ຂ.ຄຳມ່ວນໂຄສະນາຕ້ານ ຄ້າມະນຸດ

ສິດນີ
2017.02.13
f-kay ນາງໄກ່(ນາມສົມມຸດ) ແລະ ຜູ້ເປັນພໍ່ ໃນມື້ທໍາອິດ ທີ່ພໍ້ກັນ ພາຍຫຼັງທີ່ ນາງໄກ່ ຖືກຫຼອກໃຫ້ມາເຮັດວຽກ ໃນໄທ ຕັ້ງຫຼາຍເດືອນ
rfa/tp

ແຂວງຄຳມ່ວນ ເພີ້ມມາຕການ ໃນການແກ້ໄຂ ບັນຫາ ຄ້າມະນຸດ ຫລັງຈາກ ທີ່ ນາງໄກ່ ອາຍຸ 13 ປີ ຣາສດອນ ເມືອງມະຫາໄຊ ຖືກກຸ່ມ ຄ້າມະນຸດໄທ ຕົວະຍົວະ ແລະຮຽກຄ່າໄຖ່ ທີ່ເຈົ້າຫນ້າທີ່ໄທ ສາມາດ ຊ່ອຍອອກມາໄດ້ ໃນທ້າຍເດືອນ ທັນວາ 2016 ເຈົ້າຫນ້າທີ່ ແຂວງ ຄຳມ່ວນ ໄດ້ເອົາຕົວຢ່າງ ຂອງນາງໄກ່ ມາໃຊ້ ໃນການໂຄສະນາ ຜ່ານສື່ ເພື່ອໃຫ້ ປະຊາຊົນ ໂດຍສະເພາະ ແມ່ຍິງ ໃຫ້ຣະມັດ ຣະວັງ. ດັ່ງ ການເປີດເຜີຍ ຂອງ ເຈົ້າຫນ້າທີ່ ແຂວງຄຳມ່ວນ ຜູ້ບໍ່ປະສົງ ອອກຊື່ ຕໍ່ເອເຊັຽເສຣີ ໃນວັນທີ 10 ກຸມພາ ນີ້ວ່າ:

"ເມືອງມະຫາໄຊ ມັນເຂດຊານເມືອງ ເຂດນອກເມືອງ ບາງເທື່ອ ຄວາມຮູ້ກໍບໍ່ມີ ມີຄົນມາຕົວະ ມາອີ່ຫຍັງ ເພິ່ນກໍເຊື່ອ ເດັກທີ່ຖືກ ເຂົ້າເຄືອ ຂ່າຍ ຄ້າມະນຸດ ພວກເຮົາກໍແຈ້ງ ແລ້ວກໍອອກ ທາງວິທຍຸ ແລ້ວກໍແຈ້ງ ໃຫ້ທາງຫົວຫນ້າ ຫ້ອງການປົກຄອງ ໂຄສະນາ ໃຫ້ຮັບຮູ້ກ່ຽວກັບ ບັນຫານີ້ ແລະກໍມີໂຄງການຂອງ ILAW ມາຊ່ອຍເປັນປື້ມ ເປັນຫຍັງ ເປັນເອກສານຕ່າງໆ ຊ່ອຍແຈ້ງໃຫ້ ຮູ້ຈັກການ ຫຼອກລວງຫັ້ນນ່າ".

ທ່ານກ່າວຕື່ມວ່າ ແຂວງຄຳມວ່ນ ບັນຫາການຄ້າມະນຸດ ໃນຣະຍະ ທີ່ຜ່ານມາ ມີຫນ້ອຍ ຖ້າທຽບໃສ່ ກັບແຂວງອື່ນ ແຕ່ລະປີ ຈະມີພຽງ ສອງ-ສາມ ກໍຣະນີ ເທົ່ານັ້ນ ຊຶ່ງຜູ້ທີ່ຕົກ ເປັນເຫຍື່ອ ສ່ວນໃຫຍ່ ກໍຈະລັກໄປເອງ ແລ້ວ ຖືກນາຍຈ້າງ ບັງຄັບໃຫ້ ເຮັດວຽກ ໂດຍບໍ່ຈ່າຍ ເງິນເດືອນ ບໍ່ເປັນແບບ ກໍຣະນີ ນາງໄກ່ ຈຶ່ງເຮັດໃຫ້ ເຈົ້າຫນ້າທີ່ ຕ້ອງໄດ້ເພີ້ມ ມາດຕະການ ໃນການປາບປາມ ຫຼາຍຂຶ້ນ ບໍ່ວ່າທາງ ສື່ສັງຄົມ ແລະ ວິທຍຸຊຸມຊົນ ດ້ວຍຄວາມຮ່ວມມື ຂອງຫ້ອງການແຮງງານ ຫ້ອງການປົກຄອງ ຂັ້ນເມືອງ ແລະ ອົງກອນ ILAW ນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.