ທາງການລາວໂຄສະນາ ຕ້ານ ຄ້າມະນຸສ
2018.05.02
ທາງການລາວລົງມື ຕ້ານການຄ້າມະນຸດ ຢ່າງຈິງຈັງດ້ວຍການໂຄສະນາ ເຖິງຜົລຮ້າຍໃຫ້ປະຊາຊົນ ໃນເຂດແຂວງຕ່າງໆຮູ້ພາຍຫລັງ ຊາວໜຸ່ມຍິງສາວລາວ ໄປເຮັດວຽກ ຢູ່ປະເທດໄທ ຮວມທັງແມ່ຍິງລາວ ຈໍານວນບໍ່ໜ້ອຍ ຖືກຕົວະຍົວະ ຫລອກລວງ ໃຫ້ແຕ່ງດອງ ກັບຜູ້ຊາຍຈີນ ໂດຍມີເຈຕນາອັນບໍ່ດີ ແອບແຝງ.
ຫລັງໆມານີ້ກໍມີຂ່າວ ການກັບຄືນມາບ້ານຫາຄອບຄົວ ຂອງແມ່ຍິງລາວທີ່ແຕ່ງດອງກັບຜູ້ຊາຍຈີນ ຢູ່ລາວແລ້ວໄປຢູ່ຈີນ ນໍາຄອບຄົວເຂົາ ຫລືພາໄປແຕ່ງດອງ ຢູ່ຈີນແລ້ວໃຫ້ເຮັດວຽກ ໜັກຖືກຂົ່ມເຫັງທາຣຸນ ຕ່າງໆນາໆຢູ່ເລື້ອຍ ຈົນບາງຄົນກໍຖືກຂາຍຕໍ່, ໃຫ້ເປັນໂສເພນີ ຈົນທົນບໍ່ໄດ້ ແລະໄດ້ຫາຊ່ອງທາງ ລັກໜີກັບມາບ້ານໄດ້.
ໃນນັ້ນບາງກໍຣະນີ ກໍສາມາດລັກໜີມາໄດ້ດ້ວຍຕົນເອງ ບາງກໍຣະນີກໍໄດ້ຮັບການຊ່ວຍເຫຼືອຈາກເຈົ້າໜ້າທີ່ຈີນ ແລະເຈົ້າໜ້າທີ່ ກົງສຸນລາວ ຢູ່ຈີນ ຊຶ່ງກໍມີຮວມທັງ ກໍຣະນີທີ່ກັບມາໄດ້ ເມື່ອທ້າຍປີ 2017 ຫລັງຈາກ ທີ່ພຍາຍາມມາໄດ້ເຖິງ 3 ປີ ກວ່າ ກ່ອນທີ່ຈະມີໂອກາດລັກໜີ ກັບຄືນລາວໄດ້.
ແລະອີກກໍຣະນີນຶ່ງ ກໍແມ່ນກັບມາໄດ້ ເມື່ອວັນທີ 25 ມິນາ 2018 ນີ້ ໂດຍການຊ່ວຍເຫລືອ ຂອງຕໍາຣວດຈີນ ແລະເຈົ້າໜ້າທີ່ກົງສຸນລາວ ປະຈໍາແຂວງຍຸນນ່ານ. ຄັນວ່າກັບມາແລ້ວ ເຖິງຈະມີຮອຍດ່າງແປ້ວ ຢູ່ຕາມຕົນໂຕ ຫລືໜ້າຕາກໍຕາມ ທາງຝ່າຍລາວ ກໍບໍ່ໄດ້ດໍາເນີນການ ແນວໃດ ຫາກຈະເປັນໜ້າທີ່ ຂອງທາງຈີນທັງໝົດ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຊາຍແດນລາວ ປະຈໍາດ່ານປາງໄຮ:
"ບັນຫາທີ່ເຂົາມີຜົວຈີນນີ້ ສ່ວນຫລາຍແມ່ນທາງເຈົ້າໜ້າທີ່ຈີນ ເຂົາຈະເປັນຜູ້ດໍາເນີນການທັງໝົດ. ຝ່າຍລາວນີ້ມີແຕ່ວ່າມາຮັບຄົນ ສ່ວນຫຼາຍ ດໍາເນີນຄະດີ ອີ່ຫຍັງຕ່າງໆນີ້ ແມ່ນທາງຝ່າຍຈີນພຸ້ນ ເຂົາຈະເປັນຜູ້ດໍາເນີນການນໍ້. ລະບາງກໍຣະນີ ກັບມາລະ ກໍບໍ່ໄດ້ເຮັດສັງ ບໍ່ໄດ້ເອົາ ເຣື່ອງເອົາລາວສັງ ກັບບ້ານໄດ້ລະ."
