ແຮງງານລາວຖືກ ກົດຂີ່ໃນໄທ
2013.05.16
ນັກວິຊາການ ໄທ ເວົ້າວ່າ ມີແຮງງານ ລາວ ໃນໄທ ຈຳນວນ ຫລວງຫລາຍ ຖືກກົດຂີ່ ຂົ່ມເຫັງ ຈາກ ນາຍຈ້າງ ແລະ ສ່ວນໃຫຍ່ ກໍບໍ່ມີໃຜ ກ້າ ໄປແຈ້ງຄວາມ.
ນັກວິຊາການ ຈາກ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງໄທ ກ່າວຕໍ່ ເອເຊັຽເສຣີິ ໃນວັນທີ 16 ພຶສພາ 2013 ວ່າ ຍັງມີແຮງງານ ລາວ ເປັນຈຳນວນ ຫລວງຫລາຍ ທີ່ເຮັດວຽກ ໃນໄທ ໂດຍສະເພາະ ຜູ້ທີ່ເຮັດວຽກ ຕາມບ້ານ ຖືກນາຍຈ້າງ ກົດຂີ່ ຄ່າແຮງງານ ແລະ ກັກຂັງ ແຕ່ພວກຂະເຈົ້່າ ບໍ່ກ້າ ທີ່ຈະມາ ແຈ້ງຄວາມ ຕໍ່ເຈົ້າຫນ້າທີ່ ຍ້ອນຢ້ານ ບັນຫາ ຕາມມາ. ດັ່ງທ່ານກ່າວວ່າ:
"ຄາດວ່າ ມັນມີຢູ່ແລ້ວ ມາເຮັດວຽກ ເປັນເຫມືອນ ລູກຈ້າງ ໃນບ້ານ ແລ້ວຖືກກັກຂັງ ຫັກຄ່າຈ້າງ ເຫມືອນ ຄ້າມະນຸດ ປະມານນີ້ ແຕ່ວ່າ ບໍ່ກ້າມາ ແຈ້ງຄວາມ ຫລື ຮຽກຮ້ອງ ບໍ່ກ້າເຮັດຫຍັງ ຕໍ່ນາຍຈ້າງ".
ທ່ານວ່າ ເມື່ອປີຜ່ານມາ ເຄີຍມີ ແມ່ຍິງລາວ ຄົນນຶ່ງ ທີ່ເຮັດວຽກ ຕາມບ້ານ ໃນບາງກອກໄດ້ ເຂົ້າມາແຈ້ງຄວາມ ວ່າລາວຖືກ ນາຍຈ້າງ ກັກຂັງ ບໍ່ຍອມໃຫ້ ອອກນອກບ້ານ ແລະ ໃຫ້ຄ່າຈ້າງ ຫນ້ອຍ ບາງເດືອນ ກໍບໍ່ໄດ້ເລີຍ ແຕ່ນາງ ສາມາດ ຫລົບຫນີໄດ້. ທ່ານຍັງບອກ ອີກວ່າ ຍັງມີ ແມ່ຍີງລາວ ອີກຫລາຍຄົນ ທີ່ມີຊາຕາກັມ ແບບດຽວ ກັບນາງ ທີ່ເຮັດວຽກ ໃນໄທ ແລະ ຫລາຍຄົນ ກໍຖືກສົ່ງ ກັບບ້ານ ທີ່ ສປປລາວ.
ທ່ານກ່າວເພີ້ມວ່າ ສາເຫດ ທີ່ແມ່ຍິງລາວ ບໍ່ກ້າ ມາແຈ້ງຄວາມ ຕໍ່ເຈົ້າຫນ້າທີ່ ນັ້ນ ຍ້ອນຢ້ານຖືກ ນາຍຈ້າງ ທຳຮ້າຍ ຮ່າງກາຍ ແລະ ຂົ່ມຂູ່ ຈະໃຫ້ຕຳຣວດ ຈັບເພາະຕົນ ເປັນແຮງງານ ທີ່ ເຂົ້າປະເທດ ແບບຜິດ ກົດຫມາຍ ຕ່າງຈາກ ແຮງງານ ພະມ້າ ແລະ ກຳພູຊາ ທີ່ພວກຂະເຈົ້າ ກ້າອອກ ມາແຈ້ງຄວາມ ແບບບໍ່ຢ້ານ ນາຍຈ້າງ.
ຕາມຂໍ້ມູນ ຂອງ ມູນນິທິ ຮັກໄທ ປັດຈຸບັນ ມີແຮງງານລາວ ທີ່ເຂົ້າມາໄທ ແບບ ບໍ່ຖືກຕ້ອງ ຕາມກົດຫມາຍ ປະມານ 28 ພັນ ຄົນ ສ່ວນໃຫຍ່ ແມ່ນເຮັດວຽກ ເປັນແມ່ບ້ານ ບໍ່ຄືແຕ່ກ່ອນ ທີ່ ເຮັດວຽກ ກໍ່ສ້າງ ສ່ວນຫລາຍ.