ຣັຖບານລາວດໍາເນີນການ ວາຣະ ແຫ່ງຊາດ

ຈໍາປາທອງ
2021.08.23
ຣັຖບານລາວດໍາເນີນການ ວາຣະ ແຫ່ງຊາດ ທ່ານ ພັນຄໍາ ວິພາວັນ ນາຍົກ ຣັຖມົນຕຣີ ກ່າວເຖິງການ ປະຕິບັດ ວາຣະ ແຫ່ງຊາດ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂ ບັນຫາ ຢາເສບຕິດ ຢູ່ ນະຄອນ ຫຼວງວຽງຈັນ
ຮູບພາບ ຈາກ ວີດີໂອ: ເສຖກິດ-ການຄ້າ

ໃນກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາຣະແຫ່ງຊາດ ທີ່ໄດ້ຈັດຂຶ້ນຢູ່ນະຄອນ ຫຼວງວຽງຈັນ ໃນມື້ວັນທີ 20 ສິງຫາ 2021 ໂດຍມີທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ແລະທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຊຶ່ງໃນນັ້ນ ໄດ້ເວົ້າເຖິງການປະຕິບັດວາຣະແຫ່ງຊາດ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນ ຫຼວງວຽງຈັນ ຍ້ອນວ່າມັນມີການແຜ່ຣະບາດຫຼາຍ ມີທັງພວກຄ້າຣາຍໃຫຍ່, ຣາຍຍ່ອຍ ແລະມີຄົນເສບຢາເສບຕິດຫຼາຍ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງທາງການລາວທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 23 ສິງຫານີ້ວ່າ ພາຍຫຼັງ ຣັຖບານໄດ້ຈັດຕັ້ງຜັນຂຍາຍ ວາຣະແຫ່ງຊາດ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂບັນຫາ ຢາເສບຕິດ ຢູ່ນະຄອນຫຼວງ ວຽງຈັນ ມາເຖິງປັດຈຸບັນ ຫຼາຍພາກສ່ວນກໍໄດ້ກຽມພ້ອມຫຼາຍດ້ານ ເພື່ອຕິດຕາມຈັບ ແລະດໍາເນີນຄະດີຫຼາຍກຸ່ມເປົ້າໝາຍຢາເສບຕິດ ທັງຜູ້ຄ້າ ແລະຄົນເສບຢາເສບຕິດຕາມຣະບຽບກົດໝາຍ ດັ່ງທີ່ທ່ານກ່າວວ່າ:

“ກ່ຽວກັບການຈັດຕັ້ງປະຕິບັດ ກ່ຽວກັບພວກຢາເສບຕິດ ສໍາຄັນແມ່ນພວກຊື້ຂາຍຕ່າງໆ ແລ້ວກະການມົ້ວສຸມເນາະ. ພວກເຮົາໄດ້ ຈັດ ຕັ້ງປະຕິບັດ. ໃນນີ້ ພວກເຮົາກຽມພ້ອມທຸກອັນ ໄດ້ລົງກວດກາການເວນຍາມ ຕິດຕາມເປົ້າໝາຍ ບ່ອນມົ້ວສຸມ ພ້ອມດ້ວຍສົມທົບກັບ ກໍາລັງ ປກສ ລົງຕິດຕາມຕລອດ.”

ເຈົ້າໜ້າທີ່ປົກຄອງບ້ານ ຢູ່ເຂດເມືອງນາຊາຍທອງກໍເວົ້າໃນມື້ວັນທີ 23 ສິງຫານີ້ວ່າ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບເມືອງ ກໍມີ ກໍານົດລົງມາບ້ານ ທີ່ຕົນເປັນຜູ້ຮັບຜິດຊອບນີ້ ເພື່ອສຶກສາອົບຮົມກຸ່ມເປົ້າໝາຍຈໍານວນນຶ່ງ ທີ່ເສບຢາເສບຕິດ ແລະຈະໄດ້ນໍາໄປບໍາບັດ ປິ່ນປົວ ແລະທາງເຈົ້າໜ້າທີ່ບ້ານນີ້ເອງ ກໍພວມຕິດຕາມເປົ້າໝາຍນັ້ນຢູ່:

