ລາວ ສິ້ງຊອມນັກຄ້າມະນຸດ ອອນລາຍ
2018.06.14
ກອງເລຂາທິການ ຕ້ານການຄ້າມະນຸດ ແລະເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເຝົ້າຣະວັງນັກຄ້າມະນຸດ ທີ່ໃຊ້ສື່ອອນລາຍ ເປັນຕົ້ນເຟສບຸກ ເພື່ອຫລອກລວງ ແມ່ຍິງລາວ ເຂດຊົນນະບົດ ໄປຂາຍບໍຣິການທາງເພດ ຢູ່ປະເທດເພື່ອນບ້ານ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຕ້ານການຄ້າມະນຸດ ທ່ານນຶ່ງກ່າວວ່າ ເຣື່ອງການໃຊ້ສື່ອອນລາຍ ຫລອກລວງແມ່ຍິງລາວໄປຂາຍບໍຣິການ ທາງເພດ ທີ່ປະເທດເພື່ອນບ້ານນັ້ນ ເຖິງແມ່ນວ່າ ຍັງບໍ່ເຫັນມີ ກໍຣະນີເກີດຂຶ້ນກໍຕາມ ແຕ່ເຈົ້າໜ້າທີ່ກໍໄດ້ ສະກັດກັ້ນ ແລະ ເຕືອນພັຍ ໄວ້ກ່ອນ ເພື່ອບໍ່ໃຫ້ບັນຫານີ້ເກີດຂຶ້ນ:
“ຕົວນີ້ຫັ້ນ ບໍ່ເຫັນຕົວນີ້ເນາະ ແຕ່ດຽວນີ້ ລັດຖະບານເຮົາເອົາໃຈໃສ່ ໃນການປ້ອງກັນ ຍົກຕົວຢ່າງ ກໍມີການປ້ອງກັນຢູ່ຕ່າງແຂວງເນາະ ລົງສື່ເຟສບຸກ ອິຫຍັງຫັ້ນນະ ມີການປ້ອງກັນຢູ່ ຕ່າງແຂວງເນາະ ຢູ່ເອີ້ນວ່າ ໄປຊາຍແດນ ຢູ່ຕາມຊາຍແດນລາວ-ຈີນ ລາວ-ໄທ ຈັ່ງຊິ້ ຫັ້ນນະ ເພາະວ່າລາວຈີນດຽວນີ້ ລັດຖະບານເພີ່ນເນັ້ນ ເຖິງການປ້ອງກັນ ລາວຈີນ ຫລາຍ.”
ກ່ຽວກັບການຄ້າມະນຸດ ທີ່ໃຊ້ສື່ອອນລາຍ ຫຼອກລວງແມ່ຍິງລາວໄປຂາຍບໍຣິການທາງເພດ ທີ່ປະເທດເພື່ອນບ້ານນັ້ນ ທາງການລາວກໍໄດ້ ຍົກຂຶ້ນມາເວົ້າ ໃນກອງປະຊຸມສະພາແຫ່ງຊາດ ເມື່ອອາທິດ ທີ່ຜ່ານມາ ຍ້ອນວິທີການດັ່ງກ່າວ ເປັນຮູບແບບໃໝ່ ທີ່ນັກຄ້າມະນຸດນຳໃຊ້.
ນອກຈາກ ການເຝົ້າຣະວັງ ນັກຄ້າມະນຸດ ທາງສື່ສັງຄົມອອນລາຍແລ້ວ ທາງການລາວ ຍັງເນັ້ນໃສ່ ການປ້ອງກັນ ບໍ່ໃຫ້ແມ່ຍິງລາວ ຕົກເປັນເຫຍື່ອໃນທຸກຮູບແບບ ໂດຍໃຫ້ເຈົ້າໜ້າທີ່ດ່ານຊາຍແດນສາກົລ ແຂວງຕ່າງໆກວດກາທັງຄົນຈີນ ແລະຕ່າງປະເທດ ທີ່ເດີນທາງ ເຂົ້າອອກປະເທດ ກັບແມ່ຍິງລາວ ໂດຍສະເພາະ ທີ່ດ່ານຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຈະມີການບັນທຶກ ຂໍ້ມູນຄົນຈີນ ທີ່ ເຂົ້າມາລາວ ທັງແບບຣົດສ່ວນຕົວ ແລະມາກັບຣົດທົວ ຂອງນັກທ່ອງທ່ຽວ ນອກຈາກນີ້ ກໍຍັງລົງໂຄສະນາ ຕາມຊຸມຊົນຕ່າງໆນຳອີກ:
“ອັນໂຄສະນາ ສິເນັ້ນໃສ່ ໂຄສະນາເຜີຍແຜ່ ຕາມດ່ານ ແລ້ວກໍຊຸມຊົນ ພ້ອມເຮັດຢ່າງຈິງຈັງ ແບບເອົາແທ້ ເລື້ອງຄ້າມະນຸດ ກໍດຽວນີ້ ກໍຫລຸດລົງເນາະ ຢູ່ຕາມອັນນາ ຢູ່ຫລວງນໍ້າທາຫັ້ນນະ.”
ກ່ຽວກັບຄ້າມະນຸດໃນລາວນັ້ນ ເມື່ອເດືອນພຶສຈິກາ ປີ 2017 ທີ່ຜ່ານມາ ນັກຄ້າມະນຸດ ໄດ້ຕົວະແມ່ຍິງເມືອງປາກລາຍ ແຂວງໄຊຍະບູຣີ ອາຍຸ 25 ປີ ໄປຈີນ ກັບຣົດທົວ ຂອງນັກທ່ອງທ່ຽວ ແລ້ວກໍກັກຂັງຢູ່ຈີນ.
ບັນຫາເຣື້ອງການຄ້າມະນຸດນີ້ ເມື່ອເດືອນທີ່ຜ່ານມາ ທາງການລາວ ກໍໄດ້ຫາທາງສະກັດກັ້ນ ໂດຍໃຫ້ຜແນກການທ່ອງທ່ຽວ ແລະວັທນະທັມ 4 ແຂວງພາກເໜືອ ຕັ້ງຄນະເຝົ້າຣະວັງຕາມດ່ານຊາຍແດນ ລາວ-ຈີນ ເຂັ້ມງວດຂຶ້ນ.