ທາງການລາວໂຄສະນາ ຕ້ານ ຄ້າມະນຸດ
2019.07.30

ທາງການລາວ ດໍາເນີນການຕ້ານ ການຄ້າມະນຸດ ຫລາຍຂຶ້ນຕື່ມອີກ ດ້ວຍຫລາຍຮູບແບບ ໂດຍຫວັງທີ່ຈະຖືກຈັດໃຫ້ ຢູ່ຂັ້ນ 2 ຫລື ເທັຽ 2 ໃນຣາຍງານ ປະຈໍາປີ ກ່ຽວກັບການຕ້ານ ການຄ້າມະນຸດ ໃນທົ່ວໂລກ ຂອງກະຊວງການ ຕ່າງປະເທດ ສະຫະຣັຖ ອາເມຣິກາ ໃນປີໜ້າ ພາຍຫລັງທີ່ ໄດ້ກັບມາຢູ່ຂັ້ນ 2 ເຄິ່ງ ຫລື ຂັ້ນ Tier 2 Watch List ອັນໝາຍເຖິງຂັ້ນຖືກຕິດຕາມ ສິ້ງຊອມເບິ່ງນັ້ນຄືນ ໃນປີນີ້ດີຂຶ້ນກວ່າ ປີກາຍ ທີ່ໄດ້ຢູ່ຂັ້ນ 3 ຂັ້ນທີ່ຂີ້ຮ້າຍສຸດ ໃນຄວາມພຍາຍາມ ຕ້ານການຄ້າມະນຸດ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລາວ ທີ່ຮູ້ຈັກເຣື່ອງນີ້ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ແລະສຽງຕໍ່ RFA ໃນມື້ວັນທີ 29 ກໍຣະກະດາ 2019 ນີ້.
ທ່ານເວົ້າວ່າການທີ່ ສປປລາວ ໄດ້ຖືກຈັດ ໃຫ້ກັບມາຢູ່ຂັ້ນເທັຽ 2 ເຄິ່ງໃນປີນີ້ພາຍຫລັງ ໄດ້ຖືກຈັດໃຫ້ຢູ່ຂັ້ນ 3 ເມື່ອປີກາຍນັ້ນເຈົ້າໜ້າທີ່ ຂັ້ນນໍາຂອງລາວ ມີກໍາລັງໃຈຂຶ້ນຫລາຍ ແລະ ເຄື່ອນໄຫວຕ້ານ ການຄ້າມະນຸດ ເພີ່ມຂຶ້ນຕື່ມ ໂດຍຖືເອົາຂໍ້ແນະນໍາຢູ່ ໃນຣາຍງານກ່ຽວກັບ ການຄ້າມະນຸດ ຂອງກະຊວງການຕ່າງປະເທດ ສະຫະຣັຖ ຫລື TIP report ເປັນສິ່ງສໍາຄັນ ໃນການປະຕິບັດ ແຕ່ນີ້ໄປຈົນຮອດ ເດືອນ ມີນາ-ເມສາ ປີໜ້າ ເພື່ອໃຫ້ທັນກັບຣາຍງານ ປະຈໍາປີປີໜ້ານີ້.
ພ້ອມກັນນັ້ນ ທ່ານກໍເວົ້າວ່າພາກສ່ວນອົງການຈັດຕັ້ງສາກົລຕ່າງໆ ທີ່ກ່ຽວຂ້ອງປະຈໍາລາວ ກໍມີໜ້າທີ່ຊ່ອຍລາວ ໃຫ້ໄດ້ຢູ່ໃນຂັ້ນທີ່ດີຂຶ້ນ ຄືຂັ້ນ 2 ຫລື ເທັຽ 2. ຖ້າໄດ້ເທັຽ 2 ກໍໝາຍເຖິງວ່າໄດ້ມີການ ດໍາເນີນການເຄື່ອນໄຫວ ຕ້ານການຄ້າມະນຸດ ດີຂຶ້ນ.
