ຄົນງານລາວທີ່ຍັງຄ້າງຢູ່ ເກາະຕວນ
2017.10.04
ປັດຈຸບັນ ຄົນງານລາວປະມານ 10 ຫາ 15 ຄົນ ຍັງຄ້າງຢູ່ເກາະຕວນ ປະເທສ ອິນໂດເນເຊັຍ, ພວກເຂົາຖືກຕົວະໄປ ເຮັດວຽກ ໃນເຮືອ ປະມົງຂອງໄທ ຮ່ວມກັບຄົນງານ ພະມ້າ, ກຳພູຊາ ແລະໄທ ມາຕັ້ງແຕ່ປີ 2001 ນັ້ນ ຍັງລໍຄອຍ ການຊ່ວຍເຫລືອ ໃຫ້ໄດ້ ກັບມາບ້ານຢູ່. ຕາມຄຳເວົ້າຂອງ ທ່ານ ສມັກ ທັບທານີ ຫົວໜ້າ ຜແນກປ້ອງກັນ ການຄ້າມະນຸດ ຂອງມຸລນິທິ LPN ຂອງໄທ ໃນມື້ວັນທີ 3 ຕຸລາ 2017 ນີ້:
"ທ່ານເວົ້າວ່າ ປັດຈຸບັນ ຢູ່ເກາະຕວນ ມີຄົນງານໄທ ຕົກຄ້າງຢູ່ປະມານ 40ຫາ50 ຄົນ, ຄົນພະມ້າປະມານ 100 ຄົນ ແລະ ຄົນກຳພູຊາ ປະມານ 30ຫາ40 ຄົນ. ສຳລັບຄົນງານລາວ ເທົ່າທີ່ໄດ້ສຳຣວດ ແລະໄດ້ຍິນຂ່າວຄືມີປະມານ 10ຫາ15 ຄົນ ທີ່ຍັງ ຕົກຄ້າງຢູ່ເກາະນີ້".
ປັຈຈຸບັນທາງໜ່ວຍງານຂອງມຸລນິທິ LPN ຂອງໄທ, ທາງການໄທ ແລະທາງການຂອງປະເທສ ຜູ້ເຄາະຮ້າຍ ກໍພຍາຍາມຫາທາງຊ່ວຍ- ເຫລືອພວກເຂົາຢູ່ ຊຶ່ງຈຳນວນນຶ່ງ ທາງມຸນນິທິ ນີ້ກຳລັງ ສົ່ງໜັງສື ໃຫ້ທາງການ ປະເທສ ຜູ້ເຄາະຮ້າຍ ນັ້ນຮັບຮູ້ ແລະ ຈຳນວນນຶ່ງກໍ ຢູ່ໃນຂັ້ນຕອນ ລໍຖ້າຍາດພີ່ນ້ອງ ມາຢັ້ງຢືນວ່າ ເປັນຄົນຂອງຕົນແທ້ ເຊັ່ນກໍຣະນີຂອງ ທ້າວ ແຫລ້ ຄົນງານລາວ ທີ່ຖືກຕົວະ ໄປຕິດຢູ່ ເກາະຕວນ ນີ້ມາໄດ້ 14 ປີແລ້ວ.
ທ່ານ ສມັກ ເວົ້າວ່າການປະສານງານ ຫາຄົນງານລາວ ຢູ່ເກາະຕວນ ນີ້ແມ່ນຂ້ອນຂ້າງຍາກ ຍ້ອນວ່າບາງຄົນ ບໍ່ຢູ່ບ່ອນເກົ່າ ເປັນຫຼັກແຫຼ່ງ ເພາະຕ້ອງໄດ້ ໄປເຮັດວຽກ ຕາມເກາະຕ່າງໆ ເພື່ອຄວາມຢູ່ລອດ. ນອກຈາກຢູ່ເກາະຕວນ ແລ້ວ ມຸນນິທິ LPN ຄິດວ່າ ມີຄົນງານລາວ ແລະຄົນສັນຊາດອື່ນໆ ອີກຈຳນວນນຶ່ງ ຢູ່ເກາະອື່ນອີກ ທີ່ຍັງບໍ່ໄດ້ ຣາຍງານຕົວ ຍ້ອນບໍ່ມີ ໜ່ວຍງານໃດ ເຂົ້າໄປຊ່ວຍເຫຼືອ ດັ່ງທີ່ທ່ານ ກ່າວວ່າ:
"ທ່ານເວົ້າວ່າ ໃນການໄປສຳຣວດ 9 ຄັ້ງ 10 ຄັ້ງມານີ້ມີບັນຫາ ຄົນງານບາງຄົນ ກໍສາມາດມາຂໍ ຄວາມຊ່ວຍເຫລື ແລະຣາຍງານໂຕ ກັບທາງຕຳຣວດ, ກັບທາງສະຖານທູດ ປະເທສຂອງພວກເຂົາ ແຕ່ກໍມີຈຳນວນນຶ່ງ ທີ່ໜີຈາກການ ຖືກບັງຄັບ ຖືກຕີນີ້ ພວກເຂົາອາດຈະ ໄປເຮັດວຽກ ຢູ່ສວນ ຫລື ໄປຢູ່ເກາະອື່ນ ທີ່ບໍ່ຮູ້ນຳ ແລະຍັງມີຄົນງານ ອີກຈຳນວນນຶ່ງ ທີ່ຍັງເຂົ້າບໍ່ເຖິງ ການຊ່ວຍເຫລືອ ຊຶ່ງຫລ້າສຸດ ຮູ້ວ່າຍັງມີອີກ ຢູ່ເກາະ ອຳບົນ ແລະເກາະ ສາມຫລ່ຽມ ທີ່ຢູ່ໃກ້ໆກັນ ຣະຫວ່າງ ເກາະຊຳລັກກີ້ ແລະເກາະ ຕວນນີ້".
ມາເຖິງປັດຈຸບັນມຸນນິທິ LPN ສາມາດຊ່ວຍເຫຼືອ ຜູ້ເຄາະຮ້າຍຈາກເກາະ ຕ່າງໆ ຂອງອິນໂດເນເຊັຍ ກັບຄືນປະເທສ ຂອງພວກເຂົາເຈົ້າ ໄດ້ແລ້ວ 2,320 ຄົນ. ໃນນັ້ນມີຄົນໄທ 1,613 ຄົນ, ຄົນພະມ້າ 628 ຄົນ, ຄົນກຳພູຊາ 65 ຄົນ ແລະຄົນລາວ 14 ຄົນ ຂນະທີ່ທາງການ ລາວ ກໍຊ່ວຍໄດ້ 38 ຄົນ.