ຕ້ານການຄ້າມະນຸດ 3 ແຂວງ​ພາກ​ໃຕ້

ການຄ້າມະນຸດ ແມ່ນຜິດຕໍ່ ກົດໝາຍປະເທດ ແລະກົດໝາຍສາກົນ
ການຄ້າມະນຸດ ແມ່ນຜິດຕໍ່ ກົດໝາຍປະເທດ ແລະກົດໝາຍສາກົນ (RFA )

0:00 / 0:00

ຮອງຣັຖມົນຕຣີກະຊວງແຮງງານ ແລະ ສວັດດີການສັງຄົມ ລົງໂຄສະນາ ເຕືອນໃຫ້ຣະວັງ ການຕົວະຍົວະຫຼອກລວງ ໄປເຮັດວຽກ, ແຕ່ງດອງ ແບບບໍ່ຖືກຕ້ອງ ແລະ ສະກັດກັ້ນ ການຄ້າມະນຸດ ໃນເຂດ 3 ແຂວງ ພາກໃຕ້ ຄື: ແຂວງອັດຕະປື, ເຊກອງ ແລະ ສາລະວັນ, ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງເຊກອງ ກ່າວວ່າ ຜ່ານມາ ວ່າ ມີປະຊາຊົນ ປະມານ 90 ຄົນ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ ແຕ່ປັດຈຸບັນ ກຸ່ມດັ່ງກ່າວ ໄດ້ກັບມາເຮັດວຽກ ຢູ່ແຂວງແລ້ວ.

"ບໍ່ຢູ່ຫວຽດນາມ ບໍ່ມີ ແຕ່ກີ້ ຂະເຈົ້າກໍໄປຢູ່ 92 ຄົນ ແຕ່ດົນແລ້ວ ດຽວນີ້ ເຂົາກັບມາແລ້ວ ພວກກັບມາ ກໍ່ມີການຝຶກອົບຮົມ ໄປເຮັດວຽກ ເຮັດງານທຳ ຢູ່ແຖວບ້ານເຮົາ ຢູ່ເຮັດຢູ່ກັບ ພາຫຼອກພາລານັ້ນນີ້ ອີກບ່ອນນຶ່ງຄືວ່າ 2 ຄົນ ເອົາຜົວໄທ ແລ້ວກໍໄປເລີຍ ໄປນອກຣະບົບ ບໍ່ແມ່ນນອນ ຢູ່ໃນຣະບົບ ຢູ່ໃນຣະບົບ ກໍບໍ່ມີບັນຫາເທົ່າໃດ ອອກຈາກຮົ້ວ ກໍເປັນເຣື່ອງໃໝ່ ກໍປະເລີຍ."

ສ່ວນເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອັດຕະປື ກ່າວວ່າ ປະຊາຊົນ ສ່ວນຫຼາຍ ໄປເຮັດວຽກ ກັບພີ່ນ້ອງຕົນເອງ ຢູ່ຕ່າງປະເທດ ເຊິ່ງບໍ່ສາມາດ ເກັບກຳ ສະຖິຕິໄດ້ ໂດຍມາຕການ ຫຼຸດຜ່ອນ ແລະ ປ້ອງກັນ ການຄ້າມະນຸດ ຕ້ອງໃຫ້ແຮງງານ ເຂົ້າມາ ໃນຣະບົບ ຂັ້ນແຂວງ, ຂັ້ນເມືອງ ບໍ່ໃຫ້ແຮງງານ ໄປຕິດຕໍ່ຫາວຽກເຮັດ ດ້ວຍຕົນເອງ ນອກຈາກ ຜິດກົດໝາຍແລ້ວ ຍັງເປັນອັນຕະລາຍ ນໍາອີກ, ດັ່ງເຈົ້າໜ້າທີ່ ກ່າວວ່າ:

“ຜູ້ໃດທີ່ວ່າ ຕ້ອງການຝຶກ ຫລືວ່າ ຢາກມີວຽກເຮັດງານທຳ ແລະ ເຮົາຈະມາຝຶກໃຫ້ເນາະ ຢູ່ສູນພວກເຮົາ ທີ່ຕົກງານ ຢາກມີວຽກເຮັດງານທຳ ເຮົາຈະໄດ້ຈັດສົ່ງ ໄປເຮັດວຽກຢູ່ໃສເນາະ ນຳບໍຣິສັດບໍ່ ຫລືວ່າ ເຮັດວຽກແບບໃດແນວນັ້ນ ບໍ່ໄດ້ວ່າໄປແຕ່ງດອງ ແລ້ວໄປເຮັດວຽກ ຢູ່ພຸ້ນບໍ່ມີ ອັດຕະປື ຄືບໍ່ເຫັນມີ ຄືເຮົາ ບໍ່ເຄີຍສົ່ງໄປ ຕ່າງປະເທດຈັກເທື່ອ ບໍ່ໄດ້ຜ່ານເຮົານະ ລາງເທື່ອ ຂະເຈົ້າ ມີພີ່ນ້ອງ ຂະເຈົ້າຢູ່ໄທ ເຂົາໄປນໍາພີ່ນ້ອງ ຈັ່ງຊັ້ນຫັ້ນນະ.”

ໃນການປະຊຸມ ເມື່ອວັນທີ 21-24 ພຶສພາ ຜ່ານມາ, ຮອງຣັຖມົນຕຣີ ແຮງງານ ໄດ້ວາງມາຕການ ໃຫ້ 3 ແຂວງພາກໃຕ້ ຕ້ອງໄດ້ເອົາໃຈໃສ່ ການຫາວຽກເຮັດງານທຳ, ສະກັດກັ້ນ ການຕົວະຍົວະຫຼອກລວງ ຫລີກລ້ຽງ ການຄ້າມະນຸດ, ໄປເຮັດວຽກຢູ່ຕ່າງປະເທດ ແບບຜິດກົດໝາຍ ແລະ ສ້າງຄອບຄົວ ເພື່ອຈະໄດ້ເຮັດວຽກ.