ແມ່ຍິງຂາຍບໍຣິການ ຢູ່ ຫຼວງນໍ້າທາ ສ່ຽງຕໍ່ hiv
2019.04.03
ແຂວງຫລວງນໍ້າທາ ເປັນແຂວງນຶ່ງ ທີ່ມີຜູ້ຍິງຈາກແຂວງຕ່າງໆ ມາຂາຍບໍຣິການທາງເພດ ເປັນຈຳນວນຫຼາຍ, ເປັນຕົ້ນແມ່ນແມ່ຍິງຊົນເຜົ່າ ທີ່ມາຈາກແຂວງຫຼວງຫລວງພຣະບາງ ຍ້ອນວ່າ ແຂວງຫຼວງນໍ້າທາ ເປັນແຂວງທີ່ມີຊາຍແດນ ຕິດກັບປະເທດຈີນ ແລະ ສ່ວນຫຼາຍຜູ້ທີ່ມາ ໃຊ້ບໍຣິການ ກໍແມ່ນຄົນຈີນ.
ບັນຫາດັ່ງກ່າວ ເຮັດໃຫ້ແມ່ຍິງທີ່ຂາຍ ບໍຣິການທາງເພດ ມີຄວາມສ່ຽງຫຼາຍຂຶ້ນຕື່ມອີກ ຕໍ່ການທີ່ຈະຕິດເຊື້ອພຍາດທາງເພດສຳພັນເປັນຕົ້ນ ແມ່ນ ເອັສໄອວີ/ເອດສ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 1 ເມສາ ນີ້ວ່າ:
“ພວກເດັກນ້ອຍຢູ່ຕາມເຂດຊົນນະບົດ ທີ່ເຂົາເຈົ້າບໍ່ມີວຽກເຮັດງານທຳ ຖືກຊັກຊວນໃຫ້ມາຂາຍບໍຣິການ ແມ່ຍິງກຸ່ມຈຳພວກນີ້ ແລະ ທີ່ວ່າຈະ ສ່ຽງຕໍ່ການຕິດພຍາດທາງເພດ ສ່ວນຫຼາຍ ຄົນທີ່ໃຊ້ບໍຣິການ ແມ່ນພວກຄົນຈີນ ທີ່ເຂົາມາເຮັດວຽກກໍ່ສ້າງ ທາງຣົດໄຟ ນີ້ແຫຼະ ເພາະວ່າ ບາງຄົນເຂົາເຈົ້າກະບໍ່ໄດ້ປ້ອງກັນໂຕເອງແດ່.”
ທ່ານກ່າວຕື່ມວ່າ ແມ່ຍິງທີ່ມາຂາຍບໍຣິການທາງເພດ ຢູ່ແຂວງຫລວງນໍ້າທາ ສ່ວນຫຼາຍ ແມ່ນຢູ່ຕາມສະຖານທີ່ ຮ້ານບັນເທີງຕ່າງໆ ຕາມເຂດ ຊາຍແດນເປັນຕົ້ນເມືອງສິງ ເມືອງນໍ້າທາ ແລະເມືອງລອງ. ຕາມສະຖິຕິ ທີ່ບໍ່ເປັນທາງການຂອງຜແນກ ສາທາຣະນະສຸຂ ແຂວງຫຼວງນໍ້າທາ ມີປະມານ 100 ປາຍຄົນ. ໃນນັ້ນສ່ວນຫຼາຍແມ່ນມາຈາກເຂດຊົນນະບົດ ຂອງແຂວງຫຼວງພຣະບາງ ທີ່ທຸກຍາກ ແລະບໍ່ມີຄວາມຮູ້ມີອາຊີບ ຫຼັກ ຄືເຮັດໄຮ່ ເຮັດສວນ, ບໍ່ມີທາງທໍາມາຫາກິນ ແນວອື່ນ, ແຕ່ຢາກໃຫ້ ຖານະຄອບຄົວດີຂຶ້ນ ຈຶ່ງພາກັນມາຂາຍບໍຣິການທາງເພດ ເພື່ອສົ່ງ ເງິນໃຫ້ຄອບຄົວ. ໃນນັ້ນ ມີທັງພວກນັກຮຽນ ທີ່ມີອາຍຸຕ່ຳກວ່າ 18 ປີ ທີ່ຊັກຊວນກັນມາ, ດັ່ງເຈົ້າຂອງຮ້ານກິນດື່ມຜູ້ນຶ່ງ ທີ່ມີຍິງສາວມາຂາຍ ບໍຣິການ ຢູ່ຮ້ານຂອງລາວ ກ່າວຕໍ່ ວິິທຍຸເອເຊັຽເສຣີ ເມື່ອວັນທີ 25 ມີນາ ທີ່ຜ່ານມາວ່າ:
“ມັນກະມີຫຼາຍປັດໃຈ ຢູ່ບ້ານເຂົາກະທຸກຍາກແດ່ ອາຊີບກະມີແຕ່ເຮັດໄຮ່ ຖານະຄອບຄົວກະທຸກຍາກ, ຄັນຊິເວົ້າໄປກະແມ່ນເຂົາບໍ່ມີທາງ ເລືອກຫັ້ນແຫຼະ.”
ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຫລວງນໍ້າທາ ກໍໄດ້ລົງເຜີຍແຜ່ຄວາມຮູ້ ກ່ຽວກັບພຍາດຕິດຕໍ່ທາງເພດສັມພັນ ໃຫ້ກັບແມ່ຍິງຢູ່ຕາມຮ້ານບໍຣິການຕ່າງໆ ຢູ່ໃນແຕ່ລະເມືອງ ໃນແຂວງຫລວງນໍ້າທາ ທີ່ມີຜູ້ຍິງໄປຂາຍບໍຣິການ ກ່ຽວກັບການປ້ອງກັນພຍາດ ຕ່າງໆ ທີ່ອາຈເກີດຈາກການມີເພດສຳພັນ ເປັນຕົ້ນແມ່ນ ແນະນຳໃຫ້ໃສ່ຖົງຢາງອະນາມັຍ ທຸກຄັ້ງທີ່ມີເພດສຳພັນ ເພື່ອປ້ອງກັນຄວາມສ່ຽງ ແລະໄດ້ກວດເລືອດບັນດາຜູ້ຍິງ ທີ່ມາຂາຍບໍຣິການ ເພື່ອຊອກຫາເຊື້ອໂຣຄຕ່າງໆ ນໍາດ້ວຍ.