ການຄ້າມະນຸດຢູ່ລາວຍັງ ຮ້າຍແຮງ
2015.07.28

ສປປລາວ ເປັນທັງ ຕົ້ນທາງ ປາຍທາງ ແລະ ທາງຜ່ານ ຂອງການ ຄ້າມະນຸດ ໃນ ປັດຈຸບັນ, ແລະ ກໍຖືກຈັດ ຢູ່ໃນຂັ້ນ ສອງ ຫລື TIER 2, ຊຶ່ງ ຍັງເປັນ ປະເທດ ທີ່ ຢູ່ໃນ ບັນຊີ ການ ສິ້ງຊອມ ດ້ານການ ຄ້າມະນຸດ ຢູ່. ອີງຕາມ ບົດຣາຍງານ ປະຈຳປີ ຂອງ ກະຊວງ ຕ່າງ ປະເທດ ສະຫະຣັດ ປີ ນີ້.
ບົດຣາຍງານ ຣະບຸ ວ່າ ເດັກນ້ອຍ ຊາຍຫນຸ່ມ ຍິງສາວລາວ ຖືກ ຫຼອກລວງ ແລະ ບີບບັງຄັບ ຈາກ ນາຍຫນ້າ ໃຫ້ ຄ້າ ປະເວນີ, ສຳລັບ ຜູ້ຊາຍ ກໍຖືກ ບັງຄັບ ໃຫ້ ເຮັດວຽກ ຢູ່ ໂຮງງານ ນາຣົກ ໃນ ໄທ ຈາກ ກຸ່ມ ຄ້າມະນຸດ.
ເດັກນ້ອຍ ລາວ ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ຍ້ອນໄປ ຊອກຫາ ວຽກເຮັດ ງານທຳ ໃນໄທ ແລະ ໃນ ຕ່າງ ປະເທດ, ບາງຄົນ ດ້ວຍການ ຕົວະຍົວະ ຂອງ ກຸ່ມນາຍ ຫນ້າ ຫລື ຄົນກາງ ທີ່ ເປັນ ຄົນລາວ. ແຕ່ເມື່ອ ໄປຮອດ ປາຍທາງ ກໍຖືກ ບີບບັງຄັບ ໃຫ້ຄ້າ ປະເວນີ ແລະ ກົດຂີ່ ຂົ່ມເຫັງ ທາງດ້ານ ແຮງງານ ຕ່າງໆ ນາໆ ຈາກ ນາຍຈ້າງ ສ່ວນໃຫຍ່ ຈະຢູ່ ປະເທດ ໄທ.
ເດັກນ້ອຍ ແມ່ຍິງລາວ ບາງຄົນ ອາຍຸ ປະມານ 11 ປີ ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ໃນໄທ ແລະ ບາງຄົນ ຖືກກົດຂີ່ ຂົ່ມເຫັງ ທາງດ້ານ ແຮງງານ ໃນການ ເຮັດວຽກ ເປັນແມ່ບ້ານ ແລະ ສະຖານທີ່ ອາບ ອົບນວດ ຕ່າງໆ, ສຳລັບ ຜູ້ຊາຍ ແລ້ວ ກໍແມ່ນ ເຮັດວຽກ ໃນ ອຸດສາຫະກັມ ການກໍ່ສ້າງ ການ ປະໂມງ, ການກະເສດ ແລະ ໂຮງຈັກ ໂຮງງານ ຕ່າງໆ ບາງຄົນ ບໍ່ໄດ້ ຮັບຄ່າຈ້າງ ຫລື ໄດ້ ກໍໜ້ອຍກວ່າ ຄົນໄທ ສຳລັບ ຜູ້ທີ່ເ ຮັດວຽກຢູ່ ອຸດສາຫະກັມ ການ ປະມົງ ນັ້ນ ຫລາຍຄົນ ກໍ ຫາຍສາບສູນ ເລີຍ