ແມ່ຍິງ ຜູ້ເຄາະຮ້າຍແລະຍາດພີ່ນ້ອງ ກໍບໍ່ຢາກເອົາເຣື່ອງເອົາລາວ ຫຍັງຄິດວ່າໄດ້ມີໂອກາດ ກັບຄືນມາບ້ານກໍແມ່ນໂຊກດີ ຫຼາຍແລ້ວ ແລະ ຮູ້ດີວ່າ ການແຕ່ງດອງກັບຜູ້ຊາຍຈີນ ນັ້ນກໍເປັນໄປ ແບບບໍ່ຖືກຕ້ອງຕາມຣະບຽບກົດໝາຍ ບ້ານເມືອງຂອງລາວ. ຜູ້ເຄາະຮ້າຍ ນາງນຶ່ງ ທີ່ ສາມາດລັກໜີຈາກຜົວຈີນ ມາໄດ້ເມື່ອທ້າຍປີ 2017 ພາຍຫລັງຢູ່ຈີນ ກັບຜົວນານເຖິງ 3 ປີ ເວົ້າກ່ຽວກັບເຣື່ອງນີ້ວ່າ:
"ເຮົາກັບມາລະກະຫາຢູ່ຫາກິນຢູ່ລາວນີ້ ບໍ່ໄດ້ທວງໄດ້ຖາມອີ່ຫຍັງເລີຍ ເຮົາກະຮູ້ແລ້ວວ່າເຮົາເອົາຄົນຈີນ ເຮົາກະຜິດກົດຣະບຽບເຮົາຮູ້ແລ້ວ ເຮົາກະເລີຍບໍ່ໄດ້ທວງເລີຍ."
ນັ້ນກໍເປັນກໍຣະນີທີີ່ຜູ້ເຄາະຮ້າຍມີໂອກາດ ໄດ້ກັບຄືນມາລາວດ້ວຍຕົນເອງ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກພໍ່ຄ້າລາວ ທີ່ມີຣົດຂົນສົ່ງຄ້າຂາຍ ກັບຈີນ ບໍ່ແມ່ນຈາກເຈົ້າໜ້າທີ່ ທາງການລາວ ຫລືທາງການຈີນ ຊຶ່ງບໍ່ຄ່ອຍເປັນໄປໄດ້ ເທົ່າທີ່ຜ່ານມາ.
ຢ່າງໃດກໍຕາມ ເວົ້າເຣື່ອງການຄ້າມະນຸດ ອັນມີຮວມທັງໃນຮູບແບບ ແຕ່ງດອງຫລືພິຕິແຕ່ງດອງ ໄປຈີນແລ້ວຖືກບັງຄັບ ໃຊ້ແຮງງານຖືກ ຂາຍຕໍ່, ຂາຍເຂົ້າຊ່ອງໂສເພນີ ເຈົ້າໜ້າທີ່ລາວເວົ້າວ່າທາງການ ກໍໄດ້ເອົາໃຈໃສ່ຕ້ານການຄ້າມະນຸດໃຫ້ມີ ປະສິດທິພາບຫຼາຍຂຶ້ນໃນປີ 2018 ນີ້ ໂດຍໂຄສະນາເຜີຍແຜ່ ໃຫ້ຄວາມຮູ້ແກ່ປະຊາຊົນ ກ່ຽວກັບການຕົວະຍົວະຫຼອກລວງ ຕລອດຮອດຜົລຮ້າຍ ທີ່ຈະຕາມມາ.
