ລາວປະຕິເສດຂ່າວ ນັກ ເຕະບານ

ສິດນີ
2015.07.22
F-Soccer ທີ່ພັກຂອງນັກເຕະບານ ຈາກ ອະຟຣິກາ ທີ່ ສູນກາງ ສະໂມສອນ ກິລາເຕະບານ ແຂວງຈຳປາສັກ
Photo from facebook/BBC news

ພາຍຫຼັງ ສຳນັກ ຂ່າວ BBC ຂອງ ອັງກິດ ໄດ້ ຣາຍງານ ການ ສຳພາດ ຂອງ ຊາຍຫນຸ່ມ ນັກ ເຕະບານ ຊາວ ອະຟຣິກັນ ຫລາຍຄົນ, ທີ່ ກ່າວຫາ ວ່າ ພວກ ຂະເຈົ້າ ຖືກ ບັງຄັບ ໃຫ້ ເຊັນ ສັນຍາ ແບບ ບໍ່ເປັນທັມ ແລະ ໃຫ້ ພັກ ອາສັຍຢູ່ ໃນບ່ອນ ແອອັດ, ຢູ່ ສູນກາງ ສະໂມສອນ ເຕະບານ ແຂວງ ຈຳປາສັກ ທີ່ ເມືອງ ປາກເຊ. ດັ່ງ ນັກ ເຕະບານ ຄົນນຶ່ງ ໃຫ້ ສຳພາດ ຕໍ່ BBC ວ່າ:

"ລາວ ຈົນ ຕົກຕະລຶງ ເມື່ອໄປ ຮອດ ສນາມກິລາ, ເຈົ້າຫນ້າທີ່ ກິລາ ໄດ້ ເອີ້ນ ຫມົດ ທຸກຄົນ ໄປ ທຳຄວາມ ສະອາດ ສນາມ ກິລາ, ແລະ ບອກວ່າ ບ່ອນທີ່ ພວກ ເຂົາເຈົ້າ ຢູ່ ກໍຕ້ອງ ໃຫ້ ສະອາດ ເຊັ່ນກັນ. ມື້ຕໍ່ມາ ເຈົ້າຫນ້າທີ່ ກິລາ ເອົາ ເຊື່ອນອນ ແປໆ ມາໃຫ້, ຄືດັ່ງ ຄົນ ອົພຍົບ ແລະ ຄົນຍ້າຍ ຖິ່ນຖານ ປະມານ ນັ້ນ".

ທ່ານ ໄຊບັນດິດ ເລຂາ ທິການ ສະຫະພັນ ເຕະບານ ລາວ, ກໍໄດ້ ສົ່ງ ເຈົ້າຫນ້າທີ່ ໄປ ສືບສວນ ໃຫ້ ແຈ່ມແຈ້ງ ທີ່ ຮ່ວມດ້ວຍ ການ ສຳພາດ ນັກ ເຕະບານ ຊາວ ອະຟຣິກັນ ນຳອີກ, ທ່ານ ໄດ້ກ່າວ ຕໍ່ ສຳນັກ ຂ່າວ AFP. ເຫດການ ຄວາມ ເປັນມາ ມີຢູ່ວ່າ, ສຳນັກ ຂ່າວ BBC ໄດ້ ສຳພາດ ອະດີດ ນັກເຕະບານ ຊາວ ອາຟຣິກັນ ຜູ້ ທີ່ ເຕະບານ ໃນ CLUB ນີ້ ແລະ ນັກເຕະບານ ຄົນນັ້ນ ໄດ້ ອະທິບາຍ ສະພາບການ ວ່າ, ລາວ ຖືກຕົວະ ໃຫ້ ເດີນທາງ ໄປ ເຕະບານ ຢູ່ລາວ ດ້ວຍ ການສັນຍາ ວ່າ ຈະໃຫ້ ຄ່າຈ້າງ ດີ.

ແຕ່ແທນທີ່ ຈະເປັນ ແບບນັ້ນ ລາວ ເວົ້າວ່າ, ພວກນັກ ເຕະບານ ທັງຫລາຍ ຈາກ ອາຟຣິກາ, ຖືກ ບັງຄັບ ໃຫ້ ເຊັນ ສັນຍາ ຫລາຍ ຫນ້າ, ດ້ວຍ ຄ່າຈ້າງ ຕ່ຳ ແລະ ໃຫ້ ນອນພື້ນ ທີ່ ສະໂມສອນ ກິລາ ເຕະບານ ແຂວງ ຈຳປາສັກ. ລາວ ວ່າ  ມັນ ບໍ່ດີ ເລີຍ ເພາະ ຫ້ອງນອນ ນຶ່ງ ມີ ນັກ ເຕະບານ 30 ຄົນ ນອນ ຮວມກັນ, ກຸ່ມ ນັກ ເຕະບານ ສ່ວນໃຫຍ່ ອາຍຸ ຕ່ຳ ກວ່າ 18 ປີ ແລະ ລາວ ເອງ ອາຍຸ 14 ປີ ຈາກ ປະເທດ ລາຍເບີເຣັຽ.

ຢ່າງໃດ ກໍຕາມ ເຈົ້າຫນ້າທີ່ ສະຫະພັນ ເຕະບານ ແຂວງ ຈຳປາສັກ ກໍ ປະຕິເສດ ຕໍ່ຂໍ້ ກ່າວຫາ ດັ່ງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.