ແມ່ຍິງລາວຖືກຊ່ອຍຈາກ ສາມີ ຄົນຈີນ

ມະນີຈັນ
2019.07.26
F-HT ຣັຖບານລາວ ໂຄສະນາ ຕ້ານ ການຄ້າມະນຸດ ໃນທຸກແຂວງ ຕິດກັບຊາຍແດນ
ຮູບພາບຈາກ : ໜ່ວຍງານຕ້ານການຄ້າມະນຸສ

ເມື່ອກາງເດືອນກໍຣະກະດານີ້ ເຈົ້າໜ້າທີ່ຕໍາຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຂວງອຸດົມໄຊ ໄດ້ຊ່ອຍແມ່ຍິງລາວ ອາຍຸ 40 ປີ ພາຍຫລັງທີ່ນາງຖືກຜົວຄົນຈີນ ຕົວະຍົວະໄປເປັນເມັຽ ແລ້ວກົດຂີ່ຂົ່ມເຫັງ.

ພໍແຕ່ໄປຮອດເຮືອນຂອງຜົວຈີນ ນາງກໍຖືກໃຊ້ໃຫ້ເຮັດວຽກໜັກ ແລະຖືກກັກຂັງໃຫ້ຢູ່ແຕ່ໃນສວນ ເປັນເວລາ 3 ປີ ປາຍແລະຈະຖືກເອົາ ໄປຂາຍ ຕໍ່ໃຫ້ຄົນຈີນຜູ້ອື່ນ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຕໍາຣວດ ແຂວງອຸດົມໄຊ ຕໍ່ RFA ໃນມື້ວັນທີ 26 ກໍຣະກະດາ ນີ້

"ຕົວເອງອົດບໍ່ໄຫວ ໃຊ້ລ້ຽງໝູ ໄກ່ ປາ ງົວຄວາຍ ສວນກ້ວຍ ເຂົາບໍ່ໃຫ້ກິນເຂົ້າ ບໍ່ມີເວລາພັກ ໃຊ້ເກີນເວລາ 10 ຊົ່ວໂມງ ເງິນບໍ່ໃຫ້ ກັກຂັງຢູ່ສວນ. ເຂົາຈະຂາຍຕໍ່ ເຂົາບໍ່ຢາກໄດ້ ເສບສົມຢູ່ນໍາກັນຫລາຍເດືອນຫລາຍປີ ເຂົາກໍຂາຍຕໍ່ນັ້ນແຫລະ ຂາຍຕໍ່ໆໄປ ແລ້ວລາວກໍມາ ຫ້ອງການ ຕ່າງປະເທດ ຄວາມຈິງຈະມາຫາຕໍາຣວດ ແຕ່ໄປຫ້ອງການຕ່າງປະເທດ."

ທ່ານກ່າວວ່າ ກ່ອນນາງຈະມາ ແຂວງອຸດົມໄຊໄດ້ນັ້ນ ນາງໄດ້ລັກເອົາເງິນຜົວຈີນປະມານ 400-500 ຢວນ ພໍຈ້າງຣົດມາລາວ. ນາງໄດ້ ຕົວະຜົວວ່າ ຈະໄປເບິ່ງພໍ່ ທີ່ເຈັບເປັນ ບໍ່ມີໄຜເບິ່ງ. ເມື່ອຜົວຫລົງເຊື່ອ ກໍອະນຸຍາດໃຫ້ມາລາວ.

ຄັນມາຮອດລາວ ແລ້ວ ນາງກໍໄດ້ຂໍຄວາມຊ່ອຍເຫລືອ ຈາກເຈົ້າໜ້າທີ່ ໂດຍໄດ້ຮັບການຝຶກອົບຮົມ ແລະຖືກປັບໃໝ ຍ້ອນເຂົ້າເມືອງຜິດ ກົດໝາຍ. ສ່ວນຜົວຈີນນັ້ນ ຖືກທາງການດໍາເນີນຄະດີ ຢູ່ຈີນໃນຂໍ້ຫາ ຄ້າມະນຸດ:

"ທາງນີ້ທາງລາວ ກໍສຶກສາອົບຮົມ ແລະກໍປັບໃໝ ຄ່າເສັ້ນຟອກ ເສັ້ນເຟືອງ ຂອງເຈົ້າໜ້າທີ່ ກໍບໍ່ຫລາຍ ດ້າມເລັກດ້າມໜ້ອຍ 1-2 ລ້ານ ສູງສຸດລົງມານັ້ນແຫລະ ຈີນເຂົາກໍດໍາເນີນ ຄະດີທາງພຸ້ນ ເຂົ້າໃນກອບການຄ້າມະນຸດ ນັ້ນແຫຼະ ກໍເຂົາຕົກເປັນເຫຍື່ອ ຢູ່ຕ່າງປະເທດ."

ເຈົ້າໜ້າທີ່ຜູ້ດຽວກັນນີ້ ເວົ້າຕື່ມວ່າ ນອກຈາກນາງຖືກໃຊ້ວຽກໜັກ ຖືກກັກຂັງຢູ່ແຕ່ໃນສວນ ໂດຍບໍ່ໃຫ້ເງິນນາງ ເປັນເວລາ 3 ປີປາຍແລ້ວ ຜົວຈີນ ຍັງບັງຄັບໃຫ້ນາງ ບໍຣິການທາງເພດ ກັບຜູ້ຊາຍຈີນຄົນອື່ນນໍາອີກ ເຮັດໃຫ້ນາງຕິດເຊື້ອໂຣຄ ທາງເພດສັມພັນ.

ຢ່າງໃດກໍຕາມ ເພື່ອແກ້ໄຂບັນຫາ ດັ່ງກ່າວ ເຈົ້າໜ້າທີ່ຜແນກຕໍາຣວດ ສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງອຸດົມໄຊ ກໍໄດ້ລົງ ໂຄສະນາໃຫ້ ປະຊາຊົນ ຕາມເຂດຊົນນະບົດ ໃຫ້ມີສະຕິຣະວັງຕົວ ຫລາຍຂຶ້ນຕື່ມອີກ ໂດຍສະເພາະຢູ່ຈຸດທີ່ມີຄວາມສ່ຽງ ຕໍ່ການທີ່ຈະຖືກ ຕົວະຍົວະ ໄປເປັນເມັຽຄົນຈີນ ຊຶ່ງເກີດຂຶ້ນຢ່າງຕໍ່ເນື່ອງຢູ່ນີ້. ຕາມຄໍາເວົ້າຂອງພັນໂທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕໍາຣວດ ສະກັດກັ້ນ ແລະຕ້ານການຄ້າມະນຸດ ເມື່ອເດືອນຕຸລາ ປີກາຍ,

ປັດຈຸບັນມີແມ່ຍິງລາວຖືກຕົວະຍົວະ ໄປຈີນປະມານ 3 ພັນຄົນ ແລະມີຜູ້ຖືກເຄາະຮ້າຍໄດ້ໂທຣະສັບ ແລະຕິດຕໍ່ທາງອອນລາຍ ມາຍັງ ກົງສູນລາວ ປະຈໍາຢູ່ ຊຽງຮຸ່ງ ຂອງຈີນ ເພື່ອຂໍຄວາມຊ່ອຍເຫລືອ ແລະໄດ້ສົ່ງກັບຄືນລາວ ແລ້ວ 600 ປາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.