ຄົນງານຫາປາລາວ ຄ້າງຢູ່ ອິນໂດເນເຊັຽ ຈະຖືກ ສົ່ງກັບບ້ານ
2019.10.31
ທ້າວແຫລ້ ຄົນງານລາວ ຊຶ່ງໄດ້ເຮັດວຽກ ຢູ່ເຮືອປະມົງໄທຍ ແຕ່ຄ້າງຢູ່ ເກາະຕ່ວນ ປະເທດອິນໂດເນເຊັຽ ດ້ວຍຄວາມລຳບາກແທ້ ເປັນເວລາ 10 ປາຍປີນັ້ນ ຈະໄດ້ກັບຄືນບ້ານ ທີ່ປະເທດລາວ ປະມານວັນທີ 10 ພຶສຈິການີ້ ຍ້ອນການຊ່ອຍເຫລືອ ຂອງທາງການ ອິນໂດເນເຊັຽ, ມູລນິທິ ສົ່ງເສີມ ຄຸນນະພາບ ຊີວິດ ຄົນງານ ຫລື LPN ຂອງໄທຍ ແລະ ສະຖານທູດລາວ ຢູ່ກຸງຈາກາຕາ.
ທ່ານ ສະໝັກ ທັບທານີ, ຫົວໜ້າຜແນກ ຄຸ້ມຄອງແຮງງານ ຂອງມູລນິທິ ສົ່ງເສີມ ຄຸນນະພາບ ຊີວິດ ຄົນງານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ທີ່ບາງກອກ ຜ່ານທາງໂທຣະສັບ ຈາກອິນໂດເນເຊັຽ ວ່າ:
“ຕອນນີ້ ດ້ານປະສານງານ ໜ່ວຍງານພາກຣັດເອງ ທາງສະຖານທູດເອງ ກໍໄດ້ຢືນຢັນ ເຣື່ອງການເຮັດຂໍ້ມູນ ແລະ ການປະສານງານ ມາຍັງ ຜູ້ເສັຽຫາຍ ຜູ້ກ່ຽວຂ້ອງວ່າ ເອກສານ ກະພ້ອມແລ້ວ ເຫຼືອແຕ່ ການປະສານງານ ຂອງອິນໂດເນເຊັຽ ທີ່ຈະວາງແຜນການເດີນທາງ ເຂົ້າມາຮັບໂຕ ຊຶ່ງຊິບໍ່ດົນອີກ 5 ມື້ 10 ມື້. ໜ້າຊິເປັນສິ່ງທີ່ດີ ແລະເຣື່ອງການວາງແຜນ ການເດີນທາງ ອາດຈະເປັນໜ້າທີ່ ຂອງຣັດ ທີ່ຈະຮັບຜິດຊອບໂດຍກົງ, ຊຶ່ງທາງຣັດເອງ ຢືນຢັນ ວ່າ ເປັນການຮັບຜິດຊອບ ຂອງໜ່ວຍງານ ພາກຣັດ ຂອງໜ່ວຍງານຣັດເອງ ຂອງຣັຖບານລາວ ທີ່ໃຫ້ຄວາມສຳຄັນ ກັບທ້າວແຫລ້.”
ໃນຂະນະດຽວກັນ ທ້າວ ແຫລ້ ຜູ້ທີ່ຈະໄດ້ເດີນທາງກັບບ້ານ ໃນຕົ້ນເດືອນພຶສຈິການີ້ ກໍໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ຜ່ານທາງໂທຣະສັບວ່າ ຕົນດີໃຈຫລາຍ ທີ່ຈະໄດ້ກັບບ້ານ ແລະ ກໍຈະບໍ່ກັບມາ ເຮັດວຽກ ຢູ່ປະເທດໄທຍອີກ:
“ດີໃຈດີໃຈ ຢາກກັບບ້ານ ດົນລະຢາກກັບບ້ານ ມັນລໍາບາກໂພດ ໄປໃສກະບໍ່ໄດ້ ຢາກກັບບ້ານຢ່າງດຽວ ຄິດຮອດພໍ່ແມ່ ສິເຮັດນາ ທໍານາປູກເຂົ້າ ເທົ່ານັ້ນ.”
ທ້າວ ແຫລ້ ໄດ້ທົບທວນເຖິງ ຕອນທີ່ເຮັດວຽກ ຢູ່ໃນເຮືອປະມົງໄທຍນັ້ນວ່າ ຕົນຖືກທຳຮ້າຍ ຮ່າງກາຍ ຢູ່ເລື້ອຍ ຈາກເຈົ້າຂອງເຮືອ ເຮັດໃຫ້ຕົນ ຮູ້ສຶກວ່າ ສມອງບໍ່ປົກກະຕິ ເປັນຄົນເສັຽເສັ້ນ ໄປແລ້ວ ແລະ ບໍ່ຄ່ອຍຈໍາຫຍັງໄດ້. ຖ້າເຮັດວຽກບໍ່ໄດ້ ຕາມຄຳສັ່ງ ຫຼື ເຮັດວຽກ ບໍ່ຖືກໃຈ ພວກເຂົາ ຕົນກໍຖືກທາຣຸນ ຖືກຕົບຕີ.
“ລໍາບາກ ແລ້ວເຮົາ ໂດນຕີ ຕີຖ້າເຮົາບໍ່ເຮັດງານ ກໍໂດນຕີ ເຂົາກໍຕີ ເຂົາກໍໄລ່ຕີ ເຂົາຕີ ພວກໝູ່ເຮົາ ເບິ່ງບໍ່ໄດ້ ເຂົາເຮັດງານ ຕໍ່ໄປ ເຂົາກໍກົວ [ຢ້ານ] ເຂົາກໍໂດດໜີໃດ໊ ໂດດຂຶ້ນຝັ່ງໃດ໊ ເຂົາກົວ [ຢ້ານ].”
ແລະ ພ້ອມດຽວກັນນັ້ນ, ທ້າວ ແຫລ້ ຜູ້ໃຫ້ຄໍາໝັ້ນວ່າ ຈະບໍ່ກັບໄປເຮັດວຽກ ຢູ່ໄທຍອີກນັ້ນ ກໍຂອບອົກຂອບໃຈ ພາກສ່ວນ ຕ່າງໆຢ່າງສຸດຊຶ້ງ ເປັນຕົ້ນມູລນິທິ ສົ່ງເສີມ ຄຸນນະພາບ ຊີວິດຄົນງານ ຂອງໄທຍ, ສະຖານທູດລາວ ແລະ ເຈົ້າໜ້າທີ່ ອິນໂດເນເຊັຽ ທີ່ຊ່ອຍໃຫ້ຕົນ ໄດ້ກັບບ້ານ ທີ່ປະເທດລາວ ໃນທີ່ສຸດນັ້ນ.
“ໜ່ວຍງານ ພີ່ໂກ້ຫັ້ນລະ ທີ່ຊ່ອຍ LPN ຂອບໃຈ ສະຖານທູດຫລາຍໆເດີ ຂອບໃຈຫລາຍໆ ທີ່ຊ່ອຍກັບບ້ານ ບໍ່ມາອີກແລ້ວ ເຂັດລະອິນໂດ ບໍ່ມາ ເຂັດແລ້ວ.”
ຣາຍງານ ຣະບຸວ່າ ຍັງມີ ຄົນງານຕ່າງດ້າວ ຫລາຍຄົນ ທີ່ຕິດຢູ່ ເກາະຕ່ວນ ບ່ອນດຽວກັບ ທ້າວແຫລ້ ຢູ່ນັ້ນ ຕ້ອງການ ກັບບ້ານ ຂອງຂະເຈົ້າ ແຕ່ຕ້ອງໄດ້ ພິສູດສັນຊາດກ່ອນ. ໃນຈຳນວນນັ້ນ ມີຄົນງານ ຈາກພະມ້າ 44 ຄົນ, ໄທຍ 8 ຄົນ ແລະ ກັມພູຊາ 4 ຄົນ. ສ່ວນຄົນງານລາວນັ້ນ ມີແຕ່ທ້າວ ແຫລ້ ຄົນດຽວ.
ທ້າວ ແຫລ້ ອາຍຸ 27 ປີ, ເບື້ອງຕົ້ນເວົ້າວ່າ ເປັນຄົນ ຈາກເມືອງໄກສອນ ແຂວງສວັນນະເຂດ, ແຕ່ພາຍລຸນມາ ບອກວ່າ ເປັນຄົນ ແຂວງຄໍາມ່ວນ ຊຶ່ງເຮັດໃຫ້ເຈົ້າໜ້າທີ່ ທາງການລາວ ຊອກຫາພໍ່ແມ່ພີ່ນ້ອງ ໄດ້ຍາກ. ທ້າວແຫລ້ ເປັນຄົນງານລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຮືອປະມົງ ຂອງໄທຍ ແລ້ວຖືກປະໄວ້ ຢູ່ເກາະຕ່ວນ ປະເທດອິນໂດເນເຊັຽ ຕັ້ງແຕ່ປີ 2004 ເປັນຕົ້ນມາ.