຢູ່ປະເທດຈີນ ແລະ ຕົກເຂົ້າສູ່ສະພາບ ການຄ້າທາງເພດ ຊຶ່ງຕາມລາຍງານ ຂອງ ສະຫະປະຊາຊາດວ່າ ນີ້ເປັນແນວໂນ້ມ ທີ່ອາດເພີ່ມຂຶ້ນ ໃນລະຍະ ການລາຍງານປີ 2016 ຍ້ອນຜູ້ຊາຍຈີນ ທີ່ຂຶ້ນທະບຽນ ແຕ່ງດອງ ກັບແມ່ຍິງລາວ ເພີ່ມຂຶ້ນຫຼາຍ ໃນປີນັ້ນ. ເຈົ້າໜ້າທີ່ທ້ອງຖິ່ນ ຈຳນວນນຶ່ງ ກໍມີສ່ວນຮ່ວມ ເຮັດໃຫ້ມີຄວາມສ່ຽງ ເຣື່ອງການຄ້າມະນຸດ ໂດຍຮັບເງິນ ເພື່ອຊ່ວຍເຣື່ອງ ການເຂົ້າເມືອງ ຫລືການເດີນທາງໄປ ຈີນ ຂອງເດັກນ້ອຍ ວັຍຊອນສາວລາວ. ມີລາຍງານວ່າ ລາວ ເປັນທາງຜ່ານ ສຳລັບແມ່ຍິງ ແລະເດັກວັຍຊອນສາວ ຊາວວຽດນາມ ແລະຈີນ ຈຳນວນນຶ່ງ ທີ່ຖືກຕົກສູ່ ການຄ້າທາງເພດ ແລະການບັງຄັບໃຊ້ແຮງງານ ໃນປະເທດເພື່ອນບ້ານ ໂດຍສະເພາະ ປະເທດໄທ.
ນັ້ນກໍເປັນສ່ວນນຶ່ງ ຂອງຣາຍງານ ປະຈຳປີ 2017 ຂອງກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ກ່ຽວກັບ ການຄ້າມະນຸດ ໃນ ສປປລາວ ຈາກທັງໝົດ 187 ປະເທດໃນທົ່ວໂລກ ຮວມທັງໃນສະຫະຣັຖເອງ. ວິທຍຸເອເຊັຽເສຣີ ຜແນກພາສາລາວ ຈະນຳຣາຍງານ ດັ່ງກ່າວ ສເນີເປັນຕອນທີ 2 ຕໍ່ໄປ ໃນໂອກາດໜ້າ.