ສາກົນຂໍໃຫ້ ລາວ ເລັ່່ງຕ້ານ ຄ້າມະນຸດ

ມະນີຈັນ
2017.06.30
f-ht ເດັກນ້ອຍແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງນັກຄ້າມະນຸດ ບັງຄັບທາລຸນ ໃຊ້ແຮງງານເດັກນ້ອຍ ໃນປະເທດເພື່ອນບ້ານ
Screen captured RFA video

ອົງການຈັດຕັ້ງສາກົລ ຢູ່ໃນລາວ ສເນີໃຫ້ຣັຖບານລາວ ເລັ່ງໂຄສະນາເຜີຍແຜ່ຂໍ້ມູນ ທີ່ຖືກຕ້ອງ ກ່ຽວກັບການຄ້າມະນຸດ ທີ່ເກີດຂຶ້ນ ທັງຢູ່ໃນ ລາວ ແລະ ຢູ່ນອກປະເທດ. ຜ່ານມາ ຄົນລາວ ຖືກຕົວະຍົວະ ໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ເປັນຈໍານວນຫລວງຫລາຍ. ດັ່ງເຈົ້າໜ້າທີ່ ຫ້ອງການ ຈັດຕັ້ງສາກົລ ກ່າວໃນວັນທີ 29 ມິຖຸນາ 2017 ນີ້ວ່າ:

"ຕ້ອງແມ່ນອັນໂຄສະນາ ໂຄສະນາເຜີຍແຜ່ຂໍ້ມູນ ໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້ ການສຶກສາ ກໍຮູ້ວ່າ ບາງເທື່ອ ການສຶກສາສູງ ກໍຍັງຖືກ ຕົວະ ເຮົາຕ້ອງໃຫ້ຂໍ້ມູນ ທີ່ຖືກຕ້ອງ ກັບ ຂະເຈົ້າເນາະ".

ຫາກເວົ້າເຖິງການຊ່ວຍເຫລືອ ຜູ້ເຄາະຮ້າຍນັ້ນ ທ່ານເວົ້າວ່າ ຍັງມີໜ້ອຍ ຍ້ອນວ່າຣັຖບານ ຂາດງົບປະມານ ແລະຂາດ ການປະສານງານ ກັບປະເທດເພື່ອນບ້ານ. ເຖິງຢ່າງໃດກໍຕາມ ຣັຖບານລາວ ກໍຈະເຊັນຂໍ້ຕົກລົງ ເພີ່ມຕື່ມກ່ຽວກັບ ການປ້ອງກັນ ການຄ້າມະນຸດ ກັບປະເທດ ວຽດນາມ ຈີນແລະໄທ ໃນທ້າຍປີນີ້ ແລະ ທີ່ຜ່ານມາ ກໍເຫັນວ່າ ຣັຖບານລາວ ໄດ້ພຍາຍາມ ແກ້ໄຂບັນຫາ ການຄ້າມະນຸດ ນັ້ນຢູ່.

"ກໍຖືວ່າໂອເຄເນາະ ເພາະວ່າຣັຖບານລາວ ເພິ່ນກໍເຮັດຫລາຍ ກໍເອີ້ນວ່າເພິ່ນ ກໍເຮັດຫລາຍ ກິຈກັມ ແຕ່ອາດສິບໍ່ທັນ ເຂົ້າເປົ້າ ເຣື່ອງກໍອາຈ ເຣື່ອງດໍາເນີນ ຄະດີບໍ່ ອີ່ຫຍັງ ຈັ່ງຊີ້ນະ ບໍ່ທັນໄດ້ ເຂົ້າເປົ້າເທື່ອ ຣັຖບານ ກໍຈະພຍາຍາມ ຕົວນີ້ ຕື່ມເນາະ ໃນປີໜ້າ".

ຣາຍງານກ່ຽວກັບ ການຄ້າມະນຸດ ກະຊວງການຕ່າງປະເທດ ສະຫະຣັຖ ອະເມຣິກາ ໄດ້ຈັດ ປະເທດລາວ ຢູ່ໃນອັນດັບ 2 ເຄິ່ງ ຊຶ່ງຕ້ອງ ຕິດຕາມ ເບິ່ງຕໍ່ໄປ. ພ້ອມດຽວກັນ ກໍຮຽກຮ້ອງໃຫ້ ຣັຖບານລາວ ເປີດເຜີຍຕົວເລກ ຜູ້ທີ່ຖືກ ຄ້າມະນຸດ ທັງໃນປະເທດ ແລະ ຢູ່ປະເທດ ເພື່ອນບ້ານ ໃຫ້ຫລາຍຂຶ້ນ ແລະ ໃຫ້ປັບປຸງ ການດໍາເນີນ ຄະດີ ພວກຄ້າມະນຸດ ໃນຂັ້ນຕອນ ຂອງການສອບສວນ ການຫາຕົວ ຜູ້ກະທໍາ ຜິດແລະເຈົ້າໜ້າທີ່ ຜູ້ຮ່ວມກະທໍາຜິດ ໃຫ້ຮັດກຸມຂຶ້ນ ກວ່າເກົ່າ.

ນອກຈາກນີ້ ສະຫະຣັຖ ຍັງຮຽກຮ້ອງໃຫ້ ຣັຖບານລາວ ເພີ່ມມາຕການ ດູແລແລະຊ່ວຍເຫລືອ ຊາວລາວ ທີ່ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ໃຫ້ດີຂຶ້ນຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.