ຫຼວງນໍ້າທາ ຍັງເປັນບ່ອນສ່ຽງ ຂອງການຄ້າມະນຸສ.
2018.03.26

ແຂວງຫຼວງນໍ້າທາ ຍັງເປັນບ່ອນສ່ຽງ ທີ່ແມ່ຍິງລາວ ຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ ໄປຈີນ ເຖິງແມ່ນວ່າ ໃນໄລຍະ 1 ປີ ທີ່ຜ່ານມາ ທາງການແຂວງຫຼວງນໍ້າທາ ຈະເອົາຈິງເອົາຈັງ ຕໍ່ການສະກັດກັ້ນ ບັນຫາດັ່ງກ່າວ ຕາມຄຳສັ່ງ ຂອງຄນະກັມມາທິການ ປ້ອງກັນ ການຄ້າມະນຸສ ແຫ່ງຊາດ ແລ້ວກໍຕາມ ແຕ່ ການສະກັດກັ້ນນັ້ນ ສ່ວນຫຼາຍ ກໍເປັນ ການກວດເຂັ້ມ ແລະ ເປັນການໂຄສະນາ ຢູ່ດ່ານຊາຍແດນ ລາວ-ຈີນ ເທົ່ານັ້ນ.
ແຕ່ການລົງພື້ນທີ່ ໃຫ້ຄວາມຮູ້ຕາມບ້ານ ຢູ່ເມືອງຕ່າງໆ ຂອງແຂວງ ຊື່ງຖືວ່າ ເປັນເຣື່ອງສຳຄັນນັ້ນ ຍັງບໍ່ທັນ ໄດ້ປະຕິບັດກັນ ຢ່າງຈິງຈັງເທື່ອ ຍ້ອນວ່າ ບໍ່ມີງົບປະມານ ໃນດ້ານນີ້ ແລະ ບໍ່ມີພາກສ່ວນໃດ ລົງມາຊ່ອຍ ໃຫ້ການສນັບສນູນເທື່ອ, ດັ່ງເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ມີນາ ນີ້ວ່າ:
“ ລົງໄປ ໃຫ້ຄວາມຮູ້ ໂຕນີ້ກໍລົງໄດ້ ແຕ່ ກໍຍັງມີຮູບການນີ້ ເກີດຂຶ້ນຫັ້ນນາ ກໍລະນີ້ ເກີດຂຶ້ນອີກ ແຕ່ວ່າ ອັນງົບປະມານ ທາງສູນມີຫຍັງ ທາງ ອົງການຊ່ວຍເຫຼືອ ຫັ້ນລົງມາ ໃຫ້ການສນັບສນູນ ດ້ານນີ້ ຍັງບໍ່ທັນມີເທື່ຶຶອ ຄິດວ່າ ຖ້າມີ ງົບປະມານຊ່ວຍແລ້ວ ເຮົາຊິມີ ການຫາລື ວາງແຜນກັນວ່າ ເຮົາຊິເຮັດ ຮູບການໃດ ລົງໄປ ໃຫ້ຄວາມຮູ້ກ່ຽວກັບ ການຄ້າມະນຸສ ບ່ອນສ່ຽງ ທີ່ວ່າ ມີການລົງທຶນ ຂອງຈີນ.”
ທ່ານບອກວ່າ ແຂວງຫຼວງນໍ້າທານີ້ ມີຄວາມສ່ຽງຫຼາຍ ຜ່ານມາ ກໍມີຫຼາຍກໍຣະນີແລ້ວ ທີ່ເກີດຂຶ້ນ ແລະ ລ່າສຸດ ທາງການ ກໍກຳລັງ ລໍຮັບໂຕ ແມ່ຍິງ ເມືອງນາແລ ທີ່ຖືກນາຍທຶນຈີນ ຕົວະໄປແຕ່ງດອງ ກັບຄົນຈີນ ທີ່ແຂວງຢູນານ ກັບຄືນ ປະເທດຢູ່. ແມ່ຍິງ ຄົນນີ້ ຖືກຕົວະໄປຈີນ ແຕ່ ວັນທີ 17 ເດືອນກໍຣະກະດາ ປີ 2017.
ສ່ວນເມືອງ ທີ່ມີນັກລົງທຶນຈີນ ຫຼາຍນັ້ນ ກໍແມ່ນເມືອງສິງ, ເມືອງລອງ, ເມືອງຫຼວງນໍ້າທາ ແລະເມືອງນາແລ ແຕ່ຜ່ານມາ ມີພຽງແຕ່ ເມືອງສິງ, ເມືອງລອງ ແລະ ດ່ານຊາຍບໍ່ເຕັນ ກັບດ່ານ ປາງໄຮ ເທົ່ານັ້ນ ທີ່ມີການໂຄສະນາ ເຣື່ອງການຄ້ານຸສ ຂະນະທີ່ ເມືອງທີ່ເຫຼືອນັ້ນ ຍັງບໍ່ທັນ ມີການລົງໄປ ໂຄສະນາ ດ້ານນີ້ເທື່ອ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແຂວງ ກໍບອກອີກວ່າ ຜ່ານມາ ຢູ່ແຂວງຫຼວງນໍ້າທາ ກໍມີຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸສ ຫຼາຍຄົນ ແຕ່ຍັງ ບໍ່ທັນໄດ້ສລຸບ ໂຕເລກ ທັງໝົດເທື່ອ. ສລຸບໄດ້ ແຕ່ສະເພາະ ຂອງປີກາຍ ທີ່ຊ່ອຍກັບມາໄດ້ 2 ຄົນ ແລະ ຍັງມີກໍຣະນີ ທີ່ຊ່ອຍ ບໍ່ທັນໄດ້ ກໍມີ.
“ໂຕນີ້ຫັ້ນ ມີຫຼາຍ ເປັນຫຍັງ ຈຶ່ງມີຫຼາຍ ເພາະວ່າ ອັນແຂວງເຮົາ ຕິດກັບຊາຍແດນຈີນເນາະ ແລ້ວຄົນຈີນ ມາລົງທຶນຢູ່ນີ້ຫຼາຍ ແລ້ວບາງຄົນ ກໍຖືກຕົວະຍົວະ ໄປເປັນເມັຽບໍ ໄປຄ້າຂາຍມະນຸສບໍ ແຕ່ກໍຍັງສລຸບ ບໍ່ໄດ້ເທື່ອ ວ່າມັນມີຈັກກໍຣະນີ ຊ່ອຍບໍ່ໄດ້ຫັ້ນ ແຕ່ປີກາຍ ກໍມີ 2 ກໍມີ 2-3 ກໍລະນີ ທີ່ວ່າທາງຂະເຈົ້າ ສົ່ງກັບມາຫັ້ນນາ.”
ກ່ຽວກັບ ບັນຫາດັ່ງກ່າວນີ້ ປັດຈຸບັນ ພາກສ່ວນ ຕ້ານການຄ້າມະນຸສ ຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ກຳລັງຫາລື ເຣື່ອງການຊ່ອຍເຫຼືອ ເຣື້ອງນີ້ ຕໍ່ແຂວງຢູ່.