ແລະເມື່ອໄວໆມານີ້ ເຈົ້າໜ້າທີ່ສູນກາງສະຫະພັນແມ່ຍິງລາວ ກໍເວົ້າວ່າກຽມຈັດການຝຶກອົບຮົມ ຕ້ານການຄ້າມະນຸດ ໃຫ້ເຈົ້າໜ້າທີ່ພາກສ່ວນ ກ່ຽວຂ້ອງຫລັງຈາກປີໃໝ່ລາວ ຢູ່ເມືອງນາແລແຂວງ ຫລວງນໍ້າທາ ທີ່ມີແມ່ຍິງຖືກຕົວະຍົວະ ແຕ່ງດອງກັບ ຜູ້ຊາຍຈີນ ຫລາຍດັ່ງທີ່ທ່ານ ກ່າວຕໍ່ RFA ຕອນນຶ່ງວ່າ:
"ເພິ່ນໄດ້ປະສານແລ້ວ ໃຫ້ທາງພະນັກງານຢູ່ນີ້ ໄປຝຶກອົບຮົມວິທີການລົງໄປຝຶກອົບຮົມກ່ຽວກັບ ຄວາມຮູ້ກ່ຽວກັບການລົງໄປ ໂຄສະນາ ໃຫ້ຄວາມຮູ້ແກ່ປະຊາຊົນຫັ້ນ ຈັດຝຶກອົບຮົມໃຫ້ຄວາມຮູ້ ໃຫ້ແກ່ພະນັກງານ ຢູ່ຫ້ອງການ ວິຊາການຢູ່ຫ້ອງການ."
ການຝຶກອົບຮົມເຈົ້າໜ້າທີ່ນັ້ນ ຈະດໍາເນີນໄປເປັນເວລາ 1 ເດືອນ ຫລັງຈາກນັ້ນພວກເຂົາເຈົ້າ ກໍຈະລົງເຜີຍແຜ່ ຕາມບ້ານ. ເວົ້າເຣື່ອງການ ຝຶກອົບຮົມ ແລະການລົງເຜີຍແຜ່ນັ້ນ ຈະບໍ່ສະເພາະຢູ່ເມືອງນາແລເທົ່ານັ້ນ ແຕ່ຫາກຈະມີຢູ່ເມືອງອື່ນໆ ຕາມແຂວງຕ່າງໆທົ່ວປະເທດ ພາຍ ຫລັງທີ່ມີແມ່ຍິງລາວ ໂດຍສະເພາະກໍແມ່ນຢູ່ແຂວງພາກເໜືອ ຖືກຫຼອກລວງແຕ່ງດອງກັບຄົນຈີນ ທີ່ໄປຢູ່ຈີນແລະຖືກຕົກຣະກັມລໍາບາກ ແລະກໍເປັນໄປຕາມທິດທາງ ຂອງກອງປະຊຸມ ກອງເລຂາຄນະກັມມາທິການ ຕ້ານການຄ້າມະນຸດ ຣະດັບຊາດຂອງລາວ ແລະເຈົ້າໜ້າທີ່ ຣະດັບສູງ ຈາກກົມໃຫຍ່ຕໍາຣວດ ທີ່ນະຄອນຫລວງວຽງຈັນ ໃນວັນທີ 27 ກຸມພາ ປີກາຍ.
ແລະຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ຢູ່ນະຄອນຫລວງວຽງຈັນ ຕໍ່ RFA ໃນມື້ວັນທີ 8 ມີນາ 2018 ວ່າທາງກອງເລຂາ ຄນະກັມມາທິການ ຕ້ານການຄ້າມະນຸດ ຣະດັບຊາດຂອງລາວ ຈະສຸມໃສ່ສະກັດກັ້ນ ແລະຕ້ານການຄ້າມະນຸດ ຕາມດ່ານຊາຍແດນ ທີ່ ຕິດກັບປະເທດ ເພື່ອນບ້ານຕ່າງໆ ແລະໃຫ້ຄວາມຮູ້ແກ່ປະຊາຊົນ ໃຫ້ມີປະສິດທິພາບ ຫລາຍຂຶ້ນໃນປີ 2018 ນີ້.
"ກໍຄືວ່າຣັຖບານ ເພິ່ນກໍໂຄສະນາເຜີຍແຜ່ ເພິ່ນກໍພຍາຍາມໂຄສະນາ ສະກັດກັ້ນ ເອີ້ນວ່າປ້ອງກັນຫັ້ນນະ ກໍແບບວ່າຫ້າວຫັນ ກໍແບບວ່າ ເອົາຈິງເອົາຈັງ ໃນການເຮັດໂຄສະນາຕາມຊາຍແດນນໍ້ ເພິ່ນກໍໄປສະແດງຫຼວງນໍ້າທາ ໄປນັ້ນໄປນີ້ສິເນັ້ນໃສ່ ໂຄສະນາເຜີຍແຜ່ຕາມດ່ານ ແລ້ວກໍຊຸມຊົນພ້ອມ."
