ຄົນຕິດຢາ ທັງເກົ່າທັງໃໝ່ ເພີ້ມຂຶ້ນ
2013.03.22

ທາງການລາວ ຖແລງວ່າ 80 ກວ່າເປີເຊັນ ຂອງ ຜູ້ຕິດ ຢາເສພຕິດ ທີ່ໄດ້ຮັບ ການບໍາບັດ ແລ້ວ ຫວນກັບໄປ ຕິດຢາ ຄືນອີກ.
ການບໍາບັດ ປິ່ນປົວ ຄົນຕິດ ຢາເສບຕິດ ໃນລາວ ບໍ່ໄດ້ຜົນ ເທົ່າທີ່ຄວນ ຫາກທຽບກັບ ຈໍານວນ ຜູ້ຕິດ ທີ່ມີຫລາຍ ເພີ່ມຂຶ້ນ ນັບມື້. ຂໍ້ມູນລ່າສຸດ ກ່ຽວກັບ ການໃຊ້ ຢາເສບຕິດ ຂອງ ເຍົາວະຊົນ ລາວ ທີ່ໄດ້ຜ່ານ ການບໍາບັດ ໄປແລ້ວ ນັ້ນ ກວ່າ 80 ເປີເຊັນ ກັບຄືນໄປ ເສບໃຊ້ຢາ ອີກຄືເກົ່າ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ໃນຄະນະ ກັມການກວດກາ ແລະ ຄວບຄຸມ ຢາເສບຕິດ ແຫ່ງຊາດ ຜູ້ບໍ່ປະສົງ ອອກຊື່. ທ່ານກ່າວວ່າ:
"ສາເຫດ ທີ່ພາໃຫ້ ມີສະພາບການ ເປັນແນວນັ້ນ ກໍມີຫລາຍ ແຕ່ໜຶ່ງ ໃນສາເຫດ ອັນຕົ້ນຕໍ ຍ້ອນວ່າ ການຈັດຕັ້ງ ພວກເຮົາ ຍັງບໍ່ທັນໄດ້ ເອົາໃຈໃສ່ ຕໍ່ການໃຫ້ ຄໍາປຶກສາ ແກ່ຜູ້ຕິດ ຢາເສບຕິດ ໃນເວລາ ທີ່ເຂົາເຈົ້າ ກໍາລັງ ໄດ້ຮັບການ ປິ່ນປົວ ຢູ່ສູນ ກໍຄືພາຍ ຫລັງເຂົາເຈົ້າ ກັບຄືນ ສູ່ທ້ອງຖີ່ນ ກັບຄອບຄົວ ຂອງ ເຂົາເຈົ້າແລ້ວ".
ຍົກຕົວຢ່າງ ສູນບໍາບັດ ແລະ ຝຶກອົບຮົມ ອາຊີບ ໃຫ້ຜູ້ທີ່ ຕິດ ຢາເສບຕິດ ໃນເຂດ ນະຄອນຫລວງ ວຽງຈັນ ຊຶ່ງ ໃນແຕ່ລະປີ ສາມາດ ຮອງຮັບ ບໍາບັດ ປີ່ນປົວ ໄດ້ 1800 ຄົນນັ້ນ ປົວເຊົາແລ້ວ ກັບໄປຫາ ຄອບຄົວ ຢູ່ໃນສິ່ງ ແວດລ້ອມ ເກົ່າໆ ເຮັດໃຫ້ ພວກເຂົາເຈົ້າ ກັບຄືນໄປ ໃຊ້ ຢາເສບຕິດ ຄືເກົ່າ. ສິ່ງທີ່ໜ້າ ເປັນຫ່ວງ ໄປກວ່ານັ້ນ ກໍຄື ໃນກຸ່ມນີ້ ມີຜູ້ເຂົ້າເປັນ ສ່ວນນຶ່ງ ຂອງຂະບວນ ການຄ້າ ຢາເສບຕິດ ນໍາອີກ.
ທາງການລາວ ປະເມີນວ່າ ມີຄົນລາວ ຫລາຍກວ່າ 55 ພັນຄົນ ຕິດ ຢາເສບຕິດ ໃນ ປັດຈຸບັນ ຊຶ່ງສ່ວນໃຫຍ່ ແມ່ນຕິດ ຢາບ້າ ແລະ ໃນຂະນະ ດຽວກັນ ອົງການ ຄວບຄຸມ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຫລື UNODC ປະ ເມີນວ່າ ມີ ເຍົາວະຊົນ ລາວ ຫລາຍເຖິງ 1 ລ້ານ 4 ແສນຄົນ ຢູ່ໃນສະພາບ ສ່ຽງທີ່ຈະ ຕິດ ຢາເສບຕິດ.