ແລະຕາມຄໍາເວົ້າຂອງເຈົ້າໜ້າທີ່ ທ່ານດຽວກັນນີ້ແລ້ວ ແມ່ນວ່າມີຄວາມເປັນໄປໄດ້, ຍ້ອນສັງເກດເຫັນວ່າ ທາງການ ເອົາໃຈໃສ່ໃນການ ສະກັດກັ້ນ ການຄ້າມະນຸດ ໂດຍເລັງໃສ່ການໂຄສະນາ ເຖິງຜົລຮ້າຍ ຂອງ ການຄ້າມະນຸດ ເປັນສໍາຄັນ ຊຶ່ງມີທັງການ ສ້າງລະຄອນເຣື່ອງ ສັ້ນແລະເຣື່ອງຍາວ ອອກເຜີຍແຜ່ ຜ່ານທາງໂທຣະທັດຊ່ອງ ກະຊວງ ປ້ອງກັນຄວາມສງົບ ໃນຣາຍການປະຈໍາມື້ວັນເສົາ ແລະວັນອາທິດ “ປະຊາຮ່ວມໃຈຕ້ານພັຍຄ້າມະນຸດ”. ລະຄອນທີ່ນໍາອອກ ເຜີຍແຜ່ເປັນຕອນໆ ຢູ່ໃນຂນະນີ້ ເປັນລະຄອນກ່ຽວກັບ ບົດຮຽນ ຊີວິດຫລັງ ແຕ່ງດອງ ມີຊື່ວ່າ “ສອນໃຈນໍ້າຕາຫລັງແຕ່ງ” ລອງມາຟັງສຽງລະຄອນຕອນນຶ່ງ ເນາະ: ສຽງ...
ນາງຖືກຄົນທີ່ຮູ້ຈັກກັນ ຕົວະໃຫ້ແຕ່ງດອງກັບຜູ້ຊາຍຈີນ ໂດຍເວົ້າວ່າເປັນຄົນດີ, ມີຖານະ ແຕ່ແລ້ວແມ່ນເອົານາງໄປຂາຍຕໍ່ ໃຫ້ເປັນເມັຽ ຜູ້ຊາຍ ທີ່ເປັນຄົນພິການ. ນາງ ຖືກຂົ່ມເຫັງ, ຕົບຕີຈາກແມ່ຍ່າ ທັງຖືກບັງຄັບໃຫ້ນອນນໍາຈົນມີລູກ ແລະທັງຜູ້ເປັນ ນ້ອງຊາຍ ຂອງພໍ່ປູ່ ທີ່ຕາຍໄປນັ້ນ ກໍຂົ່ມຂືນນາງຫລາຍຄັ້ງ ນໍາອີກ.
ພໍເກີດລູກແລ້ວ ນາງກໍມີໂອກາດ ລັກໂທຣະສັບ ຂໍຄວາມຊ່ອຍເຫລືອ ຈາກກົງສູນລາວ ຢູ່ຈີນ ເຮັດໃຫ້ນາງລອດພົ້ນຈາກ ສະພາບຖືກກົດຂີ່ ຂົ່ມເຫັງປານວ່າຕາຍທັງເປັນນັ້ນໄດ້.
ປັດຈຸບັນ ທາງການລາວເຂັ້ມງວດ ກວດກາແມ່ຍິງທີ່ເດີນທາງ ອອກນອກປະເທດ ຕາມດ່ານສາກົລຕ່າງໆ ໂດຍສະເພາະ ແຕ່ປີ 2016 ມາ, ມີການຕິດໂພສເຕີ ເຕືອນເຖິງພັຍອັນຕຣາຍ ທີ່ຈະຖືກຄ້າມະນຸດ ແລະກໍມີທັງການລົງໂຄສະນາ ເຕືອນຢູ່ຕາມເຂດ ທີ່ມີຄວາມສ່ຽງ ແລະ ໂຄສະນາເປັນເຣື່ອງໆໄປ ເຕືອນເຖິງພັຍອັນຕຣາຍທີ່ອາດ ຈະເກີດຂຶ້ນເປັນແຕ່ລະກໍຣະນີໄປ ຮວມທັງກໍຣະນີ ທີ່ຍັງບໍ່ເຄີຍເກີດຂຶ້ນເທື່ອ ຢູ່ລາວ ເປັນຕົ້ນໃນຮູບແບບເປັນຄົນຮັ່ງ ມາຂໍເອົາລູກ ຈາກຄອບຄົວທີ່ທຸກຍາກ ມີລູກຫລາຍຄົນ ໄປລ້ຽງຊ່ວຍ ສຽງ... .
ການຊຸ້ນຂ້ຽວໂຄສະນານັ້ນ ມີຂຶ້ນໃນຂນະທີ່ມີຂ່າວ ແມ່ຍິງລາວຂໍຄວາມຊ່ອຍເຫລືອ ຜ່ານທາງອອນລາຍ ເພື່ອໃຫ້ໄດ້ກັບຄືນບ້ານເກີດ, ພວກເຂົາເຈົ້າ ເວົ້າວ່າຖືກຜົວຈີນຂົ່ມເຫັງ ຕົບຕີ ກັກຂັງໄວ້ໃນເຮືອນ, ໃນສວນ ບໍ່ໄດ້ຕິດຕໍ່ກັບຄອບຄົວ ແລະມີທັງຖືກ ເອົາໄປຂາຍຕໍ່ ກໍມີ.