ນັ້ນຄືທິດທາງການໂຄສະນາຕ້ານ ແລະສະກັດກັ້ນການຄ້າມະນຸດ ທີ່ເວົ້າກັນຢູ່ກອງປະຊຸມສລຸບຜົລວຽກງານ ຕ້ານການຄ້າມະນຸດ ໃນປີ 2017 ໂດຍໃຫ້ເຈົ້າໜ້າທີ່ ສູນກາງ ລົງໃຫ້ຄວາມຮູ້ແກ່ທັງປະຊາຊົນ ແລະເຈົ້າໜ້າທີ່ທ້ອງຖິ່ນກ່ຽວກັບກົດໝາຍ ຣັຖທັມນູນແລະສົນທິສັນຍາ ສາກົລຕ່າງໆ ຜ່ານທາງໂທຣະໂຄ່ງ ໂທຣະທັສ ແລະແຜ່ນພັບ.
ນອກຈາກນີ້ ກໍຍັງຈະເອົາໜັງເຣື່ອງສັ້ນ ທີ່ກ່ຽວພັນກັບການຄ້າມະນຸດ ໄປສາຍເພື່ອໃຫ້ຄົນ ເຂົ້າໃຈໄດ້ງ່າຍ. ສໍາລັບຊາວໜຸ່ມຍິງສາວ ທີ່ຢູຸ່ ໃນເຂດສ່ຽງ ກໍຈະອົບຮົມ ໃຫ້ມີສະຕິຣະວັງຕົວ ຫລາຍຂຶ້ນຕື່ມ ຂນະທີ່ຄອບຄົວຫລືອໍານາດການປົກຄອງ ບ້ານແລະເມືອງ ກໍຈະຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນເຂດຮັບຜິດຊອບຂອງຕົນ.
ເວົ້າສະເພາະການຄ້າມະນຸດ ຢູ່ແຂວງຫລວງນໍ້າທາ ຕາມຂ່າວ Raolaung ວັນທີ 15 ທັນວາ ປີກາຍ, ທ່ານ ສົມໄຊ ຈັນທະວົງ ຫົວໜ້າ ກອງບັນຊາການຕໍາຣວດ ແຂວງຫລວງນໍ້າທາ ເປີດເຜີຍວ່າ ນັບແຕ່ປີ 2015 ມາມີຂະບວນການແຕ່ງດອງ ຂອງ ຊາຍໜຸ່ມຈາກສປຈີນ ແລະຍິງສາວລາວ. ໃນນັ້ນ ຮູບລັກສນະ ທີ່ເດັ່ນຄືການໝັ້ນໝາຍ ໂດຍຜ່ານຄົນລາວ ແລະຄົນຈີນ ຈໍານວນນຶ່ງທີ່ເຮັດທຸຣະກິດ ຢູ່ລາວ ແລະຄົນລາວ ຢູ່ປະເທດຈີນ ໃນການຕິດຕໍ່ພົວພັນ ແຕ່ງດອງຫລືເຮັດຮີດຄອງ ດ້ວຍການເອີ້ນ ເຖົ້າແກ່ແນວໂຮມບ້ານເຂົ້າຮ່ວມ ເພື່ອເປັນ ສັກຂີພິຍານ.
ຫລັງຈາກມອບເງິນຄ່າດອງ ກໍພາຍິງສາວລາວ ໄປຈີນໂດຍບໍ່ມີເອກສານຖືກຕ້ອງ. ໃນບາງກໍຣະນີ ແມ່ນບໍ່ໄດ້ສິນສອດ ພຽງແຕ່ລົມກັນ ປາກເປົ່າ ກໍພາຍິງສາວລາວໄປ ປະເທດຈີນ ເພື່ອໄປເບິ່ງເຮືອນ ຂອງຜູ້ຊາຍຈີນ. ຖ້າມັກກໍເອົາ. ແຕ່ຫລັງໄປຢູ່ຈີນແລ້ວ ບາງຄົນກໍຖືກກັກຂັງ ໃຊ້ແຮງງານໜັກ, ຖືກຂາຍຕໍ່ໃຫ້ບຸກຄົນອື່ນ. ຫລາຍກໍຣະນີຖືກນາບຂູ່, ທໍາຮ້າຍຮ່າງກາຍ ແລະຍຶດໜັງສືຜ່ານແດນໄວ້.
