ຜູ້ຍິງລາວ ຖືກຂົ່ມຂືນຢູ່ໄທ
2013.04.25

ຜູ້ຍິງລາວ ເຮັດວຽກ ຢູ່ຮ້ານ ອາຫານ ແຫ່ງນຶ່ງ ໃນແຂວງ ນະຄອນປະຖົມ ແລະ ໃນວັນທີ 21 ເມສາ ນາງ ແລະ ແຟນ ໄດ້ຂີ່ຣົດ ໂດຍສານ ເດີນທາງ ໄປ ແຂວງຣະຍອງ ແຕ່ເມື່ອ ເຖິງກາງທາງ ຜູ້ຂັບຣົດ ໂດຍສານ ບັງຄັບ ໃຫ້ຜູ້ຊາຍ ລົງຣົດ ແລ້ວ ຂົ່ມຂືນ ຜູ້ຍິງ ແລະ ຜູ້ຂົ່ມຂືນ ກັບແມ່ນ ນາຍຕຳຣວດ. ເຈົ້າໜ້າທີ່ ຕຳຣວດ ຜູ້ຮັບຜິດຊອບ ຄະດີ ນີ້ເວົ້າວ່າ:
“ຄະດີນີ້ ເປັນຄະດີ ທີ່ ເຈົ້າໜ້າທີ່ ຕຳຣວດ ຊຶ່ງໄປຂັບ ແທກຊີ ເປັນ ອາຊີບເສີມ ໄດ້ໄປຮັບ ຜູ້ເຄາະຮ້າຍ ແລະແຟນ ແຕ່ຕໍ່ມາເຂົາ ຂັບໄລ່ ຜູ້ຊາຍ ລົງຣົດ ແລ້ວບັງຄັບ ແລະ ໃສ່ກັບມື ໄຂວ່ຫລັງ ຜູ້ຍິງ ແລ້ວກໍຂົ່ມຂືນນາງ.”
ຫລັງຈາກຂົ່ມຂືນ ສຳເຣັດ ແລ້ວ ນາຍຕຳຣວດ ຜູ້ຂັບແທກຊີ່ ກໍຂັບຣົດໄປ ສົ່ງຜູ້ຍິງລາວ ຄົນນັ້ນ ທີ່ ຮ້ານອາຫານ ອີກແຫ່ງນຶ່ງ ທີ່ ແຂວງ ສມຸດປະການ ພ້ອມທັງ ຂູ່ວ່າ ຫ້າມບອກ ເຣື່ອງນີ້ ກັບຄົນອື່ນ ຢ່າງເດັດຂາດ ເພາະເຂົາ ເປັນ ເຈົ້າໜ້າທີ່ ຕຳຣວດ. ແຕ່ຫລັງຈາກ ນັ້ນ ເຈົ້າຂອງ ຮ້ານອາຫານ ກໍນຳ ແມ່ຍິງລາວ ໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ ຕຳຣວດ ແຂວງ ສມຸດປະການ. ຕໍ່ມາ ເຈົ້າໜ້າທີ່ ກໍສືບສວນ ຮູ້ວ່າ ນາຍຕຳຣວດ ຜູ້ນັ້ນ ມີຊື່ວ່າ ຮ້ອຍຕຳຣວດ ຊາຕີ ສືບສະຫມານ ອາຍຸ 53 ປີ ປະຈຳການ ຢູ່ ສະຖານນີ ຕຳຣວດ ທອງລໍ່ ແຂວງ ບາງກອກ. ຈາກນັ້ນ ເຈົ້າໜ້າທີ່ ກໍຊອກຫາຈັບ ແຕ່ປະກົດວ່າ ຜູ້ກ່ຽວ ໄດ້ຫລົບໜີ ໄປແລ້ວ ຈຶ່ງປະກາດ ໃຫ້ມອບຕົວ. ຜົນປະກົດ ວ່າ ສອງສາມມື້ ຕໍ່ມາ ນາຍຕຳຣວດ ທີ່ວ່ານັ້ນ ກໍເຂົ້າມອບຕົວ ທີ່ ສະຖານນີ ຕຳຣວດ ແຂວງ ສມຸດປະການ ເມື່ອວັນທີ 25 ເດືອນ ນີ້ ແລະ ກໍຖືກຕັ້ງ ຂໍ້ຫາ ຄະດີ ຂົ່ມຂືນ ກັກຂັງ ແລະ ທຳຮ້າຍຮ່າງກາຍ.
ຢູ່ປະເທດໄທ ມີຄົນງານ ລາວ ຫລາຍໝື່ນ ຫລາຍແສນຄົນ; ຫລາຍຄົນ ໂດຍສະເພາະ ຜູ້ຍິງ ຖືກກົດຂີ່ ຂົ່ມເຫັງ ຖືກບັງຄັບ ໃຫ້ເປັນ ໂສເພນີ ຖືກຕີ ທໍຣະມານ ແລະ ຂົ່ມຂືນ ບາງຄົນ ກໍຖືກ ເຈົ້າໜ້າທີ່ ຕຳຣວດໄທ ຊົດຊ່ວຍ ອອກມາໄດ້ ແລ້ວ ສົ່ງກັບຄືນ ປະເທດລາວ.