ຫຼວງນໍ້າທາ ສະກັດກັ້ນ ການຄ້າມະນຸດ
2018.04.18

ທາງການ ແຂວງຫຼວງນໍ້າທາ ໄດ້ໃຫ້ເຈົ້າໜ້າທີ່ ລົງເຜີຍແຜ່ ກ່ຽວກັບຜົນຮ້າຍ ຂອງການຄ້າມະນຸດ ແລະ ຈະປາບປາມນາຍໜ້າຄົນລາວ ທີ່ມາ ຕົວະຍົວະ ເອົາແມ່ຍິງລາວ ໂດຍການໄປແຕ່ງງານ ກັບຄົນຈີນ ຍ້ອນສເນີ ຄ່າຕອບແທນສູງ ເຮັດໃຫ້ຫຼາຍຄົນ ຫລົງເຊື່ອ.
ປັດຈຸບັນ ທາງເຈົ້າໜ້າທີ່ຕຳຣວດ ແຕ່ລະເມືອງ ຂອງແຂວງຫຼວງນໍ້າທາ ໄດ້ລົງເຜີຍແຜ່ ແລະ ສະກັດກັ້ນການຄ້າມະນຸດ ໂດຍຈະລົງເຜີຍແຜ່ ໃຫ້ຄວາມຮູ້ ເຣື້ອງຜົນຮ້າຍ ຂອງການຄ້າມະນຸດ ໃຫ້ອຳນາດການປົກຄອງ ແຕ່ລະບ້ານ ຫຼັງຈາກນັ້ນ ກໍຈະມອບ ໃຫ້ອຳນາດການປົກຄອງບ້ານ ເຜີຍແຜ່ ໃຫ້ປະຊາຊົນ ພາຍໃນບ້ານຮັບຮູ້, ດັ່ງຄຳເວົ້າຂອງ ເຈົ້າໜ້າທີ່ຕຳຣວດ ເມືອງສິງ ທ່ານນຶ່ງ ໄດ້ເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ເມສາ ນີ້ວ່າ:
"ທາງຂັ້ນເທິງ ກໍຄືກອງບັນຊາການ ປກສ ແຂວງ ເພີ່ນກະໄດ້ມອບໃຫ້ພວກເຮົາລົງ ເຜີຍແຜ່ ແຕ່ລະບ້ານ ສ່ວນຫລາຍ ຈະເວົ້າກ່ຽວກັບຜົນຮ້າຍ ຂອງການໄປ ເອົາຜົວຢູ່ຈີນ ຜ່ານມາຫລາຍຄົນ ທີ່ວ່າ ໄປເອົາຜົວຢູ່ຈີນ ນີ້ແມ່ນເປັນ ການຄ້າມະນຸດ ມັນບໍ່ແມ່ນເອົາ ໄປເຮັດເມັຽແທ້ໆ ແຕ່ກະມີ ສ່ວນນ້ອຍສຸດ ທີ່ວ່າ ເຂົາຈະເອົາເຮັດເມັຽແທ້ໆ ແລະ ກະຈະຍົກໃຫ້ ເຫັນບັນຫາຄວາມທໍລະມານທີ່ແມ່ຍິງໄດ້ຮັບ.”
ທ່ານ ກ່າວຕື່ມອີກວ່າ ປັດຈຸບັນ ມີຫຼາຍກໍຣະນີ ທີ່ລັກໄປແຕ່ງດອງ ກັບຄົນຈີນ ໂດຍທີ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ຮັບຮູ້ ຍ້ອນ ມີນາຍໜ້າຄົນລາວ ເປັນຜູ້ມາຕິດຕໍ່ໃຫ້ຄົນຈີນ ເມື່ອຕົກລົງກັນແລ້ວ ນາຍໜ້າຄົນລາວ ຈະເປັນຜູ້ເອົາໄປສົ່ງໃຫ້ຢູ່ຈີນ ໂດຍມີແຕ່ຜູ້ປົກຄອງເປັນຜູ້ຮັບຮູ້ ແຕ່ໃນເມື່ອ ເກີດມີບັນຫາ ທາງເຈົ້າໜ້າທີ່ ກໍຍາກ ທີ່ຈະຕິດຕາມ ຍ້ອນບໍ່ຮູ້ຣາຍລະອຽດ ຂອງຄົນຈີນ ຜູ້ທີ່ມາແຕ່ງເອົາຄົນລາວ ໄປເຮັດເມັຽ.
ການເຜີຍແຜ່ຜົນຮ້າຍ ຂອງການໄປແຕ່ງດອງກັບຄົນຈີນນັ້ນ ສ່ວນຫຼາຍຈະເວົ້າເຖິງ ການບັງຄັບໃຊ້ແຮງງານ ການທຸບຕີທໍຣະມານ ແລະ ເລ້ຫລ່ຽມກົນອຸບາຍ ໃນການຕົວະຍົວະ ຂອງກຸ່ມຄົນບໍ່ດີ ເພາະສ່ວນຫຼາຍ ຈະເຮັດເປັນຂະບວນການ ສຳລັບ ແຂວງຫຼວງນໍ້າທາ ມີຫຼາຍ ກໍຣະນີ ທີ່ໄປແຕ່ງດອງ ກັບຄົນຈີນ ແລ້ວຫາຍສາບສູນ ໄປເລີຍ ບໍ່ສາມາດຕິດຕໍ່ໄດ້ ບາງຄົນ ກໍຖືກຂາຍຕໍ່ໆໄປ ຈົນບໍ່ຮູ້ທາງຊິກັບບ້ານ ວ່າງມໍ່ໆມານີ້ ກໍ່ມີກໍຣະນີ ແມ່ຍິງຄົນນຶ່ງ ທີ່ຫາກໍ ກັບມາ ໂດຍການລັກໜີ ມາຂໍຄວາມຊ່ອຍເຫລືອ ຈາກເຈົ້າໜ້າທີ່ຕຳຣວດຈີນ ແລະ ໄດ້ກັບມາຮອດບ້ານ ຢ່າງປອດພັຍ.