ເພື່ອຊ່ວຍລູກຫຼານຂອງຕົນບາງກໍຣະນີ ຜູ້ເປັນພໍ່ແມ່ພີ່ນ້ອງ ຢູ່ລາວ ກໍຂໍໃຫ້ນາຍໜັ້າ ຜູ້ພາໄປນັ້ນ ຊ່ວຍເຫລືອໂດຍເອົາເງິນໃຫ້ພາໄປ ແລະ ໄປຈີນດ້ວຍຕົນເອງ ກໍມີທັງໆທີ່ບໍ່ຮູ້ພື້ນທີ່ ບໍ່ຮູ້ພາສາ ແລະກໍຖືກສໍ້ໂກງ. ຮ້າຍແຮງກວ່ານັ້ນ ເມື່ອພົບລູກສາວແລ້ວ ກໍຖືກຂັງທັງຜູ້ໄປຫາ ແລະລູກ ໂດຍໃຫ້ເອົາເງິນຄ່າດອງ ມາສົ່ງຄືນຈຶ່ງປ່ອຍໂຕກັບລາວ.
ໃນການສະກັດກັ້ນ ແລະແກ້ໄຂບັນຫາດັ່ງກ່າວ ປກສ ແຂວງຫລວງນໍ້າທາ ໄດ້ປະສານໄປຍັງຕໍາຣວດ ເມືອງຫລາ ແຂວງຍຸນນ່ານ ຂອງຈີນ ເພື່ອຊ່ວຍຜູ້ເຄາະຮ້າຍ. ຜ່ານການປະສານງານ ກັບເຈົ້າໜ້າທີ່ ຈີນ 12 ຄັ້ງ ສາມາດຊ່ວຍຜູ້ເຄາະຮ້າຍໄດ້ 69 ຄົນ. ແລະຕາມຄໍາເວົ້າຂອງ ທ່ານ ອໍາໄພ ສໍສະຫວັນແສງ ຮັກສາການຫົວໜ້າຕໍາຣວດ ປກສ ແຂວງຫລວງນໍ້າທາ, ຜູ້ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ເປັນຍິງສາວ ໜ້າຕາດີ ແລະຮູ້ເທົ່າບໍ່ເຖິງການ ຊຶ່ງມາຕການສະກັດກັ້ນການຄ້າມະນຸດ ຢູ່ແຂວງຫຼວງນໍ້າທາ ຜ່ານມາໄດ້ສຸມໃສ່ ການໂຄສະນາເຜີຍແຜ່ ເຖິງຜົລຮ້າຍ ແລະໄພອັນຕຣາຍ ທີ່ເກີດຈາກ ການຄ້າມະນຸດ ຢູ່ເຂດບ້ານລຽບຕາມຊາຍແດນ ແລະບ້ານທີ່ມີແລວຣົດໄຟ ຜ່ານ.
ພ້ອມດຽວກັນ ກໍຈັດຕັ້ງເຈົ້າໜ້າທີ່ ລົງປະຈໍາຢູ່ຕາມດ່ານ ເພື່ອຕິດຕາມກວດກາ ກຸ່ມເປົ້າໝາຍທີ່ອາດຕົກເປັນເຫຍື່ອ ຂອງການຄ້າມະນຸດ. ໃນນັ້ນ ສາມາດພົບເຫັນກຸ່ມເປົ້າໝາຍ ແລະກຸ່ມຄົນທີ່ມີການເຄື່ອນໄຫວ ບໍ່ຖືກຕ້ອງຈໍານວນນຶ່ງ ຊຶ່ງກໍໄດ້ນໍາມາ ສຶກສາອົບຮົມ ແລະດໍາເນີນ ຄະດີ ຕໍ່ຜູ້ກະທໍາຜິດ.
ທ່ານເວົ້າວ່າປັດຈຸບັນ ປະຊາຊົນຮັບຮູ້ບັນຫານັ້ນ ແລະມີຄວາມຣະມັດຣະວັງ ຫລາຍຂຶ້ນ ແລະວ່າກອງບັນຊາການ ປກສ ແຂວງຫລວງນໍ້າທາ ຈະສືບຕໍ່ຮ່ວມມືແລະແລກປ່ຽນ ຂໍ້ມູນຂ່າສານ ກັບຈີນ ຊ່ວຍ ເຫລືອຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະແກ້ໄຂບັນຫາອື່ນໆ ໃຫ້ທັນເວລາ ແລະຈະສືບຕໍ່ໂຄສະນາເຜີຍແຜ່ ຜົລຮ້າຍຂອງການຄ້າມະນຸດ ໃຫ້ທົ່ວເຖິງເຮັດໃຫ້ບັນຫາ ນີ້ລຸດລົງເທື່ອລະກ້າວ.