ໂຄສະນາ ຕ້ານການຄ້າມະນຸດ
2018.05.25
ກອງເລຂາທິການ ຕ້ານການຄ້າມະນຸດ ແຫ່ງຊາດ ຮ່ວມກັບ ສະຫະພັນແມ່ຍິງລາວ ໄປໂຄສະນາ ໃຫ້ຄວາມຮູ້ ແກ່ປະຊາຊົນ ເຣື່ອງຕ້ານການຄ້າມະນຸດ ໃນເຂດອອ້ມແອ້ມ ຕາມແລວທາງຣົດໄຟ ລາວ-ຈີນ ເພື່ອໃຫ້ປະຊາຊົນ ມີສະຕິຣະວັງຕົວ, ບໍ່ໃຫ້ຖືກຕົວະຍົວະຫລອກລວງ ແລະ ຕົກເປັນເຫຍື່ອ ຂອງພວກຄ້າມະນຸດ, ດັ່ງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ຜູ້ບໍ່ປະສົງອອກສື່ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ພຶສພາ ນີ້ວ່າ:
"ຕອນນີ້ຫັ້ນ ກອງເລຂາ ຕ້ານການຄ້າມະນຸດ ຮ່ວມກັບສະຫະພັນແມ່ຍິງ ມີການລົງໂຄສະນາ ຕາມເຂດນອກ ລະກະຕາມແລວທາງຣົດໄຟ ລົງຫລາຍໃດ ເພາະວ່າ ໄດ້ຂຍາຍ ແລະ ກໍໄດ້ລົງໂຄສະນາ ຕາມແຕ່ລະພື້ນທີ່ ຕາມທາງຣົດໄຟ ຍ້ອນເພາະ ກັມມະກອນ ຂອງຄົນຈີນ ເຂົ້າມາຫລາຍ ແລ້ວຂະເຈົ້າ ເກີດແຕ່ງງານ (ແຕ່ງດອງ) ຢູ່ຕາມລຽບທາງຣົດໄຟ ເພາະວ່າ ຊາຍຈີນເຂົ້າມາ ຖ້າເກີດມີການແຕ່ງດອງ ກັບຄົນຈີນ ຖ້າແມ່ນວ່າ ຄົນຈີນ ກັບບ້ານ ຜູ້ຍິງ ອາດຈະໄປນຳຜົວຈີນຫັ້ນ."
ນາງ ກ່າວຕື່ມວ່າ ວຽກງານໂຄສະນາ ເຣີ້ມປະຕິບັດ ມາຕັ້ງແຕ່ ຕົ້ນປີ 2018 ນີ້ ແລ້ວ. ໄປໂຄສະນາ ຢູ່ແຂວງຫລວງນໍ້າທາ, ອຸດົມໄຊ, ຫລວງພຣະບາງ ແລະ ແຂວງວຽງຈັນ. ນອກຈາກ ຈະໃຫ້ຄວາມຮູ້ ແກ່ປະຊາຊົນແລ້ວ ເຈົ້າໜ້າທີ່ ຍັງສເນີ ໃຫ້ອຳນາດການປົກຄອງເມືອງ ແລະ ບ້ານ ເຝົ້າລະວັງ ຕິດຕາມເຣື່ອງ ການແຕ່ງດອງ ຣະຫວ່າງ ແມ່ຍິງລາວ ແລະ ກັມມະກອນຈີນ ນຳດ້ວຍ.
ການໂຄສະນາ ປະຊາສັມພັນ ມີເປົ້າໝາຍ ສະກັດກັ້ນ ບໍ່ໃຫ້ແມ່ຍິງລາວ ຕົກເປັນເຫຍື່ອ ຂອງພວກຄ້າມະນຸດ ຄືໃນໄລຍະຜ່ານມາ ແລະ ໃນປັດຈຸບັນ ທີ່ຫລັງຈາກ ແຕ່ງດອງ ກັບຄົນຈີນແລ້ວ ກໍຖືກພາໄປຢູ່ຈີນ ແລ້ວຖືກກັກຂັງ ຫລື ຖືກຕົວະໄປຂາຍຕໍ່ ແຕ່ບໍ່ສາມາດລົງໂທດ ຜູ້ກະທຳຜິດນັ້ນໄດ້ ເນື່ອງຈາກຈີນ ບໍ່ມີກົດໝາຍຕ້ານ ການຄ້າມະນຸດ, ດັ່ງທີ່ຍານາງກ່າວວ່າ:
"ຖ້າແມ່ນວ່າ ຕາມຂໍ້ກົດໝາຍ ຄືວ່າ ເດັກນ້ອຍທີ່ແຕ່ງດອງ ແລ້ວລັກໜີກັບມາ ຖ້າໄປແຈ້ງຕຳຣວດ, ຕຳຣວດ ກໍໄປສົ່ງຄືນ ເພາະວ່າ ຂະເຈົ້າ ບໍ່ມີກົດໝາຍ ການຄ້າມະນຸດ ຂະເຈົ້າຄິດວ່າ ເປັນຄອບຄົວ ເຣື່ອງຂອງຄອບຄົວ ຈະສົ່ງກັບຄືນ ຫາຄອບຄົວຜູ້ຊາຍ ຢູ່ພຸ້ນ ບາງກໍລະນີ ທີ່ວ່າແຈ້ງແລ້ວ ກໍ່ລັກໜີອອກມາແລ້ວ ແຈ້ງຕຳຣວດ ຕຳຣວດ ກໍໄປສົ່ງຄອບຄົວຄືນ ເພາະວ່າ ຄິດວ່າ ເປັນເຣື່ອງຂອງຄອບຄົວ ຍ້ອນວ່າ ກົດໝາຍຂອງຂະເຈົ້າ ບໍ່ມີກົດໝາຍຄ້າມະນຸດ."
ເຖິງແມ່ນວ່າ ໄລຍະ 2 ປີ ທີ່ຜ່ານມານີ້ ຍັງບໍ່ໄດ້ຮັບຂ່າວ ກ່ຽວກັບວ່າ ມີການແຕ່ງດອງ ຣະຫວ່າງ ກັມມະກອນຈີນ ກັບແມ່ຍິງລາວ ກໍຕາມ ແຕ່ວຽກງານ ໂຄສະນາ ກໍຍັງຈະດຳເນີນຕໍ່ໄປ.