ລາວ ໂຄສະນາຕ້ານ ຄ້າມະນຸດ

ສຸພັດຕາ
2019.04.18
F-lao-thai ດ່ານກວດຄົນ ເຂົ້າ-ອອກ ເມືອງ ທີ່ ນະຄອນຫຼວງວຽງຈັນ
RFA/LX

ທາງການລາວ ເພີ່ມມາຕການປ້ອງກັນ ການຄ້າມະນຸດຫຼາຍຂຶ້ນ ຫຼັງບຸນປີໃໝ່ລາວ ທັງຢູ່ດ່ານຊາຍແດນ ລາວ-ໄທ ແລະ ດ່ານຊາຍແດນ ລາວ-ຈີນ ໄດ້ມີເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ອອກໂຄສະນາໃຫ້ຄວາມຮູ້ແກ່ ຄົນເຂົ້າ-ອອກ ຕາມດ່ານ, ຍ້ອນໄປໄລຍະ ເວລາທີ່ມີຜູ້ຄົນ ອອກນອກປະເທສຫຼາຍ, ດັ່ງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 9 ເມສາ ນີ້ວ່າ:

"ຢູ່ດ່ານກໍເປີດວີດີໂອຢູ່ແລ້ວ ທີ່ເປັນສື່ໂຄສະນາ ການເດີນທາງທີ່ປອດພັຍ ແລ້ວກໍບັນຫາການຄ້າມະນຸດ ສາຍວີດີໂອ ຢູ່ເທິງຈໍໃຫຍ່ ກ່ອນ ຈະສະແຕມອອກທາງ ຕ.ມ ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ໄລຍະນີ້ ຄົນລາວກັບຄືນໄປໄທຫຼາຍ ທາງດ່ານນະຄອນຫຼວງວຽງຈັນ ມື້ນຶ່ງຢ່າງນ້ອຍ 300-400 ຄົນ, ທາງການຈຶ່ງແຕ່ງ ເຈົ້າໜ້າທີ່ໄປປະຈຳຢູ່ໃກ້ດ່ານ ເພື່ອເບິ່ງແຍງໃຫ້ຄວາມຮູ້ ເຣື່ອງການຄ້າມະນຸດ ພ້ອມສາຍໜັງສັ້ນ ກ່ຽວກັບການ ຄ້າມະນຸດ ເພື່ອເຕືອນ ສະຕິປະຊາຊົນ.

ໃນຂນະທີ່ຢູ່ດ່ານວັງເຕົ່າ-ຊ່ອງເມັກ ທາງການແຂວງຈຳປາສັກ ກໍມີມາຕການ ໃຫ້ຕຳຣວດແລະເຈົ້າໜ້າທີ່ ອົງການສາກົລ ຕັ້ງດ່ານໃຫ້ຄຳ ປຶກສາ ແກ່ຄົນລາວຢູ່ໃກ້ໆບ່ອນຈໍ້າກາ ໜັງສືເດີນທາງນໍາດ້ວຍ. ສ່ວນຢູ່ດ່ານຊາຍແດນ ທາງພາກເໜືອ ລາວ-ຈີນ ນັ້ນ ເຈົ້າໜ້າທີ່ຜແນກ ການທ່ອງທ່ຽວ ໄດ້ເຮັດວຽກຮ່ວມກັບ ກອງເລຂາທິການ ຕ້ານການຄ້າມະນຸດ ກໍປະຕິບັດໜ້າທີ່ ຢູ່ເຊັ່ນດຽວກັນ:

"ດ່ານທາງເໜືອ ຂແນງການທ່ອງທ່ຽວ ຂະເຈົ້າເຮັດວຽກເຮັດຮ່ວມກັບກອງເລຂາ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສງົບຕອນນີ້ ກໍຄືເພິ່ນຈະເຂົ້າໄປເຮັດວຽກ ແຕ່ລະດ່ານ ໄປນັ່ງໃຫ້ຄວາມຮູ້ບຸກຄົນ ທີ່ຍ່າງຜ່ານດ່ານເຣື່ອງການຄ້າມະນຸດ.”

ເຈົ້າໜ້າທີ່ທ່ານນີ້ ກ່າວໃນຕອນທ້າຍວ່າ ກ່ຽວກັບມາຕການນີ້ ຈຸດປະສົງເພື່ອເຕືອນສະຕິປະຊາຊົນລາວ ຜູ້ເຂົ້າ-ອອກ ປະເທສ ບໍ່ໃຫ້ຫຼົງ ເຊື່ອໃຜງ່າຍໆ ແລະ ຣະວັງ ຜູ້ບໍ່ຫວັງດີທັງນາຍໜ້າແລະນັກຄ້າມະນຸດ ທີ່ມັກສວຍໂອກາດ ໃນການຕົວະຍົວະແມ່ຍິງ ແລະວັຍຣຸ້ນໄປຂາຍ ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.