ກົດໝາຍຕ້ານຄ້າມະນຸດ ຢູ່ລາວ ຍັງລະຫຼວມ

ໄຊຍາ
2018.05.23
F-HT-LAW ກົດໝາຍ ວ່າດ້ວຍການ ຕ້ານການຄ້າມະນຸດ ໃນ ສປປລາວ
Citizen journalist

ຣັຖບານລາວ ອອກກົດໝາຍ ຕ້ານການຄ້າມະນຸດ ມາດຕຣາທີ 89 ລະບຸວ່າ ຜູ້ທີ່ຄ້າມະນຸດ ມີໂທດຖືກຄຸກ ຢ່າງຕໍ່າ 5 ປີ ແລະ ປັບໃໝ ເງິນຢ່າງຕໍ່າ 5 ລ້ານກີບ ແລະໂທດສູງສຸດ ປະຫານຊີວິດ ແລະປັບເງິນ 1 ຕື້ກີບ ຫາກຜູ້ເຄາະຮ້າຍພິການ ຫຼືຕິດເຊື້ອ HIV ແຕ່ໃນຕົວຈິງ ການບັງຄັບໃຊ້ກົດໝາຍ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ. ເຈົ້າໜ້າທີ່ກອງເລຂາຕ້ານການຄ້າມະນຸດ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍ ເສຣີວ່າ:

"ອັນຖ້າແມ່ນຕາມກົດໝາຍ ອັນໂທດໜັກແຕ່ວ່າ ສ່ວນຫລາຍຫັ້ນ ໂທດຂະເຈົ້າເນາະ ຂະເຈົ້າມີການອຸທອນຕລອດ ໂທດມັນກໍ່ຜ່ອນລົງ ໂທດໜັກແຕ່ວ່າ ພວກເຮົາເຄີຍຈັບນາຍໜ້າໄດ້ ກໍ່ດຳເນີນ ຄະດີ ແບບນາຍໜ້າ ກໍ່ອຸທອນ ກໍ່ພຽງແຕ່ຖືກຄຸກ ແລ້ວກໍປັບໃໝ ແລ້ວກໍ ກຳນົດໂທດແລ້ວ ກໍ່ຈະໄດ້ປ່ອຍໂຕ ບໍ່ທັນໄດ້ມີປະຫານ ເພາະມັນຈະຫລາຍມາດຕາເຂົ້າມາ ແລະ ຂະເຈົ້າ ກໍ່ມີການຜ່ອນໂທດ ອີຫຍັງ ຫັ້ນນ່າ ກົດໝາຍຫັ້ນມີ ແຕ່ວ່າ ໃນຂໍ້ປະຕິບັດເຮັດບໍ່ໄດ້ເຖິງຂັ້ນນັ້ນ."

ທ່ານກ່າວຕື່ມວ່າ ກົດໝາຍດັ່ງກ່າວຣັຖບານ ອອກມາຕັ້ງແຕ່ປີ 2015 ແຕ່ມາຮອດປັດຈຸບັນ ກໍຍັງບໍ່ມີໃຜ ເຄີຍຖືກໂທດ ຕາມທີ່ກົດໝາຍ ວາງອອກຍ້ອນມີການອຸທອນ ນາຍໜ້າທີ່ຈັບໄດ້ກໍຈ້າງ ທະນາຍມາສູ້ຄະດີ ຈາກຂັ້ນຕໍ່າຖືກຄຸກ 5 ປີ ກໍເຫລືອແຕ່ປີດຽວ ຫລືບໍ່ຮອດປີ ຫລືສານໃຫ້ປະກັນ ຖ້າແມ່ຍິິງ ແລະ ຄອບຄົວຍອມຄວາມ.

ໄລຍະຜ່ານມາ ນາຍໜ້າ ສ່ວນຫຼາຍຈະເປັນປະເທດອ້ອມຂ້າງ ທີ່ເຂົ້າມາຕົວະຄົນລາວໄປ ເຊັ່ນ ປະເທດຈີນ ແລະໄທ ຊຶ່ງທາງການລາວ ບໍ່ສາມາດຈັບຜູ້ຕ້ອງຫາມາຮັບໂທດໄດ້ ມີແຕ່ສົ່ງຂໍ້ມູນ ຜູ້ຕ້ອງຫາ ໄປຍັງປະເທດນັ້ນໆ ນຳຈັບແລະດຳເນີນຄະດີ ແຕ່ຜ່ານມາ ໂດຍສະເພາະ ການປະສານງານ ໃຫ້ທາງການຈີນ ລົງໂທດຜູ້ກະທຳຜິດ ຄະດີຄ້າມະນຸດໃນຈີນນັ້ນຍາກ ເນື່ອງຈາກຈີນ ບໍ່ມີກົດໝາຍການຄ້າມະນຸດ:

"ມີອຸທອນມີຫຍັງສິກໍ່ຕັດສິນໃໝ່ ເບົາກວ່າເດີມ ສ່ວນຫຼາຍແມ່ນອັນກໍ່ສິດຳເນີນ ແຕ່ຄົນລາວຖ້າແມ່ນວ່າເປັນນາຍໜ້າຕ່າງປະເທດ ກໍມອບໃຫ້ ປະເທດນັ້ນ ເປັນຄົນດຳເນີນຄະດີຫັ້ນນ່າ ແຕ່ວ່າຈີນ ຍັງບໍ່ມີກົດໝາຍການຄ້າມະນຸດ ຂະເຈົ້າກໍ່ເລີຍ ຍັງບໍ່ໄດ້ອັນນັ້ນເ ຣື່ອງນີ້ປານໃດ."

ປັດໃຈສຳຄັນ ທີ່ເຮັດໃຫ້ຍັງມີກຸ່ມຄ້າມະນຸດໃນລາວ ກໍ່ຍ້ອນວ່າກົດໝາຍຍັງຫຼຸດໂທດຫຼາຍເກີນໄປ. ການດຳເນີນຄະດີ ບໍ່ເດັດຂາດ ຍັງມີ ການຜ່ອນຜັນ ຍິ່ງໄປກ່ວານັ້ນ ຖ້າເປັນຄົນຮ້າຍຈາກຈີນ ກໍ່ເອົາຜິດໄດ້ຍາກ ເນື່ອງຈາກຈີນ ບໍ່ໄດ້ຮັບຮອງກົດໝາຍການຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.