ແລະລ່າສຸດນີ້ກໍມີກໍຣະນີ ທີ່ເຈົ້າໜ້າທີ່ຕໍາຣວດ ຜແນກ ສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງ ອຸດົມໄຊ ໄປຮັບເອົາເດັກນ້ອຍ ແມ່ຍິງລາວ ຊົນເຜົ່າ 2 ຄົນ ຜູ້ນຶ່ງອາຍຸ 15 ປີ ຢູ່ບ້ານ ຍາວໃຫຍ່ ເມືອງໄຊ ແຂວງອຸດົມໄຊ ແລະອີກຜູ້ນຶ່ງ ອາຍຸ 14 ປີ ຢູ່ບ້ານ ຂົງຈ່າ ເມືອງນໍ້າບາກ ແຂວງຫລວງພຣະບາງ ຢູ່ດ່ານພູຫລັກຄໍາ ເມືອງນາໝໍ້ ໃນມື້ວັນທີ 16 ກໍຣະກະດາ 2019 ນີ້ ເພື່ອສົ່ງມອບໃຫ້ຜູ້ປົກຄອງ ຂອງພວກເຂົາເຈົ້າ ພາຍຫລັງຖືກຜູ້ຊາຍຈີນ ຕົວະຍົວະໄປເປັນເມັຽ ໂດຍເວົ້າວ່າຈະໄດ້ເຮັດວຽກ ສະບາຍໄດ້ເງິນເດືອນດີ, ດັ່ງເຈົ້າໜ້າທີ່ ຕໍາຣວດ ແຂວງອຸດົມໄຊ ກ່າວຕໍ່ RFA ໃນມື້ວັນທີ 24 ກໍຣະກະດານີ້ຕອນນຶ່ງວ່າ:
"ມັນຕົວະມັນຫລອກລວງວ່າ ເອົາໄປເປັນເມັຽຈີນນັ້ນແຫລະ ເອິ໋ວ່າຈະເອົາໄປເຮັດວຽກ ແນວນີ້ແນວນັ້ນແຫລະ ວ່າຈະໄດ້ເງິນເດືອນສູງ. ຜູ້ນຶ່ງຫັ້ນ ເມືອໄດ້ມື້ນຶ່ງຍັງບໍ່ຮອດ ເຮືອນຜົວເທື່ອ ຈີນຈັບຂຶ້ນໃສ່ຣົດເລີຍ. ແລ້ວຜູ້ທີ 2 ຫັ້ນ ໄດ້ 4 ມື້ ແຕ່ຢູ່ໃນ 4 ມື້ ແຕ່ບໍ່ທັນຮອດ ເຮືອນຜົວເລີຍ."
ທ່ານເວົ້າວ່າ ເດັກນ້ອຍແມ່ຍິງລາວ 2 ຄົນນີ້ ໄດ້ຖືກຕໍາຣວດເຂດສິບສອງພັນນາ ຂອງຈີນ ຈັບໃນຣະຫວ່າງທາງ ກ່ອນຈະຮອດ ເຮືອນຜົວ ແລະຈັບໃສ່ຄຸກ 4 ເດືອນ ຕັ້ງແຕ່ເດືອນມີນາ ມາ ຍ້ອນບໍ່ມີເອກສານຢືນຢັນ ການສົມຣົດ ກັບຄົນຈີນ ຜູ້ທີ່ວ່າເປັນຜົວ.
ຫລັງຈາກນັ້ນຕໍາຣວດຈີນ ກໍໄດ້ຕິດຕໍ່ຫາຜູ້ປົກຄອງ ຂອງພວກເຂົາ ແລະ ພົວພັນກັບຕໍາຣວດ ແຂວງອຸດົມໄຊ ເພື່ອໃຫ້ມາຮັບເອົາ ກັບຄືນ ບ້ານເກີດ ໃນມື້ວັນທີ 16 ກໍຣະກະດາ ນີ້.
ທ່ານເວົ້າຕື່ມວ່າເດັກນ້ອຍແມ່ຍິງ 2 ຄົນທີ່ໄປນໍາຄົນຈີນນັ້ນ ໄດ້ຮັບການຍິນຍອມ ຈາກພໍ່ແມ່ໃຫ້ໄປເຮັດວຽກ ນໍາຄົນລາວ ທີ່ເປັນນາຍໜ້າ ຢູ່ແຂວງບໍ່ແກ້ວ ຍ້ອນໄວ້ເນື້ອເຊື່ອໃຈກັນ ໂດຍຫວັງວ່າຈະມີວຽກງານເຮັດ ໄດ້ເງິນເດືອນດີ ແຕ່ເຮັດວຽກໄດ້ 4-5 ມື້ ນາຍໜ້າກໍຕິດຕໍ່ໄປ ຫາຄົນຈີນ ໃຫ້ມາຕົວະຍົວະໄປເປັນເມັຽ. ທ່ານເວົ້າວ່າເດັກນ້ອຍ 2 ຄົນນີ້ບໍ່ແມ່ນບຸກຄົນ ທີ່ຖືກຄ້າມະນຸດ ແຕ່ຖືກຄົນຈີນຕົວະ ໄປເປັນເມັຽ ດ້ວຍຄວາມສມັກໃຈ ຂອງຄອບຄົວ ແລະເດັກນ້ອຍເອງ ຍ້ອນຮູ້ເທົ່າບໍ່ເຖິງການ.