“ກະມື້ອື່ນນີ້ເດ໋ ທາງໜ່ວຍງານ ປກສ ຂະເຈົ້າສິລົງມາຢ້ຽມບ້ານ ແລ້ວກະສິຮ້ອງໃຫ້ກຸ່ມເປົ້າໝາຍຫັ້ນ ມາສຶກສາອົບຮົມ. ກະໄດ້ຕິດ ຕາມຫັ້ນແຫຼະ ກະມີເບິ່ງ ໄດ້ມີການເວນຍາມ ແລ້ວກະເບິ່ງຫັ້ນແຫຼະ ຕິດຕາມເປົ້າໝາຍນີ້ແຫຼະ.”

ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ເວົ້າກ່ຽວກັບການຈັດຕັ້ງຜັນຂຍາຍວາຣະແຫ່ງຊາດ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂ ບັນຫາຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ນີ້ວ່າ ຄົງຈະເປັນໄປໄດ້ຍາກ ຫຼື ເປັນໄປບໍ່ໄດ້ ທີ່ຈະສາມາດແກ້ໄຂບັນຫານີ້ ໄດ້ ບາດນຶ່ງຍາມດຽວ, ຕ້ອງໄດ້ໄຊ້ເວລາ, ຄ່ອຍໆແກ້ໄຂໄປ:

“ກໍຍາກຫັ້ນແຫຼະ ເພາະມັນມີຈໍານວນຫຼາຍເນາະ ຫຼວງຫຼາຍເນາະ ມັນກໍສິໃຫ້ປາບປາມບາດດຽວໝົດ ມັນກໍປາບປາມບໍ່ໄດ້ເນາະ. ຄ່ອຍແກ້ຄ່ອຍໄຂໄປຫັ້ນແຫຼະ ຕ້ອງໃຊ້ເວລາຫັ້ນແຫຼ.”

ແລະປະຊາຊົນຢູ່ນະຄອນຫຼວງວຽງຈັນອີກນາງນຶ່ງ ກໍເວົ້າວ່າ ສໍາລັບຢູ່ເຂດບ້ານຂອງຕົນ ກໍບໍ່ຄ່ອຍພົບເຫັນຜູ້ຄ້າຢາເສບຕິດ ຣາຍໃຫຍ່, ເຫັນແຕ່ຜູ້ປະກອບການ ຢູ່ບາງແຫ່ງ ເປັນຜູ້ຂາຍຢາເສບຕິດຣາຍຍ່ອຍ ໂດຍສະເພາະຢາບ້າ ໃຫ້ແກ່ພວກຊາວໜຸ່ມທີ່ມັກໄປມົ້ວສຸມ ຢູ່ ບ່ອນດັ່ງກ່າວ ດັ່ງນັ້ນຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂຢ່າງຮີບດ່ວນ:

“ບ້ານເອື້ອຍນີ້ ບໍ່ມີເທົ່າໃດການຂາຍນີ້ນ່າ. ມີແຕ່ເດັກນ້ອຍ ມັນໄປຮ້ານເກັມບໍ່ ມັນມີບ່ອນເຂົາຊື້ເນາະ ຮ້ານສະນຸກເກີ້ບ້ານເອື້ອຍນີ້. ກ່ຽວກັບຢາເສບຕິດ ເພິ່ນກະມີການກວດກາເດ໋ເນາະ ຕິດຕາມຫັ້ນນ່າ ເປັນເປົ້າໝາຍເປັນຫຍັງ ເພິ່ນກະອັນນີ້ແທ້ໆເດ໋ ດຽວນີ້.”

ທີ່ນະຄອນຫຼວງວຽງຈັນ ຊາວບ້ານທ່ານນຶ່ງ ກໍເວົ້າວ່າ ຖ້າຫາກພາກສ່ວນທີ່ກ່ຽວຂ້ອງ ສາມາດແກ້ໄຂເຣື່ອງຢາເສບຕິດໄດ້ແທ້ ກໍຈະມີ ຜົນດີຫຼາຍ ເນື່ອງຈາກໄລຍະທີ່ຜ່ານາ ການແຜ່ຣະບາດຂອງຢາເສບຕິດ ໄດ້ກໍ່ໃຫ້ເກີດຜົລເສັຽຫາຍຕໍ່ຊາວໜຸ່ມ ແລະຊາວບ້ານຫຼາຍ ຊຶ່ງຕົນເອງກໍເຫັນພວກຄ້າຢາເສບຕິດ ຖືກຈັບຕົວໄປຫຼາຍຄົນແລ້ວ:

“ໂຕນີ້ກະຖືວ່າດີແຫຼະ ຖ້າວ່າທາງນະຄອນຫຼວງ ເພິ່ນແກ້ໄຂ. ເພິ່ນມີທິດເນາະຊີ້ນ່າ ຢາເສບຕິດ ມັນຕ້ອງເສັຽຫາຍຢູ່ແລ້ວເນາະ. ການ ຂາຍຫັ້ນກະຖືວ່າ ເພິ່ນໄດ້ເກັບໄປໝົດແລ້ວເດ໋ ພວກຊື້-ຂາຍກັນຫັ້ນນ່າ.”

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຣາຍງານສະພາບການ ແກ້ໄຂບັນຫາຢາເສບຕິດ ໃນນະຄອນ ຫຼວງ ຕໍ່ກອງປະຊຸມນັ້ນວ່າ ປັດຈຸບັນ ໄດ້ສໍາເຣັດການຂຶ້ນເປົ້າໝາຍ ຜູ້ທີ່ພົວພັນກັບຢາເສບຕິດ ຫຼາຍກວ່າ 9 ພັນເປົ້າໝາຍ ຊຶ່ງມີທັງ ເປົ້າໝາຍຜູ້ຄ້າຢາເສບຕິດຣາຍໃຫຍ່, ຂນາດກາງ ແລະຣາຍຍ່ອຍ ຮວມທັງເປົ້າໝາຍ ຜູ້ເສບຢາເສບຕິດ ແລະ ເປົ້າໝາຍສະຖານທີ່ ທີ່ເປັນບ່ອນອໍານວຍຄວາມສະດວກ ແລະບ່ອນມົ້ວສຸມເສບຢາເສບຕິດທັງໝົດ 221 ຈຸດ. ຢູ່ນະຄອນຫຼວງວຽງຈັນ ມີສູນບໍາບັດ ແລະ ປິ່ນປົວຜູ້ຕິດຢາເສບຕິດ 1 ແຫ່ງ ຄືສູນສົມສງ່າ ຊຶ່ງປັດຈຸບັນ ມີຜູ້ເຂົ້າຮັບການບໍາບັດປິ່ນປົວ 1,139 ຄົນ, ເປັນສູນທີ່ມີສະພາບແອອັດ ສາມາດຮັບໄດ້ພຽງ 300-500 ຄົນ, ແພດບໍາບັດປິ່ນປົວ ແລະ ຢາກໍຂາດເຂີນ-ບໍ່ພຽງພໍ.

ນອກຈາກນັ້ນ ຢູ່ນະຄອນຫຼວງວຽງຈັນ ຍັງມີສູນສັງຄົມສົງເຄາະ ທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ເປັນຜູ້ຄຸ້ມຄອງ ຊຶ່ງມີຜູ້ ທີ່ເສັຽຈິດ ຈາກການເສບຢາເສບຕິດ ຈໍານວນນຶ່ງ ພັກຢູ່ໃນສູນດັ່ງກ່າວ. ຜູ້ເສບຢາເສບຕິດ ສ່ວນຫຼາຍແມ່ນຊາວໜຸ່ມ ທີ່ບໍ່ໄດ້ຮັບ ການ ສຶກສາ, ອີງຕາມການຣາຍງານ ຂອງວິທຍຸກະຈາຍສຽງແຫ່ງຊາດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 24, 2021 03:12 AM

ມາຟັງເບິ່ງວ່າ ການປາບປາມຢາເສບຕິດເປັນວາລະແຫ່ງຊາດ ກໍ່ເປັນໜ້າປະທັບໃຈ ກັບແຜນການ ຂອງລັດຖະບານ ແຕ່ກ່ອນຈະຮູ້ຕົວ ມັນໄດ້ທຳລາຍປະເທດຊາດແລະຄົນລາວໄປຢ່າງຫລວງຫລາຍ ແຕ່ສິ່ງທີ່ຫນ້າເສຍໃຈທີ່ສຸດ ແມ່ນໄວລຸ້ນລາວ ຕົກເປັນເຫຍື່ອຂອງຢາເສບຕິດ ແລະ ເສຍທາດຂາດຄຸນໄປຢ່າງຫລວງຫລາຍ ໂດຍສະເພາະ ແມ່ນຢາບ້າ. ເຮັດໃຫ້ຜູ້ເປັນພໍ່ເປັນແມ່ ຕ້ອງສູນເສຍລູກໄປ ຢ່າງຫນ້າສົງສານ ບາງຄົນມີລູກມີຄົນນຶ່ງຫລືສອງຄົນ. ບາງຄົນຕິດຢາບ້າ ຈົນຂ້າຄົນໃນຄອບຄົວແລະພໍ່ແມ່ ນັ້ນແມ່ນໂທດກຳ ຂອງຢາເສບຕິດ. ແຕ່ສິ່ງທີ່ຫນ້າເສຍໃຈທີ່ສຸດ ກໍ່ແມ່ນ ເຈົ້າຫນ້າທີ່ ຕັ້ງແຕ່ຂັ້ນຕ່ຳຈົນຮອດຂັ້ນສູງ ມີສ່ວນຮ່ວມ ໃນການຄ້າແລະຜະຫລິດຢາເສບຕິດ. ຜ່ານມາຫລາຍໆປີ ຜູ້ນຳລາວປະຕິເສດມາຕະຫລອດ ວ່າປະເທດເຮົາບໍ່ແມ່ນແຫລ່ງຜະຫລິດຢາເສບຕິດ ດັ່ງທີ່ກຸ່ມຄົນບໍ່ດີແລະຕ່າງຊາດກ່າວຫາ. ແຕ່ເມື່ອບໍ່ນານມານີ້ ທ່ານທອງລຸນເອງ ກໍ່ຍັງອອກມາຮັບວ່າ ມີການຜະຫລິດຢາເສບຕິດ ໃນສປປລາວແທ້. ເປັນເວລາ 40 ກວ່າປີ ທີ່ເຈົ້າຫນ້າທີ່ ຈຳນວນນຶ່ງ ມີສ່ວນຮ່ວມຄ້າຢາເສບຕິດແລະໃຫ້ຄວາມສະດວກ ແກ່ພວກຄ້າຢາເສບຕິດ. ສຳລັບ ການຈັບກໍໍ່ຈັບໄດ້ແຕ່ ພໍ່ຄ້າລາຍຍ່ອຍ ທີ່ເຈົ້າຫນ້າທີ່ສວຍໃຊ້ພວກເຂົາຂາຍໃຫ້. ສ່ວນລາຍໃຫຍ່ ຖ້າຈັບໄດ້ ກໍ່ບໍ່ໄດ້ລົງໂທດຈັກເທື່ອ. ຫວັງວ່າເທື່ອນີ້ລັດຖະບານລາວ ຈະເອົາຈິງເອົາຈັງ ໃຫ້ປະຊາຊົນ ໄດ້ເຫັນຜົນງານ.