ປາບປາມການຄ້າປະເວນີ ບໍ່ແມ່ນ ເຣື່ອງງາຍ

ສຸພັດຕາ
2021.06.17
ປາບປາມການຄ້າປະເວນີ ບໍ່ແມ່ນ ເຣື່ອງງາຍ ໂຮງໝໍ ສິງກະໂປ ປະຈໍາເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກວດພົບ ຜູ້ຕິດພຍາດ ທາງເພດສໍາພັນ 31 ຄົນ, ເປັນຄົນລາວ 28 ຄົນ, ຄົນວຽດນາມ 2 ຄົນ ແລະ ຄົນຣັດເຊັຍ 1 ຄົນ, ອີງຕາມຂ່າວຕໍາຣວດ ເຂດເສຖກິດ ພິເສດ.
ນັກຂ່າວພົລເມືອງ

ທ່ານ ພັນໂທ ທອງພັນ ທີລະສັກ ຫົວໜ້າຫ້ອງການກອງເລຂາ ຄະນະກັມການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ໄດ້ກ່າວ ໃນກອງປະຊຸມສລຸບວຽກງານ ຕ້ານການຄ້າມະນຸດ ປະຈໍາປີ ແລະ ທິດທາງຕໍ່ໜ້າ ໃນວັນທີ 14 ມິຖຸນາ 2021 ນີ້ວ່າ ຈະເລັ່ງໃສ່ ແກ້ໄຂບັນຫາຄ້າມະນຸດ, ຄ້າປະເວນີ ຕາມໂຮງແຮມ, ຮ້ານນວດ, ຮ້ານເສີມສວຍ ຈຸດຫຼໍ່ແຫຼມ ແລະ ພື້ນທີ່ສັບສົນ ໃຫ້ໝົດໄປ.

ກ່ຽວກັບເຣື່ອງນີ້ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມິຖຸນາ ນີ້ວ່າ ເຈົ້າໜ້າທີ່ຈະປາບປາມ ໃຫ້ການຄ້າປະເວນີ ໃຫ້ໝົດໄປຈາກ ນະຄອນຫຼວງ ວຽງຈັນ ນັ້ນຄົງຈະບໍ່ແມ່ນເຣື່ອງງ່າຍ ຍ້ອນທີ່ຜ່ານມາ ໂຕເອງຈະເຫັນເຈົ້າໜ້າທີ່ ບາງກຸ່ມ ຫາເງິນນໍາກຸ່ມຂາຍ ບໍຣິການທາງເພດ ເປັນຕົ້ນວ່າ: ອໍານວຍຄວາມສະດວກ ໃຫ້ແກ່ຜູ້ ປະກອບການ ໃນເຣື່ອງເອກສານ ການເປີດຮ້ານນວດ ແລະ ຮ້ານບັນເທີງຢ່າງຖືກກົດໝາຍ, ແຕ່ຫຼັງຮ້ານ ພັດເປັນບ່ອນຂາຍບໍຣິການ ທາງເພດແອບແຝງ:

“ເບິ່ງໃນບັນດາຮ້ານ ທີ່ເຂົາເຈົ້າເປີດບໍຣິການນ່າ ທີ່ມັນແອບແຝງຢູ່ ສົມມຸດວ່າ ເປັນຮ້ານນວດບໍ ທີ່ຈິງເຂົາເຈົ້າເປີດບໍຣິການ ໃນສິ່ງທີ່ ຖືກຕ້ອງ, ແຕ່ຄວາມເປັນຈິງຫັ້ນນ່າ ເບື້ອງຫຼັງ ທີ່ເຂົາເຈົ້າເຮັດມັນບໍ່ຖືກນ່າ ເພາະວ່າ ເຮົາບໍ່ມີການກວດສອບເດ້ ມັນມີເຈົ້າໜ້າທີ່ ຫຼື ພະນັກງານຣັຖ ບາງຄົນນັ້ນ ທີ່ອໍານວຍຄວາມສະດວກ ຫາຜົລປໂຍດກັບບັນຫາໂຕນີ້ ມີສ່ວນໄດ້ ສ່ວນເສັຽນໍາເຂົາເຈົ້າ.”

ຊາວບ້ານຢູ່ນະຄອນຫຼວງວຽງຈັນ ອີກຜູ້ນຶ່ງເວົ້າວ່າ ເຈົ້າໜ້າທີ່ຈະປາບປາມໃຫ້ການຄ້າປະເວນີ ໃຫ້ໝົດໄປຈາກ ນະຄອນຫຼວງວຽງຈັນ ນັ້ນເປັນເຣື່ອງທີ່ຍາກ ຍ້ອນວ່າມີເຈົ້າໜ້າທີ່ ບາງກຸ່ມ ແບ່ງເປີເຊັນນໍາກຸ່ມຄົນຂາຍ ບໍຣິການທາງເພດ ແລະ ອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ບໍ່ໃຫ້ມີຄວາມຜິດ ໃນຂໍ້ຫາແອບແຝງ ຂາຍບໍຣິການທາງເພດ ເປັນຕົ້ນ ຫາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈະລົງມາ ກວດກາ ຈະມີການປະສານຫາ ຜູ້ປະກອບການ ທີ່ເປີດທຸຣະກິຈ ແອບແຝງຂາຍບໍຣິການນັ້ນກ່ອນ ເພື່ອໃຫ້ຈັດການພື້ນທີ່ນັ້ນບໍ່ໃຫ້ມີ ສາວບໍຣິການທາງເພດ ຢູ່ພາຍໃນຮ້ານ ກ່ອນທີ່ເຈົ້າໜ້າທີ່ຈະລົງກວດກາ.

ອີກທັງການຂາຍບໍຣິການທາງເພດ ໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ແມ່ນນັກຮຽນ ຊັ້ນມັທຍົມສຶກສາ ແລະນັກສຶກສາຈະສມັກໃຈ ຂາຍບໍຣິການທາງເພດ ຍ້ອນຄວາມທຸກຍາກ ຈຶ່ງ ເປັນອີກນຶ່ງເຫດຜົລ ທີ່ຍາກຈະແກ້ໄຂບັນຫາ ການຄ້າປະເວນີ ໃນຄອນຫຼວງວຽງຈັນ ໃຫ້ໝົດໄປໄດ້, ດັ່ງຊາວບ້ານຜູ້ນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຂົາເຈົ້າກໍມີສ່ວນໃຫ້ກັນ ເຂົາເຈົ້າເອົາກັນເປັນເດືອນ ສົມມຸດວ່າ ເດືອນນີ້ ຕົກລົງໃຫ້ເຈົ້າເທົ່ານັ້ນເດີ້ ເຂົາເຈົ້າມີການເວົ້າກັນ, ເຂົາເຈົ້າ ກໍາຢູ່ເຂດນີ້ເນາະ ເຂົາເຈົ້າກໍເວົ້າກັນກັບ ຜູ້ປະກອບການຫັ້ນ ເອີ່ເວລາຊິລົງມາກວດ ເຂົາເຈົ້າກໍບອກກັນເວົ້າເຕືອນກັນ, ຄັນຊິປາມປາບ ໃຫ້ໝົດນີ້ ເປັນໄປບໍ່ໄດ້, ມາຮຽນຢູ່ດົງໂດກ ຈັ່ງຊີ້ບໍ່ມີອັນຈະກິນ ມັນກໍຈໍາເປັນຕ້ອງໄດ້ ຂາຍນາທົ່ງນ້ອຍ ຂອງໂຕເອງຫັ້ນ ອາສັຍລ້ຽງ ໂຕເອງ.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ສະຖານທີ່ ທີ່ມັກຈະມີການແອບແຝງ ຂາຍບໍຣິການທາງເພດ ພາຍໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ ຈະ ຢູ່ນໍາໂຮງແຮມ, ເຮືອນພັກ, ຮ້ານກິນດື່ມ ແລະ ຮ້ານບັນເທີງ.

ໃນຂນະທີ່ ຊາວບ້ານຢູ່ແຂວງບໍ່ແກ້ວ ກໍເວົ້າວ່າ ການທີ່ເຈົ້າໜ້າທີ່ຈະປາບປາມ ໃຫ້ການຄ້າປະເວນີໃຫ້ໝົດໄປນັ້ນ ຈະຍາກຄືກັນ ຍ້ອນ ເຈົ້າໜ້າທີ່ບາງກຸ່ມ ທີ່ຄວບຄຸມການປາບປາມ ການຄ້າປະເວນີ ໃນເຂດໃດເຂດນຶ່ງ ຈະອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ເປັນຕົ້ນອະນຸຍາດໃຫ້ເປີດຮ້ານບັນເທີງ ໄດ້ຢ່າງຖືກກົດໝາຍ ແຕ່ສະພາບໂຕຈິງແລ້ວ ແມ່ນຮັບເງິນຈາກຜູ້ປະກອບການ ໃຫ້ອະນຸຍາດ ແອບແຝງການຂາຍບໍຣິການທາງເພດ:

“ກໍຊິໃຫ້ໝົດເທື່ອດຽວ ມັນກໍບໍ່ໝົດແຫຼະເນາະ ບາງຄົນ ເຈົ້າໜ້າທີ່ກໍອໍານວຍຄວາມສະດວກ ໃຫ້ໄປຫຼາຍອັນຫຼາຍແນວ ກໍມີເນາະ, ແຕ່ວ່າ ຕົ້ນຕໍແທ້ໆ ກໍແມ່ນປາບນັ້ນເນາະ ຕາມທິດທາງ ຂອງຂັ້ນເທິງ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ກ່າວວ່າ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີກົດໝາຍ ໃຫ້ອາຊີບຂາຍ ບໍຣິການທາງເພດຢູ່ລາວ ເປັນອາຊີບທີ່ເຂົ້າສູ່ ຣະບົບແຮງງານ ເພື່ອເກັບພາສີ ແລະຄຸ້ມຄອງ ຢ່າງຖືກຕ້ອງເທື່ອ, ທາງພາກສ່ວນທີ່ ກ່ຽວຂ້ອງ ມີແຕ່ປາບປາມການຄ້າປະເວນີ ແລະການຄ້າຂາຍມະນຸດເທົ່ານັ້ນ ເນື່ອງຈາກເປັນ ບັນຫາໃຫຍ່ ທີ່ຍັງມີການແອບແຝງ ຂາຍບໍຣິການທາງເພດ ຈໍານວນຫຼາຍ ໂດຍສະເພາະ ສະຖານທີ່ບັນເທີງ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມີແຕ່ປາບປາມໂຕດຽວ ເພາະວ່າ ທຸກມື້ນີ້ ມັນສັງຄົມທັນສມັຍ ຄືຕາມເທດສບານ ມິຫຍັງ ມັນກໍຍາກຈະແອບຝັງໄປ ແບບນັ້ນ, ບໍ່ມີ ແບບເຮັດ (ອາຊີບຂາຍບໍຣິການທາງເພດ) ມາແບບຖືກຕ້ອງ ຄືວ່າ ບໍ່ມີ ຄືແບບວ່າ ເຈົ້າເປັນໂສເພນີ ເຈົ້າຕ້ອງເສັຽພາສີໃຫ້ຣັຖ ເສັຽໃຫ້ອົງກອນໃດນຶ່ງ ຄືບໍ່ມີແບບນີ້.”

ທ່ານກ່າວຕື່ມວ່າ ໃນນະຄອນຫຼວງວຽງຈັນ ສ່ວນໃຫຍ່ຈະມີແມ່ຍິງລາວ ແລະ ແມ່ຍິງວຽດນາມ ອາຍຸ 18 ປີ ຂຶ້ນໄປເຂົ້າສູ່ວົງການ ການຂາຍບໍຣິການທາງເພດ ຫຼືໂສເພນີ ແບບ ສມັກໃຈ ເປັນຕົ້ນ ເຮັດໜ້າທີ່ເສີບເຫຼົ້າ-ເບັຽ ຕາມເທັກ, ຕາມບາ, ຮ້ານອາຫານ, ຮ້ານກິນດື່ມ ຫາກພໍໃຈ ຈະຂາຍບໍຣິການທາງເພດ ກໍຈະຕົກລົງຣາຄາ ແລະ ຈະໄປນໍາແຂກເລີຍ, ແຕ່ຈະບໍ່ຄ່ອຍມີ ກໍຣະນີ ທີ່ ເດັກນ້ອຍຈະຖືກບັງຄັບ ມາຄ້າປະເວນີ ມີແຕ່ກໍຣະນີ ຊ່ອຍເຫຼືອແມ່ຍິງ ແລະເດັກນ້ອຍລາວ ຈາກການຕົກເປັນເຫຍື່ອ ການຄ້າມະນຸດ ຈາກປະເທດ ເພື່ອນບ້ານ ເທົ່ານັ້ນ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ຄະນະກັມການ ຕ້ານການຄ້າມະນຸດ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.