ຢ່າງໃດກໍຕາມ ຕາມຄໍາເວົ້າຂອງເຈົ້າໜ້າທີ່ລາວ ຜູ້ບໍ່ປະສົງອອກຊື່ແລະສຽງ ທ່ານເດີມ, ປັດຈຸ ບັນ ທາງການລາວ ໄດ້ເອົາໃຈໃສ່ ແກ້ໄຂ ບັນຫາ ການຄ້າມະນຸດ ຫລາຍ ຊຶ່ງຈະເຫັນໄດ້ຈາກການເປີດ ກົງສູນຢູ່ຈີນເຖິງ 7 ແຫ່ງ ຄືຫລາຍກວ່າຢູ່ວຽດນາມອີກ ເພື່ອຄວາມສະດວກ ໃນການພົວພັນ-ຮ່ວມມື ຣະຫວ່າງ 2 ປະເທດຮວມທັງ ໃຫ້ການຊ່ອຍເຫລືອ ແລະ ປົກປ້ອງແມ່ຍິງລາວ ທີ່ວ່າຖືກຫລອກລວງໄປ ຈີນ ຫລາຍຂຶ້ນ.
ເວົ້າເຖິງຂໍ້ແນະນໍາ ຢູ່ໃນຣາຍງານກ່ຽວກັບ ການຄ້າມະນຸດຢູ່ປະເທດຕ່າງໆປະຈໍາປີ 2019 ຂອງກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ສໍາລັບລາວ ກໍມີຫລາຍຂໍ້ດ້ວຍກັນ. ໃນນັ້ນຮວມທັງໃຫ້ເພີ່ມ ຄວາມພຍາຍາມ ເຜີຍແຜ່ ປຶ້ມຄູ່ມືໃນການ ປົກປ້ອງ ຜູ້ຖືກເຄາະຮ້າຍ ໂດຍເລັ່ງໃສ່ກຸ່ມທີ່ສ່ຽງ ຝຶກອົບຮົມເຈົ້າໜ້າທີ່ຕໍາຣວດ ແລະເຈົ້າໜ້າທີ່ຊາຍແດນ ກວດກາ ເພື່ອບົ່ງຕົວບຸກຄົນ ຜູ້ຖືກຄ້າມະນຸດ ຮວມທັງໃນກຸ່ມ ທີ່ມີຄວາມສ່ຽງ ທັງໃນກຸ່ມຄົນງານ ຕ່າງປະະເທດ, ຜູ້ຊາຍລາວ ແລະ ເດັກນ້ອຍລາວ ທີ່ເຮັດວຽກໃນໂຄງການໂຄງຮ່າງພື້ນຖານ ຂຸດຄົ້ນ ແຮ່ທາດ ແລະກະສິກັມ, ຜູ້ທີ່ກັບມາຈາກເຮັດວຽກຢູ່ ນອກປະເທດ ແລະໃນກຸ່ມແມ່ຍິງລາວ ແລະຊາວຕ່າງປະເທດ ທີ່ເປັນໂສເພນີ ຢູ່ພາຍ ໃນປະເທດ ນໍາດ້ວຍ.
ຕາມຄໍາເວົ້າຂອງ ພັນໂທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕໍາຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເມື່ອເດືອນຕຸລາ ປີກາຍ, ປັດຈຸບັນມີແມ່ຍິງລາວ ຖືກຕົວະຍົວະໄປຈີນ ປະມານ 3 ພັນຄົນ ແລະມີຜູ້ຖືກເຄາະຮ້າຍ ໄດ້ໂທຣະສັບ ແລະຕິດຕໍ່ ທາງອອນລາຍ ມາຍັງກົງສູນລາວ ປະຈໍາຢູ່ ຊຽງຮຸ່ງຂອງຈີນ ເພື່ອຂໍຄວາມຊ່ອຍເຫລືອ ແລະໄດ້ສົ່ງກັບຄືນລາວ ແລ້ວ 600 ປາຍຄົນ.