ໜ່ວຍສະເພາະກິຈກວດກາ ຕາມດ່ານ ພາກເໜືອ

ສຸພັດຕາ
2018.05.18
F-border ຊາຍແດນລາວຈີນ ຜູ້ຄົນໄປມາ ຄ້າຂາຍ ກັນຢູ່ຕລອດ ຊຶ່ງກຸ່ມຄ້າມະນຸສ ມັກສວຍໂອກາດ
Screen captured : Agence France-Presse

ຜແນກການທ່ຽວທ່ອງແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ ແລະແຂວງຜົ້ງສາລີ ຈັດຕັ້ງຄນະສະເພາະກິຈ ຢູ່ປະຈຳດ່ານຊາຍແດນລາວ-ຈີນ ເພື່ອກວດກາທຸກຄົນທີ່ ເຂົ້າ-ອອກຜ່ານດ່ານ ບໍ່ໃຫ້ຕົກເປັນເຫຍື່ອນັກຄ້າມະນຸສຈີນ ທີ່ເຂົ້າມາຕົວະຍົວະ ເອົາແມ່ຍິງລາວໄປຈີນ ໃນຮູບແບບ ຕ່າງໆ.

ວຽກງານດັ່ງກ່າວ ເຈົ້າໜ້າທີ່ຕ້ານການຄ້າມະນຸສ ແຂວງຫຼວງນໍ້າທາ ກ່າວມື້ນີ້ວ່າ ເປັນການຮ່ວມມື ຣະຫວ່າງກອງເລຂາທິການ ຕ້ານການ ຄ້າມະນຸສ ປະຈຳແຂວງ ແລະຜແນກຖແລງຂ່າວ ແລະວັທນະທັມທ່ອງທ່ຽວ ດັ່ງທ່ານກ່າວວ່າ:

“ຂແນງການທ່ອງທ່ຽວ ຂແນງການດຽວກັນ ຖະແຫຼງຂ່າວ ແລະວັທນະທັມ ແລະທ່ອງທ່ຽວເນາະ ຂະເຈົ້າເຮັດວຽກໜ່ວຍສະເພາະກິຈ ຊິເຮັດຮ່ວມກັບກອງເລຂາຕ້ານ ການຄ້າມະນຸດ ຂອງກະຊວງປ້ອງກັນ ຄວາມສງົບ ເປັນສະເພາະກິດ ທີ່ສາມາດລົງເຮັດ ໄດ້ເລື້ອຍໆ ຕອນນີ້ກໍ່ຄືເພິ່ນເຂົ້າໄປ ເຮັດແຕ່ລະດ່ານ ໄປນັ່ງໄປໃຫ້ຄວາມຮູ້ ທຸກຄົນຍ່າງຜ່ານດ່ານ ເລື່ອງອັນຄ້າມະນຸດນີ້ນະ ຢູ່ດ່ານ ດ່ານທາງເໜືອ.”

ເຈົ້າໜ້າທີ່ກ່າວຕື່ມວ່າ ການຈັດຕັ້ງໜ່ວຍສະເພາະກິດຄັ້ງນີ້ ມີຜົນມາຈາກກອງປະຊຸມສັມມະນາ ເຣື້ອງສະກັດກັ້ນຕ້ານ ການຄ້າມະນຸສ ໃນຂແນງການທ່ອງທ່ຽວ 4 ແຂວງ ພາກເໜືອ ທີ່ຈັດຂຶ້ນຢູ່ແຂວງບໍ່ແກ້ວ ໃນມື້ວັນທີ 7 ຫາ ວັນທີ 8 ພຶສພາ ທີ່ຜ່ານມາ.

ກອງປະຊຸມດັ່ງກ່າວໄດ້ເວົ້າເຖິງ ກໍຣະນີແມ່ຍິງລາວ ຕົກເປັນເຫຍື່ອການຄ້າມະນຸສ ໄປຈີນ ຫຼາຍກໍຣະນີ ໃນໄລຍະຜ່ານມາ ຢູ່ 4 ແຂວງ ພາກເໜືອ ໃນນັ້ນມີທັງການແຕ່ງດອງ ທີ່ບໍ່ຈົດທະບຽນ ຕາມກົດໝາຍ, ການເຂົ້າມາຂອງນັກທ່ອງທ່ຽວຈີນ ກຸ່ມນຶ່ງ ທີ່ມັກມາຕົວະເອົາ ແມ່ຍິງລາວກັບໄປຈີນນຳ ແລະຍັງໄດ້ເວົ້າເຖິງຮູບການ ການຄ້າມະນຸສ ແບບທີ່ເກີດຂຶ້ນກັບ ແມ່ຍິງແຂວງໄຊຍະບູລີ ອາຍຸ 25 ປີ ທີ່ຕົກ ເປັນເຫຍື່ອຄົນຈີນ ຜູ້ທີ່ຫຼອກລວງນາງ ເດີນທາງໄປຈີນ ກັບບໍຣິສັດທ່ອງທ່ຽວ ແຫ່ງນຶ່ງ ເພື່ອໃຫ້ລອດ ພົ້ນສາຍຕາເຈົ້າໜ້າທີ່ລາວ ກ່ອນຈະ ມາຮັບຕົວ ຫາຍສາບສູນໄປ ເມື່ອເດືອນພຶສຈິກາ ປີ 2017.

ເຈົ້າໜ້າທີ່ທ່ານນີ້ບອກອີກວ່າ ການລົງກວດກາຂອງຂແນງການທ່ອງທ່ຽວ ຮ່ວມກັບຄນະເລຂາທິການ ຕ້ານການຄ້າມະນຸສ ຈະຈັດຢູ່ດ່ານ ເປັນປະຈຳເຈົ້າໜ້າທີ່ຈະກວດສອບ ແມ່ຍິງທຸກຄົນ ບໍ່ວ່າຈະໄປຈີນດ້ວຍຕົນເອງ ຫຼືໄປກັບບໍຣິສັດທົວ ຢ່າງຣະອຽດ ແລະກວດກາຄົນຈີນ ທີ່ເຂົ້າມາລາວ.

ຫາກຜູ້ໃດເປັນໜ້າສົງສັຍ ກໍຕ້ອງໄດ້ບັນທຶກປວັດໄວ້ ນອກຈາກນີ້ແລ້ວ ໜ່ວຍສະເພາະກິດ ຂອງຂແນງການທ່ອງທ່ຽວ ກໍຈະລົງກວດກາ ຮ້ານອາຫານ ແລະຮ້ານຄາຣາໂອເກະ ຕ່າງໆ ໃນ 4 ແຂວງ ເປັນໄລຍະໄລຍະ ເພື່ອບໍ່ໃຫ້ມີການຄ້າຂາຍ ບໍຣິການທາງເພດນັ້ນນຳດ້ວຍ:

“ໜ່ວຍສະເພາະກິດຈະກວດສອບ ຮ້ານອາຫານ ຮ້ານບັນເທີງນີ້ ກ່ຽວກັບການຄ້າມະນຸດ ນິີ່ເພາະວ່າອັນ ຕາມກົດໝາຍແລ້ວ ຂແນງການ ທ່ອງທ່ຽວກໍ່ແມ່ນ ເພາະວ່າຖ້າແມ່ນວ່າ ອັນກ່ອນຮ້ານ ຮ້ານທຸກຮ້ານກ່ອນສິສາມາດເປີດໄດ້ ຕ້ອງຜ່ານຂແນງການນີ້ ຂແນງການນີ້ຈະ ກວດສອບກ່ອນ ຈະເປີດໄດ້ ຕ້ອງຜ່ານຂແນງການທ່ອງທ່ຽວ.”

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງນໍ້າທາ ໃນປີ 2017 ມີແມ່ຍິງ ທີ່ທາງການແຂວງ ຊ່ວຍກັບ ມາໄດ້ຫຼັງຈາກຖືກ ຄ້າມະນຸສ 5 ຄົນ, ແຂວງອຸດົມໄຊ 3 ຄົນ. ຂນະທີ່ເຈົ້າໜ້າທີ່ ກໍຍັງບໍ່ຮູ້ຕົວເລຂ ຂອງຄົນທີ່ຍັງຊ່ວຍ ມາບໍ່ໄດ້ ແລະຫາຍ ສາບສູນໄປໃນຈີນ ວ່າມີເທົ່າໃດແທ້ ຍ້ອນບາງກໍຣະນີ ອາດຈະບໍ່ມີຍາດພີ່ນ້ອງຂອງຜູ້ຕົກເປັນເຫຍື່ອ ມາຮ້ອງຮຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.