ສະຫະຣັດ ວ່າ ດອກງິ້ວຄໍາ ເຮັດ ທຸຣະກິຈ ເຖື່ອນ

ມະນີຈັນ
2018.02.01
F-Kingsromans ຮ້ານຄ້າຂາຍຂອງຊາວຈີນ ໃນເຂດເສຖກິດພິເສດ ສາມຫຼ່ຽມຄໍາ
RFA

ຫ້ອງການກວດກາຊັບສິນຕ່າງປະເທດ ກະຊວງການຄັງ ສະຫະຣັຖອະເມຣິກາ OFAC ປະກາດໃຫ້ບໍຣິສັດ ດອກງິ້ວຄໍາ ທີ່ບໍຣິຫານ ໂຮງ ຄາຊີໂນ Kingຫ Romans ເປັນອົງການອາຊຍາກັມຂ້າມຊາດ ໃນວັນທີ 30 ມົກກະຣາ 2018 ນີ້ ຕາມຄໍາສັງຝ່າຍ ບໍຣິຫານ ເລກທີ 13581. Zhao Wei TCO ຊຶ່ງຕັ້ງຢູ່ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປລາວ ໃຊ້ເຂດນີ້ເພື່ອຄ້າ ຢາເສບຕິດ, ຄ້າມະນຸດ, ຊັກຟອກເງິນ, ໃຫ້ສິນບົນ ແລະຄ້າສັດປ່າ. ຕາມຂ່າວຈາກນະຄອນຫຼວງ ວໍຊິງຕັນ ດີ ຊີ.

ພ້ອມດຽວກັນ OFAC ຍັງຂຶ້ນບັນຊີດໍາຕໍ່ 4 ຄົນ ແລະ 3 ບໍຣິສັດ ໃນທົ່ວປະເທດລາວ ໄທ ແລະຮົງກົງ ໂດຍຫ້າມບໍ່ໃຫ້ເຄື່ອນຍ້າຍຊັບສິນ ຕ່າງໆ ຂອງພວກເຂົາ ທີ່ມີຢູ່ໃນສະຫະຣັຖອະເມຣິກາ ແລະເຂດປົກຄອງ ຂອງສະຫະຣັຖ ແລະຫ້າມຄົນອະເມຣິກັນ ບໍ່ໃຫ້ເຮັດທຸຣະກິດກັບ ພວກເຂົານໍາອີກ.

ທ່ານ Sigal Mandelker ເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງການຄັງ ຝ່າຍຕ້ານການກໍ່ການຮ້າຍ ແລະສືບລັບເຣຶ່ອງການເງິນເວົ້າວ່າເຄືອຂ່າຍ ອາຊຍາກັມ Zhao Wei ດໍາເນີນການເຄື່ອນໄຫວຕ່າງໆທີ່ຜິດກົດໝາຍ ຮວມທັງການຄ້າມະນຸດ ໂສເພນີເດັກນ້ອຍ ຄ້າຢາເສບຕິດ ແລະ ຄ້າສັດປ່າ. OFAC ມຸ້ງເປົ້າໝາຍໃສ່ບຸກຄົນ ທີ່ເປັນຕົວການ ໃນອົງການອາຊຍາກັມຂ້າມຊາດ ຂອງຈີນນີ້ ນັບຕັ້ງແຕ່ບ່ອນຫລິ້ນ ການພະນັນ Kings Romans ໃນລາວ ໄປຈົນທົ່ວພາກພື້ນເອເຊັຽ ຕາເວັນອອກສ່ຽງໃຕ້ OFAC ຖືເຄືອຂ່າຍ Zhao Wei ເປັນສ່ວນນຶ່ງທີ່ເປັນພິດພັຍ ຕໍ່ສະຫະຣັຖ ອະເມຣິກາ ແລະພັນທະມິດ ຂອງສະຫະຣັຖ ໃນຍຸທສາດທັບມ້າງ ໂຄງຮ່າງການເງິນ ຂອງອົງການອາຊຍາກັມຂ້າມຊາດ

ໃນຖແລງຂ່າວຈາກນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ເວົ້າຕື່ມວ່າ ໃນການດໍາເນີນງານ ຊຶ່ງສ່ວນໃຫຍ່ ຜ່ານ Kings Romans Casino ນີ້ Zhao Wei TCO ເປັນບ່ອນເກັບຮັກສາ ແລະກະຈາຍ ເຮໂຣອີນ, ຢາບ້າ, ແລະຢາເສບຕິດ ປະເພດອື່ນໆສໍາລັບ ເຄືອຂ່າຍຜິດກົດໝາຍຕ່າງໆ ຮວມທັງ ກອງທັບ Wa ແດງ ທີ່ເຄື່ອນໄຫວໃນພະມ້າ ນັ້ນ. ນັບແຕ່ປີ 2014 ເປັນຕົ້ນມາ. ທາງການລາວ ໄທແລະຈີນ ຍຶດຢາເສບຕິດ ຄັ້ງໃຫຍ່ ທີ່ລໍາລຽງມາທາງເຮືອ ໄປເຖິງ Kings Romans Casino ແຫ່ງນີ້.

Zhao Wei TCO ຮວມທັງຜ່ານ ເຈົ້າໜ້າທີ່ຂັ້ນສູງຂອງ Kings Romans Casino ອະນຸຍາດແລະສນັບສນູນ ການຄ້າມະນຸດ ແລະ ໂສເພນີເດັກນ້ອຍ ພ້ອມທັງໃຊ້ເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ດໍາເນີນການຄ້າສັດປ່າ ທີ່ໃກ້ຈະສູນພັນ ແລະສັດ ທີ່ມີຄວາມສ່ຽງຕ່າງໆ ຮວມທັງໝີດໍາ ພັນເອເຊັຽ, ລິ່ນ, ເສືອ, ແຮດ ແລະຊ້າງ.

ການປະຕິບັດງານຂອງ OFAC ເປັນການສນັບສນູນຄໍາປະກາດ ຂອງປະທານາທິບໍດີ ສະຫະຣັຖ ເມື່ອເດືອນ ມົກຣາ 2018 ນີ້ ຊຶ່ງຖືເປັນ ເດືອນສະກັດກັ້ນຂ້າທາດ ແລະການຄ້າມະນຸດ ແຫ່ງຊາດ. ການລ່ວງຣະເມີດ ຄໍາສັ່ງເລກທີ 13581 ນີ້ມີໂທດ ເລີ່ມແຕ່ ຄວາມຜິດທາງ ແພ່ງ, ຖືກປັບໃໝເຖິງ 289,238 ໂດລາຕໍ່ຄັ້ງ ໄປຈົນເຖິງ ຕ້ອງໂທດອາຍາ ຂັ້ນຮ້າຍແຮງ ຊຶ່ງອາດມີທັງຈໍາຄຸກເຖິງ 20 ປີ ແລະປັບໃໝ ເຖິງ 1 ລ້ານໂດລາ.

ທ່ານ Zhao Wei ເປັນຄົນຈີນ ມີໜ້າທີ່ສນັບສນູນດ້ານວັດຖຸ ແລະເປັນຕົວແທນບໍຣິສັດ Zhao Wei TCO. ເຂົາເປັນເຈົ້າຂອງຮ່ວມ ແລະເປັນ ຜູ້ອໍານວຍການບໍຣິສັດ Kings Romans International ຈໍາກັດ ແລະເປັນຜູ້ຄວບຄຸມ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ນໍາອີກ. Zhao Wei ໃຫ້ສິນບົນແບບບໍ່ມີຂອບເຂດ ເພື່ອອໍານວນຄວາມສະດວກ ໃຫ້ແກ່ການຟອກເງິນ, ການຄ້າຢາເສບຕິດ ແລະການ ຄ້າສັດປ່າ ໃນເຂດກາຊີໂນ Kings Romans.

ນາງ Guiqin Su ຊາວຈີນ ພັລຍາຂອງ ທ່ານ Zhao Wei ກໍເປັນຜູ້ອໍານວຍ ການບໍຣິສັດ Kings Romans International ຈໍາກັດ ແລະທັງເປັນຜູ້ເຄື່ອນຍ້າຍເງິນ ໃນນາມ ບໍຣິສັດນີ້.

ທ່ານ Abbas Eberahim ຄົນອອສເຕຣລຽນ ມີໜ້າທີ່ຮັບຜິດຊອບ ເຣື່ອງຄວາມປອດພັຍໃນ Kings Romans Casino ແລະເປັນອາດີດ ຜູ້ອໍານວຍການຝ່າຍບໍຣິຫານ Kings Romans Casino ແລະໃຫ້ສິນບົນໃນນາມບໍຣິສັດ Zhao Wei TCO.

ທ່ານ Nat Rungtawankhiri ຊາວໄທ ເປັນຜູ້ອໍານວຍການ ບໍຣິສັດ Kings Romans ຈໍາກັດ ແລະທັງເປັນຜູ້ເຄື່ອນຍ້າຍເງິນໃນນາມ ຂອງບໍຣິສັດ Zhao Wei TCO.

ຄາຊີໂນແຫ່ງນີ້ ມີຣາຍງານວ່າໄດ້ ດຶງດູດເອົາຄົນຫລິ້ນການພະນັນ ຈາກປະເທດຈີນ, ທັງຂາຍອາຫານ ແລະສິນຄ້າອື່ນໆ ທີ່ຜລິດຈາກສັດ ທີ່ແປກແລະຫາຍາກຕ່າງໆ.

Kings Romans Casino ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຂອງລາວ ບໍ່ມີເວັບໄຊ ຫຼືສື່ມວນຊົນໃດໆ ມີແຕ່ video, YouTube ຂະນະທີ່ ມີບົດຄວາມ ຈໍານວນບໍ່ໜ້ອຍ ກ່ຽວກັບຄາຊີໂນ ແລະເຂດເສຖກິດພິເສດ ສາມຫລ່ຽມຄໍາ ໃນຫລາຍປີຫລັງໆມານີ້.

ກ່ຽວກັບຄິ້ງສໂຣມັນສ ທີ່ເວົ້າເຖິງການຄ້າສັດປ່າ ຜິດກົດໝາຍ ທີ່ຫາຍາກ ແບບເປີດແປນຕາມທີ່ທີມງານ EIA ໄດ້ເຂົ້າໄປສັງເກດການ ແລະທັງວ່າເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນໂຄງການຮ່ວມຣະຫວ່າງ ກຸ່ມບໍຣິສັດ ຄິງສໂຣມັນສ ຂອງຈີນ ຖືຮຸ້ນ 80 ເປີເຊັນ ແລະຣັຖບານລາວ ຖືຮຸ້ນ 20 ເປີເຊັນ.

New York Times ຣາຍງານໃນປີ 2017 ໂດຍອ້າງອີງໃສ່ຣາຍງານປີ 2015 ຂອງອົງການສືບສວນ ດ້ານສະພາບແວດລ້ອມ EIA ທີ່ວ່າ ເຂດເສຖກິດພິເສດສາມຫລ່ຽມຄໍາ ແລະເຈົ້າໜ້າທີ່ ໃນທີ່ນັ້ນ ລ້ວນແລ້ວແຕ່ ເປັນຄົນຈີນ, ເປັນຕລາດສໍາລັບຄົນຈີນ, ເປັນສນາມຫລິ້ນທີ່ບໍ່ມີ ກົດໝາຍ ຊຶ່ງສາມາດຊື້ ຜລິຕພັນສັດປ່າ ທີ່ຕ້ອງຫ້າມ ແລະໃກ້ຈະສູນພັນ. ຮ້ານຄ້າເກືອບວ່າທັງໝົດ ໃຊ້ແຕ່ເງິນຢວນ, ມີບໍ່ພໍເທົ່າໃດຮ້ານ ທີ່ຮັບເງິນກີບ.

ຄົນຈີນທີ່ເຂົ້າມາເຂດນັ້ນ ສ່ວນໃຫຍ່ມາຈາກແຂວງຍຸນນ່ານ ມາທາງຣົດ ຫຼືບໍ່ກໍຂີ່ເຮືອບິນມາລົງ ແຂວງພາກເໜືອຂອງໄທ ແລ້ວຂີ່ເຮືອໄວ ຂອງບໍຣິສັດ Kings Romans ຂ້າມແມ່ນໍ້າຂອງມາ.

ໃນຣາຍງານປີ 2015 EIA ທີ່ມີສູນກາງ ຢູ່ກຸງລອນດອນ ປະເທດອັງກິດ ເວົ້າວ່າເຂດນີ້ ເປັນເຂດສນາມຫລິ້ນທີ່ຂາດກົດໝາຍ ແລະເປັນ ຮ້ານຄ້າໃຫຍ່ supermarket ທີ່ສັດປ່າຫວງຫ້າມ ແລະໃກ້ຈະສູນພັນ ຊຶ່ງທຸກຄົນຊື້ໄດ້ ແບບບໍ່ຜິດກົດໝາຍ.

Sebastian Strangio ຜູ້ຂຽນບົດຄວາມ ສນາມຫລິ້ນທີ່ບໍ່ມີກົດໝາຍໃນລາວ, ວັນທີ 24 ເດືອນກໍຣະກະດາ 2016 ເວົ້າວ່າ Zhao Wei ມີໝູ່ຄູ່ ເປັນເຈົ້າໜ້າທີ່ຣະດັບສູງ ໃນຣັຖບານລາວ. ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍໄດ້ໄປຢ້ຽມຢາມ ເຂດເສຖກິດພິເສດ ແຫ່ງນີ້ຮວມທັງອາດີດ ປະທານປະເທດ ຈູມມາລີ ໄຊຍະສອນ ກໍໄດ້ຖ່າຍຮູບກັບທ່ານ Zhao Wei ລົງນິຕິຍະສານ ໂຄສະນາຂອງ Kings Romans.

ໃນການໃຫ້ສັມພາດຂ່າວຂອງທາງການຈີນ ທ່ານ Zhao Wei ເວົ້າວ່າມີຄວາມກະຕືລືລົ້ນ ທີ່ຈະລົງທຶນໃນລາວ ຍ້ອນຕົ້ນງິ້ວ ຊຶ່ງເປົ້າໝາຍ ກໍຄືຢາກເຮັດໃຫ້ ດິນຕອນນີ້ ເຕັມໄປດ້ວຍຄວາມມີຊີວິດຊີວາ.

ທ່ານ Paul Chambers ຜູ້ອໍານວຍການຝ່າຍຄົ້ນຄວ້າ ທີ່ສະຖາບັນກິຈກັມ ເອເຊັຽຕາເວັນອອກສ່ຽງໃຕ້ ຢູ່ຊຽງໃໝ່ ປະເທດໄທ ເວົ້າວ່າ ນັ້ນເປັນການແລກປ່ຽນ ທີ່ຈີນຕ້ອງການ, ຣັຖບານລາວທີ່ນະຄອນຫວງວຽງຈັນ ປາກົດວ່າ ຍີນດີຍອມເສັຽອະທິປະຕັຍ ສ່ວນນຶ່ງໃນເຂດນັ້ນ. ທ່ານກ່າວວ່າ ທາງການລາວຫວັງວ່າ ຈີນ ຈະນໍາເອົາການພັທນາຈໍານວນນຶ່ງ ມາສູ່ເຂດນີ້ຂອງລາວ. ແນ່ນອນ ມັນເປັນດິນແດນຂອງລາວ ແຕ່ໃນທາງກົດໝາຍ ແມ່ນເປັນເຂດຂອງຈີນ.

ເຖິງຈະເປັນດິນແດນຂອງລາວ ແຕ່ເຂດເສຖກິດພິເສດສາມຫລ່ຽມຄໍາ ແຫ່ງນີ້ກໍຂຶ້ນກັບກຸ່ມບໍຣິສັດ Kings Romans, ຣະຍະສັມປະທານ ເບື້ອງຕົ້ນ 99 ປີ ໃນເນື້ອທີ່ 10 ພັນເຮັກຕາ ຊຶ່ງສັນຍາສຳປະທານ ນັ້ນມີຂຶ້ນໃນປີ 2007.

ໃນປີ 2015 ທາງການລາວໄດ້ເຂົ້າໄປກວດລ້າງກິຈກັມ ທີ່ຜິດກົດຫມາຍດັ່ງກ່າວ ເປັນຕົ້ນການຄ້າສັດປ່າ ຄ້າປະເວນີ ຢາເສບຕິດ ແລະ ສີ່ງທີ່ຕ້ອງຫ້າມປະເພດຕ່າງໆ ໃນເຂດດັ່ງກ່າວ ແລະໃນວັນທີ 25 ເດືອນມົກຣາປີນີ້ ທາງການລາວ ໄດ້ອອກດຳຣັດ ໃນການຄວບຄຸມ ເຂດເສຖກິດ ພິເສດ ໃນລາວ ຢ